ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-23 10:16:27    
ປະຊາ​ຄົມ​ໂລກ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ການ​ສ້າງ​ສາ​ອີ​ຣັກ​ຄືນ​ໃໝ່

cri Author: lm

ຕາມ​ຂ່າວCRI: ວັນ​ທີ 22 ມິຖຸນາ​ນີ້ ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ບັນຫາ​ອີຣັກທີ່​ໄຂ​ເປັນ​ເວ​ລາ​ມື້​ໜຶ່ງ​ຢູ່​ທີ່​ບຼູ​ແຊນ​ໄດ້​ປິດ​ປະຊຸມ. ກອງ​ປະຊຸມ​ໄດ້​ອອກ​ຖະ​ແຫຼງການ​ຮ່ວມ​, ​ໂດຍ​​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ສືບ​ຕໍ່ສະໜັບສະ​ໜູນຂະ​ບວນວິວັດ​ສ້າງ​ສາ​ຄືນ​ໃໝ່​ຂອງ​ອີຣັກດ້ານ​ການ​ເມືອງ ​ເສດ​ຖະ​ກິດ​ແລະ​ສັງຄົມ, ​ແຕ່​ບໍ່​ໄດ້​ສະ​ເໜີ​ມາດ​ຕະການ​ຊ່ອຍ​ເຫຼືອອັນ​ລະອຽດ.

ຖະ​ແຫຼງການ​ໄດ້​ຮຽກຮ້ອງບັນດາ​ຝ່າຍຂອງ​ອີຣັກຈົ່ງ​ເຂົ້າຮ່ວມ​ຂະ​ບວນວິວັດ​ການ​ເມືອງ​ອີຣັກ​ໂດຍ​ໄວ, ​ແລະ​ເຕືອນ​ໃຫ້​ລັດຖະບານ​ຂ້າມ​ຜ່ານ​ຂອງ​ອີຣັກທຳ​ຄວາມ​ພະຍາຍາມ​ຫຼາຍ​ກວ່າ​ເກົ່າ​ໃນ​ດ້ານ​ນີ້.

ຖະ​ແຫຼງການ​ຍັງ​ເຕືອນ​ໃຫ້​ອີຣັກ​ແລະປະ​ເທດ​ອ້ອມ​ຂ້າງ​ອີຣັກຮ່ວມ​ມື​ກັນ​ໃນ​ດ້ານ​ຄວາມ​ປອ​ດ​ໄພ​ຕາມ​ເຂດ​ຊາຍ​ແດນ, ຮຽກຮ້ອງ​ໃຫ້​ໝົດ​ທຸກປະ​ເທດ​ຟື້ນ​ຟູຫຼື​ເພີ່ມ​ທະວີ​ການ​ພົວພັນ​ທາງ​ການ​ທູດ​ກັບ​ອີຣັກ, ຮຽກຮ້ອງ​ໃຫ້​ປະ​ເທດ​ທີ່​ກ່ຽວຂ້ອງຫຼຸດຫຼືຍົກ​ເວັ້ນໜີ້​ສິນຂອງ​ອີຣັກ.

ທ່ານ​ລີ​ຈ້າວ​ຊິງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ທີ່​ຮ່ວມ​ປະຊຸມ​ໄດ້​ບັນ​ລະ​ຍາຍ​ເຈດ​ຈຳ​ນົງ​ສາມ​ຂໍ້​ຂອງ​ລັດຖະບານ​ຈີນ​ໃນ​ບັນຫາ​ອີຣັກຈາກ​ມຸມ​ການ​ເມືອງ ຄວາມ​ປອດ​ໄພ​ແລະ​ເສດຖະກິດ.