ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-24 14:05:33    
ສິ່ງ​ທີ່​ຕ້ອງ​ລະ​ວັງ​ໃນ​ຍາມ​ຮ້ອນ

cri Author: li
​ໃນ​ຍາມ​ຮ້ອນ,​ເພື່ອ​ຢາກ​ເຢັນ​ສະບາຍ,ຄົນ​ເຮົາມັກ​ບໍ່​ເອົາ​ໃຈ​ໃສ່​ນຳການ​ຮັກສາ​ສຸຂະພາບ,​ແລ້ວ​ພາ​ໃຫ້​ບໍ່​ສະບາຍ​ແນວ​ນັນ​ແນວ​ນີ້,ຈົນກະທັ້ງ​ເຈັບ​ໄຂ້​ໄດ້​ພະຍາດ. ດັ່ງນັ້ນ ຢາກ​ໃຫ້ຫາຍ​ຮ້ອນ​ກໍ​ຕ້ອງ​​ເຮັດ​ຕາມ​ຫຼັກ​ວິທະຍາສາດ​ຄື​ກັນ,ຈະ​ປະໝາດ​ບໍ່​ໄດ້.

​ໃນ​ຍາມ​ຮ້ອນ,ຖ້າ​ກະ​ເພາະ​ລຳ​ໄສ້​ຖືກ​ອາຫານ​ເຢັນໆກະຕຸກ​ເລື້ອຍໆ,ມັນ​ຈະ​ຄັ້ນຮູດ​ໄວ​ເຂົ້າ,​ເວລາ​ອາຫານ​ຄ້າງຢູ່​ໃນ​​ໄສ້​ອ່ອນ​ກໍ​ສັ້ນ​ເຂົ້າ,ກະທົບ​ກະ​ເທືອນ​​ຮ່າງກາຍ​ດູດ​ຮັບ​ເອົາ​ທາດ​ບຳລຸງ​ໃນ​ອາຫານ. ພ້ອມ​ກັນນັ້ນ ຍ້ອນ​ຮ້ອນ​ຫຼາຍ,ຄວາມ​ຮ້ອນ​ໃນ​ຮ່າງກາຍ​ລະບາຍ​ອອກ​ຊ້າ,ອຸນຫະພູມ​ໃນ​ກະ​ເພາະ​ລຳ​ໄສ້​ກໍ​ສູງ,ຖ້າ​ກິນ​ຂອງເຢັນໆ​ເຂົ້າ​ໄປ​ກະຕຸກ​ຢ່າງ​ກະທັນ​ຫັນ,ກໍອາ​ດຈະ​ພາ​ໃຫ້​ກະ​ເພາະ​ລຳ​ໄສ້​ປັ້ນ,​ແລ້ວ​ເຈັບທ້ອງ. ​ສະນັ້ນ ​ໃນ​ຍາມ​ຮ້ອນ​ບໍ່​ຄວນ​ກິນ​ອາຫານ​ເຢັນ​ຫຼາຍ​ເກີນ​ໄປ.

​ໃນ​ຍາມ​ຮ້ອນ,ຕ້ອງ​ລະວັງ​​ຢ່າ​ນອນ​ຢູ່​ກາງ​ແຈ້ງ. ນີ້​ແມ່ນ​ຍ້ອນ​ວ່າ​ໃນ​ຍາມ​ຮ້ອນ,​ຄົນ​ເຮົາ​ຈະ​ມີ​ເຫື່ອ​ລະບາຍ​ອອກ​ເລື້ອຍໆ,​ເພື່ອ​ລະບາຍ​ຄວາມ​ຮ້ອນ​ໃນ​ຮ່າງກາຍ; ​ແຕ່​ເມື່ອ​ນອນຫຼັບ​ແລ້ວ,ຮ່າງກາຍ​ຢູ່​ໃນ​ສະພາວະ​​ໂຍະ​ຍານ,ພູມ​ຕ້ານທານ​ຈະ​ຫຼຸດລົງ​ຊົ່ວຄາວ. ​ເວລາ​ນີ້​ພໍດີ​​ແມ່ນ​ຍາມ​ກາງຄືນ,​ອຸນຫະພູມ​ຕ່ຳລົງ,ຖ້າ​ມີ​ລົມ​ເຢັນ​ພັດ​ມາ,ນ້ຳຄ້າງ​ຕົກ​ໃສ່,ມັກ​ຈະ​ພາ​ໃຫ້​ເຈັບຫົວ,​ເຈັບທ້ອງ,ຂໍ່ກະ​ດູກ​ບໍ່​ສະບາຍ,ອາ​ຫານ​ບໍ່​ຍ່ອຍ​ແລະ​ຖອກທ້ອງ. ​ນອນ​ກາງ​ແຈ້ງ​ຍັງ​ມັກ​ຖືກ​ຍຸງ​ກັດ,ອາດ​ຈະ​​ເປັນ​ພະຍາດ​ຕ່າງໆ​ເຊັ່ນ​ສະໝອງ​ອັກ​ເສບ​ເປັນຕົ້ນ.

​ໃນ​ຍາມ​ຮ້ອນ,ຕ້ອງ​ນອນ​ເວັນຈັກ​ໜ່ອຍ. ນີ້​ແມ່ນ​ຍ້ອນ​ວ່າ​ໃນ​ຍາມ​ຮ້ອນ,​ອຸນຫະພູມ​ສູງ,ການ​ຂັບ​ຖ່າຍ​ຂອງ​ຄົນ​ເຮົາ​ຈະ​ໄວ​ເຂົ້າ,ສິ້ນ​ເປືອງ​ຫຼາຍ,ມັກ​ຈະ​ເມື່ອຍ. ບວກ​ກັບ​ກາງຄືນ​ກໍ​ຮ້ອນ,ນອນ​ຫຼັບໆ​ຕື່ນໆ,ຈຶ່ງ​ພາ​ໃຫ້​ນອນ​ບໍ່ອີ່ມ. ດັ່ງນັ້ນ,​ຍາມ​ກາງ​ເວັນ​ນອນຈັກ​ຊົ່ວ​ໂມງ​ໜຶ່ງ​ສອງ​ຊົ່ວ​ໂມງ​ຈະມີ​ຜົນ​ດີ​ຫຼາຍຕໍ່​ສຸຂະພາບ,​ສາມາດ​ເຮັດ​ໃຫ້​ລະບົບ​ຕ່າງໆ​ຂອງ​ຮ່າງກາຍ​ໄດ້​ພັກຜ່ອນ,​ແມ່ນ​ວິທີ​ດີ​ທີ່​ປ້ອງ​ກັນ​ເມົາ​ແດດ.

​ໃນ​ຍາມ​ຮ້ອນ ບໍ່​ຄວນ​​ໃຊ້​ພັດ​ລົມ​ດົນ​​ເກີນ​ໄປ. ນີ້​ແມ່ນ​ຍ້ອນ​ວ່າ​ມັນ​ຈະ​ທຳລາຍ​ການ​ອອກ​ເຫື່ອຢ່າງ​ສະ​ໝ່ຳສະ​ເໝີ,​​ແລ້ວ​ຈະ​ຮູ້ສຶກ​ເຈັບຫົວ,ວິນ​ຫົວ,ປວດຂາ​ອ່ອນ​ເພຍ, ​ບໍ່​ສະບາຍ​ໝົດ​ຄີງ,​ຖ້າ​ອາການ​ໜັກ​ຍັງ​ອາດ​ຈະ​ພາ​ໃຫ້​ເປັນ​ພະຍາດ​ອື່ນ. ຖ້າ​ນອນເປີດ​ພັດ​ລົມ​,​ແຮ່ງ​ມັກ​ເປັນ​ຫວັດ,​ໂດຍ​ສະ​ເພາະ​​ແມ່ນ​ຜູ້​ເຖົ້າ​ແລະ​ເດັກ​ນ້ອຍ​ຕ້ອງ​ລະວັງ.

