ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-01 20:25:58    
ສື່​ມວນ​ຊົນ​ແລະ​ອົງ​ການ​ຈັດ​ຕັ້ງ​ຊາວ​ຈີນ​ຕ່າງ​ດ້າວຢູ່​ໄທ​ສະ​ຫຼອງ​​ໄທ​ຈີນ​ສ້າງ​ສາຍ​ສຳ​ພັນ​ທາງ​ການ​ທູດ​ຄົບ​ຮອບ 30 ປີ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 1 ກໍລະກົດ, ສື່​ມວນ​ຊົນ​ແລະ​ອົງການ​ຈັດຕັ້ງຊາວ​ຈີນ​ຕ່າງ​ດ້າວຢູ່​ໄທທະຍອຍ​ກັນ​ສະ​ຫຼອງ​​ໄທ​ຈີນສ້າງ​ສາຍສຳພັນ​ທາງການ​ທູດຄົບຮອບ 30 ປີດ້ວຍ​ຮູບ​ການ​ຕ່າງໆ.

ໜັງສືພິມອາຊີ​ລາຍວັນ​ຂອງ​ໄທ​ໄດ້​ພິມ​ເອກະສານ​ປະຫວັດສາດ​ກ່ຽວ​ກັບ​ໄທ​ຈີນ​ສ້າງສາ​ຍສຳພັນທາງ​ການ​ທູດ​ ​ແລະ​ຮູບ​ພາບ​ຫຼວງ​ຫຼາຍກ່ຽວ​ກັບ​ຜູ້ນຳ​ໄທ​ຈີນ​ພົບ​ປະກັນ​ໃນ​ຫຼາຍ​ປີ​ມາ​ນີ້.

ວາລະສານ​ເວທີ​ຍຸກ​ສະ​ໄໝ​ໄທ​ໄດ້​ພິມ​ລາຍການ​ພິ​ເສດ​ກ່ຽວ​ກັບ​ໄທ​ຈີນ​ສ້າງສາ​ຍສຳພັນ​ການ​ທູດ​ດ້ວຍ​ໄມຕີ​ຈິດ​ຄົບຮອບ 30 ປີ,​ໄດ້​ຫວນ​ຄືນ​ແລະ​ຈ້ອງມອງ​​ການ​ພົວພັນ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ໃນ​ທຸກ​ດ້ານ​ລະຫວ່າງ​ໄທ​ກັບ​ຈີນ.

ສະຖານີ​ໂທລະພາບທີ 9 ຂອງຝ່າຍ​ທາງ​ການ​​ໄທ​ໄດ້​ສາຍລາຍການ​ພິ​ເສດ​ກ່ຽວ​ກັບ​ໄທ​ຈີນ​ສ້າງສາ​ຍສຳພັນ​ທາງການ​ທູດ​ຄອບ​ຮອບ 30 ປີ​ໃນ​ເວລາທີ່​ມີ​ຜູ້​ຊົມ​ຫຼາຍ​ນັ້ນຢ່າງ​ລຽນຕິດ,​ໃຊ້​ຮູບ​ການ​ສຳພາດ​ບຸກຄົນ​ທີ່​ກ່ຽວຂ້ອງ​ຂອງ​ໄທ​ແລະ​ຈີນ​ຢູ່​ກັບ​ບ່ອນ,​ແນະນຳ​ການ​ພົວພັນ​ການ​ຮ່ວມ​ມື​ດ້ວຍ​ໄມຕີ​ຈິດ​ລະຫວ່າງ​ໄທ​ກັບ​ຈີ​ນຢ່າງ​ລະອຽດ.

ມື້​ດຽ​ວກັນ ສະມາ​ຄົມກາ​ນຄ້າ​ຈີນ​ໄທ​ ສະມາຄົມ​ມິດຕະພາບ​ໄທ​ຈີນ​​ແລະ​ອົງການ​ຈັດຕັ້ງອື່ນໆ​ພ້ອມດ້ວຍຜູ້ນຳ​ຊາວ​ຈີນ​ຕ່າງ​ດ້າວ​ທີ່​ມີ​ຊື່​ສຽງ​ກໍ​​ໄດ້​ກ່າວ​ຄຳ​ອວຍພອນ​ໂດຍຜ່ານ​ສື່​ມວນ​ຊົນຂອງທ້ອງ​ຖິ່ນ.