ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-21 16:29:09    
ຈີນ​ປະຕິບັດ​ວິ​ທີ​​ປົກ​ປ້ອງ​ສິດ​ປະ​ພັນ​ອິນ​ເຕີ​ເນັດ​ດ້ານ​ບໍລິ​ຫານ​ເພື່ອ​ຊຸກ​ຍູ້​ວຽກ​ງານ​ປົກ​ປ້ອງ​ສິດ​ປະ​ພັນ(ສຽງ)

cri Author: mo


ໃນ​ຫລາຍ​ປີ​ມາ​ນີ້, ຄຽງ​ຄູ່​ກັບ​ຂະ​ແໜງ​ການ​ຕາໜ່າງຂໍ້​ມູນ​ຂ່າວສານ​ຂອງ​ໂລກ​ພັດທະນາ​ຢ່າງ​ຟົດຟື້ນຄຶກຄື້ນ, ອິນ​ເຕີ​ເນັດ​ໄດ້​ກາຍ​ເປັນ​ຊ່ອງ​ທາງ​ສຳຄັນຊະນິດ​ໜຶ່ງ​ໃນ​ການເຜີຍ​ແຜ່​ບົດ​ປະພັນ​, ​ແຕ່​ໃນຂະນະ​ດຽວ​ກັນ, ການ​ເຄື່ອນ​ໄຫວ​ລ່ວງ​ລະ​ເມີດ​ສິດ​ແລະ​ລັກລອກ​ແບບ​ຢູ່​ເທິງ​ອິນ​ເຕີ​ເນັດ​ກໍ​​ໄດ້​ປະກົດ​ອອກມາ​ຢ່າງ​ຫລວງຫລາຍ, ບັນຫາ​ປົກ​ປ້ອງ​ສິດ​ປະພັນ​ເທິງ​ອິນ​ເຕີ​ເນັດ, ໄດ້ກາຍ​ເປັນ​ຈຸດສຸມ​ທີ່​ບັນດາ​ປະ​ເທດ​ໃນ​ໂລກ​ເອົາ​ໃຈ​ໃສ່​ນຳ.

ປັດຈຸບັນ, ຈີນ​ຍັງ​ບໍ່​ທັນ​ປະກາດ​ກົດໝາຍ​ກົດ​ບັນຍັດ​ທີ່​ສົມ​ຄູ່​ກັບ​ສິດ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ເທິງ​ອິນ​ເຕີ​ເນັດ​ນັ້ນຢ່າງ​ເປັນ​ທາງ​ການ, ​ເພື່ອ​ປົກ​ປ້ອງ​ສິດ​ອັນ​ຊອບ​ກົດໝາຍ​ຂອງ​ນັກ​ປະພັນ​ຢ່າງ​ບັງ​ເກີດ​ຜົນ, ​ໂຈ​ມຕີ​ການ​ລ່ວງ​ລະ​ເມີດ​ສິດ​ແລະ​ລັກລອກແບບ​ປະ​ເພດ​ຕ່າງໆ​ຢູ່​ເທິງ​ອິນ​ເຕີ​ເນັດ, ວິທີ​ການ​ປົກ​ປ້ອງ​ສິດ​ປະພັນ​ເທິງ​ອິນ​ເຕີ​ເນັດ​ດ້ານ​ບໍລິຫານທີ່ກົ​ມ​ລິ​ຂະ​ສິດ​ແຫ່ງ​ຊາດ​ຈີນ​ແລະ​ກະຊວງ​ອຸດສາຫະກຳ​ຂໍ້​ມູນ​ຂ່າວສານ​ຈີນຮ່ວມ​ກັນ​ລົງ​ນາມ​ນັ້ນ​ໄດ້​ປະຕິບັດ​ໃນ​ວັນ​ທີ 30 ພຶດສະພາ​ຢ່າງ​ເປັນ​ທາງ​ການ, ອັນ​ໄດ້​ຕາບ​ຈູ​ນບ່ອນ​ເປົ່າ​ຫວ່າງ​ຂອງ​ຈີນ​ໃນ​ດ້ານ​ປົກ​ປ້ອງ​ສິດ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ເທິງ​​ເນັດ​ທາງ​ບໍລິຫານ. ທ່ານ​ນາງ​ຈ້າວ​ຊິ້ວຫຼິງ ​ເຈົ້າໜ້າ​ທີ່ພະ​ແນ​ກ​ລິ​ຂະສິດ​ຂອງ​ກົມ​ລິ​ຂະ​ສິດ​ແຫ່ງ​ຊາດ​ຈີນ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ:

