ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-21 17:45:19    
ນາຍົກ​ຫວຽດ​ນາມ​ເລີ່ມ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ​(ສຽງ)

cri Author: li
ຕາມ​ຂ່າວ CRI: ວັນ​ທີ 20 ມິຖຸນາ ທ່ານ​ຟານ​ວັນ​ຄາຍ ນາຍົກ​ລັດຖະ​ມົນຕີ​ຫວຽດນາມ​​ໄດ້ເລີ່ມ​ຢ້ຽມຢາມ​ອາ​ເມ​ລິ​ກາ​ເປັນ​ເວລາ​ອາທິດ​ໜຶ່ງ. ນີ້​ແມ່ນ​ຜູ້ນຳ​ລັດຖະບານ​ຫວຽດນາມ​ຢ້ຽມຢາມ​ອາ​ເມ​ລິ​ກາ​ຄັ້ງທຳ​ອິດ​ແຕ່​ສົງຄາມ​ຫວຽດນາມ​ສິ້ນສຸດ​ລົງ 30 ປີ​ມາ​ນີ້ ​ແລະ​ສາຍ​ສຳພັນ​ການ​ທູດ​ຫວຽດນາມ​ອາ​ເມ​ລິ​ກາ​ຫັນ​ເປັນ​ປົກກະຕິ​ເປັນ​ເວລາ 10 ປີ​ມາ​ນີ້.

ກ່ອນ​ຢ້ຽມຢາມ​ອາ​ເມ​ລິ​ກາ ທ່ານ​ຟານ​ວັນ​ຄາຍ​ກ່າວ​ວ່າ,ຈຸດປະສົງ​ຂອງ​ທ່ານ​ໃນ​ການ​ຢ້ຽມຢາມ​ເທື່ອ​ນີ້​ແມ່ນ​ເພື່ອ​ຊຸກ​ຍູ້​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຫວຽດນາມ​ກັບ​ອາ​ເມ​ລິ​ກາ. ​ໃນ​ນັ້ນ ລວມທັງ​ການສະ​ແຫວງ​ໃຫ້​ອາ​ເມ​ລິ​ກາ​ສະໜັບ​ສະໜູນ​ຫວຽດນາມ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການຄ້າ​ໂລກ,​ແລ້ວ​ຊຸກ​ຍູ້​ຕື່ມ​ອີກ​ໃຫ້​ເສດຖະກິດ​ຂອງ​ຫວຽດນາມ​ພັດທະນາ​ຢ່າງ​ສືບ​ເນື່ອງ.

​ແຕ່​ຫວຽດນາມ​ກັບ​ອາ​ເມ​ລິ​ກາ​ສ້າງສາ​ຍສຳພັນ​ການ​ທູດ​ເມື່ອ​ວັນ​ທີ 12 ກໍລະກົດ​ປີ 1995 ​ເປັນຕົ້ນມາ,ມູນ​ຄ່າ​ການ​ຄ້າ​​ສອງ​ຝ່າຍ​ໄດ້​​ເພີ່ມ​ຈາກ 451 ລ້ານ​ໂດ​ລາ​ສະຫະລັດ​​ໃນ​ປາງ​ນັ້ນ​ຂຶ້ນ​ຢ່າງ​ໄວ​ວາຮອດ 6 ຕື້ 400 ລ້ານ​ໂດ​ລາ​ສະຫະລັດ​ໃນ​ປີ 2004. ​ແຕ່​ສອງ​ປະ​ເທດ​ເຊັນ​ສັນຍາ​ການ​ຄ້າ​ສອງ​ຝ່າຍ​ໃນ​ປີ 2001 ​ເປັນຕົ້ນ​ມາ,ການ​ຄ້າ​ລະວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ຂະຫຍາຍ​ຕົວອອກ,ຮອດ​ຊູ່​ມື້​ນີ້,ອາ​ເມ​ລິ​ກາ​ໄດ້​ກາຍ​ເປັນ​ຄູ່​ຂາ​ການ​ຄ້າ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ຫວຽດນາມ. ​ແຕ່​ປີ 2001 ຮອດ​ປັດຈຸບັນ,ອາ​ເມ​ລິ​ກາ​ໄດ້​ລົງທຶນ​ຢູ່​ຫວຽດນາມ​​ເພີ່ມ​ຂຶ້ນ 26% ສະ​ເລ່ຍຕໍ່​ປີ. ​ເທື່ອ​ນີ້​ຜູ້​ຕິດຕາມ​ທ່ານ​ຟານ​ວັນ​ຄາຍ​ໄປ​ຢ້ຽມຢາມ​ອາ​ເມ​ລິ​ກາ​ນັ້ນ​ລວມ​ມີ 200 ຄົນ,​ໃນ​ນັ້ນ ສ່ວນ​ຫຼາຍ​ແມ່ນ​ບຸກຄົນ​ວົງ​ການ​ອຸດສາ​ຫະກຳ​ການ​ຄ້າ. ການ​ປະກອບ​ຄະນະ​ຢ້ຽມຢາມ​ກໍ​ໄດ້​ພິສູດ​ໃຫ້​ເຫັນ​ພາກສ່ວນ​ປະກອບ​ດ້ວຍ​ເສດຖະກິດ​ຂອງ​ການ​ຢ້ຽມຢາມ​ເທື່ອ​ນີ້.

