ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-17 20:27:47    
ບາດກ້າວ​ຫົວລ້ຽວ​ຫົວ​ຕໍ່​ຂອງ​ອີ​ຣັກ​ໃນ​ການ​ຊຸກ​ຍູ້​ຂະ​ບວນ​ວິ​ວັດ​ສ້າງ​ລັດ​ຖະ​ທຳ​ມະນູນ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 16 ມິຖຸນາ, ທ່ານ​ມາລິຄິ ບຸກຄົນນ້ຳ​ເປີ​ທີ​ສອງ​ຂອງ​ພັກ​ອິສຣາມດາ​ວາ​ທີ່​ນຳ​ໂດຍ​ທ່ານ​ຈາ​ຟາ​ລີ ນາຍົກລັດຖະມົນຕີ​ລັດຖະບານ​ຂ້າມ​ຜ່ານ​ອິສລາມ ສະມາຊິກ​ຄະນະ​ກຳມະການ​ຮ່າງ​ລັດຖະທຳ​ມະ​ນູນອີຣັກປະກາດ​ວ່າ, ຄະນະ​ກຳມະການ​ຮ່າງ​ລັດຖະທຳ​ມະນູນ​ອີຣັກ​ໄດ້​ຕົກລົງ​ເຫັນ​ດີ​​ເພີ່ມ​ຜູ້​ແທນນິກາຍ​ຊຸນ​ນິດ 25 ຄົນ​​ເຂົ້າ​ຄະນະ​ກຳມະການ.

ການ​ຕົກລົງ​ດັ່ງກ່າວ​ແມ່ນ​ບັນດາ​ຝ່າຍ​ອີຣັກຜ່ອນສັ້ນຜ່ອນ​ຍາວ​ກັນໂດຍ​ຜ່ານ​ການ​ປຶກສາ​ຫາລື​ກັນ. ​ໃນ​ສະມາຊິກ​ນິກາຍ​ຊຸນ​ນິດ 25 ຄົນ​ທີ່​ເພີ່ມ​​ໃໝ່​ນັ້ນ, ມີ 15 ຄົນ​ແມ່ນ​ກຳມະການ​ທາງ​ການ, ອີກ 10 ຄົນ​ແມ່ນ​ທີ່​ປຶກສາ. ​ໃນ​ສັບປະດາ​ໜ້າ, ນິກາຍ​ຊຸນ​ນິດຈະ​ສະ​ເໜີລາຍ​ຊື່​ສະມາຊິກຜູ້​ໃໝ່​ໃຫ້ຄະນະ​ກຳມະການຮ່າງ​ລັດຖະທຳ​ມະນູນ​ພິຈາລະນາ​ອະນຸມັດ. ສະພາ​ແຫ່ງ​ຊາດ​ອີຣັກກໍ​ຈະອອກ​ຖະ​ແຫລ​ງການ​ຕາມ​ຫລັງ, ຮັບຮອງການ​ເປີດ​ກວ້າງຂອງ​ຄະນະ​ກຳມະການ​ຮ່າງ​ລັດຖະທຳ​ມະນູນ.

