ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-28 16:55:49    
ຂ່າວ​ກິລາ​ປະມວນ​ໜຶ່ງ(ສຽງ)

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ໂລກ​ກິລາ, ​ໃນ​ລາຍ​ການ​ພາກ​ນີ້, ຂ້າພະ​ເຈົ້າຈະ​ສະ​ເໜີ​ຂ່າວ​ກິລາ​ປະມວນ​ໜຶ່ງ.

ແຕ່​ວັນ​ທີ 20 ມິຖຸນາ​ເປັນຕົ້ນ​ໄປ, ຄະນະ​ກຳມະການ​ຈັດ​ຕັ້ງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ຈັດ​ເຂດ​ວາງສະ​ແດງ​ໃນ​ງານ​​ເອັກສ໌​ໂປ​​ເຄື່ອງ​ກິລາ​ສາກົນ​ຈີນຄັ້ງທີ 16, ​ເພື່ອສະ​ແດງ​​ເຖິງ​ຄວາມ​ຄືບ​ໜ້າ​ຂອງ​ວຽກ​ງານ​ພັດທະນາ​ຕະຫຼາດງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ. ປະຈຸ​ບັນ ນອກຈາກ​ວິ​ສາ​ຫະ​ກິດ 11 ​ແຫ່ງ​ໃນ​ແຜນການ "ຄູ່​ຂາ​ໂອ​ລິ​ມປິກ" ຂອງ​ຄະນະ​ກຳ​ມະ​ການ​ໂອ​ລິ​ມປິກ​ສາກົນ​ຈະ​ອຸ​ປະ​ຖຳງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແລ້ວ, ຍັງ​ມີວິ​ສາ​ຫະ​ກິດ 8 ​ແຫ່ງ​​ໄດ້​ເປັນ​ຄູ່​ຂາ​ຮ່ວມ​ມື​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ. ພ້ອມ​ກັນນັ້ນ, ສິນ​ຄ້າ​ງານ​ກິ​ລາ​ໂອ​ລິ​ມປິກ​ປັກ​ກິ່ງ​ທີ່ໄດ້​ຮັບ​ອະນຸຍາດ​ເປັນ​ພິ​ເສດ​ໃຫ້​ເຂົ້າ​ຕະຫຼາດນັ້ນກໍ​ມີ​ເຖິງ 500 ກວ່າ​ຊະ​ນິດ​ແລ້ວ.

ວັນ​ທີ 19 ມິຖຸນາ​ນີ້, ຄະນະ​ກຳມະການ​ຈັດ​ຕັ້ງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປະກາດ​ວ່າ, ກອງ​ປະ​ຊຸມ "​ເວ​ທີ​ປາ​ໄສ​ສາກົນ​ກ່ຽວ​ກັບ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງປີ 2008" ປະຈຳ​ປີ 2005 ຈະ​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ​ແຕ່​ວັນ​ທີ 25 ຮອດ​ວັນ​ທີ 26 ມິຖຸນາ​ນີ້. ກອງ​ປະຊຸມ​ເວທີ​ປາ​ໄສ​ເທື່ອ​ນີ້​ແມ່ນ​ຄະນະ​ກຳມະການ​ຈັດ​ຕັ້ງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ ມະຫາວິທະຍາ​ໄລ​ປະຊາຊົນ​ຈີນ ອົງການ​ປົກຄອງ​ເຂດ​ຊວນ​ອູ​ນະຄອນ​ປັກ​ກິ່ງ​ແລະ​ມະຫາວິທະຍາ​ໄລ​ຫຼຽນ​ເຫີປັກ​ກິ່ງ​ພ້ອມ​ກັນ​​ເປັນເຈົ້າພາບ, ຫົວ​ຂໍ້​ແມ່ນ "ສະພາບ​ແວດ​ລ້ອມ​ທີ່​ກົມກຽວ​ກັນ: ຜົນ​ສະທ້ອນ​ສັງ​ລວມຂອງ​​ໂອ​ລິ​ມປິກ​ແລະ​ທົ່ວ​ປວງ​ຊົນ​ເຂົ້າຮ່ວມ". ກອງ​ປະຊຸມ​ຈະ​ເຈາະ​ຈົງ​ຄົ້ນຄວ້າ​ແລະ​ຊອກ​ຫາຫຼາຍຊ່ອງທາງທີ່​ທົ່ວ​ປວງ​ຊົນ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ.​

