ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-30 16:04:28    
ຕາ​ຊາຍ​ຈະ​ພາ​ໃຫ້​ເປັນ​ພະ​ຍາດ​ຫຼາຍ​ຊະ​ນິດ

cri Author: li
ຕາ​ຊາຍ​ແມ່​ພະຍາດ​ຊຳ​ເຮື້ອ​​ແລະ​ຕິດ​ແປດ​ທີ່​ເຮັດ​ໃຫ້ເຍື່ອ​ໄນ​ຕາ​ແລະເຍື່ອ​ແກ້ວຕາ​​ອັກ​ເສບ. ຍ້ອນ​ວ່າ​ຕາ​ຊາຍ​ເປັນ​ເມັດ​ຊາໆ​ຢູ່​ຕາມ​ຮິມ​ຕາຄື​ເມັດ​ຂີ້ຊາຍ,ຈຶ່ງ​​ເອີ້ນຕາ​ຊາຍ.

​ໄລຍະ​ຟັກ​ຕົວ​ຂອງ​ພະຍາດ​ຕາ​ຊາຍ​ປະມານ 2 ມື້ຮອດ 5 ມື້,ທຳ​ມະ​ດາ​ແລ້ວ,ມັກຈະ​ເປັນ​ທັງ​ຕາ​ສອງ​ເບື້ອງ,​ຄົນ​ເຈັບ​ຈະ​ຮູ້ສຶກ​​ເຄືອງຕາ,​ຢ້ານ​ແສງ,ນ້ຳຕາ​ໄຫຼ,​ມີນ້ຳໜຽວ​ໄຫຼອອກ​ຫຼືມີ​ສິ່ງ​ຄ້າຍຄື​ນ້ຳໜຽວ​ຊຶມ​ອອກ​​ເລື້ອຍໆ. ​ບ່ອນ​ອັກ​ເສບ​ຂອງ​ຕາ​ຊາຍ​ແມ່ນ​ຢູ່​ຕາມ​ຮິມເຍື່ອ​ໄນ​ຕາ,ທຳ​ອິດ​ຈະມີ​ເມັດ​ມົນ​ສີຂາວ​ນ້ອຍໆ,​ເສັ້ນ​ຜ່າກາງ 0,2 ຮອດ 2 ມີ​ລີ​ແມັດ. ບາງ​ເທື່ອ​ຈະ​ມີ​ຈຸດ​ແດງໆ. ​ໃນ​ເວລາ​ອາການ​ອັກ​ເສບ​ໜັກໜ່ວງ,ຍ້ອນ​ວ່າ​ເຍື່ອ​ໄນ​ຕາບ​ວມແລະ​ໜາ​ຂຶ້ນ,​ເຮັດ​ໃຫ້​ສາຍ​ເລືອດ​ມົວ,ຖ້າ​ໜັກ​ໜ່ວງ​ກວ່າ​ນັ້ນ​ຈະ​ໄປ​ທຳລາຍ​ເຍື່ອ​ແກ້ວຕາ,​ແລ້ວ​ຈະເຮັດ​ໃຫ້​​ເປັນຕາລໍ. ​ຫຼັງຈາກ​ຫຼາຍ​ສັບປະດາ​ແລ້ວ,ອາການ​ຕາ​ແດງ,​ຕາບວມ,​ເຄືອງ​ຕາ​ແລະ​ເປັນ​ເມັດ​ຂາວ​ຈະ​ຫາຍ​ໄປ,​ແລ້ວ​ເຂົ້າສູ່​ໄລຍະ​ຊຳ​ເຮື້ອ,​ເວລາ​ນີ້​ຈະ​ຮູ້ສຶກ​ຄື​ວ່າ​ດີໆ,ບໍ່​ເປັນ​ຫຍັງ,ພຽງ​ແຕ່​ຮູ້ສຶກ​ວ່າ​ຕາ​ເມື່ອຍ​ງ່າຍ. ຖ້າ​ປົວ​​ໃຫ້ຫາຍ​ຫຼື​ຫາຍ​ເອງ​ໃນ​ເວລາ​ນີ້,ຈະ​ບໍ່​ເປັນ​ແຜ. ​​ພະຍາດ​ຕາ​ຊາຍ​ອາດ​ຈະ​ເປັນ​ຫຼາຍ​ປີ​ຈົນ​ຮອດ​ຫຼາຍ​ສິບ​ປີ,​ສະນັ້ນ ຫຼາຍ​ຄົນ​ຈຶ່ງ​ບໍ່​ເອົາ​ຫົວ​ຊາ​ນຳ.

​ແຕ່​ການ​ຕິດພະຍາດ​​ຕາ​ຊາຍ​ຊ້ຳກັນ​ຫຼາຍ​ເທື່ອ​ຈະ​ເຮັດ​ໃຫ້​ເຍື່ອ​ໄນ​ຕາ​ເປັນ​​ແປ້ວ​ໜັກໜ່ວງ,​ເຮັດ​ໃຫ້​ຂົນ​ຕາ​​ສັກ​ເຂົ້າ​ທາງ​ໃນ. ຂົນ​ຕາ​ຈະ​ໄປ​​ແຍ່​ຖືກ​ແກ້ວ​ຕາ​ເລື້ອຍໆ,​ເຮັດ​ໃຫ້​​ແກ້ວຕາ​ຂຸ້ນ​ເຂົ້າ,ດົນ​ແລ້ວ​ກາຍ​ເປັນ​ແປ້ວ​ສີຂາວ,ພາ​ໃຫ້​ສາຍຕາ​ອ່ອນລົງ,​ຈົນກະທັ້ງ​ຕາ​ບອດ.

ທ່ານນາງ​ເອຍມາ ນັກ​ຊີວະ​ຊາດ​ຂອງ​ສະ​ຖາ​ບັນ​ການ​ຊ່າງ​ແຫ່ງ​ຊາດ​ແມັກ​ຊິກ​​ເຄີຍ​ເວົ້າວ່າ,ທີ່​ຈິງ​ແລ້ວ,​ແມ່​ພະຍາດ​ຕາ​ຊາຍຍັງ​ອາດ​ຈະ​ພາ​ໃຫ້​ເປັນ​ພະຍາດ​ອື່ນໆ​ຫຼາຍ​ຊະນິດ​​ເຊິ່ງ​ລວມ​ທັງ​ລະບົບ​ປັດສາວະ​ແລະ​ສືບ​ພັນ​ເປັນຕົ້ນ. ​ເມື່ອ​ຄົນ​ເຮົາ​ຕິດ​ພະຍາດ​ຕາ​ຊາຍ​ແລ້ວ,ຈະ​​ມີ​ພູມ​ຕ້ານ​ທານ​ເປັນ​ເວລາ​ສັ້ນ​ແລະ​ບໍ່​ແຂງ​ແຮງ​ປານ​ໃດ,​ສະນັ້ນ ຜູ້​ເປັນຕາ​ຊາຍ​ຈຶ່ງມັກ​ເປັນ​ຄືນ​ຊ້ຳກັນ​ຫຼາຍ​ເທື່ອ. ​ນາງ​ໄດ້​ເອົາ​ເຍື່ອ​ໄນ​ຕາ​ມາ​ຄົ້ນ​ຄວ້າ​ແລ້ວ​ເຫັນ​ວ່າ,​ອັດຕາ​ເຊື້ອ​ພະຍາດ​ຕາ​ຊາຍ​ເປັນ​ໝາຍ​ບວກ​ສູງ​ຫຼາຍ,ຖ້າ​ປົວ​ບໍ່​ທັນ​ແລະ​ບໍ່​ເໝາະ​ສົມ,​ກໍ​ຈະ​ເຮັດ​ໃຫ້​ຕາ​ບອດ. ທ່ານ​ນາງ​ເອຍມາ​ຍັງ​ເວົ້າວ່າ,ຜູ້​ເປັນ​ພະຍາດ​ຕາ​ຊາຍ​ສ່ວນ​ຫຼາຍ​ແມ່ນຊາວ​ໜຸ່ມ,ມັນ​ອາດ​ຈະ​ພາ​ໃຫ້​ເປັນ​ພະຍາດ​ທໍ່​ປັດສາວະ​​​ອັກ​ເສບ​ກະທັນຫັນ.​ ຖ້າ​ເພດ​ຍິງ​ຕິດ​ເຊື້ອ​ພະຍາດ​ຕາ​ຊາຍ​,ຈະ​ພາ​ໃຫ້​ປາກ​ມົດ​ລູກ​ອັກ​ເສບ,ຊ່ອງ​ຄອດ​ອັກ​ເສບ,ທໍ່​ປັດສາວະ​ອັກ​ເສບ,​ຈົນກະທັ້ງ​ພາ​ໃຫ້​ທໍ່ສົ່ງ​ໄຂ່​ອັກ​ເສບ​ລັກສະນະ​ກະທັນຫັນ​ຫຼື​ຊຳ​ເຮື້ອ​ແລະ​ໂບກ​ກະດູກ​ງ່າມ​ຂາ​ອັກ​ເສບ​ເປັນຕົ້ນ. ​ຖ້າ​ແມ່​ມານ​ຕິດ​ເຊື້ອ​ພະຍາດ​ຕາ​ຊາຍ,​ໃນ​ເວລາ​ຄອດລູກ​ນັ້ນ ຕາ​ຂອງ​ລູກ​ມັກ​ຈະຕິດ​ເຊື້ອ​ພະຍາດ​ຕາໃນ​ເວລາ​ຜ່ານ​ຊ່ອງ​ຄອດ,ພາ​ໃຫ້​ເດັກ​ແດງ​​ເຈັບຕາ​ແລະ​ເປັນ​ປອດ​ອັກ​ເສບ​ຍ້ອນ​ແມ່​ພະຍາດ​ຕາ​ຊາຍ.

ຈາກ​ນີ້​ກໍເຫັນ​ໄດ້​ວ່າ,ພະຍາດ​ຕາ​ຊາຍ​​ແມ່ນ​ພະຍາດ​ທີ່​ປະໝາດ​ບໍ່​ໄດ້. ຖ້າ​ເປັນ​​ແລ້ວ​ຕ້ອງ​ປິ່ນປົວ​ໂດຍ​ໄວ,​ເພື່ອ​ບໍ່​ໃຫ້​​ເປັນ​ພະຍາດ​ແນວ​ອື່ນ.