ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-17 15:59:49    
ສຳ​ຜັດ​ຜະ​ລິດ​ຕະ​ພັນ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ສູງ​ໃນ​ງານ​ວາງ​ສະ​ແດງ​ວິ​ທະ​ຍາ​ສາດ​​ເຕັກ​ນິກ​ສູງ​ປັກ​ກິ່ງ​ຄັ້ງ​ທີ 8

cri Author: li
ຕາມ​ຂ່າວ CRI: ງານ​ວາງສະ​ແດງ​ອຸດສາຫະກຳ​ວິທະຍາສາດ​ເຕັກນິກ​ສາກົນ​ປັກ​ກິ່ງ​ຄັ້ງທີ 8 ທີ່​ໄຂ​ຂຶ້ນຢູ່​ປັກ​ກິ່ງ​​ໄດ້​ອັດ​ລົງ​ໃນ​ທ້າຍ​ເດືອນ​ທີ່​ແລ້ວ,ງານ​ວາງສະ​ແດງ​ອຸດສາ​ຫະກຳ​ວິທະ​ຍາສາດ​ເຕັກນິກ​ປັກ​ກິ່ງ​ທີ່​ໄດ້​ຈັດ​ຂຶ້ນ 8 ​ເທື່ອ​​ແລ້ວນັ້ນ​ໄດ້​ກາຍ​ເປັນ​ງານ​ມະ​ໂຫລານ​ທີ່​ວາງສະ​ແດງ​ຜະລິດ​ຕະພັນ​ເຕັກນິກ​ສູງ​ໃໝ່​ຂອງ​ຈີນ,​ໂຮງງານ​ທີ່​ມີ​ຊື່​ສຽງ​ຢ່າງ​ຫຼວງຫຼາຍ​ຂອງ​ຈີນ​ແລະ​ຕ່າງປະ​ເທດ​ໄດ້​ນຳ​ເອົາ​ໝາກຜົນ​ຄົ້ນຄວ້າ​ໃໝ່​ສຸດ​ຂອງ​ຕົນ​ມາສະ​ແດງ​ຢູ່​ແຫ່ງ​ນີ້.

ຢູ່​ເຂດ​ວາງສະ​ແດງ​ເຂດ​ໜຶ່ງ,ນັກ​ຂ່າວ​ໄດ້​ເຫັນ​ວ່າ,ວິ​ສາ​ຫະກິດ​ທີ່​ເຂົ້າຮ່ວມ​ງານ​ວາງສະ​ແດງ​ໄດ້​ປະດັບ​ແທ່ນ​ສະ​ແດງ​ເປັນ​ຫ້ອງການ. ​ໃນ​ຫ້ອງການ​​ໄດ້​ປະກອບ​ອຸປະກອນ​ເຮັດການ​ເຊັ່ນ​ຄອມ​ພິວ​ເຕີ​ມື​ຖື,ກ້ອງ​ໂປຼ​ເຊັກ​ຊົງແລະ​ເຄື່ອງ​ພິມ​ເປັນຕົ້ນ. ​ເຖິງ​ວ່າ​​ບໍ່​ມີ​ສາຍ​ເຊື່ອມ​ຕໍ່​ກັນ,​ແຕ່​ອຸປະກອນ​ເຫຼົ່ານີ້​ພັດ​ແມ່ນ​ເຊື່ອມ​ຕໍ່​ກັນ. ໝາຍ​ຄວາມ​ວ່າ,​ໃນ​ເວລາ​ຕ້ອງການ​ສະ​ແດງ​ຜະລິດ​ຕະພັນ​ທີ່​ຄົ້ນຄວ້າ​ຜະລິດ​ໃໝ່​ສຸດ​ໃຫ້​ລູກ​ຄ້ານັ້ນ ບໍ່​ຕ້ອງການ​ຕໍ່​ສາຍ,ພຽງ​ແຕ່​ວາງ​ຄອມ​ພິວ​ເຕີ​ມື​ຖືມາ​ວາງ​ໄວ້​ຢູ່​ບ່ອນ​ທີ່​ຫ່າງ​ຈາກ​ກ້ອງ​ໂປຼ​ເຊັກ​ຊົງ​ພາຍ​ໃນ 100 ​ແມັດ,ກໍ​ຈະ​ໄດ້ເຫັນ​ຮູບ​ໃນ​ຄອມ​ພິວ​ເຕີ​ຢ່າງ​ງ່າຍດາຍ; ຖ້າ​ທ່ານ​ຢາກ​ຖ່າຍ​ເອົາ​ເອກະສານ​ເພີ່ມ​ເຕີມ​​ຈຳນວນ​ໜຶ່ງ​ຈາກ​ຄອມ​ພິວ​ເຕີ​ອື່ນໆ,ມີ​ແຕ່​ເອົາ​ຄອມ​ພິວ​ເຕີ​ເຄື່ອງນັ້ນ​ໄວ້​ຢູ່​ໃກ້​ຄອມ​ພິວ​ເຕີ​ຂອງ​ທ່ານ,​ຄອມ​ພິວ​ເຕີ​ສອງ​ເຄື່ອງ​ນີ້ກໍ​ຈະ​ເຊື່ອມ​ຕໍ່​ກັນ​​ໄດ້ໃນ​ທັນທີ,​​ແລ້ວ​ໂອນ​ຖ່າຍ​ເອກະສານ​ໃຫ້​ແກ່​ກັນ.

