ຕາມຂ່າວສານຊິນຮວາ: ຫວ່າງມໍ່ໆນີ້ ປັກກິ່ງເລີ່ມດຳເນີນການເຄື່ອນໄຫວປົກປ້ອງສ້າງນ້ຳກິນຢູ່ຊົນນະບົດໂດຍຈຳເພາະ, ຈຸດປະສົງຂອງການເຄື່ອນໄຫວດັ່ງກ່າວແມ່ນເພີ່ມທະວີການປົກປ້ອງແລະຄຸ້ມຄອງສ້າງນ້ຳກິນຢູ່ຊົນນະບົດໃນໄລຍະນ້ຳມາກ, ຮັບປະກັນຄວາມປອດໄພດ້ານນ້ຳກິນຂອງຊາວກະສິກອນ.
ຕາມແນະນຳວ່າ, ໃນການເຄື່ອນໄຫວໂດຍຈຳເພາະເທື່ອນີ້, ພາກສ່ວນທີ່ກ່ຽວຂ້ອງຈະສຳຫຼວດຢ່າງເຖິງຖອງກ່ຽວກັບແຫຼ່ງເຊື່ອມພິດບົ່ມຊ້ອນອ້ອມແອ້ມສ້າງນ້ຳກິນຢູ່ຊົນນະບົດພາຍໃນຂອບເຂດທີ່ມີເຄິ່ງເສັ້ນຜ່າກາງຍາວ 30 ແມັດ, ແລະອີງຕາມລະດັບເຊື່ອມພິດ ວາງມາດຕະການແກ້ໄຂຊົ່ວຄາວແລະຖາວອນ. ຕາມໄດ້ຊາບ, ໃນການເຄື່ອນໄຫວໂດຍຈຳເພາະເທື່ອນີ້, ພະແນກທຸກຂັ້ນຍັງຈະວາງແຜນລ່ວງໜ້າເພື່ອຮັບມືຊຳລະເຫດການຄວາມປອດໄພດ້ານນ້ຳກິນຢູ່ຊົນນະບົດທີ່ເກີດຂຶ້ນຢ່າງກະທັນຫັນ.
|