ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-30 17:51:11    
ການພົວພັນຈີນ​ຣັດ​ເຊຍ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ໜັກ​ແໜ້ນ

cri Author: mo
ໃນຫລາຍປີມານີ້, ການພົວພັນຈີນຣັດເຊຍໄດ້ຮັກສາທ່ວງທ່າຂະ​ຫຍາ​ຍຕົວ​ອັນ​ດີງາມ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ດ້ານ​ການ​ເມືອງ​​ເຊິ່ງກັນ​ແລະ​ກັນໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ​ເສດຖະກິດ​ການ​ຄ້າ​ໄດ້​ຮັບ​ໝາກຜົນ​ອັນ​ເດັ່ນ​ຊັດ, ການ​ພົວພັນ​ຄູ່​ຂາ​ປະສານ​ງານດ້ານ​ຍຸດ​ທະ​ສາດ​​ສອງ​ປະ​ເທດ​ໄດ້​ກ້າວ​ເຂົ້າສູ່​ໄລຍະຂະຫຍາຍຕົວ​ໃໝ່.

ປີ​ນີ້, ການ​ພົວພັນລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ມີ​ລັກສະນະ​ທາດ​ແທ້​ໃນ​ຫລາຍ​ບັນຫາສຳຄັນ. ໜຶ່ງ​, ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງຊາດ​ຈີນ​ ​ຄະນະ​ກຳມະການ​ສະຫະພັນ​ຣັດ​ເຊຍ​​ແລະ​ສະພາ​ດູ​ມາ​​ແຫ່ງ​ຊາດໄດ້​ອະນຸມັດ​ສັນຍາ​ເພີ່ມ​ເຕີມ​ຂອງ​ຊາຍ​ແດນຈີນຣັດ​ເຊຍ​ຕອນ​ຕາ​ເວັນ​ອອກ, ​ໄດ້​​ສຳ​ເລັດ​ລະບຽບ​ການ​ກົດໝາຍ​ໃນ​ການ​ແກ້​ໄຂ​ບັນຫາ​ຊາຍ​ແດນ​ຈີນຣັດ​ເຊຍ​ຢ່າງ​ເຖິງ​ຖອງ. ສອງ, ​ກົນ​ໄກ​ຫາລື​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ໄດ້​ເລີ່​ມ​ເຮັດ​ວຽກ. ສາມ, ສອງ​ຝ່າຍ​ໄດ້​ກ້າວ​ເຖິງ​ຂັ້ນ​ເຊັນ​ສັນຍາ​ກ່ຽວ​ກັບ​ບັນຫາ​ຕ່າງໆ​ເຊັ່ນ: ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ພະລັງງານ​ແລະ​ການ​ລົງທຶນລະຫວ່າງ​ສອງ​ປະ​ເທດ.

ປັດຈຸບັນ, ການ​ພົວພັນ​ຈີນຣັດ​ເຊຍ​ພວມ​ຢູ່​ໃນ​ໄລຍະ​ດີ​ທີ່​ສຸດ​ໃນ​ປະຫວັດສາດ, ຕົ້ນຕໍ​ສະ​​ແດງ​​ດັ່ງ​ລຸ່ມ​ນີ້: ກ່ອນ​ອື່ນ, ​ຊັ້ນສູງ​ຈີນຣັດ​ເຊຍ​ຢ້ຽມຢາມ​ກັນ​ຢ່າງ​ເນື່ອງນິດ, ບຸກຄະລາ​ກອນ​ທຸກ​ລະດັບ​ໄດ້​​ເພີ່ມ​ການຕິດຕໍ່​ພົວພັນ​ແລະ​ແລກປ່ຽນ​ກັນ​ຢ່າງ​ບໍ່​ຢຸດ​ຢັ້ງ. ປີ 2001, ທ່ານ​ປະທານຈຽງ​ເຈີ​ມີນກັບ​ທ່ານ​ປະທານາທິບໍດີ​ປູ​ຕິນ​​ໄດ້​ເຊັນ​ສົນທິສັນຍາ​​ໄມ​ຕິ​ຈິດ​ຖານ​ບ້ານ​​ໃກ້​ເຮືອນ​ຄຽງ​ແລະ​ຮ່ວມ​ມືຈີນຣັດ​ເຊຍ. ປີ 2003, ​ທ່ານ​ປະທານ​ຫູ​ຈີນ​ທາວຢ້ຽມຢາມຣັດ​ເຊຍ​, ທ່ານກັບ​ປະທານາທິບໍດີ​ປູ​ຕິນ​ໄດ້​ເຊັນ"ຖະ​ແຫລ​ງການ​ຮ່ວມ​ຈີນຣັດ​ເຊຍ". ວັນ​ທີ 8 ຫາ​ວັນ​ທີ 9 ພຶດສະພາ​ປີນີ້, ​ໂດຍ​ຕອບ​ສະໜອງ​ຄຳ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ​ປູ​ຕິນ, ທ່ານ​ປະທານ​ຫູ​ຈິນທາວ​ໄດ້​ເຂົ້າຮ່ວມ​ພິທີ​ຣັດ​ເຊຍສະຫລອງ​ສົງຄາມ​ປ້ອງ​ກັນ​ຊາດໄດ້​ຮັບ​ໄຊຊະນະ​ຄົບຮອບ 60 ປີ, ປະມຸກ​ລັດ​ສອງ​ປະ​ເທດ​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ຢ່າງ​ກວ້າງຂວາງ​ກ່ຽວ​ກັບ​ການ​ພົວພັນ​ສອງ​ຕໍ່​ສອງ​ແລະບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ຮີບ​ດ່ວນ​ໃນ​ສະ​ເພາະ​ໜ້າ.