​ເຄື່ອງ​ປັບ​ອາກາດ​ເຮັດ​ໃຫ້ສະພາບ​ແວດ​ລ້ອມ​ເຢັນ​ສະບາຍ. ​ແຕ່​ຖ້າ​ອຸນຫະ​ພູມ​ໃນ​​ເຮືອນກັບ​​ນອກ​​ເຮືອນ​ໂຕນ​ກັນຫຼາຍ​ເກີນ​ໄປ,​ມັກ​ເຮັດ​ໃຫ້ເປັນ​ຫວັດ; ຖ້າ​ອຸນຫະພູມ​ໃນ​ຫ້ອງ​ກັບ​ນອກ​ຫ້ອງ​ໂຕນ​ກັນຫຼາຍ​,ອາກາດ​ໃນ​ຫ້ອງ​ບໍ່​ສົດ,ຈົນ​ພາ​ໃຫ້​​ເກີດ​ແມ່​ພະຍາດ​ຕ່າງໆ​. ​ໃນ​ເວລາ​ພູມ​ຕ້ານທານ​ຂອງ​ຄົນ​ອ່ອນລົງ​ນັ້ນ,ກໍ​ຈະ​ເປັນ​ພະຍາດ​ຍ້ອນ. ດັ່ງນັ້ນ ການ​ໃຊ້​ແອ​ໃນ​ຍາມ​ຮ້ອນ,ບໍ່​ຄວນປັບ​ໃຫ້​ເຢັນຫຼາຍ.

​ໃນ​ຍາມ​ຮ້ອນ,​ເມື່ອ​ຫາ​ກໍ​ກັບມາ​ຈາກທາງ​ນອກ ມັກ​ອາບນ້ຳ​ເຢັນ,​​ເພື່ອ​ໃຫ້​ເຢັນ​ໄວໆ,ແຕ່​ຍ້ອນ​ວ່າຕາກ​ແດດມາ​ແຕ່​ທາງ​ນອກ,ຄວາມ​ຮ້ອນ​​ໃນ​ໂຕ​ຍັງ​ບໍ່​ລະບາຍ​ອອກ​ໝົດ​ເທື່ອ,ຖ້າ​ອາບນຳ​ເຢັນ,​ເຢັນ​ລົງ​ໄວໆ​ໃນ​ບາດ​ດຽວ,ຈະ​ເຮັດ​ໃຫ້​ຮູ​ຂົນ​ໝົດ​ຄີງ​ຫຸບ​ເຂົ້າ​ທັນທີ,​ເຮັດ​ໃຫ້​ຄວາມ​ຮ້ອນ​​ໃນ​ໂຕ​ລະບາຍ​ອອກ​ບໍ່​ໄດ້,ຍັງ​ຈະ​ພາ​ໃຫ້​ສາຍ​ເລືອດ​​ໃນ​ສະໝອງ​ຫົດເຂົ້າ​ຢ່າງ​ໄວ​ວາ,ຈົນ​ສະໜອງ​ເລືອດ​​ໃຫ້​ສະໝອງ​ບໍ່​ພຽງພໍ,​ເຮັດ​ໃຫ້​​ວິນ​ຫົວ,ຖ້າ​ອາການ​ໜັກ,ອາດ​ຈະ​ສະຫຼົບ​ໄປ; ບໍ່​ໜຳ,​ໃນ​ເວລາ​ນີ້ ພູມ​ຕ້ານທານ​ຂອງ​ຮ່າງກາຍ​ອ່ອນລົງ,ມັກ​ເປັນຫວັດ. ດັ່ງນັ້ນ ວິທີ​ທີ່​ດີ​ທີ່​ສຸດ​ແມ່ນ​ເຊັດ​ເຫື່ອ​ໃຫ້​​ແຫ້ງ​ກ່ອນ,ຫຼື​ລໍຖ້າ​ໃຫ້​ເຫື່ອອອກ​ໝົດ​ແລ້ວ​ຈຶ່ງ​​ອາບນ້ຳ.

