ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-22 16:10:45    
ຢູ່​ປະ​ເທດ​ອາ​ຊີ​ອາ​ຄະ​ເນ​ໄດ້​ກໍ່​ສ້າງ​ພື້ນ​ຖານ​​ໂຄງ​ລ່າງ​ຮອບ​ໃໝ່​ຢ່າງ​ເປັນ​ກະ​ແສ(ສຽງ)

cri Author: da


ຕາມ​ໄດ້​ຊາບ,​ເພື່ອ​ກະ​ຕຸກ​ເສດ​ຖະ​ກິດ​​ເຕີບ​ໂຕ,​ປະຈຸ​ບັນ ຢູ່ປະ​ເທດ​ອາຊີ​ອາຄະ​ເນ​ໄດ້​ກໍ່​ສ້າງ​ພື້ນ​ຖານ​​ໂຄງ​ລ່າງ​ຮອບ​ໃໝ່​ຢ່າງ​ເປັນ​ກະ​ແສ​ຟົດ​ຟື້ນ.​

ແຕ່​ປີ​ນີ້​ເປັນ​ຕົ້ນ​ມາ,ປະ​ເທດ​ອາຊີ​ອາຄະ​ເນ​ຄື​ອິນ​ໂດ​ເນ​ເຊຍ ​ໄທ ມາ​ເລ​ເຊຍ​ເປັນ​ຕົ້ນ​ໄດ້​​ເລີ່ມ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຢ່າງ​ຂະ​ໜາດ​ໃຫຍ່.

​ເດືອນ​ມັງ​ກອນ,​ອິນ​ໂດ​ເນ​ເຊຍ​ປະກາດ​ຈະ​ລົງ​ທຶນ 145 ຕື້​ໂດ​ລາ​ສະຫະ​ລັດ​ເພື່ອ​ກໍ່ສ້າງ​ພື້ນ​ຖານ​ໂຄງ​ລ່າງ,​ແລະ​ໄດ້​ວາງ​ແຜນ​ການ 5 ປີ​.ທຶນ​ຮອນ​ສຳ​ຄັນ​ໄດ້​ຈາກ​ເງິນ​ກູ້​ຢືມ​ຈາກ​ອົງ​ການ​ກອງ​ທຶນ​ສາ​ກົນ,​ເງິນ​ກູ້​ຢືມ​ງວດ​ທຳ​ອິດ​ມີ 22 ຕື້ 500 ລ້ານ​ໂດ​ລາ​ສະຫະ​ລັດ,​ລວມ 91 ​ໂຄງ​ການ,​ໃນ​ນັ້ນມີ​ໂຮງ​ໄຟ​ຟ້າ​ເຜົາ​ຖ່ານ​ຫີນ​ສອງ​ແຫ່ງ ໂຄງ​ການ​ຂະ​ຫຍາຍ​ສ້າງ​ສະໜາມ​ບິນ​ຢາ​ກາກ​ຕາ​ແລະ​ທໍ່​ສົ່ງ​ອາຍ​ແກັສ​ທຳ​ມະ​ຊາດ​ທີ່​ຕົ​ກ​ເປັນ​ມູນ​ຄ່າ 1 ຕື້ 470 ລ້ານ​ໂດ​ລາ​ສະຫະ​ລັດ,​ໂຄງ​ການ​ເຫຼົ່າ​ນີ້​ຈະ​ເລີ່ມ​ກໍ່​ສ້າງ​ໃນ​ທ້າຍ​ປີ​ນີ້.

​ເດືອນ​ເມ​ສາ,​ມາ​ເລ​ເຊຍ​ປະກາດ​ວ່າ ​ຈະ​ລົງ​ທຶນ 4 ຕື້ 400 ລ້ານ​ໂດ​ລາ​ສະຫະ​ລັດ,​ດັດ​ແປງ​ທາງ​ລົດ​ໄຟ​ໃຫ້​ທັນ​ສະ​ໄໝ​ພາຍ​ໃນ 5 ປີ​ຂ້າງ​ໜ້າ,​ນອກ​ນີ້​ພວມ​ວາງ​ແຜນ​ສ້າງ​ໂຄງ​ການ​ຂະ​ໜາດ​ນ້ອຍ 625 ​ໂຄງ​ການ.

