ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-29 14:20:56    
[ທ່ານ​ເຈິ້ງ​ເຮີ ເດີນ​ມະຫາ​ສະຫມຸດ]

cri

ປີ​ນີ້​ແມ່ນ​ທ່ານ​ເຈິ້ງ​ເຮີ ນັກ​​ເດີນທະ​ເລຜູ່​ຍິ່ງ​ໃຫຍ່​ໃນ​ລາຊະວົງ​ມິ​ງຈີນ​ເດີນ​ມະຫາ​ສະຫມຸດຄົບຮອບ 600 ປີ   

ໃນ​ຕົ້ນ​ສະຕະວັດ​ທີ 15   ຈີນ​ໄດ້​ເຂົ້າ​ສູ່​ໄລ​ຍະສະ​ຫງ່າ​ລາສີ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະຫວັດການ​ເດີນທະ​ເລ     ທ່ານ​ເຈີ້ງ​ເຮີ​ໄດ້​ຂີ່​ເຮືອປະ​ເສີດ​ທີ່​ໃຫຍ່​ກວ່າ​ຫມູ່​ໃນ​ໂລກ  ​ເດີນ​ມະຫາ​ສະຫມຸດຢ່າງອຶກ​ຄະທຶກ​ຄຶກ​ໂຄມ   ​ຜ່ານ​ການ​ເຄື່ອນ​ໄຫວ​ດັ່ງກ່າວ  ຈີນ​ກັບ​ບັນດາ​ປະ​ເທດ​ອາຊີ​ອາຄະ​ເນ​ໄດ້​ສ້າງ​ການ​ພົວພັນ​ທາງ​ການ​ເມືອງ ການ​ຕ່າງປະ​ເທດ​ແລະ​ການ​ຄ້າ​ຢ່າງ​​ແຫນ້ນ​ແຟ້ນ   ການ​ແລກປ່ຽນດ້ານວັດທະນະທຳ​ລະຫວ່າງ​ສອງ​ຝ່າຍ​ບໍ່​ເສົ້າ​ສູນ​ເປັນ​ເວລາຍາວ​ນານ ຫຼັງ​ຈາກ​ເຈົ້າ​ຊີວິດ​ມິ​ງ​ເສີນ​ຈູສະຫວັນລະຄົດແລ້ວ  ສະພາບການ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​​ໃຫຍ່ຫຼວງ ການ​ເຄື່ອນ​ໄຫວ​ເດີນມະຫາ​ສະຫມຸດ​ໄດ້​ຖືກ​ຕິຕຽນ​ເປັນ​ການ​ຟຸມ​ເຟືອຍ​ກຳລັງ​ແຫ່ງ​ຊາດ  ການ​ເດີນ​ທະ​ເລ​ຂອງ​ຈີນ​ໄດ້​ຫຼຸດ​ຕ່ຳ​ລົງ​ຢ່າງ​ວ່ອງ​ໄວ


