|
|
 |
| (GMT+08:00)
2005-07-02 16:43:04
|
 |
|
ຜູ້ແທນອາເມລິກາແລະສປປເກົາຫຼີເຫັນໄປໃນແງ່ດີຕໍ່ການຟື້ນຟູການເຈລະຈາຫົກຝ່າຍ
cri
ຕາມຂ່າວCRI, ຜູ້ແທນສປປເກົາຫຼີແລະອາເມລິກາທີ່ເຂົ້າຮ່ວມງານສຳມະນາວິຊາການກ່ຽວກັບຄວາມປອດໄພຂອງອາຊີຕາເວັນອອກສຽງເໜືອທີ່ຈັດຂຶ້ນຢູ່ນິວຢອກແລະອັດລົງໃນວັນທີ1ກໍລະກົດໄດ້ເຫັນໄປໃນແງ່ດີຕໍ່ເລື່ອງສປປເກົາຫຼີກັບຄືນສູ່ການເຈລະຈາຫົກຝ່າຍ.
ປະກາດແຈ້ງການຂອງກອງປະຊຸມຊີ້ອອກວ່າ, ໃນໄລຍະປະຊຸມ, ຝ່າຍຕ່າງໆໄດ້ແລກປ່ຽນກັນຢ່າງກົງໄປກົງມາແລະມີລັກສະນະສ້າງສັນ, ພ້ອມທັງເຫັນໄປໃນແງ່ດີຕໍ່ເລື່ອງສປປເກົາຫຼີກັບຄືນສູ່ການເຈລະຈາຫົກຝ່າຍ.
ຕາມຂ່າວແຈ້ງອີກວ່າ, ວັນທີ1ກໍລະກົດ, ສື່ມວນຊົນສປປເກົາຫຼີໄດ້ນຳເອົາຂ່າວຈາກຝ່າຍທະຫານສປປເກົາຫຼີມາແຈ້ງວ່າ, ຍົນຂອງກອງທະຫານອາເມລິກາທີ່ປະຈຳຢູ່ສ.ເກົາຫຼີ, ຍີ່ປຸ່ນແລະຖານທັບແຫ່ງອື່ນໆຢູ່ຕ່າງປະເທດຂອງອາເມລິກາໄດ້ບິນສອດແນມສປປເກົາຫຼີເລື້ອຍໆ, ໃນເດືອນມິຖຸນາກໍມີຕັ້ງ170ກວ່າເທື່ອ.
ຂ່າວສານສູນກາງເກົາຫຼີລາຍງານວ່າ, ອາເມລິກາບິນສອດແນມສປປເກົາຫຼີຫຼາຍຂຶ້ນນັ້ນແມ່ນກໍ່ບັນຍາກາດສົງຄາມ, ເຈດຕະນາຈູດໄຟສົງຄາມຢູ່ແຫຼມເກົາຫຼີອີກເທືອໜຶ່ງ.
|
|
|