ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-24 14:13:25    
ຈີນ​ຈະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ທີ່​ມີ​ໄຮ​ເຕັກ

cri Author: li
ຕັ້ງແຕ່​ນະຄອນ​ປັກ​ກິ່ງ​ໄດ້​ຮັບ​ສິດ​ເປັນ​ເຈົ້າພາບ​ຈັດ​ງານ​ກິລາ​ໂອ​ລິມ​ປິກ​ຄັ້ງທີ 29 ​ເມື່ອ 4 ປີ​ກ່ອນ​ມາ​ນີ້,ຈີນ​ກໍ​ໄດ້​ລົງມື​ເຮັດ​ວຽກ​ກະກຽມ​ທຸກ​ລາຍ​ຂອງ​ງານ​ກິລາ​ໂອ​ລິ​ມປິກ. ​ໃນ​ຂະ​ບວນການ​ດັ່ງກ່າວ,ຈະ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ວິທະຍາສາດ​ເຕັກນິກ​ແນວ​ໃດ,​ເພື່ອ​ຮັບປະກັນ​ໃຫ້​ງານ​ກິລາ​ໂອ​ລິມປິກ​ດຳ​ເນີນ​ໄປ​ຢ່າງ​ສະດວກ​ນັ້ນ​ແມ່ນ​ຈຸດ​ໜັກ​​ຕະຫຼອດ​ມາ.

​ໃນ​ເວລາ​ຮ້ອງ​ຂໍ​ຈັດ​ງານ​ກິລາ​ໂອ​ລິມປິກ,ປັກ​ກິ່ງ​ກໍ​ໄດ້​ກຳນົດ​ຫົວ​ຂໍ້​ຫຼັກ​ທີ່​ວ່າ"ງານ​ໂອ​ລິມປິກ​ສີຂຽວ,ງານ​ໂອ​ລິ​ມປິກ​ວິທະຍາສາດ​ເຕັກນິກ​ແລະ​ງານ​ໂອ​ລິມປິກ​ວັດທະ​ນະທຳ". ນີ້​ກໍ​​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະຫວັດສາດ​ງານ​ກິລາ​ໂອ​ລິມປິກ​ທີ່​ໄດ້ສະ​ເໜີ​ທັດສະນະ​ຄະຕິ"ງານ​ໂອ​ລິມປິກ​ວິທະ​ຍາສາດ". ທ່ານ​ນາງ​ລິນ​ເວີນ​ຢີ ຮອງ​ເຈົ້າຄອງ​ນະຄອນ​ຫຼວງ​ປັກ​ກິ່ງ​ໄດ້​ອະທິບາຍ​ທັດສະ​ນະ​ຄະຕິ​ດັ່ງກ່າວ​ວ່າ:

"ຄວາມ​ໝາຍ​ຂອງ​ງານ​ໂອ​ລິ​ມປິກ​ວິທະຍາສາດ​ເຕັກນິກ​ກໍ​ແມ່ນ​ຕ້ອງ​ປະສານ​ສົມ​ທົບ​ກັບ​ຄວາມ​ຄືບ​ໜ້າ​ໃໝ່​ສຸດ​ທາງ​ດ້ານ​ວິທະຍາສາດ​ເຕັກນິກ​ຢ່າງ​ແໜ້ນ​​ແຟ້ນ,​ໂຮມ​ສູນ​ໝາກຜົນ​​ເຕັກນິກ​ສູງ​ໃໝ່​ຂອງ​ທົ່ວ​ປະ​ເທດ​ກໍ​ຄື​ຂອງ​ໂລກ,​ໃຊ້​ເຂົ້າ​ໃນ​ງານ​ກິລາ​ອັນ​ໃຫຍ່​ໂຕ​ມະ​ໂຫລານ​ຄັ້ງນີ້."

