ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-20 19:33:03    
ງານ​ຕະຫຼາດນັດ​ຄຸນ​ມິ​ງ​ແມ່ນ​ແທ່ນ​ແຫ່ງ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​​ຈີນ-ລາວ

cri


ວິທະຍຸ​ສາກົນ​​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ງານ​ຕະຫຼາດນັດ​ຄຸນ​ມິ​ງປີ2005​ທີ່​ຈັດ​ຂຶ້ນ​ຢູ່​ແຂວງ​ຢຸນນານ​ ພາກ​ຕາ​ເວັນ​ຕົກສ​ຽງ​ໃຕ້​ຂອງ​ຈີນ​ໄດ້​ອັດ​ລົງ​ໃນ​ວັນ​ທີ10​ມິຖຸນາ​ນີ້. ​​

ໃນ​ເວລາ​ປິດ​ງານ, ນັກ​ຂ່າວ​ວິທະຍຸພວກ​ເຮົາ​ໄດ້​​ເຂົ້າສຳພາດ​ທ່ານ​ສຽວສະຫວາດ ສະຫວັນ​ສຶກສາ ຮອງ​ລັດຖະມົນຕີ​ກະຊວງ​ການ​ຄ້າ​ລາວ​ທີ່​ມາ​ເຂົ້າ​ຮ່ວມ​ຕະຫຼາດນັດ​ຄຸນ​ມິ​ງຕາມ​ຄຳ​ເຊີນ. ​ໃນ​ລາຍການ​ມື້​ນີ້, ພວກ​ເຮົາ​ຈະ​ແນະນຳ​​ເນື້ອ​ໃນ​ລະອຽດ​ຂອງ​ການ​ສຳພາດ​ເທື່ອ​ນີ້.

​ແຕ່​ປີ1993​ຮອດປະຈຸ​ບັນ, ງານ​ຕະຫຼາດນັດ​ຄຸນ​ມິ​ງ​ໄດ້​ຈັດ​ຂຶ້ນ13​ຄັ້ງ​ຢ່າງ​ສຳ​ເລັດ​ຜົນ. ​ແຂວງ​ຢຸນນານ​ກັບປະ​ເທດ​ອາຊ​ຽນມີ​ມູນ​ເຊື້ອ​ມິດຕະພາບ​ລະ​ຫວ່າງ​ປະຊາຊົນແລະ​ການ​ໄປມາຫາ​ສູ່​ກັນ​ທາງ​ເສ​ດຖະກິດ​ການ​ຄ້າ, ​ຫໍ​ວາງສະ​ແດງ​ຂອງ​ປະ​ເທດອາຊ​ຽນ​ໃນງານ​ຕະຫຼາດ​ນັດ​ຄຸນ​ມິ​ງ​ໃນ​ປີ​ນີ້, ​ເຊັ່ນ​ລາວ, ​ໄທ, ມຽນມາ​ແລະ​ມາ​ເລ​ເຊຍ​ເປັນ​ຕົ້ນລ້ວນ​ແຕ່​ມີ​ຂະໜາດ​ໃຫຍ່​ກວ່າ​ທຸກປີ​ທີ່​ຜ່ານ​ມາ. ທ່ານ​ສຽວສະຫວາດ​​ໄດ້ບັນ​ລະ​ຍາຍ​ງານ​ຕະຫຼາດນັດ​​ເທື່ອ​ວ່າ:

(ປ່ອຍ​ສຽງ1)

