ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-19 16:52:14    
ປະທານ​ສະ​ພາ​ດູ​ມາ​ແຫ່ງ​ຊາດ​ຣັດ​ເຊຍ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ຣັດ​ເຊຍ​ຈີນ​ທີ່​ໄດ້​ປະ​ກອບ​ສ່ວນ​​ແລະ​ຜູກ​ມິດ​ຕະ​ພາບ​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ

cri Author: q
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ18​ມິຖຸນາ,​ໃນ​ເວລາ​ທ່ານ​ໂບລິ​ສ ກຼີລົຟ ປະທານ​ສະພາ​ດູມາ​ແຫ່ງ​ຊາດຣັດ​ເຊຍ​ທັດສະນາ​ຈອນຢ້ຽມຢາມ​ນະຄອນ​ຈຸ່ງ​ກິ່ງ​ຂອງ​ຈີນ,ທ່ານ​ໄດ້​ຕີ​ລາຄາ​ສູງ​ຕໍ່ຣັດ​ເຊຍ​ຈີນ​ທີ່​ໄດ້​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​​ແລະ​ຜູດມິດຕະພາບ​ອັນ​ເລິກ​ເຊິ່ງ​ໃນ​ສົງ​ຄາມ​​ໂລກ​ຕ້ານ​ຟັດຊິດ.

ໃນ​ເວລາ​ເຂົ້າ​ຮ່ວມ​ພິທີ​​ເປີດ​ສາກ​ງານ​ວາງສະ​ແດງ​ຮູບ​ພາບ​ລະ​ລຶກ​ສົງ​ຄາມ​ຕ້ານ​ຟັດ​ຊິດ​ໂລກ​ໄດ້​ຮັບ​ໄຊຊະນະ​ຄົບ​ຮອບ60​ປີ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ຈຸ່ງ​ກິ່ງ,ທ່ານ​ກີຼລົຟກ່າວ​ວ່າ,ຣັດ​ເຊຍ​ແລະ​ຈີນ​ໄດ້​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ສົງຄາມ​ຕ້ານ​ຟັດ​ຊິດ,ການ​ຕໍ່ສູ້​ຕ້ານ​ຍີ່​ປຸ່ນ​ຢ່າງ​ໝັ້ນ​ໜຽວ​ທົນ​ທານຂອງ​ປະຊາຊົນ​ຈີນ​ໄດ້​ມີ​ບົດບາດ​ສຳ​ຄົນ​ຕໍ່​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​ໄດ້​ຮັບ​ໄຊ​ຊະ​ນະ.

ທ່ານ​ກຼີລົຟພ້ອມ​ຄະນະ​ແມ່ນ​ເລີ່​ມຢ້ຽມຢາມ​ສັນ​ຖະວະ​ໄມ​ຕີ​ຈີນ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ16​ມິຖຸນາ​ໂດຍຕອບ​ສະໜອງ​ຄຳ​ເຊີນ​ຂອງທ່ານ​ອູ​ປ່າງ​ໂກວ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງຊາດ​ຈີນ.