ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-26 18:42:35    
ອົງການ​ນິຕິບັນຍັດ​ຂອງ​ຈີນ​ສຳ​ຫຼວດ​ພິ​ຈາ​ລະ​ນາ​ສົນ​ທິ​ສັນ​ຍາ​ລະ​ຫວ່າງ​ຈີນ​ກັບ​ຟິ​ລິບ​ປິນ ກ່ຽວ​ກັບ​ການ​ນຳ​ສົ່ງ​ນັກ​ໂທດ​ຂ້າມ​ແດນ​

cri Author: lm

ຕາມ​ຂ່າວCRI: ກອງ​ປະຊຸມ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ໄຂ​ຂຶ້ນ​ໃນວັນ​ທີ 26 ມິ​ຖຸ​ນາ​ນີ້ ຈະ​ສຳຫຼວດພິຈາລະນາ "ສົນທິສັນຍາລະຫວ່າງ​ຈີນ​ກັບ​ຟິລິບ​ປິນກ່ຽວ​ກັບ​ການ​ນຳ​ສົ່ງ​ນັກ​ໂທດ​ຂ້າມ​ແດນ​". ຕາມ​ແນະນຳ​ວ່າ, ການ​ອະນຸມັດ​ສົນທິສັນຍາ​ສະບັບ​ດັ່ງກ່າວ​ແລະ​ເກີດ​ຜົນ​ບັງ​ຄັບ​ໃຊ້, ຈະ​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕຸລາ​ການ​ລະຫວ່າງ​ຈີນ​ກັບ​ຟິລິບ​ປິນ, ຊຸກ​ຍູ້​ການ​ພົວພັນ​ໄມຕີ​ຈິດ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂະຫຍາຍຕົວ​ຕື່ມ​ອີກ.

​ເມື່ອ​ປີ 2001, ຈີນ​ຟິລິບ​ປິນ​ໄດ້​ເຊັນ​ສົນທິສັນຍາ​ສະບັບ​ດັ່ງກ່າວ, ​ເນື້ອ​ໃນຂອງ​ສົນ​ທິ​ສັນ​ຍາ​ມີ​ດັ່ງ​ນີ້: ພັນທະ ລະບຽບ​ການແລະ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ນຳ​ສົ່ງ​ຂ້າມ​ແດນ ນັກ​ໂທດ​ທີ່​ສາ​ມາດ​ນຳ​ສົ່ງ​ຂ້າມ​ແດນ ມູນເຫດຂອງ​ການ​ປະຕິ​ເສດ​ບໍ່ນຳ​ສົ່ງ​ແລະ​ຮູບ​ການ​ແກ້​ໄຂ​ການ​ວິວາດ​ກັນ​ເປັນຕົ້ນ.