|
 |
(GMT+08:00)
2005-07-01 19:34:59
|
 |
ທ່ານຫູຈີນທາວພົບປະກັບປະທານສະພາດູມາແຫ່ງຊາດລັດເຊຍ
cri
Author: da
ຕາມຂ່າວCRI: ວັນທີ 1 ກໍລະກົດເວລາທ້ອງຖິ່ນ,ທ່ານຫູຈີນທາວ ປະທານປະເທດຈີນທີ່ພວມຢ້ຽມຢາມລັດເຊຍທາງລັດຖະກິດໄດ້ພົບປະທ່ານໂປຣິສ ເກຼັສລົຟ ປະທານສະພາດູມາແຫ່ງຊາດລັດເຊຍຢູ່ຕຶກສະພາດູມາແຫ່ງຊາດທີ່ມົສກູ.ສອງຝ່າຍໄດ້ລົງເລິກແລກປ່ຽນຄວາມເຫັນກ່ຽວກັບການເພີ່ມທະວີການປະສານງານທາງຍຸດທະສາດແລະຊຸກຍູ້ການຮ່ວມມືທາງເສດຖະກິດການຄ້າລະຫວ່າງຈີນລັດເຊຍ.

ທ່ານຫູຈີນທາວເວົ້າວ່າ,ຈີນລັດເຊຍຄວນເພີ່ມຄວາມໄວ້ເນື້ອເຊື່ອໃຈທາງການເມືອງຕື່ມອີກ,ເພີ່ມທະວີການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ,ເປີດກວ້າງການປະສານງານທາງຍຸດທະສາດ,ເພີ່ມທະວີການປະສານງານແລະປະສານສົມທົບໃນວຽກງານສາກົນແລະພາກພື້ນ.ທ່ານເກຼັສລົຟເວົ້າວ່າ,ລັດເຊຍຈີນໄດ້ຮັບໝາກຜົນອັນອຸດົມສູມບູນໃນການຮ່ວມມືດ້ວຍໄມຕິຈິດໃນຂົງເຂດສອງຝ່າຍແລະຫຼາຍຝ່າຍ.ທ່ານຍັງກ່າວລື້ມວ່າ,ບັນດາອົງການພັກແລະສະມາຊິກສະພາດູມາແຫ່ງຊາດລັດເຊຍລ້ວນແຕ່ສະໜັບສະໜູນນະໂຍບາຍຈີນດຽວຢ່າງເດັດດ່ຽວ,ສະໜັບສະໜູນພາລະກິດໂຮມຈີນເຂົ້າເປັນເອກະພາບກັນ.
|
|
|