​ໃນ​ຍາມ​ຮ້ອນ,​ເຫື່ອ​ອອກຫຼາຍ,ບາງ​ຄົນ​ຈຶ່ງ​ກິນນ້ຳຫຼາຍໆ​ບາດ​ດຽວ,​ເຮັດ​ແບບ​ນີ້ ມັກ​​ພາ​ໃຫ້​​ຫົວ​ໃຈ​​ຫາບ​ແບກ​ໜັກ​,​ເຮັດ​ໃຫ້​​ເລືອດ​ຈາງ​ລົງ,ຈົນ​ກະທັ້ງ​ຫົວ​ໃຈ​ເຕັ້ນ​ໄວ,ຫາຍ​ໃຈ​ຝືດ​ແລະ​ອອກ​ເຫື່ອ​ໄຄ​ຄ້າວ​ເປັນຕົ້ນ,ຖ້າ​ຫິວ​ນ້ຳຫຼາຍ,ຄວນ​ກິນ​ໜ້ອຍ​ໜຶ່ງ​ກ່ອນ,​ເຊົາ​ບຶດໜຶ່ງ​ແລ້ວຄ່ອຍ​ກິນ​ອີກ.​ເຊັ່ນ​ດຽວກັນ,​ໃນ​ຍາມ​ຮ້ອນ​ບໍ່​ຄວນ​ກິນ​ເຄື່ອງ​ດື່ມ​ແທນ​ນ້ຳລ້າໆ. ​ໃນ​ເຄື່ອງ​ດື່ມ​ເຊັ່ນ​ນ້ຳອັດ​ລົມ,ນ້ຳໝາກ​ໄມ້​ແລະ​ໂຄກ​ເປັນ​ຕົ້ນ,ມີບີນ້ຳຕານ​ແລະສິ່ງ​ແຍກ​ທາດ​ດ້ວຍ​ໄຟຟ້າ​ຂ້ອນ​ຂ້າງຫຼາຍ,ວັດ​ຖຸ​ເຫຼົ່ານີ້​ຈະ​ກະຕຸກ​ກະ​ເພາະ,ກະທົບ​ກະ​ເທືອນ​ເຖິງ​ການ​ຍ່ອຍ​ອາຫານ​,ຖ້າ​ກິນຫຼາຍ,ຍັງ​ຈະ​ເພີ່ມ​ຄວາມ​ຫາບ​ແບກ​ຂອງ​ໝາກ​ໄຂ່ຫຼັງ,​ກະທົບ​ກະ​ເທືອນ​ເຖິງ​ສັບພະ​ຄຸນ​ຂອງ​ໝາກ​ໄຂ່ຫຼັງ. ຖ້າ​ກິນ​ນ້ຳຕານ​ຫຼາຍ​ຈະ​​ເຮັດ​ໃຫ້​ຄົນ​ອ້ວນ. ດັ່ງນັ້ນ ​ໃນ​ຍາມ​ຮ້ອນ,ບໍ່​ຄວນ​ກິນ​ເຄື່ອງ​ດື່ມຫຼາຍ,ດີ​ທີ່​ສຸດ​ກິນ​ນ້ຳລ້າໆ,​ໂດຍ​ສະ​ເພາະ​ແມ່ນ​ເດັກນ້ອຍ​ແລະ​ຜູ້​ເຖົ້າ,ຍິ່ງບໍ່​ຄວນ​ກິນ​ເຄື່ອງ​ດື່ມ​ຫຼາຍ.