ຄັນຊັ້ນ ການ​ພົວພັນ​ອັນ​ອັດສະຈັນ​ລະຫວ່າງ​ຄອມ​ພິວ​ເຕີ,​ກ້ອງ​ໂປຼ​ເຊັກ​ຊົງ​ແລະ​ເຄື່ອງພິມ​ເຫຼົ່ານີ້​ແມ່ນ​ສ້າງ​ຂຶ້ນ​ແນວ​ໃດ? ທ່ານ​ດຣ.ຫຼີມິງ ທີ່​ເຂົ້າ​ຮ່ວມ​ການ​ຄົ້ນຄວ້າ​ເຕັກນິກ​ລາຍ​ນີ້​ບອກ​ນັກ​ຂ່າວ​ວ່າ,ນີ້​ແມ່ນ​ຍ້ອນ​ວ່າ​ລະຫວ່າງ​ອຸປະກອນ​ເຫຼົ່ານີ້​ໄດ້​ມີ​ມາດຖານ IGRS.

"IGRS ​ແມ່ນ​ມາດຖານ​ໜຶ່ງ​ທີ່​​ເຮັດ​ໃຫ້​ຄອມ​ພິວ​ເຕີ,​ຜະລິດ​ຕະພັນ​ໂທລະ​ຄົມ​ແລະ​ຜະລິດ​ຕະພັນ​ເອ​ເລັກ​ໂຕຼນິກ​ປະ​ເພດບໍລິ​ໂພກ​ເຊື່ອມ​ໂຍງ​ເຂົ້າກັນ. ​ຕົວຢ່າງ​ຄື,​ໂທລະພາບ​ແລະ​ຄອມ​ພິວ​ເຕີ​ທີ່​ດັ້ງ​ເດີມ,​ແມ່ນ​ອຸປະກອນ​ສອງ​​ເຄື່ອງ​ທີ່​ເປັນ​ອິດສະຫຼະ; ​ຫຼັງຈາກ​ໃຊ້​ມາດຖານ​ເຕັກນິກ ​IGRS ​ແລ້ວ,ລະຫວ່າງ​ອຸປະກອນ​ເຫຼົ່ານີ້​ກໍ​ເຊື່ອມ​​ໂຍງ​ເຂົ້າກັນ​ໄດ້,​ແລ້ວ​ໂອນ​ຖ່າຍ​ເອກະສານ​ໃຫ້​ກັນໄດ້. ​ໝາຍ​ຄວາມ​ວ່າ,ພວກ​ເຮົາ​ສາມາດ​ເບິ່ງ​ພາບ​ແລະ​ວິ​ດີ​ໂອສັ້ນ​ໃນ​ຄອມ​ພິວ​ເຕີ​ຈາກ​ໂທລະ​ພາບ,ພ້ອມ​ກັນນັ້ນ ພວກ​ເຮົາ​ກໍ​ສາມາດ​ອັດ​ລາຍການ​ໃນ​ໂທລະພາບ​ທີ່​ພວມ​ເບິ່ງ​ຢູ່ນັ້ນ​​ເຂົ້າໃນ​ຄອມ​ພິວ​ເຕີ."

