ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-28 16:40:08    
ອາ​ເມ​ລິ​ກາ​ຈະ​ປັບປຸງ​ນະ​ໂຍ​ບາຍ​ຕໍ່​ອີ​ຣັກ​ບໍ່?(ສຽງ)

cri Author: mo


ຕາມ​ຂ່າວCRI:ວັນ​ທີ 26 ມິຖຸນາ, ​​ທ່ານ​ລາມສ໌ຟິວ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອ​າ​ເມ​ລິ​ກາ​ໄດ້​ຕ້ອນຮັບ​ການ​ເຂົ້າສຳພາດຂອງ​ໂທລະພາບຟອກ​ສ໌ອາ​ເມ​ລິ​ກາ, ທ່ານ​ຢືນຢັນ​ວ່າ, ອາ​ເມ​ລິ​ກາ​ກັບ​ກຳລັງ​ປະກອບ​ອາວຸດ​ອີຣັກທີ່ຕ້ານ​ອາ​ເມ​ລິ​ກາ​ແລະ​ຕ້ານລັດຖະບານ​ໄດ້​ເຈລະຈາ​ກັນ​ໂດຍ​ທາງ​ລັບ. ທ່ານ​ຍັງ​ກ່າວ​ວ່າ, ການ​ໂຈມ​ຕີ​ພວກ​ປະກອບ​ອາວຸດ​​ໃນ​ເຂດ​ແດນ​ອີຣັກ​ຈະ​ແມ່ນ​ພາລະ​ກຳ​ຂອງຊາວ​ອີຣັກ​ເອງ, ຫາກ​ບໍ່​ແມ່ນພາລະ​ກຳ​ຂອງ​ກອງ​ທະຫານ​ອາ​ເມ​ລິ​ກາ. ບຸກຄົນ​ວິ​ເຄາະ​ຈຳນວນ​ໜຶ່ງ​ເຫັນ​ວ່າ, ຄວາມ​ເວົ້າຂອງທ່ານ​ລາມສ໌ຟິວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ນະ​ໂຍບາຍອາ​ເມ​ລິ​ກາຕໍ່​ອີຣັກຈະ​ມີ​ການ​ປ່ຽນ​ແປງ.

ວັນ​ທີ 27 ມິຖຸນາ, ຢູ່​ອັງກິດ, ໃນ​ເວລາຕີ​ລາຄາ​ຄວາມ​ເວົ້າຂອງ​ທ່ານ​ລາມສ໌ຟິວນັ້ນ, ທ່ານ​ຈາ​ຟາ​ລີ ນາຍົກລັດຖະມົນຕີ​​ລັດຖະບານ​ຂ້າມ​ຜ່ານ​ອີຣັກ​​ເວົ້າວ່າ, ​ເປົ້າໝາຍ​ຫລອນ​ໂຈມ​ຕີ​ຂອງ​ອົງການ​ປະກອບ​ອາວຸດ​ອີຣັກບໍ່​ສະ​ເພາະ​​ແມ່ນ​ແນ​ໃສ່​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ, ການ​ໂຄນ​ລົ້ມລັດຖະບານ​ທີ່​ປະຊາຊົນ​ເລືອກ​ຕັ້ງຊຸດ​ປັດຈຸບັນ​ກໍ​ແມ່ນ​​ເປົ້າໝາຍ​​ໜຶ່ງ​ຂອງ​ພວກ​ເຂົາ​ເຈົ້າ, ​ແຕ່​ທ່ານ​ເຊື່ອ​ວ່າ ອີຣັກຈະ​ຟື້ນ​ຟູ​ຄວາມ​ປອດ​ໄພ​ແລະ​ສະຖຽນ​ລະ​ພາບ​ໄດ້.

ບຸກຄົນ​ວິ​ເຄາະ​ເຫັນ​ວ່າ, ພາຍ​ຫລັງ​ລັດຖະບານ​ຈາ​ຟາ​ລີ​ສ້າງຕັ້ງຂຶ້ນ​ແລ້ວ, ສະຖານະ​ການ​ຄວາມ​ປອດ​ໄພ​ອີຣັກຍັງ​ຄົງ​ປັ່ນ​ປ່ວນ​ຢູ່, ການ​​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຂອງທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​​ຮັບ​ຜົນ​ໜ້ອຍທີ່​ສຸດ. ກໍ​ແມ່ນ​ຢູ່​ໃນ​ກໍລະນີ​ດັ່ງກ່າວ​, ອາ​ເມ​ລິ​ກາ​ຈຶ່ງ​ຈຳ​ເປັນ​​ເຈລະຈາ​ກັບ​ພວກ​ປະກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາ, ສະ​ແຫວ​ງຫາ​ຊ່ອງ​ທາງ​ແກ້​ໄຂ​ໂດຍ​ທາງ​ການ​ເມືອງ. ນອກ​ນີ້, ຈຳນວນ​ທະຫານ​ອາ​ເມ​ລິ​ກາ​ທີ່​ຕາຍ​ແລະ​ບາດ​​ເຈັບ​​​ເພີ່ມ​ຫລາຍຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງນັ້ນ, ​ເຮັດ​ໃຫ້​ລັດຖະບານ​ບຸ​ສຖືກ​ການ​ກ່າວໂຈມ​ຕີ​ນັບ​ມື້​ນັບ​ກວ້າງຂວາງ​ແລະ​ຮຸນ​ແຮງ​ຢູ່​ພາຍ​ໃນ​ປະ​ເທດ. ສະມາຊິກ​ສະພາ​ອາ​ເມ​ລິ​ກາ​ນັບ​ມື້​ນັບ​ຫລາຍ​ຮຽກຮ້ອງ​ລັດຖະບານບຸ​ສວາງ​ຕາ​ລາງ​ເວລາຖອນທະຫານ​ອາ​ເມ​ລິ​ກາອອກ​ຈາກອີຣັກ.

ຄວາມ​ເວົ້າຂອງ​ທ່ານ​ລາມສ໌ຟິວ​ທີ່​ກ່າວ​ໃນວັນ​ທີ 26 ມິຖຸນາ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ນະ​ໂຍບາຍ​ອາ​ເມ​ລິ​ກາ​ຕໍ່​ອີຣັກອາດ​ຈະ​ມີ​ການ​ປ່ຽນ​ແປງ. ດ້ານ​ໜຶ່ງ, ອາ​ເມ​ລິ​ກາ​ຈະ​ຜ່ານ​ການ​ເຈລະຈາ​ທາງ​ການ​ເມືອງ​ຈ່ອງດຶງ​ຫລື​ແບ່ງ​ແຍກ​ອົງການ​ປະກອບ​ອາວຸດ​​ອີຣັກ, ​ປະຕິບັດ​ຕໍ່ອົງການ​ຕໍ່ຕ້ານ​ພາຍ​ໃນ​ປະ​ເທດ​ອີຣັກ​ແລະ​ອົງການ​ອານ​ເຄດາ​ມູຢາ​ຮິ​ດອີຣັກທີ່​ນຳ​ໂດຍ​ທ່ານ​ຈາ​ຄາ​ວີ ບຸກຄົນ​ນ້ຳ​ເບີ 3 ຂອງ​ອົງການ​ອານ​ເຄດາຕ່າງ​ກັນ, ​ແລ້ວ​ໂຈມ​ຕີ​ອົງການ​ຈາ​ຄາວີ​ເປັນ​ຈຸດ​ໜັກ, ຫລຸດ​ກຳລັງ​ໜີບ​ຕໍ່ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ; ອີກ​ດ້ານ​ໜຶ່ງ, ອາ​ເມ​ລິ​ກາ​ຈະ​ຫັນ​ການ​ເຂົ້າຮ່ວມ​ທາງ​ການ​ທະຫານ​ຂະໜາດ​ໃຫຍ່​ກັນ​ມາ​ເປັນ​ການ​ສະໜັບສະໜູນ​ແລະ​ອົບຮົມ​ທະຫານ​ອີຣັກ​ເປັນ​ຕົ້ນຕໍ, ມອບ​ໜ້າ​ທີ່​ໂຈມ​ຕີ​ອົງການ​ຈັດຕັ້ງປະກອບ​ອາວຸດ​ແລະ​ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ນັ້ນ​ໃຫ້​ທະຫານ​ຮັກສາ​ຄວາມ​ປອດ​ໄພ​ອີຣັກ, ​ເພື່ອ​ຮັບ​ມື​ກັບ​ກຳລັງ​ໜີບ​ຢູ່ພາຍ​ໃນ​ປະ​ເທດ​ອາ​ເມ​ລິ​ກາ​ແລະ​ຕ່າງປະ​ເທດ​​​ໃນ​ບັນຫາວາງ​ຕາ​ລາງ​ເວລາ​ຖອນ​ທະຫານ.

