ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-26 18:47:47    
ຄະນະ​ປະຈຳ​ສະ​ພາ​ປະຊາ​ຊົນ​​ແຫ່ງ​ຊາດ​ຈີນ​ສືບ​ຕໍ່​ສຳ​ຫຼວດ​ພິ​ຈາ​ລະ​ນາ​ຮ່າງ​ກົດ​ໝາຍ​ຄື ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ສິດ​ຊັບ​ສົມ​ບັດ​ເປັນ​ຕົ້ນ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 26 ມິຖຸນາ​ນີ້ ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດຈີນ​ໄດ້​ໄຂ​ກອງ​ປະ​ຊຸມ​ຢູ່​ທີ່​ປັກ​ກິ່ງ, ສືບ​ຕໍ່​ສຳຫຼວດພິຈາລະນາ​ຮ່າງ​ກົດໝາຍ​ຕ່າງໆ ​ເຊັ່ນ ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ສິດ​ຊັບ​ສົມ​ບັດ​ເປັນ​ຕົ້ນ, ​ແລະ​ປັບປຸງ​ກົດ​ໝາຍ​ຮັບປະກັນ​ສິດ​ແລະ​ຜົນ​ປະ​ໂຫຍດ​ຂອງ​ແມ່​ຍິງ, ພ້ອມ​ກັນ​ນັ້ນ ກອງ​ປະຊຸມ​ຍັງ​ຈະ​ສຳຫຼວດພິຈາລະນາ​ບົດ​ລາຍ​ງານ​ການ​ກວດ​ບັນຊີ​ຂອງ​ລັດຖະບານສົກ​ປີ​ທີ່​ແລ້ວ.

ຈຸດ​ປະສົງ​ຂອງກົດໝາຍ​ວ່າ​ດ້ວຍສິດ​ຊັບ​ສົມບັດ​ແມ່ນ​ປົກ​ປັກ​ຮັກສາ​ຊັບ​ສົມບັດທີ່​ຕ່າງ​ຂຶ້ນ​ກັບ​ລັດ ຮວມໝູ່​ແລະ​ເອກະ​ຊົນຢ່າງ​ສະ​ເໝີ​ພາບ. ຍ້ອນ​ໄດ້​ສ້າງ​ກົດໝາຍ​ສະບັບ​ດັ່ງກ່າວ​ຈະ​ເຮັດ​ໃຫ້​ລະ​ບອບ​ກົດໝາຍ​ປົກ​ປັກ​ຮັກສາ​ຊັບ​ສົມບັດ​ເອກະ​ຊົນ​ຂອງ​ຈີນ​ສົມບູນ​ຂຶ້ນ, ສະນັ້ນຮ່າງ​ກົດໝາຍ​ສະບັບ​ດັ່ງກ່າວ​ຈຶ່ງ​ໄດ້​ຮັບ​ຄວາມ​ສົນ​ໃຈຫຼາຍ, ​ເທື່ອ​ນີ້​​ເປັນ​ເທື່ອ​ທີ​ສາມ​ທີ່ອົງການ​ນິຕິບັນຍັດ​ຈີນ​ຈະ​ສຳຫຼວດພິຈາລະນາ​ຮ່າງ​ກົດໝາຍ. ນອກຈາກ​ກຳນົດ​ວ່າ​ຈະ​ປົກ​ປັກ​ຮັກສາ​ຊັບ​ສົມບັດທັງ​​ເຄື່ອນ​ທີ່​ແລະ​ຄົງ​ທີ່​ແລ້ວ, ຮ່າງ​ກົດໝາຍ​ຍັງ​ມີ​ສ່ວນ​ກ່ຽວ​ພັນ​ເຖິງ​ບັນຫາ​ຈຸດ​ຮ້ອນໃນ​ສັງຄົມ​ຈີນ ​ເຊັ່ນ ທີ່​ດິນ​ຂອງ​ຊາວ​ກະສິກອນຖືກ​ເກນ​ໃຊ້ ທີ່​ດິນ​ຂອງ​ລັດໃນ​ຊົນນະບົດຖືກ​ເອກະ​ຊົນ​ຊື້​ຂາຍ​ແລະ​ການມ້າງ​ແລະຍ້າຍ​ເຮືອນ​ຢູ່​ຂອງປະ​ຊາ​ຊົນ​ໃນ​ຕົວ​ເມືອງ​ເປັນຕົ້ນ.