​ໃນ​ຂະນະ​ດຽວ​ກັນ,​ລັດຖະ​ບານ​ໄທ​ກໍ​ຜ່ານ​ໂຄງ​ການ​ກໍ່ສ້າງ​ພື້ນ​ຖານ​ໂຄງ​ລ່າງ 5 ປີ​ທີ່​ມີມູນ​ຄ່າກໍ່​ສ້າງ 59 ຕື້​ໂດ​ລາ​ສະຫະ​ລັດ,​ຕົ້ນຕໍ​ແມ່ນ​ສ້າງ​ທາງ​ລົດ​ໄຟ​ໃຕ້​ດິນ​ສາຍ​ໃໝ່ ທາງ​ລົດ​ໄຟ​ລາງ​ເບົາ​ແລະ​ຄັນ​ຄູ​ຂ້າມ​ອ່າວ​ໄທ.

ຕາມ​ສະຖິຕິ​ຂອງ​ບອສ​ຕັນ​ສິນ​ເຊື່ອ​ທີ​ໜຶ່ງ​ຂອງ​ສວິສ ເຊິ່ງ​ເປັນ​ທະນາ​ຄານ​ລົງ​ທຶນ,​ສະ​ເພາະ​ແຕ່​​ປີ 2005 ປີ​ດຽວ,ປະ​ເທດ​ອາຊີ​ອາຄະ​ເນ​ກໍ​ໄດ້​ລົງ​ທຶນ 30 ຕື້​ໂດ​ລາ​ສະຫະ​ລັດ​ເຂົ້າ​ໃນ​ໂຄງ​ການ​ກໍ່ສ້າງ​ພື້ນ​ຖານ​ໂຄງ​ລ່າງ.

ຈຸດ​ປະສົງ​ກົກ​ຮາກ​ຂອງນ​ປະ​ເທດ​ອາ​ຊີອາຄະ​ເນທີ່​ກໍ່ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຢ່າງ​ເປັນກະ​ແສ​ນັ້ນ​ແມ່ນ​ຢາກ​ກະຕຸກ​ເສດ​ຖະກິ​ດໃຫ້​ເຕີບ​ໂຕ.​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ,ປະ​ເທດ​ອາຊີ​ອາຄະ​ເນ​ບໍ່​ຢາກ​ກໍ່ສ້າງ​ໂຄງ​ການ​ໃໝ່​ແລະ​ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ​ໂດຍ​ຕະຫຼອດ.​ຄຽງ​ຄູ່​ກັບ​ການ​ບໍລິ​​ໂພກ​ສ່ວນ​ຕົວ​ຫຼຸດ​ໜ້ອຍ​ລົງ​ຊູ່ປີ,​​ເຈົ້າ​ໜ້າ​ທີ່​ລັດ​ຖະບານ​ປະ​ເທດ​ອາຊີ​ອາຄະ​ເນ​ເລີ່ມ​ເຊື່ອ​ວ່າ,​ການ​ເພີ່ມ​ທະວີ​ຄ່າ​ໃຊ້​ຈ່າຍ​ຂອງ​ລັດຖະ​ບານ​ແລະ​ຄ່າ​ໃຊ້​ຈ່າຍ​ສາທາ​ລະ​ນະຈະ​ຊ່ອຍ​ຊຸກ​ຍູ້​​ເສດ​ຖະ​ກິດ​ໃຫ້​ເຕີບ​ໂຕ.​ນັກ​ເສດ​ຖະ​ສາດ​ຂອງ​ທະນາ​ຄານ​ແຫ່ງ​ໜຶ່ງ​ຢູ່​ສິງກະ​ໂປ​ເຫັນ​ວ່າ,​ແຕ່​ກ່ອນ ປະ​ເທດ​ອາຊີ​ອາຄະ​ເນ​ລົງ​ທຶນ​ໃນ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ບໍ່ພຽງ​ພໍ,​ປະຈຸ​ບັນ ພວກ​ເຂົາ​ເຈົ້າ​ໄດ້​ສຳ​ນຶກ​ຮູ້​ຄວາມ​ສຳ​ຄັນ​ຂອງ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແລ້ວ,​ແລະ​ກຽມ​ຈະ​ລົງມື​ແກ້​ໄຂ​ບັນ​ຫາ​ໃນ​ດ້ານ​ນີ້.