 ວັນ​ທີ 20 ມິຖຸນາ​ນີ້, ງານ​ແຂ່ງຂັນ​ຍິງ​ປືນ​ຊິງ​ຂັນ​ໂລກ​ປີ 2005 ໄດ້​ສິ້ນ​ສຸດ​ການ​ແຂ່ງຂັນ​ນັດ​ມີ​ລານ​ອີ​ຕາ​ລີ​ເຊິ່ງ​ເປັນ​ນັດ​ສຸດ​ທ້າຍຂອງ​ການ​ແຂ່ງຂັນ​ດັ່ງກ່າວ​. ​ໃນ​ງານ​ແຂ່ງຂັນ​ທຸກ​ຄັ້ງ​ຂອງ​ງານ​ແຂ່ງຂັນ​ຍິງ​ປືນ​ຊິງ​ຂັນ​ໂລກ​ຢ່າງ​​ເປັນ​ລະບົບ​ຄັ້ງນີ້, ນັກ​ກິລາ​ຈີນ​ມີ 8 ຄົນ​ໄດ້​ສິດ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ​ເມື່ອ​ເປັນ​ຈັ່ງຊັ້ນ ທີ​ມຍິງ​ປືນ​ແຫ່ງ​ຊາດ​ຈີນ​ໄດ້​ບ່ອນ​ນັ່ງ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ 17 ບ່ອນ​ນັ່ງ​ແລ້ວ. ​ເນື່ອງ​ຈາກ​ວ່າ ອີງ​ຕາມ​ການ​ກຳນົດ, ​ໃນ​ຖານະ​ເປັນ​ເຈົ້າພາບ, ​ ນັກ​ກິ​ລາ​ຍິງ​ປືນ​ຈີນຈະ​ມີ 9 ​ຄົນ​ເຂົ້າຮ່ວມງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງໂດຍ​ອັດຕະ​ໂນ​ມັດ.

ວັນ​ທີ 17 ມິຖຸນາ​ນີ້, ​ໃນ​ງານ​ແຂ່ງຂັນ​ບານ​ເຕະ​ U-20 ຊິງ​ຊະນະ​ເລີດ​ໂລກ​ທີ່​ຈັດ​ຂຶ້ນຢູ່​ໂຮນ​ລັງ, ທີ​ມບານ​ເຕະ​ເພດ​ຊາຍ​ U-20 ​ແຫ່ງ​ຊາດ​ຈີນ​ໄດ້​ເຂົ້າຮອບ 16 ທີ​ມສຸດ​ທ້າຍ. ​ໃນ​ການ​ແຂ່ງ​ຂັນ​ໃນ​ຈຸ, ທີ​ມ U-20 ຈີນ​ໄດ້​ເອົາ​ຊະນະ​ທີ​ມຕວກກີ ທີ​ມອູ​ແກຼນ​ແລະ​ທີ​ມປາ​ນາມາ​ຢ່າງ​ຕໍ່​ເນື່ອງ. ​ໃນ​ການ​ແຂ່ງຂັນ​ເຂົ້າ​ຮອບ 8 ທີ​ມສຸດ​ທ້າຍ,  ທີ​ມຈີນ​​ໄດ້​ເສຍ​ໃຫ້​ທີ​ມ​ U-20 ​ເຢຍລະ​ມັນດ້ວຍ 2:3.

ວັນ​ທີ 19 ມິຖຸນາ​ນີ້ ຢູ່​ເມືອງ​ສາງ​ຊາທີ່​ຢູ່​ພາກ​ກາງ​ສຽງ​ໃຕ້​ຂອງ​ຈີນ, ທີ​ມບານ​ເຕະ​​ເພດ​ຊາຍ​ແຫ່ງ​ຊາດ​ຈີນ​ໄດ້​ແຂ່ງຂັນ​ມິດຕະພາບ​ກັບ​ທີ​ມບານ​ເຕະ​ກົສຕາ​ລີ​ກາ. ຜົນ​ການ​ແຂ່ງຂັນ​ແມ່ນ 2:2, ນັກ​ກິລາ​ຈີນ​ຜູ່​ຍິງ​ໄດ້​ປະຕູ​ແມ່ນ​ທ້າວ​ຈາງ​ຢ້າວ​ຄຸນ​ແລະ​ທ້າວ​ຊຸນ​ສຽງ.

