ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-02 17:49:10    
ຈີນ​ສຸມ​ກຳລັງ​​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ຢ່າງ​ຮອບ​ດ້ານ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 2 ກໍລະກົດ​ນີ້ ຢູ່​ເມືອງ​ເວິ​ຍ​ໄຫ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ, ທ່ານ​ຈ່າງ​ເຢຊຸຍ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຈະສຸມ​ກຳລັງດຳ​ເນີນ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ກັບ​ບັນດາ​ປະ​ເທດ​ອາ​ຊີຕາ​ເວັນ​ອອກ​ຢ່າງ​ຮອບ​ດ້ານ.

ທ່ານ​ຈ່າງ​ເຢຊຸຍ​ຊີ້​ອອກ​ວ່າ, ບັນດາ​ປະ​ເທດ​ອາຊີຕາ​ເວັນ​ອອກ​ຄວນ​ເພີ່ມ​ທະວີ​ການ​​ແລກ​ປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ, ເຂົ້າ​ໃຈ​ກັນ​ໃຫ້ຫຼາຍຂຶ້ນຕື່ມ​ອີກ, ສ້າງ​ເງື່ອນ​ໄຂ​ແລະ​ບັນ​ຍາ​ກາດ​ອັນ​ດີງາມ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ​ຊາດ; ພ້ອມ​ກັນນັ້ນ ກໍ​ເລັ່ງລັດ​ຊຸກ​ຍູ້​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​​ແບບ​ສອງ​ຝ່າຍ​ແລະຫຼາຍຝ່າຍລະຫວ່າງປະ​ເທດ​ອາຊີ​ຕາ​ເວັນ​ອອກ, ສ້າງ​ພື້ນຖານ​ໃຫ້​ເຂດ​ການ​ຄ້າ​ເສລີ​ອາຊີ​ຕາ​ເວັນ​ອອກ; ນຳ​ໃຊ້​ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ແລະ​ທຶນກ້ອນ​ໃຫຍ່​ຂອງ​ອາ​ຊີ​ຕາ​ເວັນ​ອອກຢ່າງ​ເຕັມທີ່, ສ້າງອົງ​ກອນ​ລົງທຶນ ຕະຫຼາດພັນທະບັດ ​​ແລະ​ລະບົບ​ການ​ຮ່ວມ​ມື​ດ້ານ​ການ​ເງິນ​ທີ່​ມີ​ລັກສະນະ​​ເຂດ​ແຄວ້ນ, ປົວ​ແປງ​ສະພາບ​ແວດ​ລ້ອມ​ການ​ລົງທຶນ​ແລະ​ລະດົມທຶນຂອງ​ເຂດ​ແຄວ້ນຕື່ມ​ອີກ,​ເພີ່ມ​ຄວາມ​ສາມາດ​ຕ້ານທານ​ຄວາມ​ສ່ຽງທາງ​ການ​ເງິນ​ຂອງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ.

ທ່ານ​ຈ່າງ​ເຢຊຸຍ​ກ່າວ​ວ່າ, ຈີ​ນສະໜັບສະໜູນ​ອາຊຽນ​ເສີມ​ຂະຫຍາຍ​ບົດບາດນຳ​ທາງ​ໃນ​ຂະ​ບວນ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ.