ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-20 21:47:28    
ຟິລິບ​ປິນຄອງ​ຄອຍ​ໃຫ້​ສັນ​ຍາ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນນຳ​ເອົາ​ໂອກາດ​ໃຫມ່ມາ​ໃຫ້

cri

ຕາມ​ຂ່າວສານ​ຊິນ​ຮວາ  ​ເນຶ່ອງ​ໃນ​ໂອກາດທີ່​ໄລຍະ​ທຳ​ອິດ​ຂອງ​ສັນຍາການ​ຄ້າ​ເສລີ​ຈີນ​ອາ​ຊຽນຈະ​​ເລີ່​ມດຳ​ເນີນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 1 ກໍລະກົດ  ​ເຈົ້າ​ຫນ້າ​ທີ່​ກະຊວງການ​ຄ້າ​ແລະ​ອຸດສາຫະກຳ​ຟິລິບ​ປິນກ່າວ​ວ່າ ຄອງ​ຄອຍ​ໃຫ້​ສັນຍາ​​ສ້າງໂອກາດ​ໃຫມ່​ໃຫ້​​ແກ່ການ​ຂະຫຍາຍ​ການ​ພົວພັນ​ເສດຖະກິດ​ການ​ຄ້າ​ລະ​ຫວ່າງ​ຟິລິບ​ປິນກັບ​ຈີນ  ກໍ​ກຽມ​ຕ້ອນຮັບ​ການ​ທ້າ​ທາຍ​ໃຫມ່​ພາຍ​ໃນ​ຂອບ​ການຮ່ວມ​ມື​ເສດຖະກິດ​ແບບ​ໃຫມ່​ລະຫວ່າງ​ຈີນ​ກັບ​ອາ​ຊຽນ


 ໃນ​ເວລາ​ທ່ານ​ຄາ​ບີ​ທິງ ຫົວຫນ້າກົມ​ການ​ພົວພັນ​ການ​ຄ້າ​ສາກົນ​ຂອງ​ກະຊວງ​ການ​ຄ້າ​ແລະອຸດສາຫະກຳ​ຟີ​ລິບ​ປິນ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຂ່າວສານ​ຊິນ​ຮວາ​ນັ້ນ  ທ່ານ​ຊີ້​ອອກ​ວ່າ ​ໃນ 3 ປີ​ມາ​ນີ້  ​ໃນ​ຖານ​ເປັນ​ຄູ່​ຂາ​ການ​ຄ້າ​ຂອງ​ຟິລິບ​ປິນ  ຖານະ​ຂອງ​ຈີນ​ໄດ້​ຈາກ​​ທີ 12 ສູງ​ເລື່ອນຂຶ້ນ​ຮອດ​ທີ 4   ຍອດ​ມູນ​ຄ່າ​ການ​ຄ້າ​ຂອງ​ສອງ​ປະ​ເທດ​ໄດ້​ລື່ນ​ກາຍ 13 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ​ກາຍ  ການ​ເຕີບ​ໂຕ​ໄວ​ຈົນ​ໃຜ​ກໍ​ໃຫ້​ນຶກ​ໄດ້ຝັນ​  ການ​ປະຕິບັດ​ສັນຍາ​ການ​ຄ້າ​ເສລີ​ຈະ​ຊຸກຍູ້​​ໃຫ້ທ່ວງທ່າອັນ​ແຂງ​ແຮງ​ດັ່ງກ່າວ​ຂະຫຍາຍຕົວ​ອອກ


ເດືອນ​ພະຈິກ​ປີ 2004  ຜູ່​ນຳ​ປະ​ເທດ​ສະມາຊິກ​ອາ​ຊຽນ​ກັບ​ຈີນ​ໄດ້​ເຊັນ​ສັນຍາ​ການ​ຄ້າ​ເສລີ​ໃນ​​ໄລ​ຍະ​ໄຂ​ກອງ​ປະຊຸມ​ສຸດ​ຍອດ​ທີ່ວຽງ​ຈັນ ນະຄອນຫຼວງ​ລາວ  ຕົກລົງ​ວ່າຜ່ານ​ສາມ​ບາດກ້າວ​ຄື​ການ​ຄ້າ​ສິນຄ້າ  ການ​ຄ້າ​ບໍລິການ​ແລະ​ການ​ລົງທຶນ​ຂ້າມ​ຊາດ​ຊຸກຍູ້​ການ​ຮ່ວມ​ມື​​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ເທື່ອ​ລະ​ກ້າວ  ​ແຕ່​ວັນ​ທີ 1 ກໍລະກົດ​ປີ​ນີ້ເປັນ​ຕົ້ນ​​ໄປ  ສອງ​ຝ່າຍ​ໄດ້​ຂັດ​ກັນ​ວ່າ ພາສີສິນ ຄ້າຂາ​ເຂົ້າ​ສ່ວນ​ຫນຶ່ງ​ທີ່​ສອງຝ່າຍ​ໄດ້​ຕົກລົງ​ກັນ​ຈະ​ຫຼຸດ​ລົງ​ຄູ່ປີ​ພາຍ​ໃນ​ເວລາ​ກຳນົດ  ຈົນ​ຮອດການຍົກ​ເລີກ​ໃນ​ທີ່​ສຸດ


ທ່ານ​ຄາ​ບີ​ທິງ​ເຫັນ​ວ່າ ​​ ເວົ້າ​ສຳລັບ​ໄລຍະ​ການ​ຄ້າ​ສິນຄ້າ​​​ວ່າ  ພາຍ​ໃຕ້​ສັນຍາ​ການ​ຄ້າ​ເສລີ  ສິນຄ້າ​ຈີນ​ທີ່​ມີ​ປະ​ເພດ​ແລະ​ຈຳນວນ​ຫຼາຍ​ກວ່າ​ເກົ່າ​ຈະ​ເຂົ້າ​ສູ່​ຕະຫຼາດ​ຟິລິບປິນ  ພ້ອມ​ກັນ​ນັ້ນ  ການ​ສົ່ງ​ຜະລິດ​ຕະພັນ​ເອ​ເລັກ​ໂຕຼນິກ ​ເສື້ອ​ຜ້າອາພອນ ຫມາກ​ໄມ້​ແລະ​ວັດຖຸ​ດິບ​ຂອງ​ຟິລິບ​ປິນ​​ຂາຍ​ໃຫ້​ຕ່າງປະ​ເທດ​ກໍ​ຈະ​​ໄດ້​ຮັບຜົນ​ປະ​​ໂຫຍ​ດຈາກ​ສັນຍາ​ການ​ຄ້າ​​ເສລີ   ບໍລິ​ມາດ​ການ​ຄ້າ​ຂອງ​ສອງ​ປະ​ເທດ​ຈະ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ  ຍ້ອນ​ຕະຫຼາດ​ບໍລິ​ໂພ​ກອຸປະ​ໂພ​ກຂອງ​ຈີນ​​ກວ້າງໃຫຍ່​ໄພສານ​  ຈຳນວນການ​ຄ້າຂາ​ອອກຂອງຟິລິບ​ປິນຕໍ່​ຈີນຍັງ​ຈະ​ຮັກສາ​ຂາ​ອອກ​ຫຼາຍ​ກວ່າ​ຂາ​ເຂົ້າ​ຕໍ່​ໄປ ​ແຕ່​ຄວາມແຕກ​ຕ່າງ​ກັນຈະ​ຫຼຸດ​ຫນ້ອຍ​ລົງ​ໃນ​ລະດັບ​ໃດ​ຫນຶ່ງ  ນອກ​ນີ້  ຟິລິບ​ປິນຫວັງ​ວ່າ ​ພາຍໃຕ້​ຂອບ​ຂອງສັນຍາ​ການ​ຄ້າ​ເສລີ  ຂົງ​ເຂດ​ການ​ຄ້າ​ບໍລິການ​ແລະ​ການ​ລົງທຶນ​ຂ້າມ​ຊາດ​ກໍ​ສາມາດ​ສ້າງ​ການ​ພົວພົນ​ຮ່ວມ​ມື​ກັນ​ຢ່າງ​ແຫນ້ນ​​ແຟ້ນກວ່າ​ເກົ່າ​ກັບ​ຈີບ


ທ່ານ​ຄາ​ບີ​ທິງ​ກ່າວ​ວ່າ ສັນຍາ​ຍັງ​ຈະ​ມີ​ຜົນ​ດີ​ຕໍ່​ການສັບ​ຊ້ອນອຸດສາຫະກຳ​ຂອງຟິລິບ​ປິນຄືນ​​ໃຫມ່ແລະ​ເພີ່ມ​ກຳລັງ​ແກ່ງ​ແຍ່ງ​​ໃນຕະຫຼາດ​  ປັດຈຸບັນ  ນັກທຸລະກິດຜະລິດ​ແລະ​ພໍ່ຄ້າ​ສົ່ງ​ອອກ​ຂອງ​ຟິລິບປິນ​ໄດ້​ເລີ່​ມຮູ້​ຈັກຄວາມ​ຕ້ອງການ​ຂອງ​ລູກ​ຄ້າ​ໃນ​ຕະຫຼາດ​ຈີນ  ດູດ​ດຶງ​ການ​ລົງທຶນ​ສັບຊ້ອນ​ຂະຫນາດການ​ຜະລິດ  ກຽມ​ຕ້ອນຮັບ​ການ​ແກ່ງ​ແຍ່ງ​ໃນ​ຕະຫຼາດ​ທີ່ຂະຫຍາຍ​ໄປ​ໃນ​ແງ່​ດີ​ດັ່ງກ່າວ


ໃນ​ຖານ​ເປັນປະ​ເທດຫນຶ່ງ​ທີ່​​​ເລີ່​ມສ້າງ​ອາ​ຊຽນ  ຟິລິບ​ປິນ​ໄດ້ຕັ້ງຫນ້າ​ເຂົ້າ​ຮ່ວມ ​ແລະ​ຊຸກຍູ້​​ໃຫ້ພາກ​ພື້ນ​ອາ​ຊຽນຮ່ວມ​ມື​ກັນ ພ້ອມ​ກັນຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ເຊື່ອມ​ໂຍງເສດຖະກິດ​ເຂົ້າກັນຢ່າງ​ສະ​ເຫມີ​ຕົ້ນ​ສະຫມີ​ປາຍ  ປີ​ກາຍນີ້  ກ່ອນ​ທ່ານ​ນາງ​ອາ​ໂລ​ໂຢ  ປະທານາທິບໍດີ​ຟິລິບ​ປິນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຈີນ​ທີ່​ວຽງ​ຈັນ  ທ່ານ​ນາງ​ເຄີຍ​ກ່າວ​ວ່າ ​ເປົ້າ​ຫມາຍ​ຂອງ​ອາ​ຊຽນ​ແມ່ນ​​ຂະຫຍາຍ​ໃຫ້​ເປັນ​ອົງ​ປະກອບ​ຮ່ວມ​​ທີ່ສິນຄ້າ ການ​ບໍລິການ ການ​ລົງທຶນ​ພ້ອມ​ທັງ​ກຳມະກອນ​ເຕັກນິກ​ແລະ​​ທຶນ​ຈໍລະ​ຈອນ​ຢ່າງ​ເສລີ