ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-19 16:41:52    
ຄະນະ​ກຳ​ມະ​ການ​ນິ​ຕິ​ບັນ​ຍັດ​ປາ​ເລັສ​ຕິນ​ໄດ້​ຜ່ານ​ຮ່າງ​ຍັດ​ຕິ​ດັດ​ແກ້​ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ ປາ​ເລັສ​ຕິນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ປະ​ສານ​ງານ​ກັບ​ອິສ​ຣາ​ແອນ​ເພື່ອ​ປະ​ຕິ​ບັດ​ແຜນ​ການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ

cri Author: q
ຕາມ​ຂ່າວCRI,ວັນ​ທີ18​ມິຖຸນາ,ຄະນະ​ກຳມະການ​ນິຕິ​ບັນຍັດ​ປາ​ເລັສຕິນ​ໄດ້​ຜ່ານ​ຮ່າງ​ຍັດຕິ​ດັດ​ແກ້​ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະບັບ​ໃໝ່.​ໃນ​ມື້​ດຽວ​ກັນ,ປາ​ເລັສຕິນ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ປະສານ​ງານ​ກັບ​ອິສຣາ​ແອນ​ເພື່ອ​ປະຕິບັດ​ແຜນການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ.

ອີງ​ຕາມ​ຮ່າງ​ຍັດຕິ​ດັດ​ແກ້​ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະບັບ​ໃໝ່,ຈຳນວນ​ທີ່​ນັ່ງ​ຂອງ​ຄະນະ​ກຳມະການ​ນິຕິ​ບັນຍັດ​ປາ​ເລັສຕິນຈະ​ເພີ່ມ​ຈາກ88​ທີ່​ນັ່ງ​ໃນ​ປັດຈຸບັນ​ຂຶ້ນ​ຮອດ132​ທີ່​ນັ່ງ,​ໃນ​ນັ້ນ,ທີ່​ນັ່ງ​ເຄິ່ງໜຶ່ງ​​ໃຫ້​​ເຂດ​ເລືອກ​ຕັ້ງ​ທ່ອງ​ຖິ່ນ​​ເລືອກ​ຕັ້ງ​ກຳ​ເນີ​ດຂຶ້ນ,ອີກ​ເຄິ່ງໜຶ່ງ​ໃຫ້​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ບັນດາ​ພັກ​ຝ່າຍ​ຈັດການ​ເລືອກ​ຕັ້ງ​ທົ່ວ​​ໄປ​ແລ້ວ​ກຳ​ເນີ​ດ​ຂຶ້ນ.ຮ່າງ​ຍັດ​ຕິ​ດັດ​ແກ້​ສະບັບ​ນີ້​ຕ້ອງການ​ໃຫ້​ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິ​ນອະນຸມັດ​ແລ້ວຈິ່ງ​ເກີດ​ມີ​ຜົນ​ບັງຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ​ໄດ້.

ໃນ​ວັນ​ທີ18​ມິຖຸນາ,ຢູ່ລາມາ​ລາ​ເມືອງຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ,ພາຍຫຼັງ​ທ່ານ​ອັບ​ບາສ​ໄດ້​ພົບ​ປະ​ທ່ານ​ນາງ​ລາຍສ໌ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ທີ່​ໄປ​ຢ້ຽມຢາມ,ທ່ານ​ອັບ​ບາສກ່າວ​ວ່າ,ປາ​ເລັສຕິນ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າຈະ​ປະສານ​ສົມທົບ​ກັນ​ກັບ​ອິສຣາ​ແອນ​ຢ່າງ​ສຸດ​ຂີດ,​ເພື່ອ​ຮັບປະກັນ​ແຜນການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ​ຂອງ​ຝ່າຍ​ອິສຣາ​ແອນ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ສະ​ດວກ.ທ່ານ​ຍັງ​ກ່າວ​ລື້​ມວ່າ,ປາ​ເລັສຕິນຈະ​ສືບ​ຕໍ່​ເຄົາລົບ​ສັນຍາ​ຢຸດ​ຍິງ​ທີ່​ຕົກລົງ​ກັນ​ກັບ​ອິສຣາ​ແອນ.