ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-17 15:29:02    
ນັ່ງ​​ແນວ​ໃດ​ຈຶ່ງ​ຖືກ​ຫຼັກ​ວິ​ທະ​ຍາ​ສາດ

cri Author: li
ແຕ່ລະຄົນກໍ​ຕ້ອງ​ນັ່ງ,ຖ້າ​ເວົ້າວ່າຜູ້​ໃດ​ຜູ້​ໜ່ງນັ່ງ​ບໍ່​ເປັນ​ຄື​ຊິຢາກຫົວ​ນໍ. ​ແຕ່​ທີ່​ຈິງ​ແລ້ວ,ບໍ່​ແມ່ນ​ວ່າ​ໃຜ​ກໍ​ຮູ້​ຄວາມ​ເລິກ​ລັບ​ຂອງທ່າ​ນັ່ງ,ຄົນ​ປະ​ເພດ​ໃດ​ຄວນ​ນັ່ງ​ແນວ​​ໃດ,ທ່າ​ນັ່ງ​ຈະ​ຮັກສາ​ສະພາບແນວ​ໃດ​ແມ່ນ​ດີກ​ວ່າ​ໝູ່?

​ໃນ​ເວລາ​ເຮັດ​ວຽກ,ບາງຄົນມັກ​ນັ່ງທ່າ​ໃດ​ທ່າ​ໜຶ່ງ​ບໍ່​ປ່ຽນຕັ້ງດົນ,​ໂດຍ​ສະ​ເພາະ​ແມ່ນ​ນັ່ງ​ຂາ​ຂຶ້ນຫ້າງ​ເຮັດ​ວຽກ,ຈະ​ພາ​ໃຫ້​​ກ້ານຄໍ​ແລະຫຼັງມີ​ການ​ຫາບ​ແບກ​ຢ່າງ​ຕໍ່​ເນື່ອງ,​ເຮັດ​ໃຫ້​ກ້າມ​ເນື້ອ​ແລະ​ເອັນ​ຢູ່ຫຼັງ​ຖືກ​ຈ່ອງດຶງດົນ​ເກີນ​ໄປ​ແລ້ວ​ເຮັດ​ໃຫ້​ເມື່ອຍ,ພາ​ໃຫ້​ເຈັບ​ແອວ​ຢ່າງ​ບໍ່​ຮູ້​ສາຍ​ເຫດ, ​ແຕ່​ວ່າ,ຖ້າ​ຮັກສາ​ທ່າ​ນັ່ງ​ອັນ​ຖືກຕ້ອງ,ຜ່ານ​ໄລຍະ​ໜຶ່ງ​​,ກໍ​ຈະ​ເປັນ​ປົກກະຕິ​ຄືນ,ບໍ່​ມີ​ບັນຫາ​ຫຍັງ​ອີກ. ນອກ​ນີ້ ​ນັ່ງ​ຂາ​ຂຶ້ນຫ້າງ​​ດົນ​ນານ,ຍ້ອນ​ຂາ​ສອງ​ເບື້ອງ​​ໜີບ​ເຕັງກັນ,ຍັງ​ຈະ​ຂັດຂວາງ​ການ​ໝູນວຽນ​ຂອງ​ເລືອດ​ຢູ່ຕາມ​ຂາ,ດົນ​ແລ້ວຈະ​ພາ​ໃຫ້​ເອັນຂອດ,ຖ້າ​ອາການ​ໜັກ,ຈະ​ພາ​ໃຫ້​ເລືອດ​​ໄຫຼກັບ​ບໍ່​ສະດວກ,​ສາຍ​ເລືອດ​ກັບ​ອັກ​ເສບ,​ເລືອດ​ອອກ​ແລະ​ພະຍາດ​ອື່ນໆ. ​ໃນ​ເວລາ​ເຮັດ​ວຽກ,ວ່າ​ແຕ່​ທ່ານ​ເຮັດ​ໄດ້​ສອງ​ຂໍ້​ດັ່ງ​ລຸ່ມ​ນີ້,ກໍ​ຈະ​ໄດ້ຮັບຜົນ​ປ້ອງ​ກັນ​​ເຈັບ​ຄໍ​ແລະຫຼັງ,ຄື​ໜຶ່ງຮັກສາ​ທ່າ​ນັ່ງໃຫ້​ດີ;ສອງ​ແມ່ນ​ມີການ​ເໜັງຕີງ​ຖືກຕ້ອງ​ໃນ​ເວລາ​ນັ່ງ.

