ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-26 16:34:38    
ຈີນ​ປັບປຸງ "ກົດໝາຍ​ວ່າ​ດ້ວຍ​ການ​ຮັບ​ປະ​ກັນ​ສິດ​ແລະ​ຜົນ​ປະ​ໂຫຍດ​ຂອງ​ແມ່​ຍິງ"

cri Author: lm

ຕາມ​ຂ່າວCRI: ວັນ​ທີ 26 ມິຖຸນາ​ນີ້ ຮ່າງ "ກົດໝາຍ​ວ່າ​ດ້ວຍ​ການ​ຮັບປະກັນສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ແມ່ຍິງ" ສະບັບ​ປັບປຸງ​ໄດ້​ຍື່ນ​ໃຫ້​ກອງ​ປະຊຸມ​ຄະນະ​ປະຈຳ​ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ທີ່​ໄຂ​ຂຶ້ນ​ໃນ​ມື້​ດຽວ​ກັນ​ສຳຫຼວດພິຈາລະນາ. ຈຸດປະສົງຂອງການ​ປັບ​ປຸງກົດ​ໝາຍ​ສະ​ບັບ​ດັ່ງ​ກ່າວ​ແມ່ນ​ບູ​ລະນະ​ລະບອບ​ຮັບປະກັນ​ສິດ​ແລະ​ຜົນ​ປະ​ໂຫຍດ​ຂອງ​ແມ່​ຍິງ​​ຕື່ມ​ອີກ, ສະ​ແດງ​ເຖິງ​ຫຼັກ​ການສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ.

"ກົດໝາຍ​ວ່າ​ດ້ວຍ​ການຮັບປະກັນ​ສິດ​ແລະຜົນ​ປະ​ໂຫຍ​ດຂອງ​ແມ່ຍິງ" ​ໄດ້​ປະຕິບັດ​ມາ​ເປັນ​ເວລາ 10 ກວ່າ​ແລ້ວ, ​ແມ່ນ​ກົດໝາຍ​ພື້ນຖານ​ທີ່​ຮັບປະ​ກັນສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ແມ່ຍິງ​ຈີນ​ຢ່າງ​ຮອບດ້ານ. ຮ່າງ​ກົດໝາຍ​ສະບັບ​ປັບປຸງ​ໄດ້​ວາງ​ຂໍ້​ກຳນົດ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ເຮັດ​ແນວ​ໃດ​ປ້ອງ​ກັນ​​ແລະ​ສະກັດ​ກັ້ນບໍ່​ໃຫ້​ເກີດມີ​ການ​ກະທຳ​ດ້ວຍ​ກຳລັງ​ຮຸນ​ແຮງ​ໃນ​ຄອບຄົວ​ແລະ​ເກືອດ​ຫ້າມ​ການ​ກຸກ​ກວນ​ທາງ​​ເພດ​ເປັນຕົ້ນ, ຍັງ​ເພີ່ມ​ທະວີ​ສິດ​ຂອງ​ແມ່ຍິງ​ດ້ານ​ການ​ເມືອງ ການ​ສຶກສາ​ວັດທະນະທຳ ​ການ​ອອກ​ແຮງ​ງານ​ແລະ​ການ​ຄ້ຳປ​ະ​ກັນສັງຄົມ​ຕື່ມ​ອີກ​ເປັນຕົ້ນ.