ພາຍຫຼັງ​ປັກ​ກິ່ງ​ໄດ້​ຮັບ​ສິດ​ເປັນ​ເຈົ້າພາບ​ຈັດ​ງານ​ໂອ​ລິມປິກ​ແລ້ວ,​ກະຊວງ​ວິທະຍາ​ສາດ​ເຕັກ​ໂນ​ໂລ​ຢີຈີນ,ຄະນະ​ກຳມະການ​ຈັດຕັ້ງ​ງານ​ກິລາ​ໂອ​ລິມປິກ​ປັກ​ກິ່ງ​ແລະ​ຫົວໜ່ວຍ​ອື່ນໆ​ກໍ​ໄດ້​ລົງມື​ປະຕິບັດ"​ແຜນການ​ດຳ​ເນີນ​ງານ​ຂອງ​ງານ​ກິລາ​ໂອ​ລິມປິກ​ວິທະ​ຍາສາດ​ເຕັກນິກ",ຕົກລົງ​ບຸກຂໍ້​ຍາກ​ໃນ 6 ດ້ານ​ເຊັ່ນ​ການ​ກໍ່ສ້າງ​ສະໜາມ​ແລະ​ຫໍ​ກິລາ​ໂອ​ລິມປິກ,ການ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ງານ​ກິລາ​ໂອ​ລິມປິກ,​ສິ່ງ​ແວດ​ລ້ອມ​ທາງ​ອາກາດ​ກັບ​ແຫຼ່ງນ້ຳ​ຂອງ​ປັກ​ກິ່ງ,ຄົມມະ​ນາຄົມ,​ເຕັກນິກ​ໂທລະ​ຄົມ​ຂໍ້​ມູນ​ຂ່າວສານ​ແລະ​ວິທະ​ຍາສາດ​ເຕັກນິກ​ກິລາ​ເປັນຕົ້ນ,​ຢູ່​ໃຕ້​ຫົວ​ຂໍ້​ໃຫຍ່​ເຫຼົ່ານີ້​ໄດ້​ປະຕິບັດ 10 ​ໂຄງການ​ໃຫຍ່​ຢ່າງ​ລະອຽດ,​ຕົ້ນຕໍ​ລວມທັງ"​ແຜນການ​ຄົມມະ​ນາຄົມ​ທີ່​ມີ​ສະຕິ​ປັນຍາ​ຂອງ​ປັກ​ກິ່ງ","​ແບບຢ່າງ​ການ​ແລ່ນ​ລົດ​ກຸຍ","ລະບົບ​ບໍລິການ​ຂໍ້​ມູນ​ຂ່າວສານ​ດ້ວຍ​ຫຼາຍ​ພາສາ​ທີ່​ມີ​ສະຕິ​ປັນຍາ"​ແລະ​ອື່ນໆ.

​ເພື່ອ​ປະຕິບັດ​ໂຄງການ​​ເຫຼົ່ານີ້,ຝ່າຍ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ໄດ້​ລົງທຶນ 3 ຕື້​ກວ່າ​ໂດ​ລາ​ສະຫະລັດ,ພະນັກງານ​ວິທະຍາສາດ​ເຕັກນິກ​ຫຼາຍພັນ​ຄົນ​ໄດ້​ເຂົ້າຮ່ວມ​ວຽກ​ງານ​ຄົ້ນຄວ້າ​ວິທະ​ຍາສາດ​ທີ່​ກ່ຽວຂ້ອງ.

ທ່ານ​ລິວ​ປິນ​ແມ່ນ​ຜູ້​ຄົ້ນຄວ້າ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ລະບົບ​ອັດຕະ​ໂນ​ມັດ​ຂອງ​ສະພາ​ບັນດິດ​ວິທະຍາສາດ​ຈີນ,ໜ່ວຍ​ງານທີ່​ນຳ​ໂດຍ​ທ່ານ​ໄດ້​ເຂົ້າຮ່ວມ​ວຽກ​ງານ​ຄົ້ນຄວ້າ"ລະບົບ​ບໍລິການ​ຂໍ້​ມູນ​ຂ່າວສານ​ດ້ວຍ​ຫຼາຍ​ພາສາ​ທີ່​ມີ​ສະຕິ​ປັນຍາ". ທ່ານ​​ໄດ້​ແນະນຳ​ໃຫ້​ນັກ​ຂ່າວ​ຊາບ​ວ່າ:

"ສິ່ງ​ທີ່​ພວກ​ຂ້າພະ​ເຈົ້າ​ພວມ​ຄົ້ນຄວ້າ​ນັ້ນ​ແມ່ນ​ລະບົບ​ແປ​ພາສາ​ທີ່​ມີ​ສະຕິ​ປັນຍາ​​ແກ່ເພື່ອນ​ຕ່າງ​ປະ​ເທດ​ທີ່​ມາ​​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິມປິກ​ປີ 2008 ຢູ່​ຈີນ,ມັນ​ຕົ້ນຕໍ​ໃຊ້​ໃນ​ຜະລິດ​ຕະພັນ​ເອ​ເລັກ​ໂຕຼນິກ​ແບບ​ມື​ຖື​ເຊັ່ນ​ຄອມ​ພິວ​ເຕີ​ມື​ຖື​ແລະ​ໂທລະສັບ​ມື​ຖື​ເປັນຕົ້ນ. ​ສັບພະ​ຄຸນ​ຕົ້ນຕໍ​ຂອງ​ມັນ​ແມ່ນ​ໃຫ້ການ​ບໍລິການ​ແປ​ພາສາ​​​ແກ່​ຜູ້​ໃຊ້​ໃນ​ດ້ານ​ຈອງ​ໂຮງ​ແຮມ,​ກວດກາ​ຄົມມະ​ນາຄົມ,​ໄປ​ຫາ​ໝໍແລະ​ໄປ​ກິນ​ເຂົ້າ​ເປັນຕົ້ນ."

​ເມື່ອ​ຮອດວັນ​ງານ​ກິລາ​ໂອ​ລິມປິກ​ປັກ​ກິ່ງ​ປີ 2008 ຈະ​ມີ​ນັກ​ກິລາ,ຄູ​ເຝິກ​ແລະ​ຜູ້​ທ່ອງ​ທ່ຽວ​ຕ່າງປະ​ເທດ​ຈຳນວນ​ຫຼວງຫຼາຍ​ມາ​ຮອດ​ປັກ​ກິ່ງ. ຖ້າ​ຄອມ​ພິວ​ເຕີ​ມື​ຖືຫຼື​ໂທລະສັບ​ມື​ຖື​ຂອງ​ເພື່ອນ​ຕ່າງ​ປະ​ເທດ​ໄດ້​ຕິດຕັ້ງ​ລະບົບ​ແປ​ພາສາ​ທີ່​ມີ​ສະຕິ​ປັນຍາ​ທີ່​ທ່ານ​ລິວ​ປິນ​ເປັນຕົ້ນ​ພັດທະນາ​ນັ້ນ,ກໍ​ເໝືອນ​ດັ່ງ​ມີ​ຜູ້​ແປ​ຕິດ​ຕົວ.

ຕາມ​ຊາບ​ວ່າ,ນອກຈາກ​ນຳ​ໃຊ້​ໃນ​ອຸປະກອນ​ເອ​ເລັກ​ໂຕຼນິກ​ແບບ​ມື​ຖື​ຂອງ​ສ່ວນ​ບຸກຄົນ​ແລ້ວ,​ເມື່ອ​ຮອດ​ປີ 2008 ລະບົບ​ແປ​ພາສາ​ທີ່​ມີ​ສະຕິ​ປັນຍາ​ຍັງ​ຈະ​ຖືກ​ນຳ​ໃຊ້​ໃນ 3000 ກວ່າ​ສາລາ​ຂໍ້​ມູນ​ຂ່າວສານ​ທີ່​ຕັ້ງຢູ່​​ແຄມ​ຖະໜົນ​ຫົນທາງ​ຂອງ​ປັກ​ກິ່ງ.

​ໃນ​ຂະນະ​ທີ່​ວຽກ​ງານ​ຄົ້ນຄວ້າ"ລະ​ບົບ​ບໍລິການ​ຂໍ້​ມູນ​ຂ່າວສານ​ດ້ວຍ​ຫຼາຍ​ພາສາ​ທີ່​ມີ​ສະຕິ​ປັນຍາ"ຂອງ​ງານ​ກິລາ​ໂອ​ລິມ​ປິກ​ໄດ້​ມີ​ການ​ບຸກທະລຸ​ຢ່າງ​ໃຫຍ່ຫຼວງ​ນັ້ນ,ສະພາບ​ຄວາມ​ຄືບໜ້າ​ຂອງ​ໂຄງການ​ວິທະຍາສາດ​ເຕັກນິກ​ສຳຄັນ​ອື່ນໆ​ຂອງ​ງານ​ກິລາ​ໂອ​ລິມປິກ​ເປັນ​ແນວ​ໃດ? ທ່ານ​ດູ​ຈັນ​ຢວນ ​ເຈົ້າໜ້າ​ທີ່​ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ອີ​ຈີນ​ແມ່ນ​ຜູ້​ຮັບຜິດຊອບ​ຜູ້​ໜຶ່ງ​ຂອງ"​ແຜນການ​ດຳ​ເນີນ​ງານ​ຂອງ​ງານ​ກິລາ​ໂອ​ລິມປິກ​ວິທະຍາສາດ​ເຕັກນິກ,ທ່ານ​ແນະນຳ​ວ່າ:

"ຕົວຢ່າງ​ຄື​​ໂຄງການ​ລົດ​ກຸຍ​ໄດ້​ຮັບ​ໝາກຜົນ​ສຳຄັນ​ໃນດ້ານ​ເຕັກນິກ​ຂໍກະ​ແຈ,​ການ​ຄົ້ນຄວ້າ​ຜະລິດ​ແລະ​ທົດ​ລອງ​ໃຊ້​ລົດ​ເປັນຕົ້ນ; ​ໂຄງການ​ມາດຖານ​ສິ່ງ​ກໍ່ສ້າງ​ສີຂຽວ​ພ້ອມ​ດ້ວຍ​ແບບຢ່າງ​ນຳ​ໃຊ້​ໄດ້​ສະ​ເໜີ​ມາດຖານ​ສິ່ງ​ກໍ່ສ້າງ​ສີຂຽວ​ຂອງ​ສະໜາມ​ແລະ​ຫໍ​ກິລາ​ໂອ​ລິມ​ປິກ​ແລະ​ຫໍ​ພັກ​​ໂອ​ລິມປິກ ​ແລະ​ມາດຖານ​ປະຢັດ​ພະລັງງານ,ປະ​ຢັດ​ນ້ຳຂອງ​ສິ່ງ​ກໍ່ສ້າງ​ໂອ​ລິມປິກ​ເປັນຕົ້ນ. ​ເວົ້າລວມ​ແລ້ວ,ປັດຈຸບັນ,10 ​ໂຄງການ​ວິທະຍາສາດ​ເຕັກນິກ​ສຳຄັນ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ໄດ້​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ສະດວກ."

ທ່ານ​ເວົ້າວ່າ,ຜ່ານ​ຈາກ​ການ​ປະຕິບັດ​ໂຄງການ​ເຫຼົ່ານີ້,​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິມປິກ​ປີ 2008,​ໄຟ​ຖະໜົນ​ເກີນ 80% ຂອງ​​ໃຈກາງ​ເມືອງ​ປັກ​ກິ່ງ​ຈະ​ໃຊ້​ພະລັງ​ຕາ​ເວັນ; ລົດຍົນ​ທີ່​ຮັບ​ສົ່ງ​ນັກ​ກິລາ​ຈະ​ໃຊ້​ລົດ​ກຸຍ​ທັງ​ໝົດ; ບ້ານ​ໂອ​ລິມປິກ​ຈະ​ໃຊ້​ເຕັກນິກ​ຈຳ​ແນ​ກໜ້າ​ຄົນ​ມາ​ຕິດຕາມ​ຄວບ​ຄຸມ​ຜູ້​ເຂົ້າ,​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ນັກ​ກິລາ​ແລະ​ຄູ​ເຝິກ; ​ຜູ້​ຊົມ​ຈະ​ໃຊ້​ໂທລະ​ສັບ​ມື​ຖື 3 G ຊົມ​​ເບິ່ງການ​ແຂ່ງ​ຂັນ​ໂອ​ລິມປິກ​ໄດ້​ແລະ​ອື່ນໆ. ຜູ້​ຮັບຜິດຊອບ​ຜູ້​ນີ້​ຍັງ​ກ່າວ​ວ່າ,​ແຕ່​ປັດຈຸບັນ​ຮອດ​ວັນ​ຈັດ​ງານ​ກິລາ​ໂອ​ລິມ​ປິກ​ປີ 2008 ຍັງ​ມີ​ເວລາ​ປະມານ 3 ປີ,​ໃນ​ໄລຍະ​ນີ້,ຍັງ​ມີ​ວິທະຍາສາ​ເຕັກນິກ​ໃໝ່​ຢ່າງ​ຫຼວງຫຼາຍ​ກຳ​ເນີດຂຶ້ນ,ຝ່າຍ​ທີ່​ກ່ຽວຂ້ອງ​ຈະ​ເລືອກ​ນຳ​ໃຊ້​ໝາກຜົນ​ວິທະ​ຍາສາດ​ເຕັກນິກ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ງານ​ກິລາ​ໂອ​ລິມປິກ​ຢ່າງ​ທັນ​ການ.