ທ່ານ​ເວົ້າວ່າ,ບໍ່​ພຽງ​ແຕ່​ທໍ່​ນີ້,​ໃນ​ງານ​​ໂຮມ​ຊຸນ​ນຸມ​ໝູ່​ເພື່ອນ,ທ່ານ​ຍັງ​ສາມາດ​ນຳ​ໃຊ້​ເຕັກນິກ IGRS ຝາກ​ດົນຕີ​ອວຍພອນ​ໃນ​ຄອມ​ພິວ​ເຕີ​ຫຼື​ຂໍ້ຄວາມ​ສັ້ນ​ຕະຫຼົກ​ໃນ​​ໂທລະສັບ​ມື​ຖື​ໄປ​ຮອດ​ເຄື່ອງ​ໄຮ​ໄຟ​ຫຼື​ໂທລະພາບ​ທີ່​ມໍ່​ກັບ​ທ່ານ,​​ເພື່ອ​ສ້າງ​ຄວາມ​ມ່ວນ​ຊື່ນ​ໃຫ້​ແກ່​ເພື່ອນ.

ຕາມ​ໄດ້​ຊາບ,ຈີນ​ໄດ້​ເລີ່​ມ​ຄົ້ນຄວ້າ​ມາດຖານ IGRS ​ແຕ່​ປີ 2003,ວິ​ສາ​ຫະກິດ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ເຊັ່ນ​​ເລ​​ໂນ​ໂວ​ແລະ​ຄອນ​ຄາ​ເປັນຕົ້ນ​ໄດ້​ເຂົ້າຮ່ວມ​ວຽກ​ງານ​ເທື່ອ​ນີ້,​ປັດຈຸບັນ,​ໂທລະສັບ​ມື​ຖື,ຄອມ​ພິວ​ເຕີ,​ກ້ອງ​ໂປຼ​ເຊັກ​ຊົງແລະ​ໂທລະພາບ​ເປັນຕົ້ນ​ທີ່​ມີ​ສັບ​ພະ​ຄຸນ IGRS ນັ້ນ​ໄດ້​ຜະລິດ​ອອກ​ມາ​ແລ້ວ,ຢູ່​ຕົວ​ເມື​ອງ​ໃຫຍ່​ຕ່າງໆ​ເຊັ່ນ​ປັກ​ກິ່ງ,ຊຽງ​ໄຮ້​ແລະ​ເສີນ​ເຈີນ​ເປັນຕົ້ນ​ລ້ວນ​ແຕ່​ໄດ້​ສ້າງ​ຮ້ານ​ສຳຜັດ IGRS,​ຫຼາຍໆຄົນ​ໄດ້​ສົນ​ໃຈຫຼາຍຕໍ່​ຜະລິດ​ຕະພັນ​ທີ່​ມີ​​ເຕັກນິກ​ກ້າວໜ້າ​ດັ່ງກ່າວ.

ຢູ່​ງານ​ວາງສະ​ແດງ​ວິທະຍາສາດ​ເຕັກນິກ​ປັກ​ກິ່ງ,ນາງ​ເມີນ​ປີງ​ບອກ​ນັກ​ຂ່າວ​ວ່າ:

"​ເຕັກນິກ IGRS ດີຫຼາຍ,ສະດວກ. ຂ້າພະ​ເຈົ້າ​ໄດ້​ທົດ​ລອງ​ແລ້ວ,​ເຫັນ​ວ່າການ​ສົ່ງ​ຂໍ້​ມູນ​ຂ່າວສານ​ລະຫວ່າງ​ຄອມ​ພິວ​ເຕີ​ກັບ​ໂທລະພາບ​ແມ່ນ​ສະດວກ​ຫຼາຍ."

ປັດ​ຈຸ​ບັນ,ຜະລິດ​ຕະພັນ IGRS ​ໄດ້​ມີ​ປະຕິກິລິຍາ​ດີຫຼາຍ​ໃນ​ວິ​ສາ​ຫະກິດ​ທີ່​ນຳ​​ໃຊ້,​ແຕ່​ຍັງ​ໃຊ້​ໜ້ອຍ​ໃນ​ຄອບຄົວ.

​ໃນ​ງານ​ວາງສະ​ແດງ​ວິທະຍາສາດ​ເຕັກນິກ​ປັກ​ກິ່ງ​ຄັ້ງນີ້,ນັກ​ຂ່າວ​ໄດ້​ເຫັນ​ວ່າ,ຜະລິດ​ຕະພັນ​ເຕັກນິກ​ສູງ​ທີ່​ພົວພັນ​ກັບ​ລົດຍົນ​ມີຈຳນວນ​ບໍ່​ໜ້ອຍ. ​ເຄື່ອງ​ເສີງ​ຈີ​ທົງ ຜະລິດ​ຕະພັນ​ນຳ​ທາງ​ລົດຍົນ​ທີ່​ວິ​ສາ​ຫະກິດ​ວິທະຍາສາດ​ເຕັກນິກ​ຫຼັງໜຶ່ງ​ຂອງ​ປັກ​ກິ່ງ​ຄົ້ນຄວ້າ​ຜະລິດ​ນັ້ນກໍ​​ຕິດ​ໃຈ​ຄົນ​ທີ່​ສຸດ.​ ​ເຄື່ອງ​ນີ້​ນ້ອຍຫຼາຍ,ຈະ​ວາງ​ຢູ່​ແທ່ນ​ຂັບ​ຂີ່​ກໍໄດ້,ບໍ່​ກະທົບກະ​ເທືອນ​ເຖິງ​ຜູ້​ຂັບ​ລົດ. ຕາມ​ຊາບ​ວ່າ,ຜະລິດ​ຕະພັນ​ນີ້​ໄດ້​ຕິດຕັ້ງ​ເຄື່ອງຮັບ​ລະບົບ GPS,​ສາມາດ​ສະໜອງ​ການ​ບໍລິການ​ນຳ​ທາງ​ລະຫວ່າງ​ສອງ​ແຫ່ງ​ໃດໆ​ຂອງ​ແຜ່ນດິນ​ໃຫຍ່​ຈີນ. ​ໃນ​ເວລາ​ໃຊ້,ຜູ້​ໃຊ້​ຂຽນ​ຈຸດໝາຍ​ປາຍ​ທາງ​ໃສ່,ລະບົບ​ນີ້​ກໍ​ຈະ​ສະ​ເໜີ​ເສັ້ນທາງ​ໄປ​ທີ່​ຕ່າງ​ກັນ 4 ​ເສັ້ນ,​ແລະ​ຈະ​ອອກສຽງ​ແຈ້ງ​ໃຫ້​ລ້ຽວລົດ​ໃນ​ເວລາ​ຈຳ​ເປັນ.

ທ່ານ​ກາວ​​​ເຟິງທີ່ຫາ​ກໍ່​ຊື້​ລົດ​ສ່ວນ​ຕົວ,ໄດ້​ສົນ​​ໃຈ​ນຳ​ເຄື່ອງ​ນີ້,ທ່ານ​ເວົ້າວ່າ:

"​ສຳລັບ​ມື​ໃໝ່​ແລ້ວ,ຂັບ​ລົດ​ໃນ​ສະພາບ​ແວດ​ລ້ອມ​ຄົມມະ​ນາຄົມ​ທີ່​ສັບ​ຄົນ​ແນວ​ນີ້​ຂອງ​ປັກ​ກິ່ງ​ຮູ້​ສຶກ​ເຈັບຫົວ​ຫຼາຍ,ຖ້າ​ມີ​ເຄື່ອງ​ນຳ​ທາງນີ້​ແລ້ວ,ມັນ​ຈະ​ບອກ​ໃຫ້​ຮູ້ຢ່າງ​ຈະ​ແຈ້ງ​ວ່າ​​ແລ່ນ​ຜ່ານ​ປາກ​ທາງ​ແນວ​ໃດ,ຈະ​ເລືອກ​ທາງ​ສາຍຫຼັກ​ຫຼືກ​ສາຍ​ສຳຮອງ,​ລ້ຽວ​ຜ່ານຂົວ​ລອຍ​ແນວ​ໃດ​ເປັນຕົ້ນ,​ເວົ້າ​ສຳລັບ​ຂ້າພະ​ເຈົ້າ​ແລ້ວ,ການ​ຊອກ​ຮູ້​ສະພາບ​ແນວ​ນີ້​ແມ່ນ​ຈຳ​ເປັນ​ທີ່​ສຸດ."