"ງານ​ແຂ່ງຂັນ​ທ້າ​ທາຍ​ລູອິສ ວຸຍ​ຕົງ" ​​ເຊິ່ງງານ​ແຂ່ງຂັນ​ເຮືອ​ໃບ​ເດີນ​ທະ​ເລ​ສາກົນ​ໄດ້​ຈັດ​ຂຶ້ນ​ຢູ່​ວາ​ລັງ​ເຊີ​ແຫ່ງ​ແອ​ສປາຍ, ​ເຮືອ​ໃບ​ຈີນ​ເບີ "ທີ​ມ​ແຫ່ງ​ຈີນ" ​ໄດ້​ເຂົ້າ​ຮ່ວມ​ງານ​ແຂ່ງ​ຂັນ​ເທື່ອ​ນີ້, ນີ້​ແມ່ນ​ເຮືອ​ໃບ​ຈີນ​ເຂົ້າຮ່ວມ​ງານ​ແຂ່ງຂັນ​ເຮືອ​ໃບ​ທີ່​ມີ​ຊື່​ສຽງ​ເປັນຄັ້ງທຳ​ອິດ. ນັບ​ມາ​ຮອດ​ວັນ​ທີ 20 ມິຖຸນາ​ນີ້, ຜົນງານ​ຂອງ "ທີ​ມ​ແຫ່ງ​ຈີນ" ​ແມ່ນ​ຊະນະ​ເທື່ອ​​ໜຶ່ງ​ແຕ່​ເສຍ​ໄຊ 17 ​ເທື່ອ, ​ເປັນ​ທີ 11. "ງານ​ແຂ່ງຂັນ​ທ້າ​ທາຍລູອິສ ວຸຍຕົງ" ​ແມ່ນ​ງານ​ແຂ່ງ​ຂັນ​ຮອບ​ຄັດ​ເລືອກ​ຂອງ​ງານ​ແຂ່ງຂັນ​ເຮືອ​ໃບ​ເດີນ​ທະ​ເລ​ຊິງ​ຂັນ​ທະວີບອາ​ເມ​ລິ​ກາ ​ເຊິ່ງ​ເປັນ​ງານ​ແຂ່ງຂັນ​ເຮືອ​ໃບ​ລະດັບ​ສຸດ​ຍອດ

 ວັນ​ທີ 18 ມິຖຸນາ​ນີ້, ທ້າວ​ຖາງ​ເຈິ້ງ​ຕົງ ນັກ​ກິລາ​ບານ​ບ້ວງ​ຂອງ​ຈີນ​ໄດ້​ປະກາດ​ຖອນ​ອອກ​ຈາກ​ການ​​ແຂ່ງຂັນຄັດເລືອກນັກ​ກິລາ​ບານບ້ວງຜູ່​ດີ​​ເດັ່ນ​ NBA ສົກ​ປີ 2005 ຢ່າງ​ເປັນ​ທາງ​ການ. ກ່ອນ​ໜ້າ​ນີ້, ຈີນ​ມີ​ນັກ​ກິລາ​ສາມ​ຄົນເຂົ້າຮ່ວມ​ທີ​ມບານບ້ວງ NBA, ​ໃນ​ນັ້ນຜູ່​ດີ​ເດັ່ນ​ກວ່າ​ໝູ່​ແມ່ນ​ທ້າວ​ຢາ​ວມິ​ງ ຫຼິ້ນກອງ​ກາງ​ໃນ​ທີ​ມລອກ​ເກ໊ດຮິ​ວສ໌​ໂຕນ​ໃນ​ປະຈຸ​ບັນ. ມູນ​​ເຫດ​ຕົ້ນຕໍ​ທີ່​ທ້າວ​ຖາງ​ເຈິ້ງ​ຕົງ​ ນັກ​ຫຼິ້ນກອງ​ກາງບໍ່​ເຂົ້າຮ່ວມ​ການ​​ແຂ່ງຂັນຄັດ​ເລືອກ​ນັກ​ກິລາ​ບານບ້ວງ​ຜູ່​ດີ​ເດັ່ນ​ໃນ​ປີນີ້​​ແມ່ນ​ທີ​ມບານບ້ວງ​ເພດ​ຊາຍ​ຈີນຈະກະ​ກຽມ​ງານ​​ແຂ່ງຂັນ​ບານບ້ວງ​ຊິງ​ຊະນະ​ເລີດ​ອາຊີ​ໃນ​​ໄວໆ​ນີ້, ທ້າວ​ຖາງ​ເຈິ້ງ​ຕົງ​ທີ່​ຫວັງ​ຈັ້ງຕີນ​ຢ່າງ​ໝັ້ນທ່ຽງ​ໃນ​ທີ​ມຊາດ​ຈີນ​ບໍ່​ມີ​ເວລາ​ຫວ່າງ​ໄປ​ອາ​ເມ​ລິ​ກາ

ວັນ​ທີ 19 ມິຖຸນາ​ນີ້, ຜູ່​ມັກ​ຫຼິ້ນກິລາ​ຫັດກາຍບໍລິຫານຫຼາຍ​ແສນ​ຄົນ​ໃນ​ 17 ຕົວ​ເມືອງ​ຂອງ​ຈີນ​ໄດ້​ຫຼັ່ງ​ໄຫຼຂຶ້ນສູ່​ທ້ອງ​ຖະ​ໜົນ, ​ໂຄສະນາ​ຜົນ​ດີ​ຂອງ​ການຫຼິ້ນກິລາ​ຫັດກາຍ​ຕໍ່​ມວນ​ຊົນ​ຈີນ​ດ້ວຍ​ "ຮູບ​ການເດີນທາງ" ​ເຊິ່ງ​ເປັນຮູບ​ການກິລາ​ງ່າຍດາຍ​ທີ່​ສຸດ, ​ແລະ​ຖື​ໂອກາດ​ນີ້​ສະ​ຫຼອງ​ສະຫະ​ປະຊາ​ຊາ​ດກຳນົດ​ເອົາ​ປີ 2005 ນີ້​ເປັນ "ປີ​ກິລາ​ສາກົນ".

ວັນ​ທີ 19 ມິຖຸນາ​ນີ້, ທີ​ມບານ​ເຕະ​ເພດ​ຍິງ​ແຫ່ງ​ຊາດ​ເຢຍລະ​ມັນ​ຊິງ​ໄດ້​ແຊມ​ປຽນ​ໃນ​ງານ​ແຂ່ງຂັນ​ບານ​ເຕະ​ຊິງ​ຊະນະ​ເລີດ​ເອີ​ລົບ 2005, ​ເຂົາ​ເຈົ້າ​ໄດ້​ເອົາ​ຊະນະ​ທີ​ມນອກ​ແວ​ດ້ວຍ 3:1 ​ໃນ​ການ​ແຂ່ງຂັນ​ຮອບ​ຊິງ​ຊະນະ​ເລີດ. ນີ້​ແມ່ນ​ແຊມ​ປຽນ​ຄັ້ງທີ 6 ທີ່​ທີ​ມ​ເຢຍລະ​ມັນ​ຊິງ​ໄດ້​ໃນ​ງານ​ແຂ່ງຂັນ​ບານ​ເຕະ​ເພດ​ຍິງ​ຊິງ​ຊະນະ​ເລີດ​ເອີ​ລົບ.

 ວັນ​ທີ 19 ມິຖຸນາ​ນີ້, ​ໃນງານ​ແຂ່ງຂັນ​ລົດ​ສູດ​ໜຶ່ງຫຼື F-1 ຊິງ​ຊະນະ​ເລີດ​ໂລກ​ປີ 2005 ​ໄດ້​ປະກົດ​ມີ​ສະພາບ​ການ​ໜ້າຕົກສະ​ເງີ້​ທີ່​ສຸດ​ໃນ​ປະຫວັດສາດ. ​ເນື່ອງ​ຈາກ​ບໍລິສັດ​ມີ​ແຊ​ລິນ ​ເຊິ່ງ​ເປັນ​ບໍລິສັດ​ສະໜອງ​ຕີນລົດ​ເຫັນ​ວ່າ ຕີນລົດ​ທີ່​ບໍລິສັດ​ຕົນ​ເອງ​ຜະລິດ​ນັ້ນ ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ລົດ​ຍົນບົນ​​ເສັ້ນທາງການ​ແຂ່ງຂັນ​ສາຍນີ້​ບໍ່​ໄດ້​, ​ແຕ່​ສະ​ຫະ​ພັນ​ລົດ​ສູດ​ໜຶ່ງ​ສາກົນ​ໄດ້​ປະຕິ​ເສດ​ບໍ່​ໃຫ້​ທີ​ມລົດ​ປ່ຽນ​​ຕີນລົດ, ຈຶ່ງ​ພາ​ໃຫ້​ທີ​ມລົດ​ທີ່​ໃຊ້​ຕີນ​ລົດ​ຂອງ​ບໍ​ລິ​ສັດ​ດັ່ງກ່າວ 7 ທີມຖອຍ​ອອກ​ຈາກ​ງານ​ແຂ່ງຂັນພ້ອມ​ກັນ. ​ໃນ​ທີ່​ສຸດ​ມີ​ລົດ​ພຽງ 6 ຄັນ​ຂອງ 3 ທີມ​ໄດ້​ເຂົ້າຮ່ວມ​ການ​ແຂ່ງຂັນ. ສຸດ​ທ້າຍ, ທ້າວ​ຊູ​ມາ​ເຊີ ນັກ​ຂັບ​ລົດ​ເຢຍ​ລະ​ມັນ​ຂອງ​ທີມ​ລົດ​ຟາ​ລາຣີ​ຊິງ​ໄດ້​ແຊມ​ປຽນ​ໃນ​ງານ​ແຂ່ງຂັນ​ນັດ​ນີ້.