ທີ່ນີ້, ວິທະຍຸສາກົນແຫ່ງປະເທດຈີນ. ສະບາຍດີ, ທ່ານຜູ່ຟັງທີ່ເຄົາລົບ, ດີໃຈທີ່ໄດ້ພົບປະກັບທ່ານໃນລາຍການຄາລົມຄົມຄາຍ. ມື້ນີ້, ກ່ອນອື່ນ, ສົມບູນຈະເລົ່າເລື່ອງໜຶ່ງສູ່ທ່ານຟັງ.
ມີຄົນຜູ່ໜຶ່ງຮອດອາຍຸ 16 ປີແລ້ວ, ຍັງເປັນເດັກດື້ຢູ່ບໍ່ຮູ້ຈັກຕັ້ງໃຈຮ່ຳຮຽນ, ເກີດເປັນມື້ມາ, ມີແຕ່ຕີກັນ ສູບຢາແລະໜີໂຮງຮຽນ, ດື້ສຸດຂະໜາດ, ຈົນຄູຜູ່ໃດກໍຢ້ານລາວ. ແຕ່ລາວບໍ່ຮູ້ວ່າ, ເຮັດແບບນີ້ເປັນຫຍັງບໍ່ດີ. ອາຍຸ 16 ປີພໍດີແມ່ນຍາມສອນບ່າວສອນສາວ. ໃນປີນັ້ນ, ລາວຮັກເດັກຍິງຜູ່ໜຶ່ງທີ່ຮຽນຫ້ອງດຽວກັນ, ເລີຍຂຽນຈົດໝາຍຮັກໃຫ້ນາງຜູ່ນັ້ນ. ແຕ່ນາງຫຼັບຕາຊັງໃສ່ບາດໜຶ່ງດ້ວຍຄວາມລັງກກຽດ, ແລ້ວເອົາຈົດໝາຍຮັກຂອງລາວໄປຕິດໃສ່ປ້າຍໂຄສະນາໃນໂຮງຮຽນ. ເຖິງວ່າ, ໃບສຳຫຼວດຕົນເອງຂອງລາວເລີຍຖືກເອົາໄປຕິດຢູ່ເທິງປ້າຍໂຄສະນາບໍ່ຕ່ຳກວ່າ 20 ເທື່ອແລ້ວ, ແຕ່ລາວກໍບໍ່ເຄີຍໃສ່ໃຈຈັກເທື່ອ, ແຕ່ວ່າເທື່ອນີ້, ບໍ່ຮູ້ເປັນຫຍັງ, ລາວຮູ້ສຶກບາດໃຈທີ່ສຸດ. ປີລຸນມາ, ລາວເລີຍຍ້າຍໄປຮຽນໂຮງຮຽນໃໝ່. ໃນສອງປີຕໍ່ມາ, ລາວປານປ່ຽນເປັນຄົນໃໝ່, ໝັ່ນຮ່ຳຮຽນຢ່າງເອົາເປັນເອົາຕາຍ, ໃນທີ່ສຸດ, ໄດ້ເສັງເຂົ້າມະຫາວິທະຍາໄລຫູໜານຢູ່ຈີນ.
ເມື່ອອາຍຸ 22 ປີ, ລາວຮຽນຈົບຈາກມະຫາວິທະຍາໄລ, ແລ້ວໄດ້ເຂົ້າເຮັດວຽກໃນອົງການປົກຄອງຢ່າງສະດວກ. ແຕ່ລະມື້, ຢູ່ໃນອົງການແຂວງບໍ່ສູ້ມີວຽກຫຍັງຫຼາຍ, ລາວກໍຊົງນ້ຳຊາຈອກໜຶ່ງເອົາໜັງສືພິມມາອ່ານ, ອ່ານໄປ, ກິນນ້ຳຊາໄປ. ລາວຮູ້ສຶກວ່າ, ຊີວິດແບບນີ້ກໍດີບໍ່ຢອກ. ເທື່ອໜຶ່ງ, ລາວໄປຢາມພີ່ນ້ອງຢູ່ຊົນນະບົດ, ໄດ້ເຫັນເພິ່ນເອົາໝາໄນໂຕໜຶ່ງມາລ້ຽງຢູ່ເຮືອນໃຫ້ມັນເຝົ້າເຮືອນຄືກັບໝາ. ລາວປະຫຼາດໃຈ, ເລີຍຖາມເບິ່ງ, ຈຶ່ງຮູ້ວ່າ, ໝາໄນໂຕນີ້ເອົາມາລ້ຽງກັບໝາແຕ່ນ້ອຍ, ດົນແລ້ວ, ມັນເລີຍປ່ຽນມິດໄສຈົນໜ້າຕາກໍຄ້າຍກັບໝາ, ຍິ່ງບໍ່ຕ້ອງເວົ້າເຖິງນິດໄສຮ້າຍຂອງມັນແລ້ວ. ໃນຄາວນັ້ນ, ລາວເບິ່ງໝາໄນໂຕນັ້ນ, ແລ້ວຄິດເຫັນໂຕເອງ, ຈົນຮູ້ສຶກສະເທືອນໃຈ. ເມື່ອຜ່ານໄປບໍ່ດົນປານໃດ, ລາວໄດ້ລາອອກຈາກໜ້າທີ່ວຽກງານໃນອົງການແຂວງຈົນໃຜໃດກໍ່ຈົ່ມເສຍດາຍນຳ, ແລ້ວໄປເມືອງເຊິນເຈີ້ນ.
