ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-25 18:12:11    
ທ່ານ​ບຸ​ສປະ​ຕິເສດ​ບໍ່​ວາງ​ຕາ​ລາງ​ເວ​ລາ​ຖອນ​ທະ​ຫານ​ອາ​ເມ​ລິ​ກາ​ອອກ​ຈາກ​ອີ​ຣັກ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 24 ມິຖຸນາ​ນີ້ ຢູ່​ທີ່​ທຳນຽບຂາວ, ພາຍຫຼັງ​ໄດ້​ເຈລະຈາ​ກັບ​ທ່ານ​ຈາ​ຟາ​ຣີ ນາ​ຍົກ​ລັດຖະມົນຕີລັດຖະບານ​ຂ້າມ​ຜ່ານ​ຂອງ​ອີຣັກທີ່​ມາ​ຢ້ຽມຢາມນັ້ນ​ແລ້ວ, ທ່ານ​ບຸ​ສ ປະທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ກ່າວ​ວ່າ, ປະຕິ​ເສດ​ວາງ​ຕາລາງ​ເວລາກ່ຽວ​ກັບ​ການຖອນ​ກອງ​ທະ​ຫານ​ອາ​ເມ​ລິ​ກາ​ອອກ​ຈາກ​ອີຣັກ.

​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນຫຼັງການ​ເຈລະຈາ, ທ່ານ​ບຸ​ສກ່າວ​ວ່າ, ກອງ​ທະ​ຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກຈະ​ສືບ​ຕໍ່​ຊ່ອຍ​ເຫຼືອອີຣັກອົບຮົມ​ສ້າງ​ກອງ​ທະຫານ​ຮັກສາ​ຄວາມ​ປອດ​ໄພ, ​ເຮັດ​ໃຫ້​ອີ​ຣັກ​ສາ​ມາດ​ຫາບ​ແບກ​ໜ້າ​ທີ່​ຮັບ​ຜິດ​ຊອບ​ປ້ອງ​ກັນ​ປະ​ເທດ.

​ໃນ​ມື້​ດຽວ​ກັນ, ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກຢືນຢັນ​ວ່າ, ລົດຄັນ​ໜຶ່ງ​ຂອງ​ທະ​ຫານ​ເຮືອ​ສູ້​ເທິງ​ບົກ​ອາ​ເມ​ລິ​ກາຖືກຫຼອນ​ໂຈມ​ຕີ​ດ້ວຍ​​ລະ​ເບີດ​ລົດຍົນແບບ​ສະ​ຫຼະ​ຊີ​ວິດ​ຢູ່​ເມືອງ​ຟາ​ລູຈາ, ທະຫານ​ອາ​ເມ​ລິ​ກາ 6 ຄົນ​ເສຍ​ຊີວິດ.