​ຕັ້ງ​ແຕ່​ເລີ່​ມຈັດງານ​ຕະຫຼາດນັດ​ເປັນ​ຕົ້ນ​ມາ, ຝ່າຍ​ລາວ​ກໍ​ແມ່ນ​ແຂກ​ປະຈຳທຸກ​ປີ, ລັດຖະບານ​ລາວ​ກໍ​ໄດ້​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​. ຕາມ​ໄດ້​ຊາບ, ວິ​ສາ​ຫະກິດ​ລາວ​ທີ່​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ຄຸນ​ມິ​ງ​ໄດ້​ເອົາ​ງານ​ເອສ​ໂປ​ຈີນ-ອາຊ​ຽນທີ່​ນານ​ນິງ​​ກັບງານ​ຕະຫຼາດນັດ​ຄຸນ​ມິ​ງ​ມາ​ປຽບ​ທຽວ​ກັນ​ແລ້ວເຫັນ​ວ່າ, ການ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ຄຸ​ນມິ​ງມີ​ຄວາມ​ຮູ້ສຶກ​ດີກ​ວ່າ, ​ເພາະວ່າ​​ໃນງານ​ນີ້​ພວກ​ເຂົາ​ເຈົ້າ​ໄດ້​ຮັບ​ໃບ​ຈອງ​ຊື້​ຫຼາຍ​ສະບັບ, ​ເຄື່ອງ​ວາງສະ​ແດງ​ທີ່​ພວກ​ເພິ່ນ​ເອົາ​ມາ​ນັ້ນ​ກໍ​ຂາຍ​​ໝົດ.

​ໃນ​ເວລາ​​ແນະນຳ​ສະພາບ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ຂອງ​ຄະນະ​ລາວ​ໃນ​ປີ​ນີ້, ທ່ານ​ສຽວ​ສະ​ຫວາດ​ກ່າວ​ວ່າ,

(ປ່ອຍ​ສຽງ2)

ຕາມ​ນັກ​ຂ່າວ​ຮູ້​ວ່າ, ປະຈຸ​ບັນ, ຝ່າຍ​ຢຸນນານ​ພວມ​ຂະຫຍາຍ​ສ້າງ​ຫໍ​ວາງສະ​ແດງ​ໃໝ່​ຂອງ​ງານ​ຕະຫຼາດນັດ​ຄຸນ​ມິ​ງ. ພ້ອມ​ກັນ​ນັ້ນ, ຫໍ​ວາງສະ​ແດງ​ອາຊ​ຽນກໍ​ອາດ​ຈະ​ຂະຫຍາຍ​ກວ້າງ​ອອກ. ງານ​ຕະຫຼາດນັດ​ຄຸນ​ມິ​ງ​ໃນ​ຖານ​ເປັນ​ພາກສ່ວນເພີ່ມ​ຕື່ມ​ຂອງ​ການ​ຂະຫຍາຍ​ການພົວພັນ​ເສດຖະກິດ​ການ​ຄ້າ​ແລະ​ດູ​ດດຶງ​ການ​ລົງທຶນ​ຕໍ່​ກັນ​ລະຫວ່າງ​ຈີນ​ລາວ, ຕໍ່​ໄປ​ພາຍ​ໜ້າ, ຝ່າຍ​ລາວ​ກໍ​ມີ​ໂຄງ​ຄວາມ​ຄຶດ​ຂອງ​ຕົນ:

ປ່ອຍ​ສຽງ3

ທ່ານ​ສຽວສະຫວາດ​ຍັງກ່າວ​ວ່າ, ງານ​ຕະຫຼາດນັດ​ຄຸນ​ມິ​ງ​ແມ່ນ​ແທ່ນ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ລາວ. ປະຈຸ​ບັນ, ​ເຂດ​ການ​ຄ້າ​​ເສລີ​ຈີນ​ອາຊຽນ​ໄດ້​ເຂົ້າ​ສູ່​ໄລຍະ​ປະຕິບັດ​ຕົວ​ຈິງ​ແລ້ວ, ງານ​ຕະຫຼາດນັດ​ຄຸນ​ມິ​ງຈະ​​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ການ​ສ້າງສາ​ເຂດ​ການ​ຄ້າ​ເສລີ. ທ່ານ​ເວົ້າວ່າ:
(ປ່ອຍ​ສຽງ4)

ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ທີ່​ຟັງ​ມາ​ນັ້ນ​ແມ່ນ​ບົດ​ສຳ​ພາດ​ທ່ານ​ສຽວສະຫວາດ​ ສະຫວັນ​ສຶກສາ​ ຮອງ​ລັດຖະມົນຕີກະຊວງ​ການ​ຄ້າ​ລາວ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ງານ​ຕະຫຼາດນັດ​ຄຸນ​ມິ​ງ​ແມ່ນ​ແທ່ນ​ແຫ່ງ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ຫວ່າງ​ຈີນລາວ.