ເຈົ້າໜ້າທີ່ກຳປູເຈຍກ່າວວ່າ,ເຫດການຕົວປະກັນບໍ່ຫ່ອນຈະກະທົບກະເທືອນການພັດທະນາການທ່ອງທ່ຽວຂອງກຳປູເຈຍ
cri
Author: q
ຕາມຂ່າວສານຊິນຮວາ,ວັນທີ18ມິຖຸນາ,ຢູ່ພະນົມເປັນ,ທ່ານທົງຄຸນ ເລຂາລັດຖະກິດກະຊວງການທ່ອງທ່ຽວກຳປູເຈຍໄດ້ເວົ້າຕໍ່ວົງການໜັງສືພິມວ່າ,ປັດຈຸບັນ,ນັກທ່ອງທ່ຽວຕ່າງປະເທດທີ່ໄປທ່ຽວຢູ່ອັງໂກທີ່ຊຽມລຽບນັ້ນຍັງມີຢ່າງຫຼວງຫຼາຍ,ນີ້ສະແດງໃຫ້ເຫັນວ່າ,ເຫດການລັກພາຕົວປະກັນທີ່ເກີດຂຶ້ນຢູ່ເມືອງຊຽມລຽບນັ້ນບໍ່ໄດ້ສ້າງຜົນກະທົບຕໍ່ການທ່ອງທ່ຽວຂອງກຳປູເຈຍ.
ທ່ານທົງຄຸນເວົ້າວ່າ,ເຫດການລັກພາຕົວປະກັນເທື່ອນີ້ບໍ່ແມ່ນເຫດການກໍ່ການຮ້າຍທີ່ແນໃສ່ນັກທ່ອງທ່ຽວ,ສະນັ້ນ,ການທ່ອງທ່ຽວຂອງກຳປູເຈຍບໍ່ຫ່ອນຊິຖືກຜົນກະທົບຈາກເຫດການດັ່ງກ່າວ.
|
|