​ໃນ​ການ​ຢ້ຽມຢາມ​ເທື່ອ​ນີ້ ທ່ານ​ຟານ​ວັນ​ຄາຍ​ຈະ​ຢ້ຽມຢາມ 4 ຕົວ​ເມືອງ​ຄື​ຊີ​ແອັດໂທວ,ວໍ​ຊິງ​ຕັນ,​ແລະ​ບົສຕັນ. ວັນ​ທີ 20 ມິຖຸນາ ຢູ່​ຊີ​ແອັດໂທວ ທ່ານ​ຟານ​ວັນ​ຄາຍ​ໄດ້​ເຂົ້າຮ່ວມ​ພິທີ​ລົງ​ນາມ​ທີ່​ຫວຽດນາມ​ຊື້​ຍົນ​ໂບອິງ 787 4 ລຳ,ຂໍ້​ຜູກ​ພັນ​ດັ່ງກ່າວ​ມີ​ມູນ​ຄ່າ 500 ລ້ານ​ໂດ​ລາ​ສະຫະລັດ. ​ໃນ​ມື້ນັ້ນ,ທ່ານ​ຟານ​ວັນ​ຄາຍ​ກັບ​ທ່ານ​ບິວ​ເກສ ຜູ້​ອຳນວຍ​ການ​​ໃຫຍ່​ບໍລິສັດ​ໄມ​ໂຄຼຊອຟ ບໍລິສັດ​ຊອຟ​ແວ​ໃຫຍ່​ປະກາດ​ວ່າ​ສອງ​ຝ່າຍ​ໄດ້​ເຊັນ​ບົດ​ບັນທຶກ​ຊ່ອຍ​ຈຳສອງ​ສະບັບ,ອີງ​ຕາມ​ບົດ​ບັນທຶກ​ທີ່​ກ່ຽວຂ້ອງ,ບໍລິສັດ​ໄມ​ໂຄຼຊອຟ​ຈະ​ອົບຮົມ​ຊ່າງ​ໃຫ້​ບໍລິສັດ​ເຕັກນິກ​ຂໍ້​ມູນ​ຂ່າວສານ​ຂອງ​ຫວຽດນາມ,​ແລະຍັງ​ຈະ​ສະໜອງ​ຄອມ​ພິວ​ເຕີ​ແລະ​ຊອຟ​ແວ​ທີ່​ຕ້ອງການ​ໃນ​ການ​ອົບຮົມ​ຄູ​ຫວຽດນາມ 5 ໝື່ນ​ຄົນ. ຕາມ​ຊາບ​ວ່າ,ທ່ານ​ຟານ​ວັນ​ຄາຍ​ຍັງ​ຈະ​​ໄປ​ຢ້ຽມຢາມ​ຕະຫຼາດ​ຫຼັກຊັບ​ນິວຢອກ,​ແລະ​ພົບ​ປະ​ອະທິ​ການ​ບໍດີ​ຂອງ​ມະຫາ​ວິທະຍາ​ໄລ​ຮາ​ເວີ​ດ​ແລະ​ວິທະຍາ​ຄານ​ວິທະຍາ​ສາດ​ການ​ຊ່າງ​ແມັດ​ເຊັດ​ຊູ​ເຊັດ.

ນອກຈາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ຫວຽດນາມ​ອາ​ເມ​ລິ​ກາ​ແລ້ວ,​ໃນການ​ຢ້ຽມຢາມ​ອາ​ເມ​ລິ​ກາ​​ເທື່ອ​ນີ້,​ທ່ານ​ຟານ​ວັນ​ຄາຍ​ຍັງ​ຈະ​ອອກ​ແຮງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຝ່າຍ​ອາ​ເມ​ລິ​ກາ​ໃນ​ດ້ານ​ການ​ທະຫານ​ແລະ​ຂ່າວ​ກອງ​ເປັນຕົ້ນ,​ເພື່ອ​ຍົກ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ສູງ​ຂຶ້ນ​ຮອບດ້ານ. ທ່ານ​ຍັງ​ຈະ​ພົບ​ປະ​ທ່ານ​ປະທານາ​ທິບໍດີ​ບຸ​ສຢູ່​ທຳນຽບຂາວ​ໃນ​ວັນ​ທີ 22 ມິຖຸນາ. ນອກ​ນີ້ ທ່ານ​ຟານ​ວັນ​ຄາຍ​ຍັງ​ຈະ​ພົບ​ປະ​ທ່ານ​ລາມສ໌​ຟິວ ລັດຖະ​ມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ເພື່ອ​ຫາລື​ບັນຫາ​ການ​ຮ່ວມ​ມື​ດ້ານ​ການ​ທະຫານ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ​ແຈ້ງວ່າ,ທ່ານ​ຟານ​ວັນ​ຄາຍ​ກັບ​ເຈົ້າໜ້າ​ທີ່​ອາ​ເມ​ລິ​ກາ​ຍັງ​ຈະ​ຫາລື​ບັນຫາ​ຕ່າງໆ​ເຊັ່ນ​ເພີ່ມ​ສົ່ງ​ເຈົ້າໜ້າ​ທີ່​ແລກປ່ຽນ​ຂ່າວ​ກອງ​ຢູ່​ສະຖານ​ທູດ​ສອງ​ຝ່າຍ,ຊົມ​ໃຊ້​ຂ່າວ​ກອງ​ນຳ​ກັນ​ແລະ​ເປີດ​ກວ້າງ​ການ​ແລກປ່ຽນ​ຂ່າວ​ກອງ​ໄປຮອດ​ຂົງ​ເຂດ​ຟອກ​ເງິນ​ເປັນຕົ້ນ. ອາ​ເມ​ລິ​ກາ​ຫວັງ​ໃຫ້​ຫວຽດນາມ​ໃຫ້ການ​ຮ່ວມ​ມື​ໃນ​ດ້ານ​ປາບ​ປາມ​ການ​ຄ້າ​​ຢາ​ເສບ​ຕິດ,ຕ້ານ​ການ​ລັກ​ລອກ​ແບບ​ແລະ​ປ້ອງ​ກັນ​ການ​​ແຜ່​ຂະຫຍາຍ​ອາວຸດ​ນິວ​ເຄຼຍ​ເປັນຕົ້ນ. ຝ່າຍ​ຫວຽດນາມ​ກ່າວ​ວ່າ,ຈະ​ແຕ່ງ​ຜູ້​ແປ​ພາສາ​ອັງກິດ​ແລະ​ພະນັກງານ​ກອບ​ກູ້​ພະຍາບານ​ຂອງ​ຝ່າຍ​ທະຫານ​ໄປ​ອົບຮົມ​ຢູ່​ອາ​ເມ​ລິ​ກາ.

​ເຖິງ​ວ່າ​ສາຍສຳພັນ​ທາງ​ການ​ທູດ​ອາ​ເມ​ລິ​ກາ​ຫວຽດນາມ​ໄດ້​ຫັນ​ເປັນ​ປົກກະຕິ 10 ປີ​ແລ້ວ,​ແຕ່​ລະຫວ່າງ​ສອງ​ປະ​ເທດ​ຍັງ​ມີ​ຄວາມ​ເຫັນ​ຂັດ​ກັນ​ຫຼາຍຢູ່. ​ໃນ​​ໄລຍະ​ສົງຄາມ​ຫວຽດນາມ,ທະຫານ​ອາ​ເມ​ລິ​ກາ​ໄດ້​ວາງ​ຢາ​ໃບ​ໄມ້​ຫ່ຽວ​ແຫ້ງ,​ພາ​ໃຫ້​ເດັກນ້ອຍ​ຫວຽດນາມ 1 ລ້ານ​ກວ່າ​ຄົນ​​ພິການ. ລັດຖະບານ​ຫວຽດນາມ​ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ​ຊ່ອຍ​ເຫຼືອຜູ້​ຖືກ​ທຳຮ້າຍ​ດ້ວຍ​ຄວາມ​ຮັບຜິດຊອບ​ທາງ​ມະນຸດ​ສະທຳ,​ແຕ່​ອາ​ເມ​ລິ​ກາ​ປະຕິ​ເສດ​ໄຊ້​ແທນ​ຄ່າ​ເສຍ​ຫາຍ​ຕໍ່​ຜູ້​ທີ່​ຖືກ​ທຳຮ້າຍ. ອາ​ເມ​ລິ​ກາ​ຍັງ​ຕິຕຽນ​ສະພາບ​ສິດທິ​ມະນຸດ​ແລະ​​ເສລີພາບ​ໃນ​ການ​ເຊື່ອ​ຖື​ສາສະໜາ​ຂອງ​ຫວຽດນາມ. ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​,ທ່ານ​ຟານ​ວັນ​ຄາຍ​ເວົ້າວ່າ,​ຫວຽດນາມ​ຫວັງ​​ພ້ອມ​ກັນ​ກັບ​ອາ​ເມ​ລິ​ກາ,ຊອກ​ຫາ​ວິທີ​ທີ່​ເໝາະ​ສົມ​ແກ້​ໄຂ​ບັນຫາ​ເຫຼົ່ານີ້,​ແລະ​ຍິນ​ດີ​ປຶກສາ​ຫາລື​ກັບ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ບັນຫາ​ຕ່າງໆ.