ໃນສະໄໝຍຸດທະຈັກຊຸນຊິວ, ລັດສິນແລະລັດຈິ້ນເປັນລັດບ້ານໃກ້ເຮືອນຄຽງກັນ. ເພື່ອຄວາມປະໂຫຍດຂອງແຕ່ລະລັດ, ສອງລັດດັ່ງກ່າວຈິ່ງທັງສູ້ກັນເພື່ອຍາດກັນເປັນມະຫາອຳນາດ, ທັງສວຍໃຊ້ເຊິ່ງກັນແລະກັນເພື່ອຊຸກຍູ້ການພັດທະນາ, ໃນນັ້ນ ການຜູກສຳພັນທະໄມຕີເປັນບ້ານໃພ້ເມືອງເຂີຍຈິ່ງເປັນຍຸດໂທບາຍໜຶ່ງທີ່ມັກໃຊ້ເລື້ອຍໆ.
ກ່ອນຄິດຕະສັງກາດ 654 ປີ, ພະຍາມູ້ກົ່ງຂອງລັດສິນໄດ້ຂຶ້ນຄອງອຳນາດມາ 6 ປີແລ້ວ, ສ່ວນພະຍາຊ້ຽນກົ່ງຂອງລັດຈິ້ນກໍໄດ້ຂຶ້ນຄອງອຳນາດມາ 23 ປີແລ້ວ. ແຕ່ພະຍາມູ້ກົ່ງກໍຍັງບໍ່ທັນມີພັນລະຍາເທື່ອ, ຈິ່ງແຕ່ງເສນາບໍດີກົ່ງຈືຈື້ໄປລັດຈິ້ນເພື່ອຂໍໝັ້ນດອງຄືຢາກເອົາປໍຈີ່ ລູກສາວກົກຂອງພະຍາຊ້ຽນກົ່ງມາເປັນພັນລະຍາ. ພະຍາຊ້ຽນກົ່ງສັ່ງໃຫ້ດູໝໍມາລົງເລກເບິ່ງ. ໝໍເວົ້າວ່າ ບໍ່ຖືກລຶກງາມຍາມດີເພື່ອແຕ່ງດອງ; ເລີຍສັ່ງໃຫ້ຄົນໄປລົງເລກສ່ຽງເບິ່ງອີກ, ພັດເວົ້າວ່າ ເປັນມື້ສັນວັນດີມະຫາມຸງຄຸນ, ສອງຄວາມເວົ້າດັ່ງກ່າວຕ່າງຖຽງກັນຢູ່ບໍ່ຢຸດບໍ່ເຊົາ. ພະຍາຊ້ຽນກົ່ງຈິ່ງຄິດເຖິງຄຳສຸພາສິດທີ່ວ່າການສ່ຽງໂຊກມັກສັກສິດ, ເລີຍເຫັນດີນຳການສູ່ຂໍດັ່ງກ່າວ. ຕໍ່ມາບໍ່ດົນປານໃດ, ພະຍາມູ້ກົ່ງຂອງລັດສິນກໍ່ເອົາລາຊະທິດາຂອງລັດຈິ້ນເປັນພັນລະຍາ. ຈາກນັ້ນ ລະຫວ່າງສອງລັດດັ່ງກ່າວຈິ່ງມີການພົວພັນເປັນແກ່ວເປັນດອງກັນ, ແຕ່ນັ້ນມາກໍເລີຍໄປມາຫາສູ່ກັນເລື້ອຍໆ.