ສອງ, ຄວາມ​ໄວ​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງລະຫວ່າງສອງ​ປະ​ເທດ​ໄດ້​ລົງ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ. ຈີນຣັດ​ເຊຍ​ໄດ້​ເອົາ​ການ​ຂະຫຍາຍ​ການພົວພັນກັບ​ຝ່າຍ​ກົງກັນຂ້າມ​ເປັນ​ນະ​ໂຍບາຍ​ບູລິ​ມະ​ສິດ​ດ້ານ​ການ​ຕ່າງປະ​ເທດ. ​ໄດ້​ສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ​ໃນ​ບັນຫາ​ທີ່​ກ່ຽວ​ພັນ​ເຖິງ​ອະທິປະ​ໄຕ​​ແຫ່ງ​ຊາດ ​ຜື​ດ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ແລະ​ຄວາມ​ປອດ​ໄພ. ຝ່າຍຣັດ​ເຊຍ​ໄດ້​​ເດັດດ່ຽວສະໜັບສະໜູນ​ຫລັກ​ໝັ້ນຂອງ​ຝ່າຍ​ຈີນ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ.​ໃນ​ບັນຫາ​ຕ່າງໆ​ເຊັ່ນ: ​ໄຕ້​ຫວັນ ຕິ​ເບ​ດ​ແລະ​ສິດທິ​ມະນຸດ​ເປັນຕົ້ນ, ຝ່າຍ​ຈີນ​ກໍ​​ເດັດດ່ຽວສະໜັບສະໜູນ​ຝ່າຍຣັດ​ເຊຍ​ໂຈມ​ຕີ​ກຳລັງ​ກໍ່​ການ​ຮ້າຍ​ເຊ​ເຊ​ນ​, ​ແລະປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ແລະ​ສະຖຽນ​ລະ​ພາບ​ຂອງ​ຊາດ.

