ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-25 20:17:31    
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຈີນ​ຍີ່ປຸ່ນ​ເຫັນ​ດີ​ເຮັດ​ວຽກ​ເພື່ອ​ສ້າງ​ກົນ​ໄກ​ສົນ​ທະ​ນາ​ທາງ​ການ​ເງິນ​ລະ​ຫວ່າງ​ສອງ​ຝ່າຍ

cri Author: da
ຕາມ​ຂ່າວສາ​ນຊິນ​ຮວາ: ວັນ​ທີ 25 ມີ​ຖຸນາ,ທ່ານ​ຈີນ​ເຢິນຊິງ ລັດຖະມົນຕີ​ກະຊວງ​ການ​ເງິນ​ຈີນ​ແລະ​ທ່ານຊາ​ດາ​ຄາ​ຈູ ທານີ​ກາ​ຄີ ລັດຖະມົນຕີ​ກະຊວງ​ການ​ເງິນ​ຍີ່ປຸ່ນ​ເວົ້າວ່າ,​ເຫັນ​ດີ​ເຮັດ​ວຽກເພື່ອ​ສ້າງ​ກົນ​ໄກ​ສົນທະນາ​ທາງ​ການ​ເງິນ​ຈີ​ນຍີ່ປຸ່ນ,​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ໃນ​ບັນຫາ​ການ​ເງິນ​ແລະ​ການ​ທະນາຄານ​ຕື່ມ​ອີກ.

​ໃນ​ໄລຍະ​ທ່ານ​ຈິນ​ເຢິນຊິງ​ກັບ​ທ່ານ​ຊາ​ດາ​ຄາ​ຈູ​ເຂົ້າຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ​ອາຊີ​ເອີ​ລົບ​ຄັ້ງທີ 6 ນັ້ນ,ພວກ​ທ່ານ​ໄດ້​ຈັດການ​ເຈລະ​ຈາ​ຢູ່​ທຽນ​ສິນ.

ສອງ​ຝ່າຍ​ເວົ້າວ່າ,ຫວັງ​ໃຫ້​ຈັດການ​ສົນທະນາ​ຂັ້ນລັດຖະ​ມົນຕີ​ຄັ້ງທີ​ໜຶ່ງ​ໂດຍ​ໄວ.ພະນັກງານ​ຂອງ​ສອງ​ຝ່າຍ​ຈະ​ຫາລື​ກັນ​ຕື່ມ​ອີກ​ກ່ຽວ​ກັບ​ເລື່ອງ​ທີ່​ກ່ຽວຂ້ອງ​ອັນ​ລະອຽດ​ຫຼັງ​ກອງ​ປະຊຸມ​ຄັ້ງນີ້,​ເຊິ່ງລວມທັງ​ຊອກ​ຄົ້ນກົນ​ໄກ​​ສົນທະນາ​ແລະ​ຂອບ​ເຂດ​​ສົນທະນາ​ເປັນຕົ້ນ.