ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-27 20:43:26    
ທ່ານ​ປູ​ຕິນ​ກ່າວ​ວ່າ​ຣັດ​ເຊຍ​ຈະ​ສືບ​ຕໍ່​ສຸມ​ໃສ່​ການ​ປົກ​ປັກ​ຮັກ​ສາ​ຫຼັກ​ການ​ຂອງ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ

cri Author: q
ຕາມ​ຂ່າວCRI,ວັນ​ທີ27​ມິ​ຖຸນາ,ທ່ານ​ປູ​ຕິນ ປະທານາທິບໍດີ​ຣັດ​ເຊຍ​ກ່າວ​ວ່າ, ​ຣັດ​ເຊຍ​ຈະ​ສືບ​ຕໍ່​ສຸມ​ໃສ່​ການ​ປົກ​ປັກ​ຮັກສາ​ຫຼັກການ​ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ.

ໃນ​ມື້​ດຽວ​ກັນ,ກອງ​ປະຊຸມ​ສາກົນ​ລະ​ລຶກສົງຄາມ​ຕ້ານ​ຟັດ​ຊິດ​ໂລກ​ໄດ້​ຮັບ​ໄຊ​ຊະ​ນະ​ແລະ​ວັນ​ສ້າ​ງຕັ້ງ​ອົງການ​ສະຫະ​ປະຊາ​ຊາດ​ຄົບຮອບ60​ປີ​ໄດ້​ຈັດ​ຂຶ້ນ​ຢູ່​ມົສກູ,​ໃນ​ຈົດ​ໝາຍ​ອວຍ​ພອນ​ທີ່​ທ່ານ​ປູ​ຕິນຝາກ​ໄປ​ຍັງ​ກອງ​ປະຊຸມ,ທ່ານ​ກ່າວ​ວ່າ,ອົງການ​ສະຫະ​ປະຊາ​ຊາດ​ສ້າງ​ຕັ້ງ​ຂຶ້ນ​ແລະ​ສົງ​ຄາມ​ຕ້ານ​ຟັດ​ຊິດ​ໄດ້​ຮັບ​ໄຊຊະນະ​ແມ່ນ​ສອງເຫດການ​ທີ່​ເປັນຂໍ​ກະ​ແຈ​ໃນ​ສະ​ຕະ​ວັດ​ທີ​20.​ທ່ານ​ກ່າວ​ວ່າ,​ອົງ​ການ​ສະຫະ​ປະຊາ​ຊາດ​ຄວນ​ຍຶດໝັ້ນ​ໃຊ້​ພາຫະນະ​ການ​ເມືອງ​ແລະ​ທາງ​ການ​ທູດ,​ຜ່ານ​ຈາກ​ຮູບ​ການ​ປຶກ​ສາ​ຫາລື​ແລະ​ໃຊ້​ການ​​​ເຄື່ອນ​ໄຫວ​ຮວມໝູ່​ມາ​ແກ້​​​ໄຂ​ການ​ວິວາດ​ກັນ​ແລະ​ການ​ປະ​ທະ​ກັນ​ໃດໆ.ຣັດ​ເຊຍ​ຈະ​ສືບ​ຕໍ່​ປົກ​ປັກ​ຮັກສາ​ຫຼັກ​ການ​ຂອງ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ​ແລະ​ຖານະ​ນຳ​ໜ້າ​ຂອງ​ກົດໝາຍ​ລະຫວ່າງ​ຊາດ.

ໃນ​ກອງ​ປະຊຸມ​ດັ່ງກ່າວ,ທ່ານ​ລາຟລົຟ ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ​ກ່າວ​ວ່າ,​ໃນ​ເວລາ​ໃຊ້​ກຳລັງ​ອາວຸດ​ໃນ​ການ​ພົວພັນ​ລະຫວ່າງ​ຊາດ​ຄວນ​​ເຄົາລົບ​ກົດ​ບັດ​ສະຫະ​ປະຊາ​ຊາດ​ຢ່າງ​ເຄັ່ງ​ຄັດ,ບໍ່​ຄວນ​ໃຊ້​ມາດຖານ​ສອງ​ຢ່າງ​ໃນ​ບັນຫາ​ນີ້.