ຄັນຊັ້ນ,ການ​ເໜັງຕີງຢ່າງ​ຖືກຕ້ອງ​ໃນ​ເວລານັ່ງ​ແມ່ນ​ໝາຍຄວາມ​ວ່າ​ແນວ​ໃດ? ກ່ອນ​ອື່ນ,ຢ່າ​ນັ່ງ​ຢູ່​ໃນ​ທ່າ​ດຽວໂດຍ​ບໍ່​ປ່ຽນ​ແປງ​ເປັນ​ເວລາ​ດົນນານ,ຄວນ​ມີ​ທ່າ​ນັ່ງ​ທີ່​ຖືກຕ້ອງ​ປອດ​ໄພ​ສອງ​ສາມ​ທ່າ​ແລ້ວປ່ຽນ​ແປງ​​ເລື້ອຍໆ. ຖັດມາ,​ໃນ​ເວລາ​ນັ່ງ​ຕັ່ງ​ກົ້ມເກັບ​ເອົາ​ຂອງນັ້ນ,ຄວນ​ຫຍັບ​ໄປ​ຫາ​ແຄມ​ເກົ້າອີ້​ກ່ອນ,ຕີນ​ເບື້ອງ​ໜຶ່ງ​ຫຍັບ​ໄປ​ໜ້າ,ມື​ໜຶ່ງ​ຄ້ຳ​ໂຕ໊ະ​ໄວ້າ,​ແລ້ວ​ຄ່ອຍ​ກົ້ມລົງ​ເກັບ​ເອົາ​ຂອງ. ສາມ,​ໃນ​ເວລາ​ຫັນຫຼັງ​ເອົາ​ຂອງ​ນັ້ນ ​ຕ້ອງ​ຫັນ​ໄປໝົດ​ຄີງພ້ອມ​ກັນ. ສີ່,​ໃນ​ເວລາ​ໂທລະສັບ,ຢ່າ​​ໃຊ້​ຫົວ​ແລະ​​ໄຫຼ່ໜີບ​ຫູ​ໂທລະສັບ,​ຄວນ​ເອົາສອກ​ເບື້ອງ​​ຖື​ຫູ​ໂທລະ​ສັບຄ້ຳ​ເທິງູ​ໜ້າ​ໂຕ໊ະ,​ເພື່ອ​ຮັກສາ​ບໍ່ໃຫ້​ຄໍ​ຫງ່ຽງ​ແລະ​ຟັງ​ແບບ​ນີ້​ກໍ່​ບໍ່​ເມື່ອຍ.

