ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-21 20:18:56    
ອົງການສຳຄັນ​ຂອງ​ລັດຖະບານ​ປະຊາຊົນ​ສູນ​ກາງປະຈຳ​ຮົງ​ກົງຊົມ​ເຊີຍ​ທ່ານເຈິ​ງອິນ​ຊວນ​​ໄດ້ຮັບ​​ແຕ່​ງຕັ້ງ​ເປັນ​ຜູ່​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ

cri

ຕາມ​ຂ່າວສານ​ຊິນ​ຮວາ   ວັນ​ທີ 21 ມິຖຸນາ  ຫຼັງ​ຈາກ​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ລັດຖະບານ​ຈີນ​ໄດ້​ຕົກລົງ​ແຕ່ງ​ຕັ້ງທ່າ​ນ​ເຈິ​ງອິນ​ຊວນ​ເປັນ​ຜູ່​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ແລ້ວ  ອົງການ​ສຳຄັນຂອງ​ສູນ​ກາງ​ປະຈຳ​ຮົງ​ກົງ​ຄືຫ້ອງການ​ຕິດ​ຕໍ່​ພົວພັນ​ຂອງ​ລັດຖະບານ​ປະຊາຊົນ​ສູນ​ກາງ​ປະຈຳຮົງ​ກົງ   ສຳນັກງານ​ເຈົ້າ​ຫນ້າ​ທີ່​ພິ​ເສດ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ປະຈຳ​​ຮົງ​ກົງ   ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ປະຈຳ​ຮົງ​ກົງ​ເປັນຕົ້ນ​ຕ່າງໄດ້​ພາກັນ​ຝາກ​ໂທລະ​ເລກ​ຊົມ​ເຊີຍ​ໄປ​ຍັງ​ທ່ານເຈິ​ງອິນ​ຊວນ

ໃນ​ໂທລະ​ເລກຂອງຫ້ອງການ​ຕິດ​ຕໍ່​ພົວພັນ​ຂອງ​​ສູນ​ກາງ​ປະຈຳ​ຮົງ​ກົງ​ຂຽນ​ວ່າ  ຈະ​ສືບ​ຕໍ່​ປະຕິບັດຫນ້າ​ທີ່​ຮັບຜິດຊອບ​ຕາມ​ການ​ມອບ​ສິດ​ຂອງ​ກົດຫມາຍ​ພື້ນຖານ​ແລະ​ຂອງ​ລັດຖະບານ​ສູນ​ກາງ  ອອກ​ແຮງ​ສະຫນັບສະຫນູນ​ທ່ານ​ເຈິ​ງອິນ​ຊວນ​​ແລະ​ອົງການ​ປົກຄອງ​ເຂດ​ພິ​ເສດ​ທີ່​ນຳ​ໂດຍ​ທ່ານ​ດຳ​ເນີນ​ການ​ບໍລິ ຫານ​ຕາມ​ກົດຫມາຍ   ​ຊຸກຍູ້​ພາລະກິດ​ອັນ​ຍິ່ງ​ໃຫຍ່​ຂອງ​ທິດ​ທາງປະ​ເທດ​ດຽວ​ສອງ​ລະບອບ​ໃຫ້ ກ້າວ​ໄປ​ຫນ້າຢ່າງ​ບໍ່​ຢຸດ​ຢັ້ງ