ບຸກຄົນ​ວິ​ເຄາະ​ເຫັນ​ວ່າ, ​ເຈົ້າໜ້າ​ທີ່​ອີຣັກ​ຜ່ອນ​ສັ້ນຜ່ອນ​ຍາວ​ກັບ​ນິກາຍ​ຊຸນ​ນິດ​ມີ​ມູນ​ເຫດ​ດັ່ງ​ລຸ່ມ​ນີ້: ກ່ອນອື່ນ, ​ໃນ​ຫລາຍ​ມື້​ມາ​ນີ້, ການ​ເຄື່ອນ​ໄຫວ​ດ້ວຍ​ກຳລັງ​ຮຸນ​ແຮງ​ອີຣັກ​ໄດ້​ເລື່ອນ​ຂັ້ນ, ທະຫານ​ຕຳຫລວດ​ແລະ​ສາມັນ​ຊົນ​ອີຣັກ​ ​ທະຫານ​ອາ​ເມ​ລິ​ກາ​​ໄດ້ຕາຍ​ແລະ​ບາດ​ເຈັບ​ຢ່າງ​ຫລວງຫລາຍ. ອົງການ​ປະກອບ​ອາວຸດ​​ໂດຍຖືກຳລັງ​ນິກາຍ​ຊຸດ​ນິດ​ເປັນ​ກຳລັງ​ຕົ້ນຕໍ​ນັ້ນ​ໄດ້​ກໍ່​ການ​ເຄື່ອນ​ໄຫວ​ດ້ວຍ​ກຳລັງ​ຮຸນ​ແຮງ​ເຫຼົ່ານີ້, ​ແມ່ນ​ພົວພັນ​ກັບ​ຄວາມ​ເສຍ​ໃຈ​ທີ່​ນິກາຍ​ຊຸນ​ນິດ​ຖືກ​ປັດ​ປ່າຍ​ຢູ່​ນອກ​ຂະ​ບວນວິວັດ​ສ້າງສາ​ການ​ເມືອງ​ຄືນ​ໃໝ່​ຂອງ​ອີຣັກ. ​ເພື່ອ​ຊັກ​ຊວນ​ອົງການ​ຕໍ່ຕ້ານ​ປະຖິ້ມ​ກຳລັງອາວຸດ​ແລ້ວ​​ເຂົ້າຮ່ວມ​ການ​ເມືອງ, ​ເຈົ້າໜ້າ​ທີ່​ອີຣັກຈຳ​ເປັນ​ຕ້ອງ​ເລັ່ງບາດກ້າວ​ຜ່ອນ​ສັ້ນຜ່ອນ​ຍາວ​​​ໃຫ້​ນິກາຍ​ຊຸດ​ນິດເຂົ້າຮ່ວມການ​ເມືອງ​​ອີຣັກ.

ຖັດມາ, ການ​ສ້າງສາ​ການ​​ເມືອງ​ອີຣັກຄືນ​ໃໝ່​​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ຫົວລ້ຽວຫົວ​ຕໍ່. ຮ່າງລັດຖະທຳ​ມະນູນ​​ທີ່​ວາງ​ອອກ​ກ່ອນ​ວັນ​ທີ 15 ສິງຫາ​ປີນີ້ຖ້າ​ໄດ້​ຮັບ​ຜ່ານ​ໃນ​ການ​ເອົາປະຊາ​ມະຕິ​ທົ່ວ​ປວງ​ຊົນ​ເມື່ອ​ເດືອນ​ຕຸລາ​ແລ້ວ, ຈະ​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ເລືອກ​ຕັ້ງທົ່ວ​​ໄປ​​ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ທັນວາ​ຕາມ​​ແຜນການ. ຕາມ​ລັດຖະທຳ​ມະນູນສະບັບຊົ່ວຄາວ, ​ໃນ 18 ​ແຂວງ​ຂອງ​ອີຣັກ, ທະ​ແນມ​ແຕ່​ຜູ້​ມີ​ສິດ​ເລືອກ​ຕັ້ງ 2/3 ຂອງ​ 3 ​ແຂວງ​ເວົ້າບໍ່​ຕໍ່​ລັດຖະທຳ​ມະນູນ​​ແລ້ວ, ຮ່າງລັດຖະທຳ​ມະນູນ​​ກໍ​ຈະ​ຫຼົ້ມ​​​​ເຫຼວ, ປັດຈຸບັນ, ນິກາຍ​ຊຸນ​ນິດ​ໄດ້​ກວມ​ສ່ວນ​ຫລາຍ​​ໃນ​ 3 ​ແຂວງ​ເປັນຢ່າງ​ໜ້ອຍ, ທີ່​ຈິງ​ແລ້ວ, ມັນ​ມີ​ສິດ​ຢັບຢັ້ງ​. ຕາບ​ໃດ, ລັດຖະທຳ​ມະນູນບໍ່​​ໄດ້​ຮັບຜ່ານ​​ໃນ​ການ​ເອົາປະຊາ​ມະຕິ, ກໍຈະ​ຍົກ​ເລີກ​ລັດຖະສະພາ, ຈັດ​ການ​ເລືອກ​ຕັ້ງຄືນ​ໃໝ່, ຂະ​ບວນວິວັດ​ການ​ເມືອງ​ຂອງ​ອີຣັກຈະ​ຖອນ​ຄືນ​ຫລັງ.