ທ່ານ​ຕ້ອງ​ລະວັງ​ວ່າ,ບໍ່​ແມ່ນ​ວ່າ​ທ່າ​ນັ່ງ​ທີ່​ຕົນ​ເອງ​ຮູ້ສຶກ​ສະບາຍ​ກໍ​ແມ່ນ​ນັ່ງ​ທ່າ​ທີ່​ຖືກຕ້ອງ. ທ່າ​ນັ່ງ​ທີ່​ຖືກຕ້ອງ​ຄວນ​ນັ່ງ​ແອວ​ຊື່,ຫົດ​ທ້ອງ,ຫົດ​ຄາງກະ​ໄຕ​ໜ້ອຍ​ໜຶ່ງ,ຫຸບ​ຂາສອງ​​ເບື້ອງ​ເຂົ້າ​ກັນ. ຖ້າ​ເປັນ​ໄປ​ໄດ້,ຄວນ​ໃຫ້​ຫົວ​ເຂົ່າ​ສູງ​ກວ່າ​ຕະ​ໂພ​ກ​ເລັກ​ໜ້ອຍ. ຖ້າ​ນັ່ງ​ເກົ້າອີ້​ທີ່​ມີ​ພະນັກ​ອີງ,ຄວນ​ໃຫ້​ແອວ​ແລະຫຼັງ​ຕິດ​ກັບ​ພະນັກ​,​​ເຮັດ​ແນວ​ນີ້ ກ້າມ​ເນື້ອ​ດູກ​ສຸດ​ຫວ່າງ​ແອວ​ຈະ​ບໍ່​ເມື່ອຍ. ນັ່ງ​ດົນ​ແລ້ວ,ຄວນ​ລຸກ​ຕີງ​ໜ້ອຍ​ໜຶ່ງ,​ເຮັດ​ໃຫ້​ກ້າມ​ເນື້ອ​ຂາ​​ໂຍະ​ຍານ​ລົງ. ນອກ​ນີ້ ຜູ້​ທີ່​​ເປັນ​ພະຍາດດູກ​ຫຼັງສຸດ​ສວດ​ອອກ​ບໍ່​ຄວນ​ນັ່ງ​ຕັ່ງ​​ທີ່​ຕ່ຳກວ່າ 20 ຊັງ​ຕີ​ແມັດ,ຄວນ​ນັ່ງ​ເກົ້າອີ້​ທີ່​ມີ​ພະນັກ​ເອື່ອຍ​ອີງ,​​ແບບ​ນີ້​ສາມາດ​ຮັບ​ນ້ຳໜັກ​ສ່ວນ​ໜຶ່ງ​ຂອງ​ຮ່າງກາຍ,ບໍ່​ໃຫ້​ເຈັບ​ແອວ​ແລະ​ຫຼັງ.

ທ່າ​ນັ່ງ​ທີ່​ບໍ່​ຖືກຕ້ອງ​ແມ່ນ​ມູນ​​ເຫດ​ສຳຄັນ​ອັນ​ໜຶ່ງ​ທີ່​ພາ​ໃຫ້​ກະດູກ​ສັນຫຼັງ​ຂອງ​ຊາວ​ໜຸ່ມ​​ເຍົາວະ​ຊົນ​ຄົດ​ລ້ຽວ. ນັກຮຽນ​ປະຖົມ​ແລະ​ມັດທະຍົມ​ໄດ້​ນັ່ງ​ເກົ້າອີ້​​ແລະ​ຂຽນ​ໜັງສື​ເທິງ​ໂຕ໊ະ​ທີ່​ສູງ​ຕ່ຳ​ບໍ່​ເໝາະ​ສົມ,​ເດັກນ້ອຍ​ບາງ​ຄົນ​ນັ່ງ​ຂົດ​ຢູ່,ບາງ​ຄົນ​ນັ່ງ​ສະ​ແຄນ​ຂຽນ​ໜັງສື,​ເວລາ​ດົນ​ແລ້ວ,ກໍ​ຈະ​ພາ​ໃຫ້​ເຈັບ​ແອ​ວ​ເຈັບຫຼັງ. ​ຖ້າບໍ່​ດັດ​ໃຫ້​ຖືກ​ຕ້ອງ​ແລະ​ປົວ​ຊ້າ,ຈະ​ພາ​ໃຫ້​ເຈັບ​ໜັກ​ເຂົ້າ,ພາ​ໃຫ້​ຮູບຮ່າງ​ບົດ​ບ້ຽວ,ກະທົບ​ກະ​ເທືອນ​ເຖິງ​ສັບພະ​ຄຸນ​ຂອງ​ໝາກ​ຫົວ​ໃຈ​ແລະ​ປອດ. ​ຖ້າໂຕ໊ະ,​ຕັ່ງ​ປະກອບ​ຊຸດ​ກັບ​ຮ່າງກາຍ​ຄົນ​ສາມາດ​ແກ້​ໄຂ​ບັນຫາ​ຍ້ອນ​ທ່າ​ນັ່ງ​ບໍ່​ຖືກຕ້ອງ​ໃນ​ສ່ວນ​ໃຫຍ່.