 ທ່ານ​ເຈິ້ງ​ເຮີ​ແມ່ນຂັນ​ທີ​ຜູ່​ໃກ້ຊິດ​ແລະ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈຈາກ​ເຈົ້າ​ຊີວິດ​ມິ​ງ​ເສີງ​ຈູ   ​ໃນ​ຍາມ​ຍັງ​ນ້ອຍ​ ທ່ານໄດ້​ເປັນຊະ​ເລີຍ​ເສິກ​ຂອງ​ລາຊະວົງ​ມິ​ງ   ຖືກ​ຄົນ​ສົ່ງ​​ເຂົ້າ​ພະ​ລາຊະ​ວັງ​ແລ້ວ​ກາຍ​ເປັນ​ຂັນທີ   ຍ້ອນ​ທ່ານ​​ເປັນ​ຄົນ​ສະຫຼາດຫຼັກ​ແຫຼມ ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈຈາກເຈົ້າ​ຊີວິດ   ຫຼັງ​ຈາກ​ເຈົ້າ​ຊີວິດ​ມິ​ງ​ເສີງ​ຈູ​ໄດ້​ຂຶ້ນ​ສະ​ເຫວີຍ​ລາຊະ​ສົມບັດ​ແລ້ວ   ​ໄດ້​ແຕ່ງ​ທ່ານ​ຈ່ຽງບິນ​ຊິງ​ແລະ​ທ່ານ​ວາງ​ຊູ​ເປັນ​ຕົ້ນ​ໄປປະກາດ​ພະ​ລາ​ຊະ​ໂອງການ​ກ່ຽວ​ກັບ​ເຫດການການ​ເມືອງ​ອັນ​ສຳຄັນ​ຢູ່​ແຖບ​ອາຊີ​ອາຄະ​ເນ  ຫວັງ​ໃຫ້​ເພີ່ມ​ທະວີ​ການ​ຕິດ​ຕໍ່​ພົວພັນ​ກັບປະ​ເທ​ດ​ເຫຼົ່າ​ນີ້  ກໍ​ສວຍ​​ໂອກາດ​ນີ້​ມາ​ອວດ​ອ້າງ​ອຳນາດ​ແລະ​ຊື່​ສຽງ​ຂອງ​ປະ​ເທດຈັກກະພັດ​ມິ​ງ  ຫຼັງ​ຈາກ​ນັ້ນ  ​ເຈົ້າ​ຊີວິດ​ມິ​ງ​ເສີງ​ຈູ​ຊົງ​ແຕ່ງ​ທ່ານ​ເຈິ​ງ​ເຮີ​ເປັນ​ທູຕາ​ນຸທູດ  ​ເລີ່​ມດຳ​ເນີນການ​ເຄື່ອນ​ໄຫວ​ເທິງ​ທະ​ເລ​ຢ່າງ​ຂະຫນາດ​ໃຫຍ່​ຕໍ່​ເນື່ອງ​ກັນ​ເຊິ່ງລວມມີ 7 ​ເທື່ອ ​ເຊິ່ງໄດ້ຍືດ​ເຍືອ​ມາ​ເປັນ​ເວລາ  28 ປີ    ຍ້ອນ​ເຂດ​ການ​ເຄື່ອນ​ໄຫວ​ເທື່ອ​ນີ້​ຕົ້ນຕໍ​ແມ່ນ​ຢູ່​ເຂດ​ທະ​ເລ​ທີ່​ຫ່າງ​ຈາກ​ເກາະ​ກາລີມັນ​ດານ​ໃນ​ຊູ່​ມື້​ນີ້​ໄປ​ທາງ​ທິດຕາ​ເວັນ​ຕົກ​  ຊື່​ເກົ່າ​ແມ່ນ​ທະ​ເລ​ຕາ​ເວັນ​ຕົກ  ດ້ວຍ​ເຫດ​ນີ້ ການ​ເຄື່ອນ​ໄຫວ​ເດີນ​ທະ​ເລ​ຕາ​ເວັນ​ຕົກຄື​ມະຫາ​ສະຫມຸດ​ອິນ​ເດຍ​ໃນ​ຊູ່​ມື້ນີ້

ໃນ​ສະ​ໄຫມ​ຢົງ​​ເລີ້​ປີ 3 ຄື​ປີ 1405  ທ່ານ​ເຈິ້ງ​ເຮີ​ໄດ້​​ເດີນມະຫາ​ສະຫມຸດຕາ​ມພະ​ລາຊະ​ໂອງການຂອງ​ເຈົ້າ​ຊີວິດ​ມິ​ງເສີງ​ຈູ​​ເປັນຄັ້ງ​ທຳ​ອິດ   ​ໃນ​ການ​ເດີນ​ທະ​ເລຂອງ​ທ່ານ​ເຈິ້ງ​ເຮີ​ເທື່ອ​ນີ້​ມີ​ທະຫານ​ທັງ​ຫມົດ 2 ຫມື່ນ 7 ພັນ 800 ກວ່າ​ຄົນ  ​ມີ​ເຮືອ​ແພ​ນາວາ 208 ລຳ    ​ໄດ້ອອກ​ຈາກ​ທ່າ​​ເຮືອ​ລິວ​ເຈ່ຍ​​ເມືອງທ້າຍ​ຊັ່ງ  ​ ຜ່ານເມືອງ​ຊາງເ​ລີ້​ແຂວງ​ຟູ​ຈ້ຽນ  ບ່ອນ​ທຳ​ອີດ​​ໄດ້ໄປ​ຮອດ​ນະຄອນຫຼວງ​ລັດ​ຈ້າ​ນ​​ເສີງ  ບ່ອນ​ເດີນ​ທະ​ເລ​​​ເປັນ​ລຳດັບ​ຂອງ​ທ່ານແມ່ນ​ຊູ​ລູມາ​ເກາະຈາ​ວາ   ທ່າ​ກ່ຳ​ປັ່ນ​ເກົ່າ​ພາກ​​ໃຕ້​ຂອງ​ເກາະຊູ​ມັດຕຼາ  ມານ​ຊີ້​ກາ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ຂອງ​​ແຫຼມ​ມາ​ເລ   ຢູ່​ມານ​ຊີ້​ກາ  ຂະ​ບວນ​ເຮືອ​ໄດ້​ພັກຜ່ອນປັບປຸງ​ຊົ່ວຄາວ   ຕັ້ງ​ຄ້າຍ​ທະຫານ  ສ້າງສາງ​ເພື່ອ​ຮັກສາ​ສິນຄ້າ​ການ​ຄ້າ​ໄວ້  ​ແລ້ວ​ເດີນ​ທະ​ເລ​ໄປ​ທິດຕາ​ເວັນ​ຕົກ​ຕໍ່​ໄປ   ຮອດ​ພູ​ຊີລານ  ​ແລ້ວ​ອ້ອມແຫຼມ​ອິນ​ເດຍ​ໄປ​ຮອດ​ທາ​ງພາກ​ເຫນືອ​ກໍ​ຄືເກີ​ລານ  ​ເຄີ​ຈີ່   ຈຸດຫມາຍ​ປາຍທາງ​ແມ່ນ​ກູ​ລີ  ຂະ​ບວນ​ເຮືອ​ສ່ວນ​ຫນຶ່ງ​ຂອງ​ທ່ານ​ເຈິ້ງ​ເຮີ​ໄດ້​ແບ່ງ​ເປັນ​ສອງ​ກອງ  ກອງ​ຫນຶ່ງ​ສືບ​ຕໍ່​ເດີນ​ທະ​ເລ​ໄປ​ທິດຕາ​ເວັນ​ຕົກ​ສຽງ​ເຫນືອ  ຮອດ​ອີຣານ  ​ແລ້ວ​ອ້ອມແຫຼມ​ອາ​ລັບ​​ເຂົ້າ​ສູ່​ທະ​ເລ​​ແດງ  ຈຸດຫມາຍ​ປາງ​ທາງ​ແມ່ນ​ເມືອງ​ໄມ​ກາ ​ແດນ​ສັກກາລະ​ບູຊາສາສະຫນາ​ອິສລາມ  ອີກ​ກອງ​ຫນຶ່ງ​ໄດ້​ເດີນ​ທະ​ເລ​ໄປ​ທິດຕາ​ເວັນ​ຕົກ​ສຽງ​​ໃຕ້  ​ເດີນ​​ໄປ​ຮອດ​ຝັ່ງ​ທະ​ເລ​ຕາ​ເວັນ​ອອກ​ຂອງ​ອາ​ຟຼິກາ​ໂດຍ​ກົງ


 ຂະ​ບວນ​ເຮືອ​​​ຂອງທ່ານ​ເຈິ້ງ​ເຮີໄດ້​ສ້າງ​ການ​ພົວພັນ​ມິດຕະພາບ​ກັບ​ບັນດາ​ປະ​ເທດ​ທີ່​​​ເຮືອ​​ເດີນ​ໄປຮອດ ​ແລະ​ເຂົ້າ​ຮ່ວມ​ການ​ຕໍ່ສູ້​ທາງ​ການ​ເມືອງ​ແລະ​ລະບົບ​ການ​ຄ້າ​ຂອງ​ທ້ອງ​ຖິ່ນ  ປະ​ເທດ​ທີ່​ຖວາຍ​ບັນນາການ​​ແກ່​ຈີນນັ້ນ​ຍັງ​ມີ​ປະ​ເທດຊູ​ມັດຕຼາ​ແລະ​ປະ​ເທດອາ​ລູ​ເປັນ​ຕົ້ນ  ພໍ່ຄ້າ​ຢູ່​ທະ​ເລ​ໃຕ້​ໄດ້ຕິດຕາມ​ທູ​ຕາ​ນຸທູດ​ຂອງ​ປະ​ເທດ​ຕົນ​ມາ​ດຳ​ເນີນການ​ຄ້າ​ຢູ່​ຈີນເລື້ອຍ​ໆ     ສະ​ນັ້ນ  ວັດທະນະທຳ​ຈີນ​ໄດ້ມີ​ຜົນ​ສະທ້ອນແຖບ​ອາຊີ​ອາຄະ​ເນ     ​ໃນ​ໄລຍະ​ກາງ​ແລະ​ທ້າຍ​ຂອງ​ສະ​ໄຫມ ລາຊະວົງ​ມິ​ງ  ພໍ່ຄ້າ​ຈີນ​ກໍ​ໄດ້​ໄປ​ທຸດລະ​ກິດ​ການ​ຄ້າ​ຢູ່​​ອາຊີ​ອາຄະ​ເນ​ຢ່າງ​ຄຶກຄັກທີ່​ສຸດ ​ໂດຍ​ສະ​ເພາະ​ແມ່ນ​ແຖບ​ແຂວງ​ຟູ​ຈ້ຽນ​ແຄມ​ທະ​ເລ​ຕາ​ເວັນ​ອອກ​ສຽງ​ໃຕ້  ມີ​ຊາວ​ຈີນ​ບໍ່​ຫນ້ອຍ​​ໄດ້ຍ້າຍ​ໄປຢູ່​ຕ່າງປະ​ເທດ ​ເຖິງ​ວ່າ​ອາດ​ຈະ​ບໍ່​ແມ່ນ​ຜົນ​ສະທ້ອນ​ໂດຍ​ກົງ​ຍ້ອນທ່ານ​ເຈິ້ງ​ເຮີ​ເດີນມະຫາ​ສະຫມຸດ​ກໍ​ຕາມ  ​ແຕ່ຍັງ​ມີ​ສ່ວນ​ທີ່​ກ່ຽວຂ້ອງ​ຢ່າງ​ຫຼວງ​ຫຼາຍ​ກັບ​ກະ​ແສ​ຟອງ​​ແຫ່ງການໄຂ​ປະ​ຕູ​ທີ່​ເນື່ອງ​ຈາກ​ເຈິ້​ງ​ເຮີ​ເດີນ​ມະຫາ​ສະຫມຸດ​ອິນ​ເດຍ


ທ່ານ​ເຈິ້ງ​ເຮີ​ເດີນມະຫາ​ສະຫມຸດໄດ້ຢັ້ງຢືນ​ໃຫ້​ເຫັນ​ວ່າໃນ​ສະຕະວັດ​ທີ 15    ​ໃນ​ຄາວ​ນັ້ນ  ຈີນ​ມີ​ວິທະ​ຍາ​ສາດ​ເຕັກນິກ​​ເດີນ​ທະ​ເລແລະ​ເຕັກນິກ​ຕໍ່ ເຮືອທີ່​ນຳ​ຫນ້າ​ໃນ​ໂລກ   ກ່ອນກວ່າການ​ຄົ້ນ​ພົບ​ພູມ​ສາດ​ເອີ​ລົບ​ຫນຶ່ງສະຕະວັດ​  ​ໄດ້​ຢູ່​ໃນ​​​ໄລຍະາ​ດຽວ​ກັນກັບ​ການບຸກ​ເບີກທາງ​ເດີນ​ເຮືອ​​ເສັ້ນໃຫມ່​ຂອງ​ໂລກ​ໃນ​ຂັ້ນ​ພື້ນຖານ


 ປີ 2005 ​ແມ່ນ​ທ່ານ​ເຈິ້​ງ​ເຮີ​  ນັກ​​ເດີນ​ທະ​ເລຜູ່​ຍິ່ງ​ໃຫຍ່​ຂອ​ງ ຈີນເດີນ​ມະຫາ​ສະຫມຸດຄົບຮອບ 600 ປີ     ທ່ານ​ເຈິ້​ງ​ເຮີ​ເດີນ​ມະຫາ​ສະຫມຸດ​ແມ່ນ​ການ​ເດີນ​ທະ​ເລກ່ອນ​ຫມູ່​ໃນ​ໂລກ   ຫຼັງ​ຈາກນັ້ນ 87 ປີ​ແລ້ວ  ຈຶ່ງ​ມີທ່ານ​​ໂກ​ລົມບຸ​ສ​ໄດ້​ປະກົດ​ເຫັນ​ແຜ່ນດິນ​ໃຫຍ່   ຫຼັງ​ຈາກນັ້ນ 93 ປີ ຈຶ່ງ​ມີ​ທ່ານ​ດາກາ​ມາ​ປະກົດ​ເຫັນ​ທາງ​ເດີນ​ເຮືອ​ເສັ້ນ​ໃຫມ່   ຫຼັງ​ຈາກນັ້ນ 116 ປີ   ຈຶ່ງ​ມີ​ຂະ​ບວນເຮືອ​ຂອງ​ທ່ານມາ​ເຈ​ແລນ​ອອກ​ຈາກທ່າ​ກ່ຳ​ປັ່ນ​​ໄປ​ເດີນ​ທະ​ເລ    ຈິດ​ໃຈ​ຊາດ​ທີ່​ຍິ່ງ​ໃຫຍ່​ຂອງທ່ານ​ເຈິ້ງ​ເຮີທີ່ບໍ່​ຢ້ານ​ທຸລະ ກັນດານ ​​ເຜີຍ​ແຜ່​ມິດຕະພາບສາມັກຄີ​ເຂົ້າກັນ​ແລະ​ເປັນ​ເອກະ​ພາບ​ກັນ   ​​ໄດ້ປະກອບສ່ວນ​ອັນ​ສຳຄັນ​ໃຫ້​ແກ່​ອາ​ລິ​ຍະ​ທຳ​ຂອງມວນ​ມະນຸດ