ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-19 17:46:25    
ກອງ​ທະຫານ​ອາ​ເມ​ລິ​ກາປະຈຳອີຣັກຍິງ​​ຜູ້​ປະກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາຕາຍ 50 ຄົນ

cri
ຕາມ​ຂ່າວCRI: ວັນ​ທີ 18 ມິຖຸນາ,ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກອອກ​ຖະ​ແຫລ​ງການ​ວ່າ,ກອງທະຫານ​ອາ​ເມ​ລິ​ກາ​ແລະ​ກອງ​ທະຫານອີຣັກ​ໄດ້​ຮ່ວມ​ກັນ​ກໍ່​ການ​ເຄື່ອນ​ໄຫວ"ສະ​ເປຍ"​ຢູ່​ແຂວງ​ອາ​ນບາ ພາກ​ຕາ​ເວັນ​ຕົກ​ອີຣັກແຕ່​ຕອນ​ຂ້ອນ​ແຈ້ງ​ວັນ​ທີ 17 ມິຖຸນາ​,​ໄດ້​ຍິງ​​ຜູ້​ປະກອບ​ອາວຸດ​ຕ້ານ​ອາ​ເມລິ​ກາ​ຕາຍປະມານ 50 ຄົນ.

ຖະ​ແຫລ​ງການ​ຂຽນ​ວ່າ,​ໃນ​ການ​ເຄື່ອນ​ໄຫວ​ກວາດ​ລ້າງ​ເທື່ອ​ນີ້,ປັດຈຸບັນ​ຍັງ​ບໍ່​ທັນ​ໄດ້​ຮັບ​ລາຍ​ງານ​ວ່າ​ມີ​ສາມັນ​ຊົນ​ຕາຍ​ແລະ​ບາດ​ເຈັບ.​ແຕ່​​ໂຮງໝໍ​ທ້ອງ​ງຖິ່ນ​ເວົ້າວ່າ,​ໃນ​ຜູ້ຕາຍ​ແລະ​ຜູ້​ບາດ​ເຈັບ​ທີ່​ຖືກ​ສົ່ງ​ໄປ​ໂຮງໝໍ​ນັ້ນມີ​ແມ່ຍິງ ​ເດັກນ້ອຍ​ແລະ​ຜູ້​ເຖົ້າຜູ້​ແກ່.

ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ເຫັນ​ວ່າ,​ເຂດ​ຊາຍ​ແດນ​ອີຣັກຊີ​ເລຍ​ແມ່ນ​ເຂດ​ທີ່​ກອງ​ປະກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາ​ຄຶກຄັກ​ກວ່າ​ໝູ່,​ໃນ​ອາທິດ​ໜຶ່ງ​ມາ​ນີ້,ກອງ​ທະຫານ​ອາ​ເມ​ລິ​ກາ​ໄດ້​ຖືກ​ຫລອນ​ໂຈມ​ຕີ​ຫລາຍ​ຄັ້ງຢູ່​ແຂວງ​ອານ​ບາ,ມີ​ທະຫານ 13 ຄົນ​ເສຍ​ຊີວິດ.