
ຕາມຂ່າວCRI,ວັນທີ21ມິຖຸນາ,ທ່ານເວິນເຈຍປາວ ນາຍົກລັດຖະມົນຕີຈີນໄດ້ນັ່ງເປັນປະທານຈັດກອງປະຊຸມຄົບຄະນະຂອງຄະນະລັດຖະບານຈີນ,ຕົກລົງແຕ່ງຕັ້ງທ່ານເຈິ່ງອິນສວນ ເປັນຜູ້ວ່າການເຂດບໍລິຫານພິເສດຮົງກົງ,ທ່ານເຈິ່ງອິນສວນຂຶ້ນຮັບຕຳແໜ່ງແຕ່ວັນທີ21ມິຖຸນາ,ຈະໝົດອາຍຸຕຳແໜ່ງໃນວັນທີ30ມິຖຸນາປີ2007.

ທ່ານເວິນເຈຍປາວນັ່ງເປັນປະທານຈັດກອງປະຊຸມ
ໃນກອງປະຊຸມ,ທ່ານເວິນເຈຍປາວຊີ້ອອກວ່າ,ການເລືອກຕັ້ງຜູ້ວ່າການເຂດບໍລິຫານພິເສດຮົງກົງເທື່ອນີ້ແມ່ນດຳເນີນໄປຕາມຂໍ້ກຳນົດຂອງກົດໝາຍທີ່ກ່ຽວຂ້ອງເຊັ່ນກົດໝານພື້ນຖານຂອງເຂດພິເສດຮົງກົງແລະກົດຂໍ້ກຳນົດເລືອກຕັ້ງຜູ້ວ່າການບໍລິຫານ.

ທ່ານເວິນເຈຍປາວນັ່ງເປັນປະທານຈັດກອງປະຊຸມ
ທ່ານເວິນເຈ່ຍປາວກ່າວວ່າ,ເຊື່ອວ່າທ່ານເຈິ່ງອິນສວນແລະອົງການປົກຄອງເຂດບໍລິຫານພິເສດຮົງກົງຍ່ອມຈະສາມາດນຳພາໄທເມືອງຮົງກົງທຸກຖ້ວນໜ້າຜ່ານຜ່າຄວາມຫຍຸ້ງຍານາໆປະການ,ສ້າງຜົນງານຫຼາຍກວ່າເກົ່າເພື່ອຊຸກຍູ້ຄວາມຈະເລີນຮຸ່ງເຮືອນ,ສະຖຽນລະພາບແລະຄວາມກ້າວໜ້າຂອງພາລະກິດສັງຄົມທຸກລາຍຂອງຮົງກົງ.
|