ຄວາມ​ເວົ້າຂອງ​ທ່ານ​ລາມສ໌ຟິວ​ໄດ້​ເຮັດ​ໃຫ້​ມວນ​ຊົນ​ພາຍ​ໃນ​ປະ​ເທດ​ອີຣັກ​ເອົາໃຈ​​ໃສ່ນຳ. ມວນ​ຊົນ​ສ່ວນ​ໜຶ່ງ​ເຫັນ​ວ່າ, ອາ​ເມ​ລິ​ກາ​​ເຈລະຈາ​ກັບ​ອົງການ​ປະກອບ​ອາວຸດ​ອີຣັກ, ພະຍາຍາມ​ຈັດ​ອົງການ​ປະກອບ​ອາວຸດ​ເຫຼົ່ານີ້​ເຂົ້າ​ໃນ​ຂະ​ບວນວິວັດ​ທາງ​ການ​ເມືອງ, ທັງ​ນີ້ມີ​ຜົນ​ດີ​ຕໍ່​ການ​ສ້າງສາ​ຄວາມ​ປອດ​ໄພ​ແລະ​ການ​ສ້າງສາ​ການ​​ເມືອງ​​ອີຣັກຄືນ​ໃໝ່; ຖ້າ​ອາ​ເມ​ລິ​ກາສາ​ມາດ​ວາງ​ຕາ​ລາງ​ເວລາ​ຖອນ​ທະຫານ​ອອກໂດຍ​ໄວ, ຈະ​ໄດ້​ລົບ​ລ້າງ​ເຫດຜົນທີ່​ອົງການ​ອານ​ເຄດາ​ມູຢາ​ຮິ​ດອີຣັກທີ່​ນຳ​ໂດຍ​ທ່ານ​ຈາ​ຄາວີ​ຊົງ​ຕົວ​ຢູ່​ອີຣັກນັ້ນ​, ມີ​ຜົນ​ດີ​ຟື້ນ​ຟູ​ຄວາມ​ປອດ​ໄພ​ແລະ​ສະຖຽນ​ລະ​ພາບ​ຂອງ​ອີຣັກ. ຊາວ​ອີຣັກອີກ​ສ່ວນ​ໜຶ່ງ​ພັດ​​ເຫັນ​ວ່າ, ອົງການ​ປະກອບ​ອາວຸດ​ອີຣັກມີ​ຫລາຍອົງການ, ນອກຈາກ​ອົງການ​ກໍ່​ການ​ຮ້າຍ​ທີ່​ນຳ​ໂດຍ​ທ່ານ​ຈາ​ຄາວີ​ທັງປະກອບ​ດ້ວຍຄົນ​ຕ່າງປະ​ເທດ​ນັ້ນ​ແລ້ວ, ຍັງ​ມີ​ອົງການ​ຕໍ່ຕ້ານ​ນິກາຍ​ຊຸນ​ນິດ​ຫລາຍ​ອົງການ, ​ແລະ​ອົງການ​ທະຫານ​ນິກາຍ​ຊຸນ​ນິດ​ທີ່​ສັດ​ຊື່​ຕໍ່​ທ່ານ​ຊາ​ດາມ ທັງ​ມີ​ການ​ພົວພັນ​ກັບ​ພັກ​ຟື້ນ​ຟູ​ສັງຄົມ​ອາ​ລັບ ອະ​ດິດພັກ​ຄອງ​ອຳນາດຂອງ​ອີຣັກ. ຫລາຍອົງການ​ປະກອບ​ອາວຸດຈະ​ສະຫວາມີພັກ​ຍາກ. ພວກ​ເຂົາ​ເຈົ້າຍັງ​​ເປັນ​ຫ່ວງ​ວ່າ, ອາ​ເມ​ລິ​ກາ​ເຈລະຈາ​ກັບ​ອົງການ​ປະກອບ​ອາວຸດ​ອີຣັກອາດ​ຈະ​ພາ​ໃຫ້ບັນດາ​ອົງການ​ປະກອບ​ອາວຸດ​ອີຣັກລົບ​​ເລວ​ກັນ, ​ເຮັດ​ໃຫ້​ສະຖານະ​ການ​ຄວາມ​ປອດ​ໄພ​ຊຸດ​ຮ້າຍ​ລົງ​ຕື່ມ​ອີກ. ນອກ​ນີ້, ຖ້າ​ອາ​ເມ​ລິ​ກາ​ວາງ​ຕາ​ລາງ​​ເວລາຖອນ​ທະຫານ​ທັງ​ຖອນ​ອອກ​ຈາກ​ອີຣັກ, ອົງການ​ປະກອບ​ອາວຸດ​ຕ່າງໆ​ເຊັ່ນ: ອົງ​ການ​ອານ​ເຄດາ​ມູຢາ​ຮິ​ດອີຣັກກໍ​ບໍ່ຫ່ອນ​ຈະ​ຮັບ​ຮູ້​ຄວາມ​ຊອບ​ກົດໝາຍ​ຂອງ​ລັດຖະບານ​ຂ້າມ​ຜ່ານ, ການ​ເຄື່ອນ​ໄຫວ​ຫລອນ​ໂຈມ​ຕີ​ດ້ວຍ​ກຳລັງ​ຮຸນ​ແຮງ​ຕ້ານ​ລັດຖະບານ​ຍັງ​ລົບ​ລ້າງ​ຍາກ. ​ໃນ​ບັນຫາ​ອີຣັກ, ອາ​ເມ​ລິ​ກາ​ຍັງ​ຈະ​ປະ​ເຊີນ​ບັນຫາ​ຫຍຸ້ງຍາກ​ຊະນິດ​ຕ່າງໆນາໆ.