ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-28 18:11:43    
ຝ່າຍ​ຈີນ​ກ່າວ​ຕີ​ໂຕ້ຄວາມ​ເວົ້າຂອງຝ່າຍ​ຍີ່​ປຸ່ນກ່ຽວ​ກັບຈີນ​ໂຕ້​ຕອບຢ່າງ​ຊັກ​ຊ້າ​ໃນ​ບັນຫາ​ຊຳລະ​ອາວຸດ​ເຄມີ​ທີ່​ຍີ່​ປຸ່ນປະ​ຖິ້ມຢູ່​ຈີນ

cri
ຕາມ​ຂ່າວcri: ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 28 ມິຖຸນາ,ທ່ານ​ລີ​ວ​ຈ້ຽນ​ຊາວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​ຕີ​ໂຕ້ຄຳ​ເວົ້າຂອງ​ຝ່າຍ​ຍີ່​ປຸ່ນກ່ຽວ​ກັບ​ຈີນ​​ໂຕ້ຕອບ​ຢ່າງ​ຊັກ​ຊ້າ​ໃນ​ບັນຫາ​ຊຳລະ​ອາວຸດ​ເຄມີ​ທີ່​ຍີ່​ປຸ່ນປະ​ຖິ້ມຢູ່​ຈີນ.

ທ່ານ​ລິວ​ຈ້ຽນຊາວ​ເວົ້າວ່າ,ຝ່າຍ​ຈີນ​ໄດ້ຕໍ່​ວ່າ​ຕໍ່​ຂານ​ຕໍ່​ຝ່າຍ​ຍີ່​ປຸ່ນກ່ຽວ​ກັບ​ເລື່ອງ​ນີ້​,ທວງ​ໃຫ້​ຝ່າຍ​ຍີ່​ປຸ່ນ​ໃຫ້​ຄວາມ​ກະຈ່າງ​ແຈ້ງ.ທ່ານ​ກ່າວ​ວ່າ,ຍີ່​ປຸ່ນປະ​ຖິ້ມ​ອາວຸດ​ເຄມີ​ແມ່ນ​ໂທດ​ກຳ​ອັນ​ໜັກໜ່ວງທີ່​ລັດທິ​ລັດຖະທະຫານ​ຍີ່ປຸ່ນກໍ່​ຂຶ້ນ​ໃນ​ໄລຍະ​ຮຸກ​ຮານ​ຈີນ,ນັບ​ມາ​ຮອດ​ປະຈຸ​ບັນ​ຍັງ​ໄດ້ຂົ່ມຂູ່​ຢ່າງ​ໜັກໜ່ວງ​ຕໍ່ຊີວິດ​ຊັບສິນ​ຂອງ​ມວນ​ຊົນ​ແລະຄວາມ​ປອດ​ໄພ​ຂອງ​ສິ່ງ​ແວດ​ລ້ອມຊີວະ​ພາບ​ຂອງ​ເຂດ​ທີ່​ກ່ຽວຂ້ອງ​ຂອງ​ຈີນ.​ເຫດການ​ອາວຸດ​ເຄມີ​ທີ່ຍີ່​ປຸ່ນປະ​ຖິ້ມ​ຢູ່​ກວາງ​ໂຈ​ວ​ໄດ້​ທຳຮ້າຍ​ຄົນ​ໄດ້​ຢັ້ງຢືນ​ເລື່ອງ​ຈິງ​ດັ່ງກ່າວ​ອີກ.ລັດຖະບານ​ຍີ່​ປຸ່ນຄວນ​ເຄົາລົບ​ສົນ​ທິສັນຍາ​ເກືອດ​ຫ້າມ​ອາວຸດ​ເຄມີ​ແລະ​ບົດ​ບັນທຶກ​ກັນ​ລືມຂອງລັດຖະບານ​ຈີນ​ຍີ່​ປຸ່ນກ່ຽວ​ກັບ​ການ​ທຳລາຍ​ອາວຸດ​ເຄມີ​ທີ່​ຍີ່​ປຸ່ນປະ​ຖິ້ມ​ຢູ່​ແດນ​ຈີນ​ນັ້ນຢ່າງ​ເຄັ່ງ​ຄັດ,ຫາບ​ແບກ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທຳລາຍ​ອາວຸດ​ເຄມີ​ທີ່​ຍີ່​ປຸ່ນປະ​ຖິ້ມ​ຢູ່​ຈີນນັ້ນຢ່າງ​ແທ້​ຈິງ,ທຳລາຍ​ອາວຸດ​ເຄມີ​ທີ່​ຍີ່​ປຸ່ນປະ​ຖິ້ມ​ນັ້ນຢ່າງ​ເຖິງ​ຖອງ​​ໂດຍ​ໄວ.