ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-20 11:56:25    
ທ່ານ​ນາງ​ໄລສ໌​ເວົ້າວ່າ​ອິສຣາ​ແອນ​ຄວນ​ປະ​ຕິ​ບັດ​ແຜນ​ການ"​ແຜນ​ທີ່​ເສັ້ນ​ທາງ​"ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ

cri Author: li

ຕາມ​ຂ່າວ CRI​: ວັນ​ທີ 19 ມິຖຸນາ ຢູ່​ອຳ​ມານ ນະຄອນ​ຫຼວງ​ຊອກ​ດາ​ນີ ທ່ານ​ນາງ​ໄລສ໌ ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ,​ເມື່ອ​ອິສຣາ​ແອນ​ຖອນ​ອອກ​ຈາກ​ແຖບ​ກາຊາ​ແລ້ວ,ຄວນ​ໃຊ້​ມາດ​ຕະການ​ຢ່າງ​ຕັ້ງໜ້າ,ປະຕິບັດ​ແຜນການ"​​ແຜນ​ທີ່​ເສັ້ນທາງ"ສັນຕິພາບ​ຕາ​ເວັນ​ອອກ​ກາງ.

ທ່ານ​ນາງ​ໄລ​ສ໌​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ປະສົມ​ທີ່​ຈັດ​ຂຶ້ນ​ພາຍຫຼັງ​ເຈລະຈາ​ກັບ​ທ່ານ​ຄາ​ສຣາວີ ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ຊອກ​ດາ​ນີ​ໃນ​ວັນ​ທີ 19 ມິຖຸນາ​ແລ້ວ. ທ່ານ​ນາງ​ໄລສ໌​ເວົ້າວ່າ,ອິສຣາ​ແອນ​ຖອນ​ອອກ​ຈາກ​ແຖບ​ກາຊາ​ຢ່າງ​ມີ​ລະບຽບ,​ໂດຍ​ສັນຕິ​ແລະ​ປະສານ​ກັນ​ຄວນ​ກາຍ​ເປັນ​ຈຸດ​ເລີ່​ມຂອງ​ການ​ປະຕິບັດ​ແຜນການ"​​ແຜນ​ທີ່​ເສັ້ນທາງ"ສັນຕິພາບ​ຕາ​ເວັນ​ອອກ​ກາງ,​ແລ້ວສ້າງ​ເງື່ອນ​ໄຂ​ເພື່ອ​ສ້າງ​ຕັ້ງປະ​ເທດ​ປາ​ເລັສຕີນ​ທີ່​ເປັນ​​ເອກະລາດ​ໃນ​ທີ່​ສຸດ.