ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-01 21:28:46    
ຮອງ​ນາ​ຍົກ​ຈີນ​ແລະ​ທ່ານ​ທັກ​ສິນ​ເຂົ້າ​ຮ່ວມ​ງານ​ສຳ​ມະ​ນາ​ຄົ້ນ​ຄວ້າ​ການ​ລົງ​ທຶນ​ຈີນ​ໄທ

cri Author: da
ຕາມ​ຂ່າວ​ສານ​ຊິນ​ຮວາ: ວັນ​ທີ 1 ກໍລະ​ກົດ,ທ່ານ​ຮູ​ຍລຽງອີ້ ຮອງ​ນາຍົກ​ລັດຖະ​ມົນຕີ​ຈີນ​ແລະ​ທ່ານ​ທັກ​ສິນ​ ຊິນນະ​ວັດ ນາຍົກ​ລັດຖະ​ມົນຕີ​ໄທ​ທີ່​ມາ​ຢ້ຽມຢາມ​ຈີນ​ໄດ້ເຂົ້າ​ຮ່ວມ​ງານສຳ​ມະນາ​ຄົ້ນ​ຄວ້າ​ການ​ລົງທຶນ​ຈີນ​ໄທທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ແລະ​​ໄດ້ກ່າວ​ຄຳ​ປາ​ໄສ.

ທ່ານ​ທັກ​ສິນ​ໄດ້​ແນະນຳ​ສະພາບ​ການ​ພັດ​ທະນາ​ເສດຖະກິດ​ແລະມາດ​ຕະການ​ຂອງ​ລັດຖະ​ບານ​ໄທ​​ທີ່ດູດ​ດຶງ​ທຶນ​ຕ່າງປະ​ເທດ​ຊຸກຍູ້​ການ​ຄ້າ.

ທ່ານ​ຮູ​ຍລຽງ​ອີ້​ເວົ້າວ່າ,​ງານ​ສຳມະ​ນາ​ຄັ້ງນີ້​ໄດ້​ສະໜອງ​ແທ່ນ​ໃຫ້​​ແກ່ນັກ​ທຸລະ​ກິດ​ຂອງ​ສອງ​ປະ​ເທດ​ພ້ອມ​ກັນ​ຊອກ​ຫາ​ວິທີ​​ຮ່ວມ​ມືກັນ,​ຍ່ອມ​ຈະ​​ເສີມ​ຂະ​ຫຍາຍ​ບົດບາດ​ສຳ​ຄັນຕໍ່​ການ​ຊຸກຍູ້​ຄວາມ​ມິດຕະ​ພາບ​​ແລະ​ການ​ພັດ​ທະນາ​ຂອງ​ການ​ຮ່ວມ​ມື​ເສດ​ຖະກິດ​ການ​ຄ້າລະ​ຫວ່າງ​ຈີນກັບ​ໄທ.

ກ່ອນຈັດງານ​ສຳ​ມະ​ນາ,ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ໄດ້​ພ້ອມ​ກັນ​ເຊັນ​ສັນຍາ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ສອງ​ຕໍ່​ສອງ 10 ສະບັບ​ທີ່​ກ່ຽວ​ພັນ​ເຖິງ​ຂົງ​ເຂດ​ພະລັງງານ ບໍ່​ແຮ່ ອາຫານ​ແລະ​ການ​ຂາຍຍ່ອຍ​ເປັນຕົ້ນ.