ເມື່ອໄປຮອດເມືອງເຊີນເຈີ້ນແລ້ວ, ລາວຄືກັບຄົນສ່ວນຫຼາຍ ເລີ່ມວິ້ງເຕັ້ນຫາວຽກເຮັດ. ແຕ່ວ່າ, ວິທີຊອກວຽກຂອງລາວຕ່າງກັບຜູ່ອື່ນ. ຜູ່ອື່ນສ່ວນຫຼາຍແມ່ນຫາຕາມປະກາດຮັບສະໝັກໃນໜັງສືພິມ. ແຕ່ລາວບໍ່ເຮັດແນວນັ້ນ, ລາວຕັ້ງຊອກຫາບໍລິສັດທຶນຕ່າງປະເທດທີ່ມີຊື່ສຽງ, ແລະລາວເທື່ອໃດກໍມີວີທີຍື່ນໃບຄຳຮ້ອງຂໍເຮັດວຽກໃຫ້ຜູ່ຈັດການຝ່າຍຕ່າງປະເທດຂອງບໍລິສັດໂດຍກົງ, ຈົນຜູ່ຈັດການຝ່າຍຕ່າງປະເທດຜູ່ໃດກໍຮູ້ສຶກປະຫຼາດໃຈ, ແລ້ວເວົ້າວ່າ: "ດຽວນີ້, ພວກຂ້ອຍບໍ່ຕ້ອງການຮັບສະໝັກຜູ່ເຮັດວຽກນ່າ." ລາວຍິ້ມໃສ່ແລ້ວເວົ້າວ່າ, "ມື້ໃດມື້ໜຶ່ງ, ພວກທ່ານຫາກຈະຕ້ອງການ. ເມື່ອຮອດມື້ນັ້ນ, ຂ້າພະເຈົ້າກໍແມ່ນຜູ່ສະໝັກຜູ່ທຳອິດ!" ຢ່າວ່າແມ, ໃນທີ່ສຸດ, ມີບໍລິສັດໜຶ່ງໄດ້ຮັບເອົາລາວແທ້. ປີນັ້ນ, ລາວອາຍຸ 24 ປີ.
ເມື່ອຮອດອາຍຸ 27 ປີ, ຍ້ອນໄດ້ຮັບຜົນງານດີເດັ່ນ, ລາວໄດ້ຖືກຍ້າຍໄປເຮັດວຽກຢູ່ສຳນັກງານໃຫຍ່ຂອງບໍລິສັດຢູ່ເມືອງແດນເວີທີ່ອາເມລິກາ. ມື້ທຳອິດທີ່ເຂົ້າເຮັດວຽກ, ອີງຕາມປະເພນີຂອງຊາວຈີນ, ລາວໄດ້ເຊີນເພື່ອນຮ່ວມງານຜູ່ໃໝ່ຂອງລາວຢູ່ອາເມລິກາໄປກິນເຂົ້າທ່ຽງນຳກັນ, ຄຶດວ່າຈະລ້ຽງພວກເພິ່ນ. ແຕ່ວ່າ, ໃນເວລາລາວກຽມຈະຈ່າຍເງິນນັ້ນ, ເພື່ອນຮ່ວມງານທຸກຄົນໃຜກໍຈ່າຍສ່ວນຂອງຕົນເອງ. ໃນຄາວນັ້ນ, ລາວຮູ້ສຶກເຂີນທີ່ສຸດ, ແຕ່ພ້ອມກັນນັ້ນ, ລາວກໍເຂົ້າໃຈເຫດຜົນອັນໃດອັນໜຶ່ງ. ສະນັ້ນ, ລາວແຮ່ງພະຍາຍາມເຮັດວຽກດີກວ່າເກົ່າ.
