ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-29 15:48:10    
ຈີນ​ຈະ​ດຳ​ເນີນ​ການ​ສຳ​ຫຼວດ​ຫຼາຍ​ວິ​ຊາ​ການ​ຢູ່​ຂົ້ວ​ໂລກ​ເໜືອ

cri Author: q
ຕາມ​ຂ່າວCRI,​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ​29​ມິ​ຖຸ​ນາ,​ທ່ານ​ສູ​ທ້າ​ນ​ໂຈ້​ວ ຫົວ​ໜ້າ​ຫ້ອງ​ການ​ສຳ​ຫຼວດ​ຂົ້ວ​ໂລກ​ກົມ​ທະ​ເລ​ແຫ່ງ​ຊາດ​ຈີນ​​ເຜີຍ​ໃຫ້​ຮູ້​ວ່າ,​ເລີ່​ມ​ແຕ່​ເດືອນ​ກໍ​ລະ​ກົດ​ປີ​ນີ້​ເປັນ​ຕົ້ນ​ໄປ,ຈີນ​ຈະ​ດຳ​ເນີນ​ການ​ສຳ​ຫຼວດ​ສັງ​ລວມ​ຫຼາຍ​ວິ​ຊາ​ການ​ເປັນ​ເວ​ລາ​1​ປີກ​ວ່າ​ຢູ່​ຂົ້ວ​ໂລກ​ເໜືອ.

ຕາມ​ສະ​ເໜີ​ໃຫ້​ຮູ້​ວ່າ,​ໃນ​ພາຍ​ໜ້າ​ບໍ່​ດົນ​,ນັກ​ສຳ​ຫຼວດ​ວິ​ທະ​ຍາ​ສາດ​21​ຄົນ​ຂອງ​ຈີນ​ຈະ​​​ແບ່ງ​ເປັນ​ງວດ​​ເດີນ​ທາງ​ໄປ​ພາກ​ພື້ນ​ຂົ້ວ​ໂລກ​ເໜືອ.​ພວກ​ເຂົາ​ເຈົ້າ​ຈະ​ດຳ​ເນີນ​ການ​ຄົ້ນ​ຄວ້າ​11​ລາຍ​ການ​ສຳ​ຫຼວດ​ວິ​ທະ​ຍາ​ສາດ​ຢູ່​ສະ​ຖາ​ນີ​ຫວງ​ເຮີ ທີ່​ໝູ່​ເກາະ​ສະ​ປີ​ຈ໌​ເບີ​ແກນ​ແຫ່ງ​ນອກ​ແວ​ເຊິ່ງ​ເປັນ​ສະ​ຖາ​ນີ​ສຳ​ຫຼວດ​ວິ​ທະ​ຍາ​ສາດ​ທີ່​ຈີນ​ສ້າງ​ຂຶ້ນ​ເມື່ອ​ປີ​ກາຍ​ນີ້.​ລາຍ​ການ​ສຳ​ຫຼວດ​ວິ​ທະ​ຍາ​ສາດ​ໄດ້​ກວມ​ຫຼາຍ​ວິ​ຊາ​ການ​ເຊັ່ນ​ທໍ​ລະ​ນີ​ສາດ,​ວິ​ທະ​ຍາ​ສາດ​ລານ​ນ້ຳ​ກ້າມ,​ນິ​ເວດ​ວິ​ທະ​ຍາ,ອາ​ກາດ​ວິ​ທະ​ຍາ​ແລະ​ຟີ​ຊິກ​ສາດ​ອາ​ກາດ​ຊັ້ນ​ສູງ​ເປັນ​ຕົ້ນ.