ພວກ​ຂ້າພະ​ເຈົ້າ​​ໄດ້​ທົດ​ລອງ​ການ​ກະທຳ​ແນວ​ໜຶ່ງ, ດ້ານ​ໜຶ່ງ​ແມ່ນ​ໂຈມ​ຕີ​ຜູ້​ສະໜອງ​​ເນື້ອ​ໃນບົດ​ປະພັນ​ທີ່​​ລ່ວງລະ​ເມີດ​ສິດ, ພ້ອມ​ກັນນັ້ນ, ຕໍ່ຜູ້​ທຸ​ລະ​ກິດ​ອິນ​ເຕີ​ເນັດ​ທີ່​ໃຫ້​ຄວາມ​ຊ່ອຍ​ເຫຼືອ​ແກ່​ການ​ເຜີຍ​ແຜ່​ເນື້ອ​ໃນ​ດັ່ງກ່າວຢູ່​ອິນ​ເຕີ​ເນັດ​ຢ່າງ​ບັງ​​ເກີດ​ຜົນນັ້ນ, ກໍ​ໄດ້​ກຳນົດ​ໜ້າ​ທີ່​ຮັບຜິດຊອບ​ແລະພັນທະອັນ​ແນ່ນ​ອນ​ຕໍ່​ພວກ​ເຂົາ​ເຈົ້າ. ປັບປຸງ​ລະບຽບ​ຕາໜ່າງ​ເປັນ​ແບບ​ສະບັບ​ຈາກ​ດ້ານ​ຮັກສາ​ສິດ​ລວມທາງສັງຄົມ​ແລະ​ຮັກສາ​ລະບຽບການ​ສາ​ທາ​ລະນະ​ສັງຄົມ.

ຕາມ​ສະ​ເໜີ​ວ່າ, ຍ້ອນຜູ້​​ສະໜອງການ​ບໍລິການ​ຂໍ້​ມູນ​ຂ່າວສານ​ດ້ານອິນ​ເຕີ​ເນັດ​ຍາກ​ທີ່​ຈະເຮັດຕາມ​ພັນທະ​ສຳ​ຫລວດ​ກວດກາ​ເນື້ອ​​ໃນ​ທີ່​ສະ​ເໜີ​ໂດຍ​ຜູ້​ສະ​ໜອງ​ເນື້ອ​​ໃນ​ອິນ​ເຕີ​ເນັດ​ຢ່າງຮອບດ້ານ, ສະນັ້ນ, ວິທີ​ການ​ດັ່ງກ່າວ​ໄດ້​ກຳນົດ​ວ່າ, ຖ້າ​ອິນ​ເຕີ​ເນັດ​ມີ​ເນື້ອ​ໃນ​ລ່ວງ​ລະ​ເມີດ​ສິດ​ແລະ​ລັກ​ລອກ​ແບບ, ຜູ້​​ສະໜອງ​ການ​ບໍລິການ​ຂໍ້​ມູນ​ຂ່າວສານ​ບໍ່​ຮູ້ຈັກ​, ແລະກໍ​ບໍ່​ຫາບແບກໜ້າ​ທີ່​ຮັບຜິດຊອບ, ມີແຕ່​ພາຍ​ໃຕ້​ກໍລະນີ​ທີ່​ໄດ້​ຮັບ​​ການ​ແຈ້ງ​ການຈາກນັກ​ປະພັນ​, ​ແຕ່​​ບໍ່​ໄດ້ໃຊ້​ມາດ​ຕະການ​ທີ່​ສົມ​ຄູ່​ກັນ, ທັງ​ມີ​ຜົນ​ຮ້າຍ​ຕໍ່​ສາທາລະນະ​ປະ​ໂຫຍ​ດນັ້ນ, ຈຶ່ງ​ຫາບ​ແບກ​ໜ້າ​ທີ່​ກົດໝາຍ​ດ້ານ​ບໍລິຫານ.

