ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-01 21:51:50    
ຊອກ​ຫາ​ຮ່ອງ​ຮອຍ​ສ​ະຖານ​ທີ່​ເກົ່າ​ຂອງ​ທ່ານ​ເຈີ້ງ​ເຫີ​ຢູ່​ອິນ​​ໂດ​ເນ​ເຊຍ(ສຽງ)

cri Author: da


ປີນີ້​ແມ່ນ​ປີ​ທີ່​ທ່ານ​ເຈີ້​ງ​ເຫີ ນັກ​ເດີນທະ​ເລຜູ້​ຍິ່ງ​ໃຫຍ່​ຂອງ​ຈີນ​ເດີນມະຫາ​ສະໝຸດ​​ເປັນ​ຄັ້ງ​ທຳ​ອິດ​ຄົບ​ຮອບ 600 ປີ.ທ່ານ​ເຈີ້​ງ​ເຫີ​​ໄດ້ເດີນ​ມະຫາ​ສະໝຸດ 7 ​ເທື່ອ,​ລວມ​ທັງ​ໝົດ​ໄດ້ໄປ​ຮອດ​ 30 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ອາຊີ​ອາ​ຟຼີກາ,​ໄດ້​ສ້າງ​ມິດຕະ​ພາບ​ແລະ​ຊຸກຍູ້​ການ​ພັດ​ທະນາ​ເສດ​ຖະກິດ​ການ​ຄ້າ​ກັບ​ບັນດາ​ປະ​ເທດ,​ເພີ່ມ​ການ​ແລກ​ປ່ຽນ​ດ້ວ​ຍ​ໄມຕີ​ຈິດ​ລະຫວ່າງ​ປະ​ເທດ​ກັບປະ​ເທດ.​ໃນ​ລາຍ​ການ​ເຂົ້າສູ່​ອາ​ຊຽນມື້​ນີ້,ດາ​ລາ​ວັນ​ຈະພາ​ທ່ານ​ໄປ​ຊອກ​ຫາ​ຮ່ອງ​ຮອຍ​ສະຖານ​ທີ່​ເກົ່າ​ຂອງ​ທ່ານ​ເຈີ້​ງ​ເຫີ​ຢູ່​ອິນ​​ໂດ​ເນ​ເຊຍ.

​ເມືອງຊາ​ມາ​ຣາງ​ແມ່ນ​ເມືອງ​ໃຫຍ່​ທີ 5 ຂອງ​ອິນ​ໂດ​ເນ​ເຊຍ,ຕາມ​ເລົ່າ​ລືກັນ​ວ່າ ທ່ານ​ເຈີ້​ງ​ເຫີ​ເຄີຍ​ພັກຜ່ອນ​​ໃນ​ຖ້ຳ​ຊຳ​ໂປ​ຕົງ,ຖ້ຳນີ້​ເລີຍມີ​ຊື່​ສຽງ​​ເລົ່າ​ລື​ກັນ​ມາ.ດົນດົນ,ຖ້ຳຊ້ຳ​ໂປ​ຕົງ​ກໍ​ເລີຍ​ຜ້ຽນ​ສຽງ​ເປັນ​ຊາ​ມາຣາງ,​ແລະ​ຄ່ອຍໆ​ກາຍ​ເປັນຊື່ຕົວ​ເມືອງ.

ວັດຊຳ​​ໂປ​ກົງ​ທີ່​ຕັ້ງຢູ່​ຊານ​ເມືອງ​ທິດ​ຕາ​ເວັນ​ຕົກ​ສຽງເໜືອຂອງ​ເມືອງ​ຊາ​ມາຣາງ,​ເຄີຍສ້ອ​ມ​ແປງຫຼາຍ​ເທື່ອ​,​ໄດ້​ມີ​ປະຫວັດຫຼາຍ​ຮ້ອຍ​ປີ.​ວັດນີ້​ໄດ້​ບັນທຶກ​ການ​ບັນ​ລະ​ຍາຍຂອງຊາວ​ຈີນ​ອິນ​ໂດ​ເນ​ເຊຍກ່ຽວ​ກັບ​ຄຸນງາມຄວາມດີເດີນ​ມະຫາ​ສະໝຸດ​ຂອງທ່ານ​ເຈີ້​ງ​ເຫີ​​ ​ແລະ​ຂະ​ບວນວິວັດທີ່​ພວກ​​ເຂົາເຈົ້າ​ສ້າງ​ພາລະກິດ​ຢ່າງ​ລຳ​ບາກ​ແລະ​ເຊື່ອມ​ໂຍງ​ເຂົ້າສັງຄົມ​​ແຫ່ງ​ນັ້ນ.


           ເມືອງ​ຊາ​ມາຣາງອິນໂດ​ເນ​ເຊຍ​ກຳລັງ​ສ້າງວັດ​ເຈີ້​ງ​ເຫີ​ໃໝ່

ຢູ່​ໃນ​ວັດຊຳ​ໂປ​ກົງຈະ​ເຫັນ​ຮ່ອງຮອຍ​ຂອງ​ທ່ານ​ເຈີ້​ງ​ເຫີ​ຢູ່​ທຸກ​ໆ​ແຫ່ງ.ຢູ່​ໜ້າ​ຖ້ຳມີນ້ຳສ້າງຊຳ​ໂປ ເສັ້ນຜ່າ​ກາງ 3 ​ແມັດ​ປາຍ,ຕາມ​​ເລົ່າ​ລື​ກັນ​ວ່າ​ແມ່ນ​ທ່ານ​ເຈີ້​ງ​ເຫີ​ຂຸດໃນສະ​ໄໝນັ້ນ.ນ້ຳ​ໃນສ້າງ​ນີ້​ຖືກ​ຖື​ເປັນນ້ຳທິບ,ປົວພະຍາດ​​ໄດ້.

ໃນວັດ​ຊ້ຳ​ໂປ​ກົງມີ​ຮ່ອງຮອຍຂອງ​ຫຼາຍ​ສາສະໜາ​.​ໃນ​ການ​ເຄື່ອນ​ໄຫວສາສະໜາທຸກ​ປີ​ ມີ​ບຸນ​ສາສະໜາ​​ເຕົາ,​ແລະກໍ​ມີ​ບຸນ​ສາສະໜາ​ອິສລາມ.ໃນ​ວັດ​ຍັງ​ມີ​ຮູບຄວັດ​ຂອງທ່ານ​ຂົງຈືຂອງ​ປັດ​ຊະ​ຍາ​ເມ​ທີ​ຂົງຈື.ຈຸດ​ພິ​ເສດ​ດັ່ງກ່າວຂອງ​ວັດ​ຊຳ​ໂປ​ກົງ,ມີ​​ເບື້ອງ​ຫຼັງ​ທີ່​ຊາວ​ຈີນຕ່າງ​ດ້າວ​ຢູ່​ບັນດາປະ​ເທດ​ອາຊີ​ອາຄະ​ເນທີ່ມີ​ວັດທະນະທຳ​ຕ່າງ​ກັນ,ທັງ​ສ່​ອງ​ແສງ​ໃຫ້​ເຫັນ​ຊາ​ວຈີນ​ຕ່າງ​ດ້າວກັບ​ປະຊາຊົນ​ປ​ະ​ເທດ​ນັ້ນ​ໄປມາຫາສູ່​ກັນ​ແລະ​ເຊື່ອມ​ໂຍງ​ເຂົ້າກັນ.

ທ່ານປະທານຄະນະ​ກຳມະການຈັດຕັ້ງການ​ເຄື່ອນ​ໄຫວ​ລະ​ລຶກທ່ານ​ເຈີ້​ງ​ເຫີ​ເດີນ​ມະຫາ​ສະໝຸດ​ແຂວງ​ຈາ​ວາ​ກາງ​ເວົ້າວ່າ,ວັດຊຳ​ໂປ​ກົງໄດ້​ຂະຫຍາຍສ້າງ​​ເລື້ອຍໆ,ຄົນ​ມາ​ບູຊາຫຼາຍ,ຕາງໜ້າ​ລູກ​ຫຼານ​ຊາວ​ຈີນທີ່ຢູ່​ພົ້ນທະ​ເລ​​ຮັກ​ສາ​ແລະ​ສືບ​ທອດ​ວັດທະນະທຳ​ຈີນ.​ເຖິງ​ວ່າ​ໃນ​ປື້​ມປະຫວັດສາດ​ມີ​ການບັນທຶກ​​ກ່ອນ​ແລ້ວກໍ​ຕາມ,​ແຕ່​ຊາວ​ຈີນຢູ່ແຫ່ງ​ນັ້ນກໍ​ຍັງ​ມັກຖື​ທ່ານ​ເຈີ້​ງ​ເຫີ​ເດີນ​ມະ​ຫາ​ສະໝຸດ​ເປັນ​ການເລີ່​ມຕົ້ນທີ່​ບັນ​ພະ​ບຸລຸດ​ຍ້າຍ​ໄປ​​ຢູ່​ອິນ​ໂດ​ເນ​ເຊຍ.

ນອກຈາກ​ຊາວ​ຈີນ​ແລ້ວ,ຄົນ​ຊາດ​ອື່ນ​ຢູ່​ອິນ​ໂດ​ເນ​ເຊຍ​ກໍ​​ເຄົາລົບ​ນັບ​ຖື​ທ່ານ​ເຈີ້​ງ​ເຫີ​ທີ່​ສຸດ.​ເຈົ້າ​ແຂວງຈາ​ວາ​ກາງ​ເຫັນ​ວ່າ ທ່ານ​ເຈີ້​ງ​ເຫີ​ແມ່ນ​ນັກ​​ເດີນ​ທະ​ເລ​ຜູ້​ຍິ່ງ​ໃຫຍ່​ແລະ​ທູດສັນຕິພາບ.ທ່ານ​ເຈົ້າ​ແຂວງເປັນ​ທີ່​ປຶກສາ​ຂອງ​ຄະນະ​ກຳ​ມະການຈັດຕັ້ງການ​ເຄື່ອນ​ໄຫວ​ລະ​ລຶກທ່ານ​ເຈີ້​ງ​ເຫີ​ເດີນ​ມະຫາ​ສະໝຸດຄົບຮອບ 600 ປີ​ແຂວງ​ຈາ​ວາ​ກາງ​,ພາຍໃຕ້​ການລິ​ເລີ່​ມຂອງ​ທ່ານ,​ແຂວງ​ຈາ​ວາ​ກາງ​ຈະ​ຈັດການ​​ເຄື່ອນ​ໄຫວ​ອັນ​ຄຶກຄື້ນລະ​ລຶກທ່ານ​ເຈີ້​ງ​ເຫີ​ເດີນ​ມະຫາ​ສະໝຸດໃນຕົ້ນ​ເດືອນ​ສິງຫາ,ສົ່ງ​ເສີມນ້ຳ​ໃຈ​​ໄປມາຫາສູ່​ກັນ​​ຢ່າງໄມຕີ​ຈິດຂອງ​ທ່ານ​ເຈີ້​ງ​ເຫີ.


ວັດ​ອິສລາມ​ເຈີ້​ງ​ເຫີ​ຢູ່ຊູ​ລາ​ບາ​ຢາເທດສະບານ​ແຂວງ​ຈາ​ວາຕາ​ເວັນ​ອອກ​ແຫ່ງອິນ​ໂດ​ເນ​ເຊຍ

​ເມື່ອ​ໄດ້​ຊົມ​ວັດ​ອິສລາມ​ເຈີ້​ງ​ເຫີ​ຢູ່ຊູ​ລາ​ບາ​ຢາເທດສະບານ​ແຂວງ​ຈາ​ວາຕາ​ເວັນ​ອອກ​ອິນ​ໂດ​ເນ​ເຊຍ​ມີ​ຄວາມ​ຮູ້ສຶກ​ພິ​ເສດ.​ເຖິງ​ວ່າ​ມັນ​ແມ່ນ​ວັດ​ອິສລາມ,​ແຕ່​ກຳ​ແພງ​ແມ່ນ​ສີ​ແດງ​ ​ດິນຂໍ​ສີຂຽວ,ຄວັດ​ລວດລາຍ​ແຕ້ມ​ຮູບ​ຢູ່​ເທິງ​​ເສົາ​ຫຼື​ຂື່,ວັດ​ນີ້​ມີຈຸດ​ພິ​ເສດ​ອັນ​ເດັ່ນ​ຊັດ​ຂອງວັດພຸດທະ​ສາສະໜາ​ຈີນ;ປະຕູ​ໃນຫໍ​ໃຫຍ່​ພັດໄດ້​ຖອດ​ຖອນ​ລັກສະນະອອກ​ແບບ​ຂອງ​ໂບດ​ໂລ​ມັງ​ກະ​ໂຕ​ລິກ.ຢູ່​ເທິງກຳ​ແພງ​ວັດ​ອິສລາມ,​ໄດ້​ຄວັດຮູບ​ແຜ່ນ​ໃຫຍ່​ກ່ຽວ​ກັບທ່ານ​ເຈີ້​ງ​ເຫີ​ເດີນ​ມະຫາ​ສະໝຸດ.ປະທານ​ມູນ​ນິທິ​ເຈີ້​ງ​ເຫີ​​ແຂວງ​ຈາ​ວາຕ​າ​ເວັນ​ອອກ​ອິນ​ໂດ​ເນ​ເຊ​ຍ​ເວົ້າວ່າ,ນີ້​ແມ່ນ​ວັດ​ອິສລາມ​​ແຫ່ງ​ໜຶ່ງແຫ່ງ​ດຽວ​ໃນ​ໂລກ​ທີ່​​ເອົາຊື່​ທ່ານ​ເຈີ້​ງ​ເຫີ​ເປັນ​ຊື່​ວັດ,ການ​ອອກ​ແບບພິ​ເສດ​ດັ່ງກ່າວ,​ແມ່ນ​ຫວັງ​ໃຫ້​ວັດ​ນະ​ທະ​ທຳ​ຂອງ​ຫຼາຍສາສະໜາ​ສາມາດ​ໂຄລົບ​ກັນ​ແລະ​ຢູ່​ນຳ​ກັນ​ໂດຍ​ສັນຕິ.

1  2