ໃນຄາວນັ້ນ ພະຍາຊ້ຽນກົ່ງມີມະເຫສີຜູ່ໜຶ່ງຊື່ລີຈີ, ມະເຫສີຜູ່ນີ້ງາມທີ່ສຸດ, ແຕ່ພັດເປັນຄົນໃຈດຳອຳມະຫິດ. ພະຍາຊ້ຽນກົ່ງຮັກເພິ່ນທີ່ສຸດ, ແລະຍາມໃດກໍຟັງຄວາມແລະປະຕິບັດຕາມ. ໃນຄາວນັ້ນ, ຜູ່ສືບທອດພະຍາດຊ້ຽນກົ່ງແມ່ນຍຸດຊາຍຊື່ເຊິ່ນເຊິງ, ແຕ່ລີຈີພັດຢາກໃຫ້ພະຍາດຊ້ຽນກົ່ງຕັ້ງລູກຊາຍຂອງເພິ່ນເປັນຜູ່ສືບທອດ. ແຕ່ຖານະນາມຂອງເຊິ່ນເຊິງໄດ້ຕົກລົງຄັກແນ່ແລ້ວ, ຈິ່ງບໍ່ອາດປ່ຽນແປງຕາມໃຈໄດ້, ສະນັນ ມະເຫສີລີຈີຈິ່ງຖືເຊິ່ນເຊິງເປັນສ້ຽນປັກຕາ. ຕໍ່ມາບໍ່ດົນ, ລີຈີເລີຍຫາໂອກາດຕູ່ຫາວ່າຮ້າຍເຊິ່ນເຊິງ, ພະຍາຊ້ຽນກົ່ງຟັງຄວາມນິນທາຂອງລີຈີ, ກໍເລີຍຂ້າເຊິ່ນເຊິງເສຍ. ພາຍຫຼັງອ້າຍນ້ອງສອງຄົນຂອງເຊິ່ນເຊິງຄືສົງເອີແລະອີອູໄດ້ຍິນຂ່າວນີ້ແລ້ວ, ກໍຢ້ານລີຈີຈະມາຂ້າຕົນເອງ, ສອງຄົນກໍເລີຍໂຕນໜີຈາກລັດຈິ້ນ. ພາຍລຸນມາ, ເມື່ອພະຍາຊ້ຽນກົ່ງເສຍແລ້ວ, ລູກຊາຍຂອງລີຈີກໍຂຶ້ນເປັນເຈົ້າແຜ່ນດິນຂອງລັດຈິ້ນ, ແຕ່ຕໍ່ມາອີກບໍ່ດົນກໍຖືກຜູ່ສະໜັບສະໜູນເຊິ່ນເຊິງຂ້າຕາຍ, ລັດຈິ້ນເລີຍເກີດການປັ່ນປ່ວນຂຶ້ນ.
ເມື່ອພະຍາມູ້ກົ່ງໄດ້ຍິນວ່າລັດຈິ້ນເກີດການປັ່ນປ່ວນ, ກໍ່ແຕ່ງທະຫານໄປລະງັບ, ທັງຫາອີອູ ບຸດຊາຍຂອງລັດຈິ້ນທີ່ໂຕນໜີໄປຕ່າງແດນນັ້ນກັບຄືນມາເປັນເຈົ້າແຜ່ນດິນລັດຈິ້ນ. ແຕ່ບໍ່ນຶກບໍ່ຝັນເລີຍວ່າ ພາຍຫຼັງອີອູຂຶ້ນຄອງອຳນາດແລ້ວ, ກໍປ່ຽນໃບໜ້າທີ່ຖ່ອມຕົວແລະໃຈດີຄືແຕ່ກ່ອນ, ຊອກຂໍ້ອ້າງມາຂ້າເສນາບໍດີທີ່ບໍ່ພໍໃຈຕໍ່ຕົນເອງໃຫ້ໝົດໃຫ້ກ້ຽງໄປ. ມີປີໜຶ່ງ, ລັດຈິ້ນປະກົດມີໄພອຶດຢາກ, ອີອູຂໍການຊ່ອຍເຫຼືອຈາກລັດສິນ, ພະຍາມູ້ກົ່ງກໍສົ່ງສະບຽງອາຫານໄປໃຫ້ດ້ວຍຄວາມເອື້ອເຟື້ອເພື່ອແພ່. ປີລຸນມາ, ລັດສິນກໍມີສະພາບດັ່ງກ່າວເກີດຂຶ້ນຄືກັນ, ແລ້ວກໍຂໍການຊ່ອຍເຫຼືອນໍາລັດຈິ້ນ, ແຕ່ອີອູບໍ່ພຽງແຕ່ບໍ່ໃຫ້ການຊ່ອຍເຫຼືອ, ຫາກຍັງແຕ່ງທະຫານໄປບຸກໂຈມຕີລັດສິນຊ້ຳ. ພະຍາມູ້ກົ່ງຈຶ່ງໂມໂຫແຮງທີ່ສຸດ, ເລີຍນຳພາກອງທະຫານໄປສູ້ກັບກອງທະຫານຂອງອີອູໃນທັນທີ. ຕໍ່ມາບໍ່ດົນ, ອີອູຖືກປະລາໄຊ, ຈຶ່ງຖືກກັກຂັງຢູ່ລັດສິນ, ຈົນຫຼາຍເດືອນເຕີບຈຶ່ງປ່ອຍຕົວ.
ໃນໄລຍະດຽວກັນນີ້, ສົງເອີ ບຸດຊາຍຂອງລັດຈິ້ນກໍໜີເລາະໄປຢູ່ລັດຕ່າງໆດ້ວຍຄວາມທຸກທໍລະມານ. ກ່ອນຄິດຕະສັງກາດ 637 ປີ, ສົງເອີໄດ້ເລາະມາຮອດລັດສິນ, ເລີຍໄດ້ຮັບຄວາມຊົມເຊີຍຈາກພະຍາມູ້ກົ່ງ. ແລະພະຍາມູ້ກົ່ງກໍມັກສົງເອີຫຼາຍ, ເພິ່ນຄິດວ່າ ສົງເອີເປັນຄົນມີປັນຍາທັງເປັນຄົນໃຈດີ, ແລະມີຫຼາຍຄົນຍິນດີຊ່ອຍເຫຼືອ, ຕໍ່ໄປເມືອໜ້າເພິ່ນອາດຈະເປັນເຈົ້າແຜ່ນດິນຂອງລັດຈິ້ນແນ່ນອນ. ຖ້າຂ້າພະເຈົ້າເອົາລູກສາວຂອງຕົນແຕ່ງດອງກັບເພິ່ນ, ລັດສິນແລະລັດຈິ້ນກໍຈະເປັນບ້ານແກ່ວເຮືອນດອງກັນ ແລະມີໄມຕີຈິດຕໍ່ກັນຕະຫຼອດໄປທຸກເຊັ່ນຄົນ, ບັດນັ້ນ, ພະຍາມູ້ກົ່ງກໍເລີຍໄປຫາລືກັບສົງເອີ, ສ່ວນສົງເອີທີ່ພວມຕົກທຸກໄດ້ຍາກຢູ່ນັ້ນ ກໍເຫັນວ່າໂອກາດຫາຍາກ, ຈຶ່ງເລີຍເຫັນດີນຳ. ຕໍ່ມາບໍ່ດົນ, ພະຍາມູ້ກົ່ງກໍເລືອກລຶກງາມຍາມດີ, ໃຫ້ສົງເອີແຕ່ງດອງກັບລູກສາວຂອງຕົນ.
ກໍແມ່ນໃນປີນັ້ນ, ອີອູເລີຍຕາຍໄປຍ້ອນເປັນພະຍາດ, ລັດຈິ້ນກໍມີການປັ່ນປ່ວນເກີດຂຶ້ນອີກ. ພະຍາມູ້ກົ່ງສົ່ງທະຫານໄປຊ່ອຍເຫຼືອສົງເອີລະງັບການປັ່ນປ່ວນອີກ, ແລະອຸດໜູນສົງເອີຂຶ້ນເປັນເຈົ້າແຜ່ນດິນຂອງລັດຈິ້ນ. ພາຍຫຼັງສົງເອີຂຶ້ນກຳອຳນາດແລ້ວ, ກໍປັບປຸງວຽກງານພາຍໃນ, ສ້າງກອງທັບໃຫ້ເຂັ້ມແຂງ, ເຮັດໃຫ້ກຳລັງແຫ່ງລັດຈິ້ນເຂັ້ມແຂງຂຶ້ນເປັນກ້າວໆ, ແລະກາຍເປັນລັດມະຫາອຳນາດໃນສະໄໝຍຸດທະຈັກຊຸນຊິວຂອງຈີນໃນທີ່ສຸດ.
ຄຳສຸພາສິດທີ່ວ່າ "ໄມຕີຈິດມິດຕະພາບລະຫວ່າງລັດສິນກັບລັດຈິ້ນ" ແມ່ນຄົນຮຸ່ນຫຼັງໄດ້ອີງຕາມຄວາມເປັນຈິງໃນປະຫວັດສາດທີ່ລັດສິນກັບລັດຈິ້ນເປັນບ້ານແກ່ວເຮືອນດອງກັນມາສະຫຼຸບເປັນຄຳສັບດັ່ງກ່າວ. ພາຍຫຼັງມາຈິ່ງມີຄວາມໝາຍທີ່ວ່າ ສອງເຮືອນເປັນແກ່ວເປັນດອງກັນ, ຜູກພັນເປັນຜົວແກ້ວເມຍແຫວນນຳກັນຕະຫຼອດໄປ.
|