ອາດເວົ້າໄດ້ວ່າ, ຂໍ້​ກຳນົດ​ດັ່ງກ່າວໄດ້​ສະໜອງ"​ເມືອງທ່າປອດ​ໄພ"​ໃຫ້ແກ່​ຜູ້​ສະໜອງ​ການ​ບໍລິການ​ຂໍ້​ມູນ​ຂ່າວສານດ້ານ​ອິນ​ເຕີ​ເນັດ. ທ່ານ​ລົງ​ຈິນ​ເຄີ ຫົວໜ້າ​ຫ້ອງການ​ສັງຄົມຂອງ​ສູນ​ຖະ​ແຫລ​ງຂ່າວເວບໄຊqianlongປັກ​ກິ່ງ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ:

ພາຍຫລັງ​ວາງ​ວິທີ​ການ​ດັ່ງກ່າວ​ນີ້​ແລ້ວ, ສິ່ງ​ທີ່​ມີ​ຜົນ​ດີ​ຫລາຍ​ທີ່​ສຸດ​ສຳລັບ​ຜູ້​ທຸລະ​ກິດ​ການ​
ບໍລິການ​ຂໍ້​ມູນ​ຂ່າວສານ​ດ້ານ​ອິນ​ເຕີ​ເນັດ​ພວກ​ຂ້າພະ​ເຈົ້າກໍ​ແມ່ນ​: ສາມາດ​ປ່ຽນ​ແປງ​ສະພາບ​ທີ່​ພວກ​ເຮົາ​ຕົກ​ຢູ່​ໃນ​ທ່າ​ຮັບການ​ວິວາດ​ກັນ​ດ້ານ​ລິ​ຂະ​ສິດ​ເຊິ່ງປະກົດ​ອອກມາ​ເລື້ອຍໆໃນເມື່ອກ່ອນ. ​ເວົ້າ​ໃນ​ດ້ານນອກ​ຕົວ​ແລ້ວ, ນີ້​ແມ່ນ​ມີ​ຜົນດີ​ຂ້ອນ​ຂ້າງຫລາຍຕໍ່​ການ​ພັດທະນາ​ອິນ​ເຕີ​ເນັດ.

ຍ້ອນການເຜີຍ​ແຜ່​ຢູ່​ເທິງອິນ​ເຕີ​ເນັດ​​ແມ່ນ​ວ່ອງ​ໄວ​ແລະ​ສະດວກ, ​ແຕ່​ກ່ອນ, ພາຍຫລັງ​ຜູ້​ມີ​ສິດປະພັນ​ປະກົດ​ເຫັນ​ຕົນ​ເອງ​ຖືກ​ລ່ວງ​ລະ​ເມີດ​ສິດ​​ແລ້ວ, ຍາກ​ທີ່​ຈະ​ຊອກ​ຫາ​ຜູ້​ລະ​ເມີດ​ສິດ​ໄດ້, ​​ຍິ່ງ​ຍາກທີ່ຈະລົບ​ລ້າງ​ຜົນ​ສະທ້ອນ​ຍ້ອນ​ການ​ລ່ວງ​ລະ​ເມີດ​ສິດ. ປັດຈຸບັນ, ອິງ​ຕາ​ມວິທີ​ການ​ດັ່ງກ່າວ, ຜູ້​ມີ​ສິດປະພັນ​ຖ້າ​ປະກົດ​ເຫັນ​ວ່າ, ​ເນື້ອ​ໃນ​ທີ່​ເຜີຍ​ແຜ່​ຢູ່​ເທິງ​ອິນ​ເຕີ​ເນັດ​ໄດ້​ລ່ວງ​ລະ​ເມີດ​ສິດປະພັນ​ຂອງ​ເຂົາ, ພາຍຫລັງ​ໄດ້ແຈ້ງ​ໃຫ້​ຜູ້​ສະໜອງ​ການ​ບໍລິການ​ຂໍ້​ມູນ​ຂ່າວສານດ້ານ​ອິນ​ເຕີ​ເນັດ​ຊາບ​ແລ້ວ, ຜູ້​ສະໜອງ​ການບໍລິການຂໍ້​ມູນ​ຂ່າວສານ​ດ້ານ​ອິນ​ເຕີ​ເນັດ​ຄວນ​ໃຊ້​ມາດ​ຕະການ​ໃນ​ທັນທີ​ລົບ​ລ້າງ​ເນື້ອ​ໃນ​ທີ່​ກ່ຽວຂ້ອງ, ອັນ​ໄດ້​ສະກັດ​ກັ້ນການ​ເຄື່ອນ​ໄຫວ​ລ່ວງ​ລະ​ເມີດ​ສິດ​ຢ່າງ​ບັງ​ເກີດ​ຜົນ.
ຕໍ່​ເລື່ອງ​ນີ້, ທ່ານ​ວາງ​ຢົງ ທີ່​ປຶກສາ​ຊັ້ນສູງ​ຈີນ​ຂອງ​ສະມາຄົມ​ຮູບ​ເງົາ​ອາ​ເມ​ລິ​ກາ​ກ່າວ​ວ່າ:

ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ປະກາດ​ວິທີ​ການ​ດັ່ງກ່າວ, ​ແມ່ນ​ເລື່ອງ​ໜ້າ​ຊົມ​ເຊີຍ​ສຳລັບ​ຜູ້​ມີ​ສິດ​ໝົດ​ທຸກ​ຄົນ​ປົກ​ປ້ອງ​ສິດ​ປະພັນຂອງ​ຕົນ​ຢູ່​ເທິງ​ອິນ​ເຕີ​ເນັດ.

ແຕ່​ສຳລັບ​ຜູ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ລັກ​ລອກ​ແບບ​ໂດຍ​ຈຳ​ເພາະ​ເຫຼົ່ານັ້ນ​ແລ້ວ, ການ​ປະຕິບັດ​ວິທີ​ການ​ດັ່ງກ່າວ​​ເໝືອນ​ດັ່ງ​ບີບຄໍພວກເຂົາເຈົ້າ. ຕົວຢ່າງ​ຄື: ຫວ່າງມໍ່ໆນີ້, ສະມາຄົມ​ຂະ​ແໜງ​ການ​ແຜ່ນສຽງ​ສາກົນ​ກ່າວ​ຟ້ອງ​ຕໍ່ກົມ​ລິ​ຂະ​ສິດ​ແຫ່ງ​ຊາດ​ຈີນ​ວ່າ, ​ໃນ​ສອງ​ປີ​ມາ​ນີ້, ມີ​ເວບ​ໄຊ​ແຫ່ງ​ໜຶ່ງ​ສະໜອງ​ການ​ບໍລິການ​ໃຫ້​ຜູ້​ໃຊ້​ອິນ​ເຕີ​ເນັດດາ​ວ​ເພງ​ຈີນ​ທີ່​ຖືກ​ປົກ​ປ້ອງ​​ລິຂະສິດຢ່າງ​ຂະໜາດ​ໃຫຍ່, ທັງ​ປ່ຽນ​ທີ່​ຢູ່IP​ເລື້ອຍໆ, ​ເພື່ອຫຼົບຫຼີກການ​ສືບສວນ. ອິງ​ຕາມ​ວິທີ​ການ​ໃໝ່, ຕາບ​ໃດ​ ຂະ​ແໜງ​ການ​ຄຸ້ມ​ຄອງ​ສິດປະພັນຮັບ​ຮູ້​ຕາມ​ກົດໝາຍ​ວ່າ​ແມ່ນ​ເວ​ບ​ໄຊ​ທີ່​ລັກ​ລອກ​ແບບ, ຂະ​ແໜງ​ການ​ຄຸ້ມ​ຄອງ​ຂໍ້​ມູນ​ຂ່າວສານ​ຂອງ​​ລັດຖະບານຫລື​ອົງການ​ຄຸ້ມ​ຄອງ​ໂທລະ​ຄົມ​ທ້ອງ​ຖິ່ນ​ຈະ​ຊຳ​ລະ​ຕາມ​ກົດໝາຍ​ທີ່​ກ່ຽວຂ້ອງ​ຫລື​ກົດບັນຍັດ​ການ​ບໍລິຫານ.

ຕາມ​ຊາບ​ວ່າ, ປັດຈຸບັນ, ຫ້ອງການ​ລະບອບ​ກົດໝາຍ​ຂອງ​ຄະນະ​ລັດຖະບານ​ຈີນ​ໄດ້​ຈັດເອົາການ​ປົກ​ປ້ອງ​ສິດ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ເທິງ​ເນັດ​ເຂົ້າ​ໃນ​ແຜນການ​ນິຕິບັນຍັດ​ປີ 2005, ການ​ນິຕິບັນຍັດ​ດັ່ງກ່າວ​ຈະ​ພິຈາລະນາ​ການ​ປົກ​ປ້ອງ​ສິດ​ປະພັນ​​ເທິງ​ອິນ​ເຕີ​ເນັດ​ຢ່າງຮອບດ້ານ.