ສາມ, ອາ​ເມ​ລິ​ກາ​ຫວັງ​ຢ່າງ​ແຮງ​ກ້າວ​ໃຫ້ການ​ສ້າງສາ​ການ​ເມືອງ​ອີຣັກຈະ​ດຳ​ເນີນ​ຢ່າງ​ສຳ​ເລັດ​ຜົນ. ຖ້າ​ຂະ​ບວນວິວັດການ​ເມືອງ​ອີຣັກ​ປະລາ​ໄຊ​ຢ່າງ​ໜັກໜ່ວງ​ແລ້ວ, ອາ​ເມ​ລິ​ກາກໍ​ຈະ​ຕົກ​ຢູ່​ໃນ​ຂຸມຂີ້ຕົມ​ອີຣັກຖອນ​ຕົວ​ອອກ​ບໍ່​ໄດ້. ທະຫານ​ອາ​ເມ​ລິ​ກາ 1 ​ແສນ​ກວ່າ​ຄົນ​ຈະ​ຖອນ​​ອອກ​ຈາກ​ອີຣັກ​ໃນ​ເວລາ​ໃດ​ກໍ​ຈະ​ບໍ່​ມີ​ເວລາ​ກຳນົດ​ໄດ້, ສະນັ້ນ, ອາ​ເມ​ລິ​ກາ​ກໍ​ໃຊ້​ກຳລັງ​ໜີບ​ຕໍ່​ເຈົ້າໜ້າ​ທີ່​ອີຣັກ, ຮຽກຮ້ອງ​​ໃຫ້​ເອົາ​ຄົນ​ນິກາຍ​ຊຸນນິດ​ເຂົ້າຮ່ວມ​ຂະ​ບວນການ​ຮ່າງ​ລັດຖະທຳ​ມະນູນ, ​ເພື່ອ​ຮັບປະກັນ​ຄວາມ​ໄວ້​ໃຈ​​ໄດ້ຂອງ​ຂະ​ບວນການ​ສ້າງ​ລັດຖະທຳ​ມະນູນ​ແລະ​ດຳ​ເນີນ​ໄປ​ຢ່າງ​ສຳ​ເລັດ​ຜົນ.

ນອກ​ນີ້, ສະມາຊິກ​ທາງ​ການ​ຂອງ​ນິກາຍ​ຊຸນ​ນິດ 15 ຄົນ​ທີ່​ເຂົ້າຮ່ວມຄະນະ​ກຳມະການ​ຮ່າງ​ລັດຖະທຳ​ມະນູນ​ນັ້ນ ມີ​ແຕ່​ເຂົ້າຮ່ວມ​ການ​ຫາລື​ມາດຕາ​ລັດຖະທຳ​ມະນູນທໍ່​ນັ້ນ, ບໍ່​ມີ​ສິດ​ລົງ​ຄະ​ແນນ​ສຽງ​ຢ່າງ​ເປັນ​ທາງ​ການ. ການ​​ແກ້​ໄຂ​ບັນຫາ​ຕົວ​ແທນ​ຂອງ​ນິກາຍ​ຊຸນ​ນິດ​ໃນ​ຄະນະ​ກຳມະການ​ຮ່າງ​ລັດຖະທຳ​ມະນູນ, ​ໄດ້​ແຜ້ວ​ທາງ​ໃຫ້​ແກ່​ການ​ດຳ​ເນີນ​ການ​ສ້າງ​ລັດຖະທຳ​ມະນູນ​ຢ່າງ​ສະດວກ, ​ເຮັດ​ໃຫ້​ຂະ​ບວນການ​ສ້າງສາ​ການ​ເມືອງ​ຄືນ​ໃໝ່​ຂອງ​ອີຣັກ​ໄດ້​ຜ່ານຜ່າ​ວິ​ກິດ​ການ​ອີກ​ເທື່ອ​ໜຶ່ງ.