ບັນ​ດາປະ​ເທດ​ອາຊີ​ອາຄະ​ເນ​ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ ຕ້ອງ​ການ​ທຶນ​ຮອນ​ຫຼາຍຕື້​ຈົນ​ຫຼາຍ​ສິບ​ຕື້​,ເງິນ​ກ້ອນ​ນີ້ມາ​ຈາກ​ໃສ​?ອິນ​ໂດ​ເນ​ເຊຍ​ເຄີຍ​ເວົ້າ​ວ່າ,​ຄຽງ​ຄູ່​ກັບ​ເສດ​ຖະ​ກິດ​ແລະ​ລາຍ​ຮັບ​ເພີ່ມ​ຂຶ້ນ,​ອິນ​ໂດ​ເນ​ເຊຍ​ມີ​ຄວາມ​ສາ​ມາດ​ຫາບ​ແບກ​ຄ່າກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ປະມານ 20%.​ແຕ່​ທີ່​ຈິງ​ແລ້ວ ທຶນ​ກໍ່ສ້າງ​ພື້ນ​ຖານ​​ໂຄງ​ລ່າງ​ຂອງ​ອິນ​ໂດ​ເນ​ເຊຍ​ແລະ​ປະ​ເທດ​ອາຊີ​ອາຄະ​ເນ​ອື່ນໆ,​ສ່ວນ​ຫຼາຍ​​ໄດ້​ມາ​ຈາກ​ການ​ຈຳ​ໜ່າຍ​ພັນ​ທະບັດ​ແລະ​ກູ້​ຢືມ​ຈາກ​ອົງ​ການ​ກອງ​ທຶນ​ສາ​ກົນ​ແລະ​ທະນາ​ຄານ​ໂລກ.​ປະຈຸ​ບັນ,ອິນ​ໂດ​ເນ​ເຊຍ​ແລະ​ມາ​ເລ​ເຊຍ​ພວມ​ສົ່ງ​ເສີມ​ໃຫ້​ແຜນ​ການ​ລ້ຽງດູ​ຜູ້​ເຖົ້າ​ຂອງ​ລັດ​ຖະ​ບານ​ລົງ​ທຶນ​ເຂົ້າ​ໃນ​ໂຄງ​ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ,​ໄທ​ແລະ​ມາ​ເລ​​ເຊຍ​ກໍ​ໄດ້​ຜ່ານ​ຮັບ​ຮອງ​ກົດ​ໝາຍ​ສະບັບ​ໃໝ່,​ອະນຸ​ຍາດ​​ໃຫ້​ບໍລິ​ສັດ​ສ່ວນ​ຕົວ​ກໍ່ສ້າງ​ແລະ​ທຸລະ​ກິດ​ທາງ​ຫຼວງ​ທີ່​ເກັບ​ຄ່າ​ຜ່ານ​ແລະ​ສ້າງ​ໂຮງ​ໄຟ​ຟ້າ​​ເພື່ອ​ຜົນ​ກຳ​ໄລ,ອິນ​ໂດ​ເນ​ເຊຍ​ກໍ​ພິຈາ​ລະນາ​ວາງ​ຂໍ້​ກຳ​ນົດ​ຄ້າຍຄື​ກັນ​ເຂົ້າ​ໃນ​ກົດ​ໝາຍ​ປະ​ເທດ​​ຕົນ.