ທ່ານຜູ່ຟັງທີ່ໂຄລົບ, ທີ່ຟັງມານັ້ນແມ່ນປະສົບການແທ້ຂອງຄົນຜູ່ໜຶ່ງ. ຄົນຜູ່ນີ້ຊື່ວ່າຫວ່າງຊີຊ້ານ, ປະຈຸບັນ, ທ່ານແມ່ນອະທິບໍດີກຳກັບກວດກາເຕັກນິກຂອງບໍລິສັດຄອມຜິວເຕີໃຫຍ່ທີ 4 ໃນໂລກທີ່ຕັ້ງຢູ່ເມືອງແດນເວີອາເມລິກາ, ທາງບໍລິສັດຖືທ່ານເປັນຜູ່ສຳຄັນ. ໃນເວລາທ່ານກັບຄືນໂຮງຮຽນຕົນໃຫ້ຄຳຊີ້ແນະແກ່ພວກນ້ອງໃນໂຮງຮຽນ, ທ່ານໄດ້ເລົ່າເລື່ອງເຫຼົ່ານີ້ໃນຊີວິດຂອງຕົນສູ່ຟັງ. ໃຜກໍຮູ້ສຶກປະຫຼາດໃຈ, ບໍ່ຮູ້ວ່າເລື່ອງເຫຼົ່າມັນກ່ຽວພັນຫຍັງກັບຜົນສຳເລັດຂອງທ່ານ.
ທ່ານຫວ່າງຊີຊ້ານຍິ້ມແລ້ວບອກຄົນທັງຫຼາຍວ່າ, ປະສົບການໃນຄາວອາຍຸ 16 ປີໄດ້ບອກໃຫ້ຂ້າພະເຈົ້າເຂົ້າໃຈວ່າ, ຄົນຜູ່ໜຶ່ງຢາກໃຫ້ຜູ່ອື່ນຮັບເອົາຕົນເອງ, ແລະໄດ້ຮັບຄວາມໂຄລົບນັບຖືຈາກຜູ່ອື່ນແລ້ວ, ກ່ອນອື່ນ, ຕົນເອງຕ້ອງໂຄລົບຕົນເອງກ່ອນ; ຕອນຂ້າພະເຈົ້າ 22 ປີ, ຂ້າພະເຈົ້າເລີ່ມເຂົ້າໃຈວ່າ, ໝາໄນບໍ່ມີນິດໄສຂອງໝາໄນນັ້ນແມ່ນຍ້ອນມັນບໍ່ໄດ້ຮຽນຮູ້ຕັ້ງຕົວເປັນຕົວຕົນ; ເມື່ອຮອດອາຍຸ 24 ປີ, ຂ້າພະເຈົ້າຮູ້ວ່າ, ຢາກຊອກຫາວຽກເຮັດຢ່າງສຳເລັດຜົນ, ກ່ອນອື່ນ, ຕ້ອງມີຄວາມໝັ້ນໃຈຕໍ່ຕົນເອງ; ສ່ວນມື້ທຳອິດທີ່ເຂົ້າເຮັດວຽກຢູ່ອາເມລິກາໃນເວລາອາຍຸ 27 ປີນັ້ນ, ຂ້າພະເຈົ້າຈຶ່ງຮູ້ວ່າແລ້ວ, ເປັນຫຍັງຄົນອາເມລິກາຈຶ່ງປະຕິບັດລະບອບAA, ຄື, ຈ່າຍເງິນສະເລ່ຍພໍໃຜພໍມັນ. ເພາະວ່າ, ໃຜກໍຢ່າຫວັງວ່າ, ຜູ່ອື່ນຈະຈ່າຍຄ່າແກ່ຊີວິດໃຫ້ແກ່ໂຕ, ຄັນຢາກໄດ້ຮັບຜົນສຳເລັດ, ເຈົ້າກໍຕ້ອງທຳຄວາມພະຍາຍາມເອົາເອງ, ຈະຫວັງໃຫ້ຜູ່ອື່ນມາເຮັດຕາງແມ່ນບໍ່ໄດ້ດອກ, ນີ້ກໍແມ່ນການສ້າງຕົນໃຫ້ເຂັ້ມແຂງ.
ທີ່ຈິງແລ້ວ, ຊີວິດຂອງພວກເຮົາທຸກໆຄົນກໍແມ່ນປະກອບດ້ວຍຕອນເລັກຕອນນ້ອຍແບບນີ້ແຫຼະ, ການໂຄລົບຕົນເອງບວກກັບການຕັ້ງຕົວເປັນຕົວຕົນເອງບວກກັບຄວາມໝັ້ນໃຈຕໍ່ຕົນເອງບວກກັບການສ້າງຕົນໃຫ້ເຂັ້ມແຂງກໍທໍ່ກັບຜົນສຳເລັດ. ນີ້ແມ່ນສູດຂອງການໄປສູ່ຄວາມສຳເລັດຜົນ, ປະສົບການຂອງທ່ານຫວ່າງຊີຊ້ານກໍໄດ້ພິສູດມາແລ້ວ.
|