ຝ່າຍອິສຣາແອນຈະມອບສິດຄວບຄຸມຄວາມປອດໄພຂອງຕົວເມືອງຝັ່ງຕາເວັນຕົກແມ່ນ້ຳຈໍແດນສອງແຫ່ງໃຫ້ປາເລັສຕີນ
cri
Author: mo
ຕາມຂ່າວCRI:ວັນທີ 21 ມິຖຸນາ, ທ່ານຊາລອນ ນາຍົກລັດຖະມົນຕີອິສຣາແອນແລະທ່ານອາບັສ ປະທານອົງການອຳນາດແຫ່ງຊາດປາເລັສຕີນໄດ້ຈັດການພົບປະກັນຢູ່ເຢລູຊາເລັມ. ຫລັງການພົບປະ, ທ່ານຊາລອນປະກາດວ່າ, ຝ່າຍອິສຣາແອນຈະມອບສິດຄວບຄຸມຄວາມປອດໄພຂອງຕົວເມືອງຝັ່ງຕາເວັນຕົກແມ່ນ້ຳຈໍແດນສອງແຫ່ງໃຫ້ປາເລັສຕີນໃນຫວ່າງມໍ່ໆນີ້.
ນອກນີ້, ວິທະຍຸອິສຣາແອນແຈ້ງຂ່າວໃນວັນທີ 21 ມິຖຸນາວ່າ, ໃນການພົບປະ, ທ່ານຊາລອນຍັງກ່າວວ່າ, ແຕ່ນີ້ເປັນຕົ້ນໄປ, ຝ່າຍປາເລັສຕີນຈະທຳການກະກຽມເພື່ອໄຂເດີ່ນຍົນແລະທ່າເຮືອກາຊາທີ່ຖືກປິດໃນປີ 2000 ນັ້ນຄືນໃໝ່ແລ້ວ.
ມື້ດຽວກັນ, ຢູ່ເມືອງລາມາລາ, ເມືອງຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ທ່ານຄູໄລ ນາຍົກລັດຖະມົນຕີປາເລັສຕີນປົກຄອງຕົນເອງກ່າວວ່າ, ການພົບປະກັນລະຫວ່າງຜູ້ນຳປາເລັສຕີນອິສຣາແອນໃນວັນທີ 21 ບໍ່ໄດ້ຮັບໝາກຜົນທີ່ຝ່າຍປາເລັສຕີນຄາດໄວ້, ອິສຣາແອນບໍ່ໄດ້ຕອບຢ່າງຕັ້ງໜ້າຕໍ່ຫລາຍບັນຫາທີ່ຝ່າຍປາເລັສຕີນສະເໜີອອກມາ, ຝ່າຍປາເລັສຕີນຮູ້ສຶກເສຍໃຈ.
|
|