ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-23 15:30:35    
ກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ບັນ​ຫາ​ອີ​ຣັກ​ກ່າວ​ລື້ມ​ວ່າ ສະ​ໜັບ​ສະ​ໜູນ​ຂະ​ບວນ​ການ​ສ້າງ​ສາ​​ອີ​ຣັກ​ຄືນ​ໃໝ່

cri Author: da
ຕາມ​ຂ່າວ​CRI: ວັນ​ທີ 22 ມີ​ຖຸນາ, ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ບັນຫາ​ອີຣັກ​ໄດ້ຈັດ​ຂຶ້ນ​ຢູ່​ບຼູ​ແຊນ ທີ່​ຕັ້ງ​ສຳ​ນັກ​ງານ​ໃຫຍ່​ສະ​ຫະ​ພາບ​ເອີ​ລົບ​,ລັດຖະ​ມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຂອງ 80 ກວ່າ​ປະ​ເທດ​ເຊິ່ງ​ລວມ​ທັງ​ທ່ານ​ລີ​ຈ້າວ​ຊິງ ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ຈີນ ​ແລະ​ຜູ້​ຕາງ​ໜ້າ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ແລະ​ທ້ອງ​ຖິ່ນ​ຄື​ສະຫະ​ປະຊາ​ຊາດ ສະຫະ​ພາບ​ເອີ​ລົບ ສັນ​ນິບາດ​ປະ​ເພດ​ອາ​ລັບ ສະຫະ​ພາບ​ອາ​ຟຼີກາ ກຸ່ມ​ນາ​ໂຕ ທະນາ​ຄານ​ໂລກ​ແລະ​ອົງ​ການ​ກອງ​ທຶນ​ເງິນ​ຕາ​ສາ​ກົນ​ເປັນ​ຕົ້ນ​ໄດ້​ເຂົ້າຮ່ວມ​ກອງ​ປະ​ຊຸມ​ທີ່​ໄຂ​ເປັນ​ເວລາ​ມື້ໜຶ່ງ​ຄັ້ງນີ້.

ກອງ​ປະຊຸມ​ຄັ້ງນີ້​ໄດ້​ເຈາະ​ຈົງ​ຫາ​ລື​ຫົວ​ຂໍ້ 3 ຂໍ້​ໃນຂະ​ບວນວິວັດ​ການ​ເມືອງ ການ​ກໍ່ສ້າງ​ເສດ​ຖະກິດ​ຄືນ​ໃໝ່​ແລະ​ການ​ສ້າງສາ​ການ​ປົກຄອງ​ຕາມ​ກົດ​ໝາຍ​ຂອງ​ອີຣັກ,ຖະ​ແຫຼງ​ການ​ຮ່ວມ​ທີ່​ປະກາດ​ໃນ​ກອງ​ປະຊຸມ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ສືບ​ຕໍ່​ສະໜັບ​ສະ​ໜູນ​ຂະ​ບວນ​ວິວັດ​ສ້າງ​ສາ​ອີຣັກ​ຄືນ​ໃໝ່​ໃນ​ດ້ານ​ການ​ເມືອງ ​ເສດ​ຖະກິດ​ແລະ​ສັງຄົມ,​ແຕ່​ບໍ່​ໄດ້​ວາງ​ມາດ​ຕະການ​ຊ່ອຍ​ເຫຼືອ​ອັນລະ​ອຽດ.ຖະ​ແຫຼ​ງການ​ຂຽນ​ວ່າ,​ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ຂອງ​ບັນດາ​ປະ​ເທດ​ແລະ​ຜູ້​ຕາງ​ໜ້າ​ອົງ​ການ​ຈັດ​ຕັ້ງ​ສາ​ກົນທີ່​ຮ່ວມ​ປະຊຸມ​ຊົມ​ເຊີຍ​ຄວາມ​ຄຶດແລະ​ຂໍ້​ສະ​ເໜີ​ຂອງ​ອີຣັກ​ທີ່​ສະ​ເໜີ​ຕໍ່ກອງ​ປະຊຸມ,​ແລະ​ກ່າວ​ລື້​ມວ່າ​ສະໜັບ​ສະ​ໜູນ​ຂະ​ບວນ​ວິວັດ​ການ​ເມືອງ​ຂອງ​ອີຣັກ,​​ແລະ​ເຊີດ​ຊູ​ກຳລັງ​ໃຈ​ອີຣັກ​ຟື້ນ​ຟູ​ເສດ​ຖະ​ກິດ​ແລະ​ການ​ສ້າງ​ສາ​ຄືນ​ໃໝ່​,ຊ່ອຍ​ເຫຼືອ​ອີຣັກ​ສ້າງ​ລະບຽບ​ການ​ປົກ​ຄອງ​ຕາມ​ກົດ​ໝາຍ​ແລະ​ສາທາ​ລະນະ.

