ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-30 15:30:19    
ປ່ຽນ​ຂອງ​ເສດ​ເປັນ​ຂອງ​ດີ

cri Author: li
ຂີ້​ເຫຍື້ອ​ອາຫານ​ໝາຍ​ຖິງອາຫານ​ເສດ​ເຫຼືອທີ່​ເກີດ​ຂຶ້ນ​ໃນ​ການ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ​ກິນ​ດື່ມ,ຍ້ອນ​ວ່າ​ຂີ້​ເຫຍື້ອ​ຊະນິດ​ນີ້​ມີ​ຈຸດ​ພິ​ເສດ​ຕ່າງໆ​ເຊັ່ນ​ມີ​ນ້ຳມັນ​ຫຼາຍ ​ເປື່ອຍ​ເນົ່າ​ປ່ຽນ​ທາດ​ງ່າຍ​ເປັນ​ຕົ້ນ,ສະນັ້ນ​ຊຳລະ​ຍາກ​ຫຼາຍ. ​ເພື່ອ​ແກ້​ໄຂ​ບັນຫາ​​ດັ່ງກ່າວ,ຫວ່າງ​ມໍ່ໆ​ນີ້ ພະນັກງານ​ວິທະ​ຍາສາດ​ເຕັກນິກ​ຂອງ​ຈີນ​ໄດ້​ນຳ​ໃຊ້​ເຕັກນິກ​ຈຸນ​ລະ​ຊີບ​ຍຸກ​ປັດ​ຈຸ​ບັນ ສ້າງ​ສະຖານີ​ຊຳລະ​ຂີ້​ເຫຍື້ອ​ອາຫານ​ແຫ່ງ​ທຳ​ອິດ​ຂອງ​ຈີນ​ຢູ່​ທີ່​ປັກ​ກິ່ງ. ສະຖານີ​ຊຳລະ​ດັ່ງກ່າວ​ສາມາດ​ປ່ຽນ​ຂີ້​ເຫຍື້ອ​ອາຫານ​​ເປັນ​ວັດຖຸ​ດິບ​ທີ່ດີ​ສຳລັບ​ຜະລິດ​ຝຸ່ນ​ອິນ​ຊີ.

ຢູ່​ຈີນ ຂີ້​ເຫຍື້ອ​ອາຫານ​ກວມ​ເຄິ່ງໜຶ່ງ​ຂອງ​ຂີ້​ເຫຍື້ອ​ດຳ​ລົງ​ຊີວິດ​ໃນ​ຕົວ​ເມືອງ. ​​ໃນ​ເວລາ​ດົນ​ນານ​ມາ​ນີ້,ຂີ້​ເຫຍື້ອ​ອາຫານ​ຕົ້ນຕໍ​ແມ່ນ​ເອົາ​ມາ​ໃຊ້​ເປັນ​ຫົວ​ອາຫານ​ຂອງ​ໝູ,​ແຕ່​ຍ້ອນ​ວ່າ​ໃນ​ນັ້ນ​ອາດ​ຈະ​ມີ​ເຊື້ອ​ພະຍາດ​ຫຼາຍ​ຊະນິດ,​ແລ້ວ​ຂົ່ມ​ຂູ່​​ຄວາມ​ປອດ​ໄພ​ຂອງ​ອາຫານ​ຢ່າງ​ໜັກໜ່ວງ. ນອກ​ນີ້ ກອງ​ຂີ້​ເຫຍື້ອ​ເປັນ​ເວລາ​ດົນ​ນານ,ກໍ​ຈະ​ເກີດ​ມີ​ຍຸງ,​ແມງວັນ​ແລະ​ເຊື້ອ​ພະຍາດ,​ກະທົບກະ​ເທືອນ​ເຖິງ​ສິ່ງ​ແວດ​ລ້ອມ​ຕົວ​ເມືອງ.

ຄຽງ​ຄູ່​ກັບ​ການ​ຂະຫຍາຍຕົວ​ຂອງ​ເຕັກນິກ​ຈຸນ​ລະ​ຊີບ​ຍຸກ​ປັດຈຸບັນ,​ພະນັກງານ​ຄົ້ນຄວ້າ​ວິທະ​ຍາສາດ​ຂອງ​ຈີນ​ໄດ້​ຊອກ​ພົບ​ວິທີ​ແກ້​ໄຂ​ບັນຫາ​ຂອງ​ຂີ້​ເຫຍື້ອ​ອາຫານ​ທີ່​ລົບ​ກວນ​ຕົວ​ເມືອງ​ຈີນ​ມາ​ຫຼາຍ​ປີ. ​ປັດຈຸບັນ ຢູ່​ຖະໜົນ​ຊ້າງ​ຕີ້​​​ເຂດ​ໄຫ​ຕ້ຽນ ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ນະຄອນ​ປັກ​ກິ່ງ,​ໄດ້​ສ້າງ​ສະຖານີ​ຊຳລະ​ຂີ້​ເຫຍື້ອ​ອາຫານ​ແຫ່ງ​ທຳ​ອິດ​ຂອງ​ຈີນ.​ ສະຖານີ​ດັ່ງກ່າວ​ສາມາດ​ຊຳລະ​ຂີ້​ເຫຍື້ອ​ອາຫານ 1,2 ​ໂຕນ​ຕໍ່​ມື້,ສາມາດ​ຊຳລະ​ຂີ້​ເຫຍື້ອ​ອາຫານ​ທີ່​ເກີດ​ຂຶ້ນ​ຈາກ​ພັດ​ຕາ​ຄານ​ຂະໜາດ​ກາງ​ຂະໜາດ​ນ້ອຍ 27 ​ແຫ່ງ​ໃນ​ເຂດ​ຄຸ້ມ​ຊ້າງ​ຕີ້​ໃນ​ແຕ່​ລະ​ມື້.

ບໍລິສັດ​ວິທະຍາສາດ​ຊີວະ​ຊາດ​ເຈຍ​ໂປ​ເວີນ​ປັກ​ກິ່ງ​ຈຳກັດ​ແມ່ນ​ອົງການ​ທີ່​ຄົ້ນຄວ້າ​ຜະລິດ​​ເຕັກນິກ​ຊຳລະຂີ້​ເຫຍື້ອ​ອາຫານ. ທ່ານ​ເຊ້ຍຢູ​ຊຽວ ​ວິສະ​ວະກອນ​ໃຫຍ່​ຂອງ​ບໍລິສັດ​ດັ່ງກ່າວ​ແນະນຳ​ວ່າ,ສະຖານີ​ຊຳລະ​ແມ່ນ​ນຳ​ໃຊ້​ເຊື້ອ​ທຳ​ມະ​ຊາດ​ຊະນິດ​ໜຶ່ງ​ທີ່​ເອີ້ນ​ວ່າ​ເຊື້ອ​ອາ​ມາ​ແຍກ​ທາດ​ຂີ້​ເຫຍື້ອ​ອາຫານ. ທ່ານ​ເວົ້າວ່າ:

"​ເຊື້ອ​​ເດີມ​ຂອງ​ເຊື້ອຊະນິດ​ນີ້​ແມ່ນ​ພວກ​ເຮົາ​ຊອກ​ພົບ​ໃນ​ພູ​​ແຂວງ​ເຊ​ສວນ,​ມາ​ຈາກ​ທຳ​ມະ​ຊາດ​ລ້ວນໆ. ມັນ​ແມ່ນ​ເຊື້ອ​​ປະສົມ,ຢູ່​ໃນ​ນັ້ນມີ​ເຊື້ອ​ຫຼາຍ​ສິບ​ຊະນິດ. ​ໃຕ້​ອຸນ​ຫະພູມ​ແລະ​ຄວາມ​​ຊຸ່ມ​ອັນ​ແນ່ນອນ,ມັນ​ກໍ​ຈະ​ແຍກ​ທາດ​ແລະ​ໝັກ​ອາຫານ,​ໃຫ້​ກາຍ​ເປັນ​ຝູງຈຸນ​ລະ​ຊີບ​ຊະນິດ​ໃໝ່."