ສາມ, ການ​ຮ່ວມ​ມື​ລະຫວ່າງຈີນຣັດ​ເຊຍ​ໃນ​ຂົງ​ເຂດ​​ເສດຖະກິດ​ການ​ຄ້າ​ນັບ​ມື້​ນັບ​​ເປີດ​ກວ້າງ, ກາຍ​ເປັນ​ພື້ນຖານອັນ​ສຳຄັນ​​ແລະ​ກຳລັງ​ຊຸກ​ຍູ້​ການ​ຂະຫຍາຍ​ການ​ພົວພັນ​ສອງ​ປະ​ເທດ. ປີ 2004, ຍອດ​ມູນ​ຄ່າ​ການ​ຄ້າ​ຈີນຣັດ​ເຊຍ​ບັນລຸ 21 ຕື້ 230 ລ້ານ​ໂດ​ລາ​ສະຫະລັດ. ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ເມສາ​ປີ​ນີ້, ການ​ຄ້າ​ສອງ​ຕໍ່​ສອງ​ໄດ້​ປະກົດ​ມີທ່ວງທ່າ​ຂະຫຍາຍຕົວ​ເປັນ​ຢ່າງ​ດີ, ມູນ​ຄ່າ​ການ​ຄ້າ​ບັນລຸ​ 7 ຕື້ 840 ລ້ານ​ໂດ​ລາ​ສະຫະລັດ. ນອກ​ນີ້, ​ໃນ​ກອງ​ປະຊຸມ​ສົ່ງ​ເສີມການ​ລົງທຶນ​ຈີນ​ຣັດເຊຍ​ຄັ້ງທີ​ສອງ​ທີ່​ຈັດ​ຂຶ້ນ​ຢູ່​ແຊງ​ເປ​ເຕີບ​ວກ​ໃນ​ເດືອນ​ມິຖຸນາ​ປີ​ນີ້, ສອງ​ຝ່າຍ​ໄດ້​ເຊັ່ນ​ສັນຍາ​ລົງທຶນ 7 ສະບັບ, ຍອດ​ມູນ​ຄ່າ 1 ຕື້ 500 ລ້ານ​ໂດ​ລາ​ສະຫະລັດ. ສອງ​ຝ່າຍ​ໄດ້​ກ້າວ​ເຖິງ​ຂັ້ນມີ​ຄວາມ​ຮັບ​ຮູ້​ຄື​ກັນ​ໃນ​ດ້ານ​ບູລະນະ​ອົງ​ປະກອບ​ການ​ລົງທຶນ ​ຊຸກ​ຍູ້​ໂຄງການ​ຮ່ວມ​ມື​ຂະໜາດ​ໃຫຍ່, ​ແລະ​ສ້າງວິທີ​ຮ່ວມ​ມື​​ໃໝ່, ​ໂຄງການ​ຮ່ວມ​ມື​ທີ່​ກ່ຽວຂ້ອງ​ພວມ​ຈັດຕັ້ງປະຕິບັດ.

ສີ່, ການ​ໄປມາຫາ​ສູ່​ກັນ​ລະຫວ່າງສອງ​ກອງທັບ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ໃນ​ລະດູ​ໃບ​ໄມ້ຫຼົ່ນປີ​ນີ້, ສອງ​ປະ​ເທດ​ຈີນ​ຣັດ​ເຊຍ​ຈະ​ຈັດການ​ຊ້ອນ​ລົບ​ຮ່ວມ. ນີ້​ຈະ​ແມ່ນ​ການ​ຊ້ອນ​ລົບ​​ຂະໜາດ​​ໃຫຍ່​ລະຫວ່າງ​ສອງ​ປະ​ເທດຄັ້ງທຳ​ອິດ​ແຕ່​ປີ 1958 ​ເປັນຕົ້ນມາ.

ໃນ​ໄລຍະ​ຢ້ຽມຢາມຣັດ​ເຊຍ​​ເທື່ອ​ນີ້, ປະມຸກ​ລັດ​ຂອງ​ສອງ​ປະ​ເທດ​ຈີນຣັດ​ເຊຍ​ຈະ​​ເຈາະ​ຈົງ​ຫາລື​ບັນຫາ​ທີ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ຍຸດ​ທະ​ສາດ​ແລະ​ດ້ານ​ຮູບ​ປະ​ທຳ​ລະຫວ່ງ​ສອງ​ຝ່າຍ, ​ແລະ​ຈະປະກາດ​ເອກະສານ​ການ​ເມືອງ​ທີ່​ສ່ອງ​ແສງ​ໝາກຜົນ​ການ​ພົບ​ປະ​ແລະ​​ເຊັນ​ເອກະສານ​ຮ່ວມ​ມື​ສອງ​ຕໍ່​ສອງຢ່າງ​ເປັນ​ລະບົບ. ບຸກຄົນ​ທີ່​ມິ​ອິດ​ທິພົນ​ຂອງສອງ​ປະ​ເທດ​ເຫັນ​ວ່າ, ການ​ພົບ​ປະ​ເທື່ອ​ນີ້​ຍ່ອມຈະ​ກາຍ​ເປັນຫລັກ​ໝາຍ​ທາງ​ອັນສຳຄັນ​ທີ່ຊຸກ​ຍູ້​ການ​ພົວພັນ​ຄູ່ຂາ​ປະສານ​ງານ​ຍຸດ​ທະ​ສາດ​ຈີນຣັດ​ເຊຍ​ຂະຫຍາຍ​ຕົວ​ຕື່ມ​ອີກ​ແລະ​ເພີ່ມ​​ແຖມເນື້ອ​ໃນ​ແຫ່ງ​ການ​ພົວພັນ​ສອງ​ປະ​ເທດ​ໃຫ້​ຫລາຍ​ຂຶ້ນ.