ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-01 16:05:28    
ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຈະ​ປັບ​ປຸງ​ການ​ປົກ​ຄອງ ອອກ​ແຮງ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃຫ້​ດີ

cri Author: q
ຕາມ​ຂ່າວCRI,ວັນ​ທີ1​ກໍລະກົດ,​ໃນ​ງານ​ລ້ຽງເຫຼົ້າ​ສະຫຼອງ​ອົງການ​ປົກຄອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ8​ປີ,ທ່ານ​ເຈິ່ງ​ອິນ​ສວນ ​ຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ໄດ້​ກ່າວ​ຄຳປາ​ໄສ​ວ່າ,​ແຕ່​ຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ເປັນ​ເວ​ລາ8​ປີ​ມາ​ນີ້,ຮົງ​ກົງ​ກັບ​ເຂດ​ໃນ​ຈີນ​ໄດ້ຕ່າງ​ອາ​ໄສກັນ​ປານ​ຊີ້ນ​ກັບ​ໜັງ.ທ່ານ​ກ່າວ​ເນັ້ນ​ວ່າ,​ອົງການ​ປົກຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຈະ​ປັບປຸງ​ການ​ປົກຄອງ,ກຳ​ທ່ວງທ່າ​ດີ​ໃນ​ປັດຈຸບັນ​ທີ່​ເສດຖະກິດ​​ໄດ້​ມີ​ການ​ຟື້ນ​ຟູ​,ອອກ​ແຮງ​ສຸດ​ຂີດ​ພັດທະນາ​ເສດຖະກິດ​ໃຫ້​ດີ.

ໜັງສືພິມ​ຕ່າງໆ​ຂອງ​ຮົງ​ກົງ​ສະບັບ​ວັນ​ທີ1​ກໍລະກົດຕ່າງ​ໄດ້​ພິມ​ບົດ​ນຳ​ບົດ​ວິຈານ​ໂດຍ​ຂຽນ​ວ່າ,​ເລື່ອງ​ຈິງ​ທີ່​ຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ໃນ8​ປີ​ມາ​ນີ້​​ໄດ້​ຢັ້ງຢືນ​​ໃຫ້​ເຫັນວ່າ,"ປະ​ເທດ​ດຽວ​ສອງ​ລະບອບ"​ມີຊີວິດ​ຊີວາ,​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ເຕັມ​ໄປ​ດ້ວຍ​ພະລັງ​ຊີ​ວີ​ດ.