ພ້ອມ​ກັນ​ນັ້ນ ຖະ​ແຫຼງ​ການ​ຮຽກ​ຮ້ອງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຈົ່ງ​ປະຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ທີ່​ຫຼຸດ​ແລະ​ຍົກ​ເວັ້ນ​ໜີ້​ສິນ​ຂອງ​ອີຣັກ​ຢ່າງ​ແທ້​ຈິງ,​ຊົມ​ເຊີຍ​ປະ​ເທດ​ເຈົ້າ​ໜີ້​ຈຳ​ນວນ​ໜຶ່ງ​ສືບ​ຕໍ່​ຫຼຸດ​ແລະ​ຍົກ​ເວັ້ນ​ໜີ້​ສິນ​ຂອງ​ອີຣັກ​ຢ່າງ​ມີ​ເງື່ອນ​ໄຂ​ໃຫ້​ຂໍ້​ສະດວກ​ພິ​ເສດ.ຖະ​ແຫຼງ​ການ​ຮຽກ​ຮ້ອງ​ລັດຖະ​ບານ​ຂ້າມ​ຜ່ານ​ຂອງ​ອີຣັກ​ວາງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ອັນ​ລະອຽດ,​ເພື່ອ​ຫາລື​ກັນ​ໃນ​ກອງ​ປະຊຸມ​ບໍລິ​ຈາກ​ເງິນ​ຄັ້ງທີ 4 ທີ່​ຈະ​ຈັດ​ຂຶ້ນ​ຢູ່​ອຳ​ມານ ນະ​ຄອນ​ຫຼວງ​ຊອກ​ດາ​ນີ​ໃນ​ເດືອນ​ກໍລະກົດ.

ຄະນະ​ຜູ້​ແທນ​ອີຣັກ​ເຊິ່ງ​ແມ່ນ​ທ່ານ​ຈາ​ຟາ​ລີ ນາ​ຍົກ​ລັດຖະ​ມົນຕີ​ລັດຖະ​ບານ​ຂ້າມ​ຜ່ານ​ເປັນ​ຫົວ​ໜ້າ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ໃນ​ມື້​ດຽວ​ກັນ.​ໃນ​ກອງ​ປະຊຸມ ທ່ານ​ເຈ​ບາ​ລີ ລັດຖະ​ມົນຕີ​ການ​ຕ່າງ​ປະ​ເທດ​ຂອງ​ລັດຖະ​ບານ​ຂ້າມ​ຜ່ານ​ອີຣັກ​ໄດ້​ວາງ​ໜ້າ​ທີ່​ສຳຄັນ 4 ລາຍ​ຂອງ​ອີຣັກ​ໃນ​ການ​ພົວ​ພັນ​ກັບ​ຕ່າງປະ​ເທດ​ໃນ​ອະນາ​ຄົດ​ຄື:ສຳ​ເລັດ​ຂະ​ບວນ​ວິວັດ​ການ​ປະຕິ​ຮູບ​ທາງ​ການ​ເມືອງ​ຕາມ​ຕາ​ລາງ​ເວລາ​ທີ່​ສະພາ​ຄວາມ​ໝັ້ນ​ຄົງ​ສະຫະ​ປະຊາ​ຊາດ​ກຳນົດ​ໄວ້​ໃນ​ມະຕິ​ເລກ 1546; ປົກ​ປັກ​ຮັກສາ​ສະ​ຖຽນ​ລະ​ພາບ​ຂອງ​ອີຣັກ​ໃຕ້​ການ​ສະໜັບ​ສະ​ໜູນ​ຕື່ມ​ອີກຈາກ​ປະຊາ​ຄົມ​ໂລກ;​ຍາດ​ແຍ່ງ​ໃຫ້​ປະຊາ​ຄົມ​ໂລກ​ຊ່ອຍ​ອີຣັກ​ດຳ​ເນີນ​ການ​ສ້າງ​ສາ​ຄືນ​ໃໝ່​ແລະ​ດັດ​ແປງ​ລະ​ບົບ​ລັດ​ຖະ​ບານ​ຕື່ມ​ອີກ;ທວງ​ໃຫ້​ປະຊາ​ຄົມ​ໂລກ​ຮັບ​ຮອງ​ຄືນ​ໃໝ່​ວ່າ ອີຣັກ​​ແມ່ນ​ສະມາ​ຊິກ​ປົກ​ກະຕິ​ຜູ້​ໜຶ່ງໃນ​ການ​​ໄປ​ມາ​ຫາສູ່​ກັນ​ລະ​ຫວ່າງ​ຊາດ.

