ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-01 16:30:04    
ກະຊວງ​ພະລັງງານ​ອາ​ເມ​ລິ​ກາ​ປະ​ກາດ​ສ້າງ​ສຳ​ນັກ​ງານ​ຢູ່​ປັກ​ກິ່ງ​ຈີນ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 1 ກໍລະກົດ​ນີ້, ນັກ​ຂ່າວ​ໄດ້​ຊາບ​ຈາກ​ສະຖານທູດ​ອາ​ເມ​ລິ​ກາ​ປະ​ຈຳ​ຈີນ​ວ່າ, ​ໃນ​ມື້​ດຽວ​ກັນ ຢູ່​ທີ່​ວໍ​ຊິງ​ຕັນ, ທ່ານ​ບົດ​ມານ ລັດ​ຖະມົນຕີ​ກະຊວງ​ພະລັງ​ງານ​ອາ​ເມ​ລິ​ກາ​ປະກາດ​ວ່າ​ຈະ​ສ້າງ​ສຳນັກງານ​ກະຊວງ​ພະລັງງານ​ອາ​ເມ​ລິ​ກາ​ຢູ່​ປັກ​ກິ່ງ​ຈີນ.

ທ່ານ​ບົດ​ມານ​ແມ່ນ​ອອກ​ຖະ​ແຫຼງການ​ດັ່ງກ່າວ​ໃນ​ກອງ​ປະຊຸມ "ການ​ສົນທະ​ນາ​ນະ​ໂຍ​ບາຍ​ພະ​ລັງງານ​ອາ​ເມ​ລິ​ກາ​ຈີນ" ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ກ່າວ​ວ່າ, ​ໂດຍ​ຜ່ານ​ຈາກ​ການ​ສົນທະນາ​ດ້ານ​ນະ​ໂຍບາຍ​ພະລັງງານ, ສອງ​ປະ​ເທດ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມືກັນ​ໄດ້, ພ້ອມ​ກັນ​ຊຸກ​ຍູ້​ການ​ຍົກ​ສູງ​ອັດຕາ​​ນຳ​ໃຊ້​ພະລັງງານ​ແລະ​ຫັນການ​ສະໜອງ​ພະລັງງານ​ເປັນ​ຫຼາຍ​ເຄົ້າ, ​ເປີດ​ກວ້າງ​ການ​ນຳ​ໃຊ້​ເຕັກນິກ​ພະລັງງານສະອາດ.