​ແຕ່​ບຸກ​ຄົນ​ວົງ​ການ​ທະນາ​ຄານ​ພັດ​ເປັນ​ຫ່ວງ​ບັນດາ​ປະ​ເທດ​ອາຊີ​ອາຄະ​ເນ​ເປີດ​ກວ້າງ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​​ຂະໜາດ​ໃຫຍ່​​ເກີນ​ໄປ,​ພວກ​ເຂົາ​​ເຈົ້າ​ເຫັນ​ວ່າ,ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ​ຂອງ​ປະ​ເທດ​ອາ​ຊີ​ອາຄະ​ເນ​ບໍ່​​ໄດ້​ປ່ຽນ​ແປງ​​ໃນ​ດ້ານ​ທາດ​ແທ້,​ຢາກ​ໄດ້​ທຶນ​ຕ່າງ​ປະ​ເທດ​ຍັງ​ຍາກ​ຫຼາຍ.ນັກ​ເສດ​ຖະ​ສາດ​ຜູ້​ໜຶ່ງ​ຂອງ​ຢາ​ກາກ​ຕາ​ເຫັນ​ວ່າ,​ພື້ນ​ຖານ​ໂຄງ​ລ່າງ​ທີ່​ຂີ້ຮ້າຍ​ຂອງ​ອິນ​ໂດ​ເນ​ເຊຍ​ແມ່ນ​ສິ່ງ​ທີ່​ເຮັດ​ໃຫ້​ຜູ້​ລົງ​ທຶນ​ຂອງ​ຕ່າງປະ​ເທດມີ​ຄວາມ​ເປັນ​ຫ່ວງ​ຕະ​ຫຼອດ​ມາ,​ອາ​ໄສ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ສົນ​ລະວົນ​ປານ​ນີ້​ຢາກ​ດູດດຶງ​ທຶນ​ຕ່າງປະ​ເທດ​​ແມ່ນ​ຍາກ​ຫຼາຍ,​ແຕ່​ອິນ​ໂດ​ເນ​ເຊຍ​ພັດ​ຕ້ອງ​ການ​ທຶນ​ຕ່າງ​ປະ​ເທດ​ໂດຍ​ດ່ວນ​​ເພື່ອ​ຊຸກຍູ້​ການ​ປະຕິ​ບັດ​ໂຄງ​ການ​ກໍ່​ສ້າງ​ພື້ນ​ຖານ​​ໂຄງ​ລ່າງ,ນີ້​ຈັ່ງ​ແມ່ນ​ບັນຫາ​ທີ່​ຍາກ​ທັງ​ສອງ​ດ້ານ.

​ເຖິງ​ວ່າ​ຈະ​ເປັນ​ແນວນີ້​ກໍ​ຕາມ,​ໃນ​ອະນາ​ຄົດ,​ຢູ່ອາຊີ​ອາ​ຄະ​ເນ​ຍັງ​ມີ​ຫຼາຍ​ໂຄງການ​​ພື້ນ​ຖານ​ໂຄງ​ລ່າງ​ຕ້ອງກໍ່​ສ້າງ.​ຕາມ​ສະຖິ​ຕິ​ຂອງ​ພະ​ແນກ​ຮ່ວມ​ມື​ສາ​ກົນ​ຂອງ​ທະນາ​ຄານ​ຍີ່ປຸ່ນ,​ພາຍ​ໃນ 5 ປີ​ຂ້າງ​ໜ້າ,ປະ​ເທດ​ອາຊີ​ອາຄະ​ເນ​ທີ່​ພວມ​ພັດ​ທະນາ​ຈະ​ຕ້ອງ​ການ​ທຶນ​ປະ​ມານ 1 ພັນ​ຕື້​ໂດ​ລາ​ສະ​ຫະ​ລັດ​ເພື່ອ​ດັດ​ແປງ​​ທາງ​ຫຼວງ ​​ໂຮງ​ໄຟ​ຟ້າ ຊົນ​ລະ​ປະທານ​ແລະ​ໂທລະ​ຄົມ​ເປັນ​ຕົ້ນ.​ນັກ​ເສດ​ຖະ​ສາດ​ເວົ້າ​ວ່າ,​ຍ້ອນ​ວ່າ​ການ​ພັດ​ທະນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ອາຊີ​ອາຄະ​ເນ​ຄື​ໄທ​ແລະ​ມາ​ເລ​ເຊຍ​ເປັນ​ຕົ້ນ​ຍັງ​​ຊ້າ​ຢູ່,​ການກໍ່​ສ້າງ​ພື້ນ​ຖານ​​ໂຄງ​ລ່າງ​ຮອບ​ໃໝ່​ແມ່ນ​ປັດ​ໄຈທີ່​ຂາດ​ເຂີນ​ບໍ່​ໄດ້​ໃນ​ການ​​ກະຕຸກ​ເສດ​ຖະ​ກິດ​ໃຫ້​ເຕີບ​ໂຕ​.