ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-21 18:20:43    
ຝ່າຍ​ຈີນ​ຫວັງ​ໃຫ້​ຝ່າຍ​ຍີ່​ປຸ່ນ​ເຮັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ສຳ​ຫຼວດ​ປະ​ຫວັດ​ສາດ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 21 ມິຖຸນາ ຢູ່​ທີ່​ປັກ​ກິ່ງ ທ່ານ​ລິວ​ຈ້ຽນຊາວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຈີນ​ຄັດຄ້ານ​ຜູ້ນຳ​ຍີ່​ປຸ່ນ​ໄປ​ນະມັດ​ສະການ​ວັດ​ຢາ​ຊືຄູ​ນີທີ່​ຕັ້ງ​ປ້າຍ​ຂອງ​ອາ​ຊະ​ຍາກອນ​ສົງຄາມ​​ໂລກ​ຄັ້ງ​ທີ​ສອງ​ຂັ້ນກ​,ຫວັງ​ໃຫ້​ຝ່າຍ​ຍີ່​ປຸ່ນ​ເຮັດ​ຕາມ​ຄຳ​ໝັ້ນ​ສັນຍາ​​ສຳຫຼວດ​ປະຫວັດ​ສາດ​ດ້ວຍ​ການ​ກະທຳ​ຕົວ​ຈິງ,ຢ່າ​ເຮັດ​ເລື່ອງ​ທີ່ບາດ​ໃຈ​ປະຊາຊົນ​ອາຊີ​ເຊິ່ງ​ລວມທັງ​ປະ​ຊາ​ຊົນ​ຈີນອີກ.

​ທ່ານ​ລິວ​ຈ້ຽນ​ຊາວ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ວິຈານ​ການ​ພົບ​ປະສຸດ​ຍອດ​ຍີ່​ປຸ່ນສ.​ເກົາຫຼີ​ໃນ​ຫວ່າງ​ມໍ່ໆ​ນີ້ໃນ​ງານ​ຊຸມນຸມ​ນັກ​ຂ່າວ​​ໃນ​ວັນ​ທີ 21 ມິຖຸນາ. ທ່ານ​ເວົ້າວ່າ,​ໃນ​ບັນຫາ​ປະຫວັດສາດ,ຝ່າຍ​ຍີ່​ປຸ່ນຕ້ອງ​ວາງ​ຕົວຢ່າງ​ຖືກຕ້ອງ,ຖ້າ​ບໍ່​ດັ່ງນັ້ນ ​ແມ່​ຍາກ​ທີ່​ຈະ​ໄດ້​ຮັບ​ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ປະ​ເທດທີ່​ຖືກຮຸກ​ຮານ​ທຳຮ້າຍ.