ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-25 16:56:02    
ຝ່າຍ​ຈີນ​ເດັດດ່ຽວ​ຄັດຄ້ານ​ສະ​ຫະ​ພາບ​​ເອີ​ລົບ​ໃຊ້​ມາດ​ຕະ​ການ​ຈຳ​ກັດ​ສິນ​ຄ້າ​ປະ​ເພດ​ເກີບ​ຂອງ​ຈີນ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 24 ມິ​ຖຸນາ ຢູ່​ທີ່​ປັກ​ກິ່ງ,ທ່ານ​ສົງ​ສຽນ​ໂຄສົກ​ຖະແຫຼງ​ຂ່າວ​ກະ​ຊວງ​ການ​ຄ້າ​ຈີນກ່າວ​ວ່າ, ຝ່າຍ​ຈີນ​ເດັດດ່ຽວ​ຄັດຄ້ານ​ສະຫະພາບ​ເອີລົບ​ດຳ​ເນີນ​ການ​ສຳຫຼວດ​ຕ້ານ​ການ​ຂາຍ​ເລ​ຕໍ່​ເກີບ​ທີ່​ຈີນ​ສົ່ງ​ອອກ​ພາຍ​ໃຕ້​ສະພາບ​ທີ່ບໍ່​ມີ​ມູນ​ຄວາມ​ຈິງ​ແລະ​ຫຼັກ​ອ້າງ​ອີງ​ທາງ​ກົດໝາຍ, ພ້ອມ​ທັງ​ເຕືອນ​ໃຫ້​ສະຫະ​ພາຍ​ເອີ​ລົບ​ພິຈາລະ​ນາ​ຄວາມ​ເປັນ​ຈິງ ທຳ​ການ​ຕົກລົງ​ຢ່າງຮອບ​ຄອບ,ຫຼົບຫຼີກການ​ຂັດ​ແຍ່ງ​ກັນ​ທາງ​ກາ​ນຄ້າ.

ທ່ານ​ກ່າວ​ວ່າ, ຝ່າຍ​ຈີນ​ເຫັນ​ວ່າ, ຫຼັງຈາກ​ຍົກ​ເລີກ​ການ​ຈຳກັດ​ໂກ​ຕາ​ເກີບ​ຂອງ​ຈີນ​ທິ່​ສົ່ງ​ອອກ​ໃນ​ວັນ​ທີ 1 ມັງກອນ​ປີ​ນີ້​ແລ້ວ, ພຽງ​ບໍ່​ທໍ່​ໃດ​ເດືອນ ສະຫະພາບ​ເອີ​ລົບ​ກໍດຳ​ເນີນ​ການ​ສຳ​ຫຼວດ​ຕ້ານ​ການ​ຂາຍ​ເລ​ຕໍ່​ຜະ​ລິດ​ຕະພັນ​ປະ​ເພດ​ເກີບ​ຂອງ​ຈີນ​ຕາມ​ຕົວ​ເລກ​ສະ​ຖະຕິ​ທີ່​ບໍ່​ຖືກ​ຕ້ອງ, ໝາຍຈະ​ໃຊ້​ມາດ​ຕະການ​ຈຳກັດຮອບ​ໃໝ່​ຕໍ່​ສິນຄ້າ​ປະ​ເພດ​ເກີບຂອງ​ຈີນ, ທັງ​ນິ້ ​ແມ່ນ​ຝ່າ​ຝືນ​ຫຼັກການ​ການ​ຄ້າ​ເສລີ.