​ໃນ​ກອງ​ປະຊຸມ ທ່ານ​ອານ​ນານ ​ເລຂາທິ​ການ​​ໃຫຍ່​ສະຫະ​ປະຊາ​ຊາດ​ທວງ​​ໃຫ້​ປະຊາ​ຄົມ​ໂລກ​ຈົ່ງ​ໂຄລົບ​ຄຳ​ໝັ້ນ​ສັນຍາ​ໃຊ້​ມາດ​ຕະ​ການ​ຕົວ​ຈິງ​ເພື່ອ​​ໃຫ້​ການ​ຊ່ອຍ​ເຫຼືອ​ແກ່​ການ​ສ້າງ​ສາ​ຄືນ​ໃໝ່​ຂອງ​ອີຣັກ.​ທ່ານ​​ເວົ້າ​ວ່າ,​ປະຊາ​ຊົນ​ອີຣັກ​ຈະ​ຖືກອງ​ປະ​ຊຸມ​ຄັ້ງນີ້​ເປັນ​ຄຳ​ໝັ້ນ​ສັນ​ຍາ​ທີ່ປະ​ຊາ​ຄົມ​ໂລກ​ພ້ອມ​ກັນ​ກັບ​ພວກ​ຂະ​ເຈົ້າ​ຮັບ​ມື​ກັບ​ການ​ທ້າ​ທາຍ.

​ໃນ​ເວລາ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ກອງ​ປະຊຸມ ທ່ານ​ລີ​ຈ້າວ​ຊິງ ລັດຖະ​ມົນຕີ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ບັນ​ລະ​ຍາຍ​ຫຼັກ​ໝັ້ນ​ຂອງ​ລັດຖະ​ບານ​ຈີນ​ໃນ​ບັນຫາ​ອີຣັກ.​ທ່ານ​ໄດ້​ວາງ​ຂໍ້​ສະ​ເໜີ 3 ຂໍ້​​ ເຊິ່ງ​ລວມ​ທັງ​ໃຫ້​ຊາວ​ອີຣັກ​ປົກ​ຄອງ​ອີຣັກ​ໃນ​ດ້ານ​ການ​ເມືອງ ດຳ​ເນີນ​ການ​ປັບ​ປຸງ​ສັງ​ລວມ​ໃນ​ດ້ານ​ຄວາມ​ປອດ​ໄພ​ແລະ​ຟຶ້ນຟູ​ພາລະ​ບົດ​ບາດ​ສ້າງ​ເລືອດ​ດ້ານ​ເສດ​ຖະກິດ,​ທ່ານ​ເວົ້າ​ວ່າ ຈີນ​ຈະ​ສືບ​ຕໍ່​ພ້ອມ​ກັນ​ກັບ​ປະຊາ​ຄົມ​ໂລກ ທຳ​ຄວາມ​ພະຍາ​ຍາມ​ຢ່າງ​ຕັ້ງ​ໜ້າ ​ເພື່ອ​ຊຸກ​ຍູ້​ຂະ​ບວນ​ວິວັດ​​ສ້າງ​ສາ​ອີຣັກ​ຄືນ​ໃໝ່​.

ຫາງ​ສຽງ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ,​ກອງ​ປະຊຸມ​ຄັ້ງນີ້ ​ໂດຍ​ຕົ້ນຕໍ​ແມ່ນ​​ເພື່ອ​ປະສານ​ສົມ​ທົບ​ຫຼັກ​ໝັ້ນ​ແລະ​ການ​ກະທຳ​ຂອງ​ປະຊາ​ຄົມ​ໂລກ​ໃນ​ບັນຫາ​ສະໜັບ​ສະ​ໜູນ​ການ​ສ້າງ​ສາ​ອີຣັກ​ຄືນ​ໃໝ່,​ແລະ​ທຳ​ການ​ກະ​ກຽມ​ເພື່ອ​ກອງ​ປະຊຸມ​ບໍລິ​ຈາກ​ເງິນ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ອຳ​ມານ​ໃນ​ເດືອນ​ກໍລະ​ກົດ,ຄວາມ​ໝາຍ​​ເປັນ​ສັນ​ຍາ​ລັກ​ສຳ​ຄັນ​ກວ່າ​ຄວາມ​ໝາຍ​ຕົວ​ຈິງ.