ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-23 22:02:49    
[ທ່ານ​ຊີ​ຮວນ​ກົງ]

cri

ເມື່ອ​ກ່ອນ​ຄ.ສ 770ປີ ຮອດ 481ປີ   ​ໃນ​ປະຫວັດສາດ​ຈີນ​ເອີ້ນ​ວ່າ​ສະ​ໄຫມຊຸນຊິວ   ລາຊະວົງ​ໂຈວ​ ລັດຖະບານ​ສູນ​ກາງ​ໃນ​ຄາວ​ນັ້ນ​ມີ​ອິດ​ທິພົນ​ແລະ​ກຳ​ລັງ​ອ່ອນ​ຫຼາຍ​ລັດ​ນ້ອຍ​ທະ​ຍອຍ​ກັນ​ກໍ່​ສົງ​ຄາມ​ຂະ​ຫຍາຍ​ອານາ​ເຂດ​ແລ້ວ​ຈໍ່​ຕົວ​ຂຶ້ນ​ເປັນ​ສະພາບ​ສັບ​ສົນ​ທີ່​ຫຼາຍ​ລັດ​ນ້ອຍຍາດ​ແຍ່ງ​ເປັນ​ເຈົ້າ​ອຳນາດ   ​ ​​ເວລາ​ນີ້​​ໃນ​ລັດ​ນ້ອຍ​ຕ່າງໆ​ໄດ້ມີເຈົ້າ​ອຳນາດ 5 ຄົນ   ຄົນຮຸ້ນ​ຫຼັງ​ເອີ້ນ​ວ່າ​5​ເຈົ້າ​ອຳນາດ​ໃນ​ສະ​ໄຫມ​ຊຸນຊິວ  ​ໃນ​ນັ້ນເຈົ້າ​ອຳນາດຜູ່ທຳ​ອິດ​​ແລະ​ຖືກ​ເອີ້ນ​ເປັນ​ຫົວ​ຫນ້າ​ຂອງ 5 ​ເຈົ້າ​ອຳນາດນັ້ນ​ແມ່ນ​ທ່ານ​ຊີ​ຮວນ​ກົງ  ​ 

 ລັດ​ຊີ​ແມ່ນ​ລັດ​ໃຫຍ່​ໃນ​ຫຼາຍ​ລັດ​ໃນ​ສະ​ໄຫມ​ລາຊະວົງ​ໂຈ​ວ ມັນ​ຕັ້ງ​ຢູ່​ພາກເຫນືອ​ຂອງ​ແຂວງ​ຊານ​ຕົງ ທາງພາກ​ຕາ​ເວັນ​ອອກ​ຂອງ​ຈີນ ​ມັນ​ຕັ້ງ​ຢູ່​ແຕມ​ທະ​ເລງ​ອຍພູ ມີກຳລັງ​ແຫ່ງ​ຊາດອັນ​ແຂງ​ແຮງ  ທ່ານ​ຊີ​ຮວນ​ກົງແມ່ນ​ເຈົ້າ​ຊີວິດ​ອົງ​ທີ 15 ຂອງ​ລັດ​ຊີ  ສົມ​ເດັດ​ໄດ້​ຊົງຂຶ້ນ​ສະ​ເຫວີຍລາຊະ​ສົ​ມບັດ​ເມື່ອ​ກ່ອນ​ຄ.ສ 685 ປີ   ການ​ທີ່​ສົມ​ເດັດ​ຂຶ້ນສະ​ເຫວີຍ​ຊາ​ຊະ​ສົມບັດ​ນັ້ນ​ໃນນ​ປະຫວັດສາດ​ຖືກ​ເອີ້ນ​ເປັນ​ເລື່ອງ​ອັດສະຈັນ


 ແຕ່​ກ່ອນ ​ໃນ​ເວລາ​ສົມ​ເດັດ​ຊີ​ຮວນ​ກົງຍັງ​ເປັນ​ພະ​ໂອລົດ​ຢູ່  ການ​ເມືອງ​ລັດ​ຊີ​ໄດ້​​ເກີດ​ການວຸ້ນ​ວາຍ ຊີ​ຮວນ​ກົງ​ກັບ​ອ້າຍນ້ອງຂອງ​​ເພິ່ນໄດ້​ພາກັນ​ພັດ​ຖິ່ນ​ໄປ​ສູ່​ລັດ​ອື່ນ   ພາຍຫຼັງ​ມາ ​ເຈົ້າ​ຊີວິດ​ລັດ​ໄດ້​ຖືກ​ລອບ​ຄາດ​ຕະກຳ​ໃນການ​ລັດຖະປະຫານ  ຈົນ​ເຮັດ​ໃຫ້ລັດ​ຊີ​ບໍ່​ມີ​ເຈົ້າ​ຊີວິດ​  ຫຼັງ​ຈາກ​ບູດຊີ​ຮວນ​ກົງ​ທີ່​ມີ​ສິດ​ສືບ​ລາຊະ​ບັນລັງ​ແລະ​ອ້າຍ​ນ້ອງໄດ້​ຮູ້​ຂ່າວ​ນີ້ແລ້ວກໍ​ຟ້າວ​ໄປ​ລັດ​ຊີ ​ເພື່ອ​ສືບ​ລາຊະ​ບັນລັງ ​   ​ເພື່ອ​ຮັບປະກັນ​ໃຫ້​ພະ​ໂອລົດ​ທີ່​ຊື່ວ່າ​ຈິ​ວ ສາມາດຂຶ້ນສະ​ເຫວີຍ​ເປັນເຈົ້າ​ຊີວິດ ທ່ານ​ກວນ​ຈົ້ງ  ​ເສ​ນາ​ບໍດີ​ຂອງ​ຈິ​ວ​ໄດ້​ນຳພາ​ທະຫານລັດ​ຕີ​ຊີ​ຮວນ​ກົງ​ຢູ່​ກາງ​ທາງ  ທ່ານ​ກວນ​ຈົ້ງ​ໄດ້​ຍິງ​ທະນູ​ໃສ່​ຊີ​ຮວນ​ກົງຢູ່​ບ່ອນ​ໄກ  ​ເຖິງວ່າ​ລູກ​ທະນູ​ໄດ້​ຍິ​ເຖິງ​ເກາະ​ສາຍ​ແອວ​ຂອງຊີ​ຮວນ​ກົງກໍ​ຕາມ ​ແຕ່​ຊີ​ຮວນ​ກົງ​ໄດ້​ເຮັດຕິ​ຖືກ​ຍິງ​ຕາຍເພື່ອ​ຫຼວກຫຼວງ​ຝ່າຍ​ກົງກັນຂ້າມ   ທ່ານ​ກວນ​ຈົ້ງ​ຄຶດ​ວ່າຊີ​ຮວນ​ກົງໄດ້ຖືກ​ຍິງ​ຕາຍ​ແລ້ວ  ​ຈິ​ວກໍບໍ່​ມີ​ຄູ່​​ແຂ່ງຂັນ​ແລ້ວ   ກໍ່​​​ໃຫ້​ທະຫານ​ເດີນທາງຊ້າ​ລົງ  ​ແຕ່ຊີ​ຮວນ​ກົງພັດຟ້າວ​ເດີນທາງ​ທັງ​ເວັນ​ທັງ​ຄືນຢ່າງ​ບໍ່​ຢຸດ​ບໍ່​ເຊົາ  ​ໃນ​ທີ່​ສຸດ  ​ໄດ້​​ໄປ​ຮອດ​ລັດ​ຊີ​ກ່ອນ​ ​ຈິ​ວ 6ມື້  ຊີ​ຮວນ​ກົງ​ທີ່​ມາ​ກ່ອນ​ຖືກ​ບັນດາ​ເສ​ນາ​ບໍດີ​ສະຫນັບສະຫນູນ​​ເປັນເຈົ້າ​ຊີວິດທີ່​ຊື່ວ່າ​ສົມ​ເດັດ​ຊີ​ຮວນ​ກົງ


  ສົມ​ເດັດ​ຊີ​ຮວນ​ກົງ​ບໍ່​ພຽງ​ແຕ່​ອີງ​ໃສ່​ຄວາມ​ສະຫຼາດ​ສະຫຼຽວ​ຂຶ້ນຄອງ​ອຳນາດ​ທໍ່​ນັ້ນ  ຫາກຍັງ​ໄດ້ອາ​ໄສ​ສະຕິ​ປັນຍາ​ການ​ເມືອງ​ອັນ​ສູງ​ສຸດ​ສ້າ​ງ ການ​ປົກຄອງ​ເປັນ​ເຈົ້າອຳນາດອີກ​ດ້ວຍຫຼັງ​ຈາກ​ສົມ​ເດັດ​ຊີ​ຮວນ​ກົງ​ຄອງ​ອຳ​ນາດ​ແລ້ວ  ​ໄດ້​ແຕ່ງ​ຕັ້ງ​ຜູ່​ມີ​ຄວາມ​ປີ​ຊາ​ສາມາດ  ຢູ່​ອ້ອມຂ້າງຂອງພະ​ອົງ​ໄດ້​ມີ​ຜູ່​ມີ​ຄວາມຮູ້​ຄວາມ​ສາມາດ​​ໃນ​ດ້ານ ປົກຄອງ​ປະ​ເທດຢ່າງ​ຫຼວງ​ຫຼາຍ   ທ່ານ​ປະ​ຖິ້ມ​ຄວາມ​ອາ​ຄາດ​ບາດ​ຫມອງ​ໃນ​ເມື່ອ​ກ່ອນ  ​ແຕ່ງ​ຕັ້ງທ່າ​ນກວນ​ຈົ້ງ​ທີ່​ເຄີຍລອບ​ຂ້າ​ສົມ​ເດັດ​ໃນ​ຄາວ​ນັ້ນ​ຮັບຕຳ​ແຫນ່​ງ​ເປັນ​ອັກຄະເສນາ​ບໍດີ ​ເຊິ່ງ​ເປັນ ຕຳຫນ່າງ​ສຳຄັນ​ທີ່​ສຸດ  ​ມອບ​ເລື່ອງ​ສຳຄັນ​ຂອງ​ລັດ​ໃຫ້​ທ່ານ  ຍັງ​ເອີ້ນທ່ານ​​ເປັນ​ບິດາ​ຈົ້ງ   ທ່ານ​ກວນ​ຈົ້ງ​ໄດ້​ສ້າງ​ຄຸນ​ງາມ​ຄວາມ​ດີ​ອັນ​ດີ​ເດັ່ນ​ເຂົ້າ​ໃນ​ການ​ສ້າງ​ລັດ​ຊີ​ໃຫ້​ຈະ​ເລີ​ນ ຮຸ່ງ​ເຮືອງ​ເຂັ້ມ​ແຂງ​ຂຶ້ນ


ສົມ​ເດັດ​ຊີ​ຮວນ​ກົງ​​ໄດ້ປະຕິບັດ​ມາດ​ຕະການ​ປະຕິ​ຮູບ​ຢ່າງ​ຕັ້ງ​ຫນ້າ  ອອກ​ແຮງ​ສຸດ​ຂີດ​ປ່ຽນ​ແປງ​ສະພາບ​ຫຼ້າ​ຫຼັງ​ເນື່ອງ​ຈາກ​ລັດ​ຊີ​​​ໄດ້ວຸ້ນວາຍ​ເປັນ​ເວລາ​ດົນ​ນານ  ​ເຮັດ​ໃຫ້​ລັດຊີກາຍ​ເປັນ​ລັດ​ທີ່​ແຂງ​ແຮງ​ກວ່າ​​ຫມູ່​ໃນ​ຫຼາຍ​ລັດ​ຢ່າງ​ວ່ອງ​ໄວ  ບົນ​ພື້ນຖານ​ດັ່ງກ່າວ  ສົມ​ເດັດ​ຊີ​ຮວນ​ກົງ​ໄດ້​ຜ່ານ​ການ​ເຄື່ອນ​ໄຫວ​ຕ່າງໆ​ທາງການ​ທະຫານ ການ​​ເມືອງ​ແລະ​ການ​ຕ່າງປະ​ເທດສະ​ແຫວ​ງຫາຖານະ​ເປັນ​​ເຈົ້າ​ອຳນາດ

ເລື່ອງ​ທີ່ສົມ​ເດັດ​ຊີ​ຮວນ​ກົງຊ່ອຍ​ລັດ​ອ່ອນ​ແລະ​ເຮັດ​ໃຫ້​ຫຼາຍ​ລັດ​ຍອມ​ຂຶ້ນ​ກັບສົມ​ເດັດນັ້ນ​ມີ​ຫຼາຍ​ຢ່າງ​ຫຼາຍ​ແນວ    ຕົວຢ່າງ​ຄື​ລັດ​ຊີ​ໄດ້​ຍາດ​ເອົາ​ດິນ​ແດນ​ຂອງ​ລັດ​ລູ​ໃນ​ສົງຄາມ   ​ໃນ​ເວລາ​ຫົວຫນ້າ ລັດ​ຊີ​ກັບຫົວຫນ້າ​ລັດ​ລູພົບ​ປະກັນ  ນາຍ​ທະຫານ​ລັດ​ລູ​ໄດ້​ຖອດ​ເອົາ​ດາບ​ຈີ້​ສົມ​ເດັດ​ຊີ​ຮວນ​ກົງ​ຢ່າງ​ກະທັນຫັນ ທວງໃຫ້​ສົມ​ເດັດ​ສົ່ງ​ດິນ​ແດນ​ຄືນ​ໃຫ້   ສົມ​ເດັດ​ຊີ​ຮວນ​ກົງ​ຖືກ ບັງຄັບຮັບ​ປາກ​ວ່າ​ຈະ​ສົ່ງ​ດິນ​ແດນ​ຄືນ​ໃຫມ່​ໃຫ້  ຕໍ່​ມາ​ສົມ​ເດັດ​ໄດ້​ສົ່ງ​ດິນ​ແດນ​ຜືນ​ນີ້ຄືນ​ໃຫ້​ລັດລູ  ຫຼາຍ​ລັດ​ເຫັນ​ວ່າ​ພະ​ອົງ​ແມ່ນ​ເຈົ້າຊີວິດທີ່ມີ​ຄຸນສົມ​ບົດ​ດີ​​ແລະ​ເວົ້າ​ແລ້ວ​ຖື​ເປັນ​ສັດຈະ ​ແລ້ວ​​ໄດ້ທະຍອຍກັນ​ຜູກ​ພັນທະ​ມິດ​ກັບ​ພະ​ອົງ      ສົມ​ເດັດ​ຊີ​ຮວນ​ກົງ​ໄດ້​ນຳພາ​ກອງທະຫານ​ຊ່ອຍ​ເຫຼື​ອລັດອ້ຽນ​ໂຈມ​ຕີ ເຜົ່າຕ່າງປະ​ເທດທີ່​ເຂົ້າ​ມາ​ຮຸກ​ຮານ​ນັ້ນ​ໃຫ້​ຖອຍ​ໄປ  ​ເຈົ້າ​ຊີວິດ​ລັດ​ອ້ຽນໄດ້​ສົ່ງ​ສົມ​ເດັດ​ຊີ​ຮວນ​ກົງ​ກັບ​ຄືນ​ສູ່ລັດຊີ​ຢ່າງ​ອາ​ໄລ​ອາວ​ອນ   ພັດ​ໄດ້ອອກ​ຈາກ ເຂດຊາຍ​ແດນ​ຂອງ​ລັດ​ອ້ຽນຢ່າງ​ບໍ່​ຮູ້ສຶກ​ຕົວ    ຕາມ​ກົດ​ລະບຽບຂອງ​ຊລາ​ລາ​ຂະ​ວົງ​ໂຈ​ວ   ​ເຈົ້າຊີວິດລັດ​ຫນຶ່ງ​​ໄປສົ່ງ​​ເຈົ້າ​ຊີວິດລັດ​ອື່ນ​​ແມ່ນ​ບໍ່​ໃຫ້​ອອກ​ຈາກ​ຊາຍ​ແດນ ສົມ​ເດັດ​ຊີ​ຮວນ​ກົງ​ກໍ​ຕັດ​​ເອົາດິນ​ແດນ​ສ່ວນ​ຫນຶ່ງ​ຢູ່​​ເຂດ​ຊາຍ​ແດນ​ລັດ​ຊີ​​ໃຫ້​ລັດ​ອ້ຽນ   ​​ເຮັດ​ໃຫ້ເຈົ້າຊີວິດລັດ​ອ້ຽນຮູ້ສຶກກະ​ຕຸ້ນ​ໃຈທີ່​ສຸດ ​ແລ້ວນຳພາ​ລັດ​ອ້ຽນຂຶ້ນ​ກັບ​ ​ລັດ​ຊີ    ລັດ​ຊິງ​ແລະ​ລັດ​ເວ້ຖືກ​ເຜົ່າດີບຸກ​ໂຈມ​ຕີ   ​ໃນ​ເວລາ​ກອງທະຫານ​ຊ່ອຍກອບ​ກູ້​ຂອງ​ລັດ​ຊີ​​ໄປ​ຮອດ​​  ສອງ​ລັດ​ນີ້ຖືກ​ດັບ​ສູນ​ແລ້ວ  ກອງທະຫານ​ລັດ​ຊີ​ກໍ​ຊ່ອຍສອງ​ລັດ​ຍ້າຍ​​ແລະ​ກໍ່ສ້າງ​ນະຄອນ​ຫຼວງຄືນ​ໃຫມ່   ສົມ​ເດັດ​ຊີ​ຮວນ​ກົງ​ຍັງ​​ໄດ້​ຍົກ​ພົນ​ໂຈມ​ຕີ​ລັດ​ສູທີ່ຢູ່​ພາກ​ໃຕ້​ເຊິ່ງ​ຂົ່ມຂູ່​​ເຂດ​ຍ່ານ​ກາງ​ແລະ​ຍ່ານ​ໃຕ້​ແມ່​ນ້ຳ​ເຫຼືອງ ບັງຄັບ​ໃຫ້​ລັດ​ສູ​ຮ້ອງ​ຂໍ​ເຈລະຈາ​ສະຫງົບ​ສຸກ​ແລະຍອມຖະຫວາຍ​ເຄື່ອງ​ຂອງ​ໃຫ້​ພະ​ລາຊະວັງ​ໂຈ​ວ    ການ​ກະທຳ​​ເຫຼົ່າ​ນີ້​ລ້ວນ​ແຕ່​​ໄດ້ຊ່ອຍ​ເຫຼືອ​ສົມ​ເດັດ​ຊີ​ຮວນ​ກົງ​ສ້າງ​ອິດ​ທິພົນ​ສູງ​ທີ່​ສຸດ​ໃນ​ບັນດາ​ລັດ   ​ໃນ​ເວລາພະ​ລາຊະ​ວັງ​ໂຈ​ວ​ເກີດ​ວິວາດ​ກັນ  ສົມ​ເດັດ​ຊີ​ຮວນ​ກົງ​ໄດ້​ນຳພາ​ຫຼາຍ​ລັດ​ປັບປຸງ​ຖານະ​ຂອງ​ລາຊະ​ທາຍາດ​ລາຊະວົງ​ໂຈ​ວ  ພາຍຫຼັງ​ລາຊະ​ທາຍາດໄດ້​ຂຶ້ນສະ​ເຫວີຍ​ລາຊະ​ສົມບັດ​ເປັນ​​ເຈົ້າ​ຊີວິດ​ລາຊະວົງໂຈ​ວ


ການ​ປົກຄອງ​ທີ່​ເປັນ​ເຈົ້າ​ອຳນາດ​ທີ່​ສົມ​ເດັດ​ຊີ​ຮວນ​ກົງສ້າງ​ຂຶ້ນ​​ນັ້ນ​ເປັນ​ການ​ປະດິດ​ສ້າງໃນ​ໄລຍະ​ສະ​ໄຫມ​ຊຸນ​ຊິວ ​ແລະ​ໃນ​ຂະ​ບວນການເປັນ​​ເຈົ້າ​ອຳນາດ  ພະ​ອົງ​ໄດ້ຜູກ​ພັນທະ​ມິດ​ແລະ​ປອງ​ດອງ​ກັນ​ກັບລັດ​ອື່ນ ​ເຮັດ​ໃຫ້ສົງຄາມ​​ຫຼຸດ​ຫນ້ອຍ​ລົງ  ຮ່ວມ​ກັນ​ກັບ​ຫຼາຍ​ລັດ​ຕ້ານທານ​ ​ເຜົ່າ​ຢົງ​ແລະ​ເຜົ່າ​ດີ​ທີ່​ມາ​ປຸ້ນ​ສະດົມ​ແລະ​ຮຸກ​ຮານ   ມັນມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ເສດຖະກິດ ວັດທະນະທຳ​ຂອງ​ເຂດ​ຍ່ານ​ກາງ​ແລະ​ຍ່ານ​ໃຕ້​ແມ່​ນ້ຳ​ເຫຼືອງ​ແລະ​​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງປະຊາຊົນ​ຢູ່​ເຢັນ​ເປັນສຸກ ​ເຈົ້າ​ອຳນາດ​ທີ່​ຖັດຈາກສົມ​ເດັດ​ຊີ​ຮວນ​ກົງ ລ້ວນ​ແຕ່ບໍ່​ໄດ້ຮັບ​ຜົນສຳ​ເລັດຄື​ສົ​ມ​ເດັດຊີ​ຮວນ​ກົງ   ສະ​ນັ້ນ   ​ໃນປຶ້ມ​ປະຫວັດສາດ​ຂອງ​ຈີນ​ໄດ້​ຍ້ອງຍໍສົມ​ເດັດ​ຊີ​ຮວນ​ກົງ​ວ່າ  ​ໃນ​ຫມູ່​5 ​ເຈົ້າ​ອຳນາດ​ໃນ​ສະ​ໄຫມ​ຊຸນ​ຊິວ  ​​ເຈົ້າ​ຊີວິດ​ຊີ​ຮວນ​ກົງ​ພົ້ນ​ເດັ່ນ​ກວ່າ​​ເພິ່ນ