|
 |
(GMT+08:00)
2005-06-30 11:33:42
|
 |
ຈີນລັດເຊຍຄວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ຊຸກຍູ້ການຮ່ວມມືກັນທີ່ຕິດແທດຕົວຈິງ
cri
Author: da
ຕາມຂ່າວສານຊິນຮວາ: ໃນໂອກາດກ່ອນຈະຢ້ຽມຢາມລັດເຊຍທາງລັດຖະກິດ,ວັນທີ 21 ມິຖຸນາ,ທ່ານຫູຈີນທາວ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າສຳພາດຮ່ວມຂອງສື່ມວນຊົນລັດເຊຍຢູ່ປັກກິ່ງ.ທ່ານຫູຈີນທາວກ່າວເນັ້ນວ່າ,ຈີນລັດເຊຍຄວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ຊຸກຍູ້ການຮ່ວມມືກັນທີ່ຕິດແທດຕົວຈິງ.
ທ່ານຫູຈີນທາວເວົ້າວ່າ,ໃນ 10 ກວ່າປີມານີ້,ຈີນລັດເຊຍໄດ້ສະໜັບສະໜູນເຊິ່ງກັນແລະກັນໃນບັນຫາສຳຄັນທີ່ພົວພັນເຖິງອະທິປະໄຕແຫ່ງຊາດແລະຜືນແຜ່ນດິນອັນຄົບຖ້ວນ,ທັງໄດ້ຮ່ວມມືກັນຢ່າງໄດ້ຜົນອຸດົມສົມບູນໃນບັນຫາສາກົນແລະພາກພື້ນທີ່ສຳຄັນ.ທ່ານຊີ້ອອກວ່າ,ເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດຂະຫຍາຍຕົວ,ສອງຝ່າຍຄວນຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈທາງການເມືອງລົງສູ່ລວງເລິກ,ເພີ່ມທະວີການປະສານງານທາງຍຸດທະສາດ,ຊຸກຍູ້ໃຫ້ສ້າງຕັ້ງລະບຽບເສດຖະກິດການເມືອງສາກົນໃໝ່ທີ່ທ່ຽງທຳແລະສົມເຫດສົມຜົນ;ເພີ່ມການຮ່ວມມືທີ່ຕິດແທດຕົວຈິງລະຫວ່າງສອງປະເທດໃນຂົງເຂດເສດຖະກິດການຄ້າ ພະລັງງານ ວິທະຍາສາດເຕັກນິກແລະການທະຫານເປັນຕົ້ນຕື່ມອີກ,ເຮັດໃຫ້ການພົວພັນໝູ່ຄູ່ປະສານງານຍຸດທະສາດລະຫວ່າງສອງປະເທດໃຫ້ມີເນື້ອໃນອຸດົມສົມບູນຂຶ້ນ;ເພີ່ມທະວີການໄປມາຫາສູ່ກັນຂອງປະຊາຊົນ,ປັບປຸງພື້ນຖານສັງຄົມແຫ່ງການພົວພັນມິດຕະພາບລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ.
ນອກນີ້,ວັນທີ 29 ມິຖຸນາ ທ່ານຢາໂກເວັນໂກ ໂຄສົກກະຊວງການຕ່າງປະເທດລັດເຊຍໄດ້ຂຽນບົດຄວາມຕີລາຄາທ່ານປະທານຫູຈີນທາວຈະຢ້ຽມຢາມລັດເຊຍໂດຍເວົ້າວ່າ,ຄຽງຄູ່ກັບບັນຫາຊາຍແດນລະຫວ່າງສອງປະເທດໄດ້ຮັບການແກ້ໄຂຢ່າງເຖິງຖອງ,ຈຸດໜັກການສົນທະນາລະຫວ່າງຜູ້ນຳສູງສຸດຂອງສອງປະເທດຈະອວ່າຍໜ້າໄປສູ່ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດແລະຕິດແທດຕົວຈິງຊຶ່ງກ່ຽວພັນເຖິງສິດປະໂຫຍດຂອງປະຊາຊົນທັງສອງປະເທດໂດຍກົງ,ສ່ວນການຮ່ວມມືເສດຖະກິດແມ່ນພາກສ່ວນສຳຄັນທີ່ສຸດໃນການຮ່ວມມືລະຫວ່າງສອງຝ່າຍ.
|
|
|