ນັກ​ຂ່າວ​ໄດ້​ເຫັນ​ວ່າ,ຢູ່​ໃນ​ສະຖານີ​ຊຳລະ​ມີ​ເຕົາ​ຊຳລະ​ຈຸນ​ລະ​ຊີບ​ທີ່​ມີ​ຄວາມ​ໄວ​ສູງ​ແລະ​ອຸນຫະ​ພູມ​ສູງ​ 6 ໜ່ວຍ,​ເຕົາ​ແຕ່​ລະ​ໜ່ວຍ​ລ້ວນ​ແຕ່​ແມ່ນ​ຄວບ​ຄຸມ​ໂດຍ​ຄອມ​ພິວ​ເຕີ​ຢ່າງ​ອັດຕະ​ໂນ​ມັດ,ສາມາດ​ປັບ​ອຸນຫະພູມ​ແລະ​ຄວາມ​​ຊຸ່ມ​ຢູ່​ໃນ​ເຕົາ. ຂີ້​ເຫຍື້ອ​ອາຫານ​ເປັນ​ຖັງ​ເປັນ​ຖັງ​ທີ່​ມີ​ຊັ້ນ​ນ້ຳມັນ​ໜາ​​ຟູ​ຢູ່​ໄດ້​ຖືກ​ເທ​ເຂົ້າ​ໃນ​ເຕົາ,​ຫຼັງຈາກ​ນັ້ນ ພວກ​ກຳມະກອນ​ກໍ​ຈະ​ເທ​ເຊື້ອ​​ອາ​ແລະ​ຮຳ​ຈຳນວນ​ໜຶ່ງ​ເຂົ້າ​ໃນ​ເຕົາ​ຕາມ​ມາດຕາ​ສ່ວນ. ທ່ານຫຼີ​ເວີນ​ລົງ ພະນັກງານ​ຂອງ​ສະຖານີ​ດັ່ງກ່າວ​ອະທິບາຍ​ໃຫ້ນັກ​ຂ່າວ​ຊາບວ່າ:

"ພວກ​ເຮົາ​ກຽມ​ຮຳ​ໄວ້​ຮຽບຮ້ອຍກ່ອນ,​ແລ້ວເອົາ​ເຊື້ອ​​ອາ​ໃສ່​ໃນ​ຮຳ,​ແລ້ວ​ເອົາ​ຮຳ​ໄວ້​ຢູ່​​ໃນ​ລິບ​ຂຶ້ນລົງ,​ເທ​ເຂົ້າ​​ໄປໃນ​ເຕົາ​. ຫຼັງຈາກ​ນັ້ນກໍ​ກົດ​ປຸ່ມ,​ເພີ່ມ​ອຸນຫະພູມ,ຄົນ,ໝັກ​ເຊື້ອ​ເປັນ​ເວລາ 4 ຊົ່ວ​ໂມງ​ເຄິ່ງ​ຮອດ 5 ຊົ່ວ​ໂມງ,​ແລ້ວ​ຈຶ່ງ​ອົບ​ແຫ້ງ,​ຫຼັງຈາກ​ນັ້ນ ຝູງ​ເຊື້ອ​ຈຸນ​ລະ​ຊີບ​ໃໝ່​ກໍ​ຜະລິດ​ໄດ້​ແລ້ວ."

ທ່ານ​ເວົ້າວ່າ,​ເຊື້ອ​ອາ​ຈະ​​ແຜ່ພັນ​ເລື້ອຍໆ​ໃຕ້​ສິ່ງ​ແວດ​ລ້ອມ​ອັນ​ເໝາະ​ສົມ,​ໃນ​ເວລາ​​ແຜ່​ພັນ​ນັ້ນ ກໍ​ໄດ້​ກິນ​ຂີ້​ເຫຍື້ອ​ອາຫານ. ຢູ່​ກ້ອງເຕົາ​,ນັກ​ຂ່າວ​ໄດ້​ເຫັນ​ ​ຝູງ​ເຊື້ອ​​ຈຸນ​ລະ​ຊີບ​ທີ່​ມີ​ອິນ​ຊີ​​ແບບ​ຝຸ່ນ​​ແຫ້ງ​​ສີຄຳ​ແລະ​ມີ​ກິ່ນ​ຫອມ​ນ້ຳມັນ​ກອງ​ໃຫຍ່​ອອກ​ຈາກ​ປາກ​ເຕົາ,ມັນ​ແມ່ນ​ວັດຖຸ​ດິບ​ທີ່ດີ​ສຳລັບ​ຜະລິດ​ຝຸ່ນ​ອິນ​ຊີ.

ຕາມ​​ແນະນຳວ່າ,​ເມື່ອ​ໃສ່​ຈຸນ​ລະ​ສານ​ຈຳນວນ​ໜຶ່ງ​​ເຂົ້າ​ໃນ​ຝູງ​ເຊື້ອ​​ຈຸນ​ລະ​ຊີບ​​ທີ່​ມີ​ອິນ​ຊີ​ຊະນິດ​ນີ້ ກໍ​ຈະ​ເກີດ​ເປັນ​ຝຸ່ນ​ອິນ​ຊີ​ທີ່​ມີ​ປະສິດ​ທິພາບ​ສູງ​ຊະນິດ​ໜຶ່ງ. ທ່ານ​ລູ້​ເຮີ ຮອງ​ຜູ້​ກວດກາ​ໃຫຍ່​ເຕັ​ກນິກຝຸ່ນ​ຂອງ​ບໍລິສັດ​ວິທະ​ຍາສາດ​ຊີວະ​ຊາດ​ເຈຍ​ໂປ​ເວີນ​ປັກ​ກິ່ງ​ຈຳກັດ​ກ່າວ​ວ່າ,ຍ້ອນ​ວ່າ​ໃນ​ຂະນະ​ທີ່​ຝູງ​ເຊື້ອ​​ຈຸນ​ລະ​ຊີບທີ່​ມີ​ອິນ​ຊີ​ດູດ​ຮັບ​ຂີ້​ເຫຍື້ອ​ອາຫານ​ນັ້ນ ກໍໄດ້​ດູດ​ຮັບ​ເອົາ​ພະລັງ​ງານ​ຫຼາຍ​ທີ່​ສຸດ,ສະນັ້ນ ຝຸ່ນ​ອິນ​ຊີ​ຊີວະ​ຊາດ​ທີ່​ຜະລິດ​ດ້ວຍ​ເຊື້ອ​​ຊະນິດ​ນີ້​ຈຶ່ງ​ມີ​ບົດບາດ​ຊຸກ​ຍູ້​ການ​​ເຕີບ​ໃຫຍ່​ຂອງ​ພືດ​ແລະ​ເພີ່ມ​ພູມ​ຕ້ານ​ທານ​ພະຍາດ​ຂອງ​ມັນ.

"​ເມື່ອ​ຝູງ​ເຊື້ອ​​ຈຸນ​ລະ​ຊີບທີ່​ມີ​ອິນ​ຊີເຂົ້າ​ໃນ​ດິນ​ແລ້ວ,​ໃຕ້​ອຸນຫະ​ພູມ​ທີ່​ເໝາະ​ສົມ,ມັນ​ຈະ​ແຜ່​ພັນ​ໄວ​ສົມຄວນ. ຫຼັງຈາກ​​ແຜ່​ພັນ​​ໃນ​ດິນ​ແລ້ວ,ມັນ​ຈະ​ຈໍ່​ຕົວ​ເປັນ​ຝູງ​ເຊື້ອ​ທີ່​ມີ​ທ່າ​ແຮງ​ຊະນິດ​ໜຶ່ງ. ຝູງ​ເຊື້ອ​ຊະນິດ​ນີ້​​ເຕົ້າ​ໂຮມ​ຢູ່​ຮາກ​ຂອງ​ພືດ,​ກີດ​ຂວາງ​ບໍ່​ໃຫ້​ເຊື້ອ​ພະຍາດ​ເຂົ້າມາ,​ເມື່ອ​ເປັນ​ແນວ​ນີ້ ອັດຕາ​ເປັນ​ພະຍາດ​ຂອງ​ພືດ​ກໍ​ຈະຫຼຸດ​ຕ່ຳລົງ. ​ນອກ​ນີ້,ຫຼັງຈາກ​ເຊື້ອ​ຊະນິດ​ນີ້​ແຜ່ພັນ​ຢູ່​ຮາກ​ຂອງ​ພືດ​ແລ້ວ,​ສິ່ງ​ແວດ​ລ້ອມ​ຂອງ​ຮາກ​ກໍ​ຈະດີ​ຂຶ້ນ,ພ້ອມ​ກັນ​ນັ້ນ ສິ່ງ​ຂັບ​ຖ່າຍ​ຂອງ​ຝູງ​ເຊື້ອ​ຊະນິດ​ນີ້​ກໍຈະ​ກະຕຸກ​ໃຫ້​ພືດ​ເກີດ​ຮາກ,​ເຮັດ​ໃຫ້​ລະບົບ​ຮາກ​ດົກໜາ. ​ລະບົບ​ຮາກ​ເຕີບ​ໃຫຍ່​​ເປັນ​ຢ່າງ​ດີ​ຈະ​ມີ​ຜົນ​ດີ​ຕໍ່​ການ​ເຕີບ​ໃຫຍ່​ຂອງ​ພາກສ່ວນ​ເທິງ​ດິນ​ຂອງ​ພືດ,ສະນັ້ນ ພືດ​ກໍ​ຈະ​ເຕີບ​ໃຫຍ່​ຂຶ້ນຢ່າງ​ຈະ​ເລີ​ນງອກ​ງາມ."