​ເຊັ່ນ​ດຽວ​ກັນ,ທ່າ​ນັ່ງ​ທີ່​ບໍ່​ຖືກຕ້ອງ​ຍັງ​ຈະ​ກະທົບກະ​ເທືອນ​ເຖິງ​ສາຍຕາ. ​ໂດຍ​ສະ​ເພາະ​ແມ່ນ​ນັກຮຽນ​ປະຖົມ,ຕ້ອງ​ດັດ​ແກ້​ທ່າ​ນັ່ງ​ໃນ​ເວລາ​ຂຽນ​ໜັງສື​ແລະ​ຄວາມ​ຊີນ​ເຄີຍ​ບໍ່​ດີ​ທີ່​ອ່ານ​ໜັງສື​​ໃກ້​ໂພດ​ກັບ​ຕາ,ຖ້າ​ບໍ່​ດັ່ງນັ້ນ ດົນ​ແລ້ວ​ແຮ່ງຈະ​ແກ້​ຍາກ. ທຳ​ມະ​ດາ​ແລ້ວ,ທ່າ​ນັ່ງ​ທີ່​ຖືກຕ້ອງ​ແມ່ນ​ໜ້າ​​ເອິກ​ຫ່າງ​ຈາກ​ໂຕ໊ະ​ກຳປັ້ນ​ໜຶ່ງ,ຕາ​ຫ່າງ​ຈາກ​ໜ້າ​ໂຕ໊ະ​ເຄິ່ງແມັດ.

ຜູ້​ທີ່​ຕ່ອມ​ໝາກ​ອັນ​ຖະງອກບໍ່​ຄວນ​ນັ່ງ​ດົນ,ນີ້​ແມ່ນ​ຄວາມ​ຮັບ​ຮູ້​ທີ່ຄື​ກັນ​ຂອງ​ຄົນ​ທັງຫຼາຍ,​ທ່າ​ນັ່ງ​ຂອງ​ຜູ້​ເປັນ​ພະຍາດນີ້​ກໍ​ຕ້ອງ​ລະວັງ,ຄື​ໃນ​ເວລາ​ຄົນ​ນັ່ງ​ຊື່ໆ​ນັ້ນ ​ໃຈກາງ​ນ້ຳໜັກ​ພໍດີ​ຢູ່​​ບ່ອນ​ຕ່ອມ​ໝາກ​ອັນ​ຖະ,​ເມື່ອ​ນັ່ງ​ດົນ​ແລ້ວ,ຕ່ອມ​ໝາກ​ອັນ​ຖະທີ່​ງອກ​ຂຶ້ນຍ່ອມ​ຖືກ​ນ້ຳໜັກ​ຮ່າງກາຍ​ໜີບ​ເຕັງ​ຢ່າງ​​ແນ່​ນອນ,​ແລ້ວ​ຈະ​ເຮັດ​ໃຫ້​ຕ່ອມ​ໝາກ​ອັນ​ຖະທີ່​ງອກ​ຂຶ້ນ​ຂະຫຍາຍ​ໄປ​ຫາ​ທໍ່​ປັດສາວະ,ກົດ​ໜີບ​ທໍ່​ປັດສາວະ,ຖ້າ​ໜັກ​ໜ່ວງ,ຈະ​ເຮັດ​ໃຫ້​ຂັບ​ຖ່າຍ​ປັດສາວະ​ຍາກ,ຈົນກະທັ້ງ​ຖ່າຍ​ບໍ່​ອອກ. ຖ້າ​ຜູ້​ເປັນ​ພະຍາດ​ຕ່ອມ​ໝາກ​ອັນ​ຖະງອກ,ຕ້ອງ​ນັ່ງ​ສະ​ແຄງ​ຊ້າຍ​ຫຼືສະ​ແຄງ​ຂວາ​ຢ່າງ​ເໝາະ​ສົມ,ຈຶ່ງ​ບໍ່​ໄປ​ໜີບ​ເຕັງ​ຖືກ​ຕ່ອມ​ໝາກ​ອັນ​ຖະງອກ​ແລະ​ບໍ່​ໄປ​ໜີບ​ເຕັງ​ຖືກ​ທໍ່​ປັດ​ສາວະ. ນັ່ງ​ແບບ​ນີ້​ສາມາດ​ຮັກສາ​ຕ່ອມ​ໝາກ​ອັນ​ຖະທີ່​ປົ່ງ​ໃໝ່​ໄດ້​ດີ​ພິ​ເສດ.