ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-24 10:39:59    
ລັດ​ຖະ​ບານ​ຈີນ​ຄັນ​ຢາກ​ປະ​ຕິ​ບັດ​ຫລັກ​ການ​ບໍລິ​ຫານ​ງານ​ຕາມ​ກົດ​ໝາຍ​ຍັງ​ຕ້ອງ​ທຳ​ຄວາມ​ພະ​ຍາຍ​ຈາກ​ຫລາຍ​ດ້ານ

cri Author: mo
ນັບ​ມາ​ຮອດ​ວັນ​ທີ 1 ກໍລະ​ກົດປີ​ນີ້, ກົດໝາຍ​ອະນຸຍາດ​ການ​ບໍລິຫານທີ່​ມີ​ຈຸດປະສົງ​​ເຮັດ​ໃຫ້​ສິດ​ອຳນາດ​ແລະ​ການ​ກະທຳ​ຂອງ​ລັດຖະບານ​ເປັນ​ແບບ​ສະບັບ​ນັ້ນ​ໄດ້​ປະຕິບັດ​ເປັນ​ເວລາ 1 ປີ​ແລ້ວ. ຫາງ​ສຽງ​ເຫັນ​ໂດຍ​ທົ່ວ​​ໄປ​ວ່າ, ການ​ປະຕິບັດ​ກົດໝາຍ​ສະບັບ​ນີ້​ໄດ້​ເສີມ​ຂະຫຍາຍ​ບົດບາດ​ອັນ​ໃຫຍ່​ຫລວງ​ຕໍ່​ຈີນ​ສ້າງລັດຖະບານ​ທີ່​ປົກຄອງ​ຕາມ​ກົດໝາຍ​ແລະ​ປະຕິບັດ​ຫລັກການ​ບໍລິຫານ​​ຕາມ​ກົດໝາຍ. ​ໃນ​ກອງ​ປະຊຸມ​ເວທີ​ປາ​ໄສ​ນັກ​ນິຕິສາດ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​​ແລະ​ອັດ​ລົງໃນ​ວັນ​ທີ 19 ມິຖຸນາ, ທ່ານ​ມາ​ຫວຍ​ເຕີ ນັກ​ນິຕິສາດ​ທີ່​ມີ​ຊື່​ສຽງ​ຂອງ​ຈີນສະ​ເໜີ​ວ່າ, ​ໂດຍ​ແນ​ໃສ່​ສະພາບ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການ​ອະນຸຍາດ​ການ​ບໍລິຫານ, ລັດຖະບານ​ຈີນ​ຍັງ​ຕ້ອງ​ທຳ​ຄວາມ​ພະຍາຍາມ​ຈາກ​ຫລາຍ​ດ້ານ, ​ເພື່ອ​ປະຕິບັດ​ຫລັກການ​ບໍ​ລິ​ຫານ​​ຕາມ​ກົດໝາຍ​ຢ່າງ​ແທ້​ຈິງ.

ການ​ບໍລິຫານ​ຕາມ​ກົດໝາຍ​ແມ່ນ​ຄວາມ​ຮຽກຮ້ອງ​ພື້ນຖານ​ລາຍ​ໜຶ່ງ​ຂອງຈີນ​ທີ່​ມີ​ຕໍ່​ອົງການ​ບໍລິຫານ​ຂອງ​ລັດ​​ໃນ​ເວລາ​ຊຸກ​ຍູ້​ການ​ປະຕິ​ຮູບ​ໂຄງ​ປະກອບ​ການ​ເມືອງ, ​ແລະ​ກໍ​ແມ່ນ​​ແບບວິທີ​ແລະ​ຫລັກມາດຖານ​ອັນ​ພື້ນຖານຂອງລັດຖະບານ​ໃນ​ການປະຕິບັດ​ງານ​ໃນ​ໄລຍະ​ໃໝ່. ​​ເນື້ອ​ໃນແກນ​ກາງຂອງ​"ກົດໝາຍ​ວ່າ​ດ້ວຍ​ການ​ອະນຸຍາດ​ການ​ບໍລິຫານ"​ແມ່ນ​ເຮັດ​ໃຫ້​ສິດ​ແລະ​ພາລະ​ບົດບາດ​ຂອງ​ລັດຖະບານ​ຈຳກັດ​ຢູ່​ໃນ​ການສະໜອງ​ຜະລິດ​ຕະພັນ​ການ​ບໍລິການ​ສາທາລະນະ​ທີ່​ມີ​ຄຸນ​ນະພາ​ບດີ​ຢ່າ​ງບັງ​ເກີດ​ຜົນ​ແລະ​ສ້າງ​ສະພາບ​ແວດ​ລ້ອມ​​ແຫ່ງ​ການ​ປົກຄອງ​ຕາມ​ກົດໝາຍ​ທີ່​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ເສດຖະກິດ​ຕະຫລາດ. ທ່ານ​ມາ​ຫວຍ​ເຕີ ນັກ​ນິຕິສາດ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ ​ແລະ​ສາ​ສະ​ດາ​ຈານ​ມະຫາວິທະຍາ​ໄລ​ການ​ເມືອງ​ແລະ​ກົດໝາຍ​ຈີນ​ເຫັນ​ວ່າ, ​ເຖິງ​ວ່າກົດໝາຍ​ອະນຸຍາດ​ການ​ບໍລິຫານ​ໄດ້​ປະຕິບັດ​ໜຶ່ງ​ປີ​ແລ້ວ, ​ແຕ່​ສັງຄົມ​ຈີນ​ຍັງ​ມີ​ບັນຫາ​ສັງຄົມ​ຈຳນວນ​ໜຶ່ງ​ຍ້ອນ​ອົງການ​ລັດຖະບານ​ໃຊ້​ອຳນາດ​ທົ່ວທີບ​ຫລືເໜືອອຳນາດ. ຕໍ່​ເລື່ອງ​ນີ້, ທ່ານ​ກ່າວ​ວ່າ:

ທີ່​ຈິງ​ແລ້ວ, ບັນຫາ​ສັງຄົມ​ ການ​ປະ​ທະ​ກັນ​ທາງ​ສັງຄົມ​ຊະນິດ​ຕ່າງໆລ້ວນ​ແຕ່​​ເກີດ​ຂຶ້ນຍ້ອນ​ອົງການ​ລັດ​ບໍ່​ໄດ້​ບໍລິຫານ​​ຕາມ​ກົດໝາຍ​ຢ່າງ​ເຄັ່ງ​ຄັດ, ​ຫລື​ໃຊ້​ອຳນາດ​ທົ່ວທີບ, ​ເໜືອ​ອຳນາດ. ສະນັ້ນ, ຄັນຢາກ​ແກ້​ໄຂ​ບັນຫາ​ການ​ບໍລິຫານ​​ຕາມ​ກົດໝາຍ​ກໍຕ້ອງ​​ເຮັດ​ໃຫ້ການ​ບໍລິຫານ​ຫັນ​ເປັນ​ລະບອບ​ກົດໝາຍ​ກ່ອນ.

ເມື່ອ​ກ່າວ​ເຖິງ​ຊ່ອງ​ທາງຕົວ​ຈິງ​ຫັນການ​ບໍລິຫານ​​​ເປັນ​ລະບອບກົດໝາຍ, ທ່ານ​ມາ​ຫວຍ​ເຕີ​ເຫັນ​ວ່າ, ​ໂດຍ​​ແນ​ໃສ່​ບັນຫາ​ທີ່​ມີ​ຢູ່​ໃນ​ລະບອບ​ກົດໝາຍ​ການ​ບໍລິຫານ​​ຂອງ​ລັດ, ລັດຖະບານ​ຄວນພະຍາຍາມ​ໃນ 5 ດ້ານ​ເຊັ່ນ:​ເພີ່ມ​ທັດສະນະ​ຄະຕິກົດ​ໝາຍ​ຂອງ​ເຈົ້າໜ້າ​ທີ່​ບໍລິຫານ​ແລະ​ລັດຖະກອນ; ​ເຮັດ​ໃຫ້​ພາລະ​ບົດບາດ​ຂອງ​ທຸກ​ອົງການ​ເປັນ​ແບບ​ສະບັບ; ​ແກ້​ໄຂ​ບັນຫາ​​ເຮັດໃຫ້ການ​ນິຕິບັນຍັດ​ເປັນ​ແບບ​ປະຊາທິປະ​ໄຕ​ແລະ​ເປີດ​ເຜີຍ, ທັງ​ຮັບປະກັນ​ການ​ປະຕິບັດ​ກົດໝາຍ; ສ້າງ​ກົດ​ໄກ​ກະຕຸກ​ຄວາມ​ຫ້າວຫັນ​ແລະ​ໜ້າ​ທີ່​ຮັບຜິດຊອບ​ເປັນຕົ້ນ.

ໃນ​ນັ້ນ, ການ​ເຮັດ​ໃຫ້​ອົງການ​​ປົກຄອງ​​ລັດ​ແລະ​ພາລະ​ບົດບາດ​ຂອງ​ລັດ​ເປັນ​ແບບ​ສະບັບ​ຖືກ​ທ່ານ​ມາ​ຫວຍ​ເຕີ​ເຫັນ​ວ່າແມ່ນ​ໜ້າ​ທີ່​ອັນ​ຮີບ​ດ່ວນ. ທ່ານ​ມາ​ຫວຍ​ເຕີ​ຊີ້​ອອກ​ວ່າ, ​ແຕ່​ປະຕິບັດ​ກົດໝາຍ​ອະນຸຍາດ​ການ​ບໍລິຫານ​ໃນ​ 1 ປິ​ມາ​ນີ້, ​ເຖິງ​ວ່າ​ພາລະ​ບົດບາດ​ອື່ນໆ​​ໃນ​ຫລາຍ​ອົງການ​ບໍລິຫານ​​ໄດ້​ຖືກ​ຍົກ​ເລີກ​, ພຽງ​ແຕ່​ຢູ່​ຂັ້ນຄະນະ​ລັດຖະບານ​ກໍ​ໄດ້​ຍົກ​ເລີກ​ວຽກ​ງານ​ພິຈາລະນາ​ອະນຸມັດ 2 ພັນ​ກວ່າ​ລາຍ, ​ແຕ່​ປະສິດທິພາບ​​ເຮັດ​ວຽກ​ຂອງ​ອົງການ​ລັດ​ຍັງ​ບໍ່​ເດັ່ນ​ຊັດ. ທ່ານ​ເວົ້າວ່າ:

ຄັນຢາກ​ແກ້​ໄຂການ​ຫັນປ່ຽນພາລະ​ບົດບາດ​ຂອງ​ອົງການ​ລັດ, ກຳນົດ​ພາລະ​ບົດບາດ​ເປັນ​ແບບ​ກົດໝາຍ, ກໍ​ຕ້ອງ​ວາງ​ກົດໝາຍຈັດຕັ້ງການ​ບໍລິຫານ"​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້. ​ໃຊ້​​ແບບວິທີ​ກົດໝາຍ​ມອບ​ສິດຕຳ​​ແໜ່​ງ​​ໃຫ້​ລັດຖະບານ​ຢ່າງ​ສົມ​ຄູ່​ກັນ, ຮັບປະກັນ​ໃຫ້​ລັດຖະບານ​ປະຕິບັດ​ສິດ​ພາຍ​ໃນ​ຂອບ​ເຂດ​ສິດ​. ພ້ອມ​ກັນນັ້ນ, ຕ້ອງ​ດຳ​ເນີນ​ການປະຕິ​ຮູບ​ຢ່າງ​ເຖິງ​ກົກ​ເຖິງ​ຮາກ, ຮັບປະກັນ​ໃຫ້ພາລະ​ບົດບາດ​ຂອງ​ອົງການ​ລັດ​ຈຳກັດ​ໃນພາລະ​ບົດບາດ​​ທີ່​ຕັດສິນ​ນະ​ໂຍບາຍ ປະຕິບັດ​ແລະ​ຕິດຕາມກວດກາ ​ເຊິ່ງກົດໝາຍ​ມອບໝາຍ​ໃຫ້.

ທ່ານ​ມາ​ຫວຍ​ເຕີ​ຍັງ​ກ່າວ​ວ່າ, ຂໍ​ກະ​ແຈ​ຂອງ​ການ​ບໍລິຫານ​ຕາມ​ກົດໝາຍ​ແມ່ນ​ຍົກ​ສູງຄຸນ​ນະພາ​ບ​ນິຕິບັນຍັດ​​ແລະ​ຫັນ​ເປັນ​ປະຊາທິປະ​ໄຕ, ທັງ​ເພີ່ມ​ປະສິດ​ທິພາ​ບຕົວ​ຈິງ​ໃນ​ການ​ປະຕິບັດ​ກົດໝາຍ. ທ່ານ​ມາ​ຫວຍ​ເຕີ​ກ່າວ​ວ່າ,

ຂ້າພະ​ເຈົ້າ​ເຫັນ​ວ່າ, ​ໜ້າ​ທີ່​ອັນ​ຮີບ​ດ່ວນ​ໃນ​ການແກ້​ໄຂ​ບັນຫາ​ນິຕິບັນຍັດ​ແມ່ນ​ແກ້​ໄຂ​ບັນຫາ​ເຮັດ​ໃຫ້ການ​ນິຕິບັນຍັດ​ເປັນ​ແບບ​ປະຊາທິປະ​ໄຕ​ແລະ​ເປີດ​ເຜີຍ, ຮັບປະກັນ​ໃຫ້​ປະຊາຊົນ​ເຂົ້າຮ່ວມ, ຮັບປະກັນ​ທ່າ​ທີ​ເປັນກາງ​​ຂອງ​ການ​ນິຕິ​ບັດ​ຍັດ. ນອກ​ນີ້, ພວກ​ຂ້າພະ​ເຈົ້າຄວນ​ຊຳລະ​ການ​ພົວພັນ​ລະຫວ່າງ​ກນວາງ​ກົດໝາຍ​​ໃໝ່​ກັບ​ການ​ປັບປຸງ​ກົດໝາຍ​ເກົ່າ​ໃຫ້​ດີ, ​ໃນ​ການ​​ປະຕິບັດ​ກົດໝາຍຕົວ​ຈິງ, ຮັບປະກັນ​ໃຫ້​ອົງການ​ປະຕິບັດ​ກົດໝາຍ​ມີ​ສິດ​ປະຕິບັດ​ກົດໝາຍ​ຢ່າງ​ເປັນອິດສະຫຼະ, ນີ້​ແມ່ນ​ດ້ານ​ສຳຄັນ​ກວ່າ​ໝູ່​​ໃນ​ການ​ບໍລິຫານ​ຕາມ​ກົດໝາຍ.