ຜົນ​ການ​ທົດ​ລອງ​ສະ​ແດງ​ໃຫ້​ເຫັນ​ວ່າ,​ໃຊ້​ຝຸ່ນ​ອິນ​ຊີ​ຊີວະ​ຊາດ​ທີ່​ມີ​ປະ​ສິດ​ທິພາບ​ສູງ​ຊະນິດ​ນີ້​ສາມາດ​ເຮັດ​ໃຫ້​ຜົນ​ຜະລິດ​ສະ​ຕໍ​​ເປີ​ລີ​ຍົກ​ສູງ​ຂຶ້ນ​ເກືອບ 30%,​ເຮັດ​ໃຫ້​ຜົນ​ຜະລິດ​ໝາກ​ຈອງ​​ເພີ່ມ​ຂຶ້ນ 3 ​ໂຕນ​ຕໍ່​ເຮັກຕາ. ​ໃນ​ຂະນະ​ທີ່​ຜົນ​ຜະລິດ​ເພີ່ມ​ຂຶ້ນນັ້ນ ນ້ຳຕານ​ໃນ​ໝາກ​ໄມ້​ເຫຼົ່ານີ້​ກໍ່​ສູງ​ຂຶ້ນຢ່າງ​ເດັ່ນ​ຊັດ. ​ໃນ​ຂະ​ນະ​ທີ່​ປ່ຽນ​ຂອງ​ເສດ​ເປັນ​ຂອງດີ​ນັ້ນ​ ​ເຕັກນິກ​ຊຳລະ​ຂີ້​ເຫຍື້ອ​ອາຫານ​ກໍ​ໄດ້​ແກ້​ໄຂ​ບັນຫາ​ອະນາ​ໄມ​ຂອງ​ຂະ​ແໜງ​ການ​ກິນ​ດື່ມ​ທີ່​ມີ​ຢູ່​ເປັນ​ເວລາ​ຍາວ​ນານ.

ຕາມ​ຊາບ​ວ່າ,ປັດຈຸບັນ ​ເຕັກ​ນິກຊຳລະ​ຂີ້​ເຫຍື້ອ​ອາຫານ​ດ້ວຍ​ຊີວະ​ຊາດ​ມີ​ອະນາຄົດ​ນຳ​ໃຊ້​ເປັນ​ຢ່າງ​ດີ. ​ຕົວຢ່າງ​ຄື,​ເພື່ອ​ປົວ​ແປງ​ສິ່ງ​ແວດ​ລ້ອມ​ຂອງ​ຕົວ​ເມືອງ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ,​ຕ້ອນຮັບ​ງານ​ກິລາ​ໂອ​ລິມ​ປິກ​ປີ 2008 ອົງການ​ປົກຄອງ​ນະຄອນ​ປັກ​ກິ່ງ​ຈະ​ເຜີຍ​ແຜ່​ເຕັກນິກ​ດັ່ງກ່າວ​ເປັນ​ກ້າວໆ,​ແລະ​ກຽມ​ບັນລຸ​ການ​ຊຳລະ​ຂີ້​ເຫຍື້ອ​ອາຫານ​ໃຫ້​ກາຍເປັນ​ຊັບພະ​ຍາກອນ​ໃນ​ທົ່ວ​ນະຄອນ​ກ່ອນ​ປີ 2008. ນອກ​ນີ້ ຕົວ​ເມືອງ​ໃຫຍ່​ຈຳນວນ​ໜຶ່ງ​ຂອງ​ຈີນ​ເຊັ່ນ​ຊຽງ​ໄຮ້​ແລະ​ອຸ​ຮ້ານ​ເປັນຕົ້ນ​ກໍ​ຈະ​ໃຊ້​ເຕັກນິກ​ດັ່ງກ່າວ​ສ້າງຕັ້ງ​ສະຖານີ​ຊຳລະ​ຂີ